146 ຄົນ ຕິດເຊື້ອໂຄວິດ-19 ຕື່ມອີກ

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2021.09.03
146 ຄົນ ຕິດເຊື້ອໂຄວິດ-19 ຕື່ມອີກ ຍິງ​ສາວ​ທັງ​ຫຼາຍ ພວມຂຽນຟອມ ລົງທະບຽນ ສັກວັກຊິນ ປ້ອງກັນໂຄວິດ-19 ໃນຂະນະທີ່ ການຕິດເຊື້ອ ໃນຊຸມຊົນ ຍັງມີຢູ່ຕໍ່ມາ.
Photo: RFA

ຊາວບ້ານຫຼາຍຄົນ ຢາກໃຫ້ ເຈົ້າໜ້າທີ່ ເຂັມງວດ ລົງໂທດປັບໃໝ ຢ່າງເດັດຂາດ ຕໍ່ຜູ້ລະເມີດ ມາຕການ ຫຼື ລະບຽບ ການຄວບຄຸມ ໂຄວິດ-19 ແລະ ຜູ້ປະກອບການ ທຸຣະກິຈໃດ ຖ້າລະເມີດ ຈະຕ້ອງ ຖືກຖອນໃບອະນຸຍາດ ໂດຍບໍ່ມີ ການລະເວັ້ນ.

ຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ໃນວັນທີ 3 ກັນຍາ ວ່າ:

“ສຖານທີ່ ບັນເທີງນີ້ ເພິ່ນສັ່ງໃຫ້ ປິດໝົດ ທີ່ເປັນ ບ່ອນຊຸມຊົນ ແຕ່ເຂົາ ລັກເປີດ ຜູ້ໃດ ລະເມີດ ຄຳສັ່ງ ຂອງນາຍົກເນາະ ກໍຢາກໃຫ້ ຈັບປັບໃໝ ຫຼືວ່າ ຖ້າເປັນໄປໄດ້ ຢາກໃຫ້ ກັກໂຕ ຢູ່ໃນຄຸກຫັ້ນ ຈັກອາທິດນຶ່ງ ສອງອາທິດ ຫຼື ປັບໃໝ ຕໍ່ກັບ ຜູ້ເປີດຮ້ານ ແລະ ຮ້ານນັ້ນ ກໍໃຫ້ ຖອນໃບປະຕັງ ບໍ່ໃຫ້ເປີດ ຕໍ່ໄປເລີຍ.”

ການຕັ້ງວົງ ຊຸມແຊວນີ້ ກໍຍັງເປັນ ບັນຫາຢູ່ ຊຶ່ງກໍມີ ຫຼາຍຄົນ ລະເມີດ ມາຕການ ຂອງທາງການ ໂດຍບໍ່ຄຳນຶງເຖິງ ສິ່ງທີ່ຈະ ເກີດຂຶ້ນ ການຣະບາດ ໃນຊຸມຊົນ ແຕ່ປັດຈຸບັນ ກໍເຫັນ ເຈົ້າໜ້າທີ່ ກວດກາແລ້ວ ແລະ ຖ້າພົບເຫັນ ເຈົ້າໜ້າທີ່ ຈະສຶກສາ ອົບຮົມ ແລະ ປັບໃໝ່ ຕາມກົດໝາຍ.

ຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງ ໄດ້ກ່າວວ່າ:        

“ແມ່ນລະມັນ ມີຮ້ານຄ້າ ຮ້ານຂາຍຫຍັງ ທີ່ວ່າ ເຂົາລະເມີດ ເປີດຮ້ານ ແຄມຂອງ ຕ່າງໆຊິນ່າ ຜູ້ທີ່ ບໍ່ປະຕິບັດ ຕາມແຈ້ງການ ຝ່າຝືນ ຊຸມແຊວ ຕັ້ງວົງດື່ມເບຍ ເຫຼົ້ານີ້ ເພິ່ນເຮັດ ບົດບັນທຶກ ສຶກສາອົບຮົມ ແລະ ປັບໃໝ ແຕ່ລະບ້ານ ກໍໄດ້ ເອົາໃຈໃສ່ ຊ່ວຍກັນແລ້ວ ບັນດາ ພວກນາຍບ້ານ ກອງຫຼອນ ປກສ ບ້ານນີ້ແຫຼະ ກໍເຈົ້າໜ້າທີ່ ທາງສເພາະກິຈ.”

ເຈົ້າໜ້າທີ່ ມີການລົງກວດກາ ຕາມສຖານທີ່ ບັນເທີງຕ່າງໆ ແລະ ກໍພົບ ຜູ້ລະເມີດ ຈຳນວນນຶ່ງ ແລະ ເຈົ້າໜ້າທີ່ ກໍໃຊ້ ມາຕການ ລົງໂທດປັບໃໝ ແລະ ຖ້າເປັນ ຜູ້ປະກອບການ ຈະຖືກຍຶດ ໃບອະນຸຍາດ ແລະ ຖືກກັກໂຕ 14 ວັນ.

ຣັຖບານ ໄດ້ອອກຄຳສັ່ງ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ເພື່ອຄວບຄຸມ ການແຜ່ຣະບາດ ຂອງໂຄວິດ-19 ແລະ ຄຳສັ່ງ ດັ່ງກ່າວ ຍັງຄົງມີ ການປະຕິບັດ ຈົນມາເຖິງ ປັດຈຸບັນ.

ເຈົ້າໜ້າທີ່ ຕຳຣວດ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ ໃນວັນທີ 3 ກັນຍາ ວ່າ:

“ຜູ້ໃດ ທີ່ວ່າ ເຣີ່ມລະເມີດ ກໍເຣີ່ມ ເຮັດແລ້ວແຫຼະ ກະມີ ສ່ວນໜ້ອຍດອກ ຜູ້ທີ່ ລັກເປີດ ກໍໄປຈັບ ຄືກັນ ປັບໃໝ ຕາມການຕົກລົງ ຢູ່ໃນແຈ້ງການ ຫັ້ນແຫຼະ ສ່ວນຫຼາຍ ມັນກໍເປັນ ໄວລຸ້ນ ກໍຕ້ອງ ໄປຂັງ ເອີ ຕາມມາຕການ 14 ວັນ ແລະ ປັບໃໝ ແລ້ວໄປ ກັກບໍຣິເວນ ຢູ່ໂຮງແຮມເດ້ ແຕ່ວ່າ ຄ່າໃຊ້ຈ່າຍ ຂອງໂຮງແຮມ ບ້ານພັກນີ້ ຕ້ອງຈ່າຍເອງ ໄດ໋ລະ.”

ອີງຕາມ ການຣາຍງານ ຂອງ ປກສ ນະຄອນຫຼວງວຽງຈັນ ໃນວັນທີ 1 ກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ ຕຳຣວດ ແລະ ອຳນາດ ການປົກຄອງ ບ້ານສາຍນ້ຳເງິນ ເມືອງໄຊທານີ ໄດ້ລົງກວດກາ ຮ້ານກິນຕື່ມ ແລະ ພົບເຫັນ ຮ້ານຄາຣາໂອເກະ ເປີດໃຫ້ ບໍຣິການ ຂາຍເຫຼົ້າເບັຽ ໃຫ້ລູກຄ້າ ແລະ ບໍ່ໄດ້ ຮັກສາໄລຍະຫ່າງ ຕາມມາຕການ ປ້ອງກັນ ໂຄວິດ-19 ໃນນັ້ນ ມີເຈົ້າຂອງຮ້ານ 1 ຄົນ ພະນັກງານເສີບ 5 ຄົນ ລູກຄ້າ 27 ຄົນ.

ເຈົ້າໜ້າທີ່ ໄດ້ສຶກສາ ອົບຮົມ ພນັກງານເສີບ ແລະ ໄດ້ປັບໃໝ ຜູ້ທີ່ມາໃຊ້ ບໍຣິການ ເປັນເງິນ 6,600,000 ກີບ ສ່ວນມາຕການ ຕໍ່ເຈົ້າຂອງຮ້ານ ເຈົ້າໜ້າທີ່ ຍັງລໍຖ້າ ຄຳສັ່ງ ຈາກຂັ້ນເທິງ ພິຈາຣະນາ. 

ໃນຂນະທີ່ ຢູ່ແຂວງຄຳມ່ວນ ມີການຕິດເຊື້ອ ໃນຊຸມຊົນ ຢ່າງຕໍ່ເນື່ອງ ແລະ ເຈົ້າໜ້າທີ່ ຫ້າມບຸກຄົນ ເດີນທາງ ເຂົ້າ-ອອກ ບ້ານ ໃນເຂດພື້ນ ທີ່ສີແດງ ແລະ ໃນເວລາ 21:30 ຮອດ 5 ໂມງເຊົ້າ ກໍຫ້າມເດີນທາງ ຍົກເວັ້ນ ແຕ່ກໍຣະນີ ຈຳເປັນ ແລະ ເສັຽຊີວິດ.

ນອກຈາກນີ້, ແຂວງຄຳມ່ວນ ຍັງຫ້າມ ຜູ້ທີ່ໃກ້ຊິດ ຜູ້ຕິດເຊື້ອ ອອກນອກເຮືອນ ໃນຂນະທີ່ ກຳລັງລໍຖ້າ ຜົລກວດ, ຫ້າມຜູ້ຕິດເຊື້ອ ໂຄວິດ ປິດບັງ ທາມລາຍນ໌ ຂອງຕົນເອງ ຖ້າຜູ້ໃດ ຝ່າຝືນ ຈະຖືກລົງໂທດ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຄຳມ່ວນ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ: 

”ມັນມີ ຜູ້ຕິດເຊື້ອ ຢູ່ໃນຊຸມຊົນ ເພີ່ມຂຶ້ນ ກໍເປັນ ຈະພາວະສຸກເສີນ ຈະປະກາດໃຫ້ ແຕ່ລະບ້ານເນາະ ແຈ້ງການ ໃນເມືອງນຶ່ງ ມີບ້ານແງດຈັກບ້ານ ມີບ່ອນໃດ ມີບ່ອນໃດ ບໍ່ໃຫ້ເຂົ້າ ບໍ່ໃຫ້ອອກ ແລ້ວໃຫ້ບ້ານໃຜ ບ້ານລາວ ຮັບຜິດຊອບ ບ້ານໃຜບ້ານລາວ ເລາະເບິ່ງ ຖ້າບໍ່ມີ ຄວາມຈຳເປັນ ກໍບໍ່ໃຫ້ ເຂົ້າມາ ຫຼືວ່າ ໃນບ້ານແດງຫັ້ນ ບໍ່ໃຫ້ອອກ.”

ໃນວັນທີ 3 ກັນຍາ ເຈົ້າໜ້າທີ່ ສເພາະກິຈ ຄວບຄຸມ ໂຄວິດ-19 ໄດ້ຣາຍງານ ວ່າ ພົບຜູ້ຕິດເຊືື້ອ ຣາຍໃໝ່ 146 ຄົນ ໃນນັ້ນ ຕິດເຊື້ອ ໃນຊຸມຊົນ 81 ຄົນ, ກໍຣະນີ ນຳເຂົ້າ 65 ຄົນ ຈາກຜົລກວດ ທັງໝົດ 2,807 ຄົນ.

ແຂວງທີ່ ພົບວ່າ ມີການຕິດເຊື້ອລວມມີ: ນະຄອນຫລວງວຽງຈັນ 6 ຄົນ, ແຂວງວຽງຈັນ 2 ຄົນ, ຄຳມ່ວນ 9 ຄົນ, ສາຣະວັນ 21 ຄົນ, ບໍ່ແກ້ວ 7 ຄົນ, ໄຊຍະບູຣີ 1 ຄົນ, ໄຊສົມບູນ 1 ຄົນ, ສວັນນະເຂດ 18 ຄົນ, ຈຳປາສັກ 69 ຄົນ, ຫຼວງພຣະບາງ 4 ຄົນ ແລະ ບໍຣິຄຳໄຊ 6 ຄົນ.

ຄນະ ສເພາະກິຈ ຄວບຄຸມ ໂຄວິດ-19 ໄດ້ຣາຍງານ ໃນວັນທີ 3 ກັນຍາ ວ່າ ປະເທດລາວ ມີຜູ້ກວດຫາ ເຊື້ອທັງໝົດ 443,611 ຄົນ, ຕິດເຊື້ອ ສະສົມ ທັງໝົດ 15,605 ຄົນ, ປິ່ນປົວເຊົາ 10,127 ຄົນ, ກຳລັງ ປິ່ນປົວ 5,463 ຄົນ ແລະ ເສັຽຊີວິດ ສະສົມ 15 ຄົນ.

ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບ ການສັກວັກຊິນ ເຂັມທີ 1 ແລ້ວປະມານ 2,500,000 ຄົນ ແລະ ເຂັມທີ 2 ປະມານ 1,800,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.