ເຣື້ອງທີ່ເກັບບັນທຶກໄວ້
2022-08-05
ທາງການ ແຂວງບໍຣິຄໍາໄຊ ຈະຕັ້ງດ່ານກວດປັດສາວະ ຄົນຂັບຂີ່ຣົຖ ເພື່ອຫາສານເສບຕິດ ແຕ່ເດືອນສິງຫານີ້ ເຖິງເດືອນສິງຫາປີໜ້າ, ແຕ່ກໍຍັງມີຄົນຈໍານວນນຶ່ງ ສົງສັຍວ່າ ເຈົ້າໜ້າທີ່ ຈະເຮັດແທ້ ທໍາຈິງໄດ້ແທ້ບໍ.
2022-08-04
ການລ້ຽງລູກດ້ວຍນົມແມ່ ຕາມກົມປິ່ນປົວ ຣາຍງານວ່າຄວາມສຳຄັນ ຂອງການລ້ຽງລູກດ້ວຍນົມແມ່ ເພື່ອຫຼຸດຜ່ອນການຕາຍ ຂອງເດັກອາຍຸ 2 ປີລົງ, ຈາກພະຍາດຖອກທ້ອງ ແລະອັກເສບປອດ ທີ່ສາມາດປ້ອງກັນໄດ້ 50% ນອກນີ້ ຍັງສາມາດປ້ອງກັນ ການເສັຽຊີວິຕ ຂອງແມ່ ຍ້ອນພະຍາດ ມະເຮັງເຕົ້ານົມໄດ້ 10%.
2022-08-04
ຄວາມຕ້ອງການເລືອດ ໃນໄລຍະໄຂ້ຍຸງລາຍຣະບາດ ເປັນສາຍເຫດນຶ່ງ ທີ່ເຮັດໃຫ້ ສະຖາບັນເລືອດແຫ່ງຊາຕ ມີຄວາມຕ້ອງການເລືອດ ຫຼາຍຂຶ້ນກວ່າໄລຍະປົກກະຕິ ໃນຂະນະທີ່ຜູ້ບໍຣິຈາຄເລືອດ ຫລຸດໜ້ອຍລົງ ເຮັດໃຫ້ຄົນເຈັບ ທີ່ຕ້ອງການເລືອດ ຈຳເປັນຕ້ອງ ໄດ້ຮັບເລືອດຈາກ ຍາຕິພີນ້ອງແທນ.
2022-08-03
ຈຳນວນ ຜູ້ຕິດເຊື້ອໂຄວິດ-19 ໄດ້ເພີ່ມຂຶ້ນ ເນື່ອງຈາກ ປະຊາຊົນ ບໍ່ມີຄວາມກັງວົນໃຈ ກ່ຽວກັບເຊື້ອໂຄວິດ-19 ແລ້ວ ແລະ ມາຕການຕ່າງໆ ທີ່ຖືກຍົກເລີກໄປ ກໍເປັນສ່ວນນຶ່ງ ທີ່ເຮັດໃຫ້ເຊື້ອ ໂຄວິດ-19 ສາຍພັນໃໝ່ ກັບມາຣະບາດໄດ້ງ່າຍຂຶ້ນ.
2022-08-02
ມີຄົນເສັຽຊີວິຕນຶ່ງຄົນ ຈາກການນຳເອົາເຫັດ ມາປຸ່ງແຕ່ງອາຫານ ໂດຍຜູ້ເສັຽຊີວິຕ ເປັນເພສຍິງ ອາຍຸ 50 ປີ ຊຶ່ງຍັງບໍ່ມີຂໍ້ມູນພິສູດວ່າ ເຫັດດັ່ງແມ່ນເຫັດເບື່ອ ຫຼືເປັນການປົນເປື່ອນ ຂອງສານເຄມີ.
2022-07-25
ໃນໄລຍະ 6 ເດືອນທໍາອິດ ຂອງປີ 2022 ນີ້ ທົ່ວປະເທດ ມີອຸບັດຕິເຫດ ຈາກລະເບີດບໍ່ທັນແຕກ 10 ຄັ້ງ ມີຜູ້ໄດ້ຮັບເຄາະຮ້າຍ 11 ຄົນ, ໃນນີ້ເສັຽຊີວິຕ 2 ຄົນ ແລະບາດເຈັບອີກ 9 ຄົນ ອີງຕາມຂໍ້ມູນຈາກ ຄະນະກັມມະການ ຄຸ້ມຄອງແຫ່ງຊາຕ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ.
2022-07-22
ໄຂເລືອດອອກ ຍັງຣະບາດຫຼາຍ ເຮັດໃຫ້ທາງການ ນະຄອນຫລວງວຽງຈັນ ແຈ້ງໃຫ້ປະຊາຊົນ ໃສ່ໃຈ ທຳຄວາມສະອາດ ແຫຼ່ງເພາະພັນ ໜອນນ້ຳຍຸງລາຍ ເພື່ອປ້ອງກັນພະຍາດໄຂ້ຍຸງ ແລະຖ້າຜູ້ໃດ ບໍ່ປະຕິບັດຕາມ ຈະຖືກປັບໃໝ, ໃນຂະນະທີ່ ປະຊາຊົນເຫັນວ່າ ເປັນມາຕການ ທີ່ບໍ່ສົມເຫດ-ສົມຜົລ.
2022-07-22
ການກໍ່ສ້າງ ເຮືອນຖາວອນ 700 ຫຼັງ ໃຫ້ຜູ້ປະສົບພັຍ ເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ຊຶ່ງເຣີ່ມແຕ່ ເດືອນພຶສພາ ປີ 2020 ຖືວ່າ ມາຮອດປັດຈຸບັນ ສ້າງສໍາແລ້ວພຽງແຕ່ 322 ຫຼັງ ຂະທີ່ຊາວບ້ານຜູ້ປະສົບພັຍ ໄດ້ຮັບຄວາມເດືອດຮ້ອນ ບໍ່ມີເຮືອນຢູ່ ແລະບໍ່ມີດິນ ທຳການກະເສຕ, ປູກຝັງ ແລະລ້ຽງສັດ ເປັນຕົ້ນ.
2022-07-21
ແພດ-ໝໍ ຈໍານວນນຶ່ງ ເລືອກປິ່ນປົວສະເພາະ ຄົນທີ່ເອົາເງິນໃສ່ຊອງໃຫ້ ຫຼື ເປັນການຮັບສິນບົນ ໃນຮູບແບບນຶ່ງ ເພື່ອແລກກັບການບໍຣິການ ປິ່ນປົວທີ່ດີ ແຕ່ສໍາລັບຄົນບໍ່ມີເງິນໃສ່ຊອງໃຫ້ ກໍຈະຖືກປະຕິບັດບໍ່ດີ ເຊັ່ນເວົ້າຈາບໍ່ມ່ວນ ແລະ ລໍຖ້າປິ່ນປົວເປັນເວລາດົນ.
2022-07-19
ເກີດເຫດການ ຄົນຈໍານວນຫຼາຍ ຕີກັນຢູ່ສນາມມວຍ ພາຍໃນຮ້ານບັນເທີງດາວທອງ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ໃນເບື້ອງຕົ້ນ ຍັງບໍ່ທັນຮູ້ສາເຫດ ແລະໃຜເປັນໂຕການ ທີ່ເຣີ່ມກໍ່ເຫດຮຸນແຮງນັ້ນ ຂຶ້ນກ່ອນ.
2022-07-15
ໄຂ້ເລືອດອອກ ກຳລັງຣະບາດ ໃນຫຼາຍແຂວງ ເຮັດໃຫ້ມີຜູ້ເສັຍຊີວິຕ ແລະຕິດເຊື້ອຫຼາຍຂຶ້ນ, ສ່ວນພາກຣັຖ ໄດ້ລົງໂຄສະນາ ໃຫ້ປະຊາຊົນຊ່ອຍເຫຼືອຕົນເອງ ໃນການຮັກສາ ຄວາມສະອດາດ ໂດຍສະເພາະ ບ່ອນເພາະພັນ ໜອນນ້ຳຍຸງລາຍ, ນອກເໜືອຈາກນີ້ ຍັງບໍ່ມີແຜນການຮັບມືແນວອື່ນ.
2022-07-14
ຊາວລາວຫຼາຍຄົນຮູ້ສຶກດີໃຈ ທີ່ນັກເຕະບານທີມຊາດລາວ ຣຸ້ນອາຍຸບໍ່ເກີນ 19 ປີ ສາມາດເຂົ້າຮອບຊີງຊະນະເລີດ ການແຂ່ງຂັນເຕະບານ ຣາຍການຊີງແຊ້ມອາຊ້ຽນ ຣຸ້ນອາຍຸບໍ່ເກີນ 19 ປີ ທີ່ປະເທດອິນໂດເນເຊັຍ ເປັນເຈົ້າພາບ ເຊິ່ງທີມຊາດລາວ ຈະເຂົ້າໄປແຂ່ງຂັນກັບທີມຊາດມາເລເຊັຍ ໃນວັນທີ່ 15 ກໍຣະກະດາ ນີ້.
2022-07-13
ມີການລັກລອບນຳຊີ້ນໝູ ແຊ່ແຂງ ນຳເຂົ້າມາຈາກ ປະເທດວຽດນາມ ຖືກເຈົ້າໜ້າທີ່ ດ່ານສາກົລ ແດນສວັນ-ລາວບາວ ຢູ່ແຂວງສວັນນະເຂດ ກວດຍຶດໄດ້ ໃນຣົຖບັນທຸກ ທີ່ລັກນໍາເຂົ້າ ມາຈາກວຽດນາມ ເກືອບ 10 ຕັນ ໃນມື້ວັນທີ 7 ກໍຣະກະດານີ້ ແລະ ເພື່ອປ້ອງພະຍາດ ຈຶ່ງໄດ້ທໍາລາຍຖິ້ມ ທັງໝົດ.
2022-07-06
ຣັຖບານລາວ ຈະຮ່ວມມືທຸກຢ່າງ ຕາມແຜນການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫລາຍກວ່າ 600 ໂຄງການ ຮວມມູນຄ່າ 80 ປາຍລ້ານໂດລ້າຣ໌ສະຫະຣັຖ ນັ້ນ ສປປ ລາວ ໄດ້ຮັບການສນັບສນູນ 68 ໂຄງການ ຮວມມູນຄ່າ 18 ລ້ານປາຍໂດລ້າຣ໌.
2022-07-06
ການແກ້ໄຂບັນຫາ ຢາເສບຕິດຢູ່ລາວ ບໍ່ໝົດຈັກເທື່ອ ຫຼືແກ້ໄຂບໍ່ໄດ້ ຍ້ອນອາຈມີເຈົ້າໜ້າທີ່ ພົວພັບກັບການຄ້ານັ້ນ, ແຕ່ເຖິງຢ່າງໃດກໍຕາມ ທາງການລາວ ກໍເວົ້າວ່າຈະປາບປາມ ພວກຄ້າ ແລະພວກເສບ ຢ່າງເດັດຂາດ ບໍ່ມີການຍົກເວັ້ນ, ໃນຂະນະທີ່ ປະຊາຊົນ ຍັງເຫັນວ່າ ລູກຫຼານ ເຍົາວະຊົນ ກາຍເປັນທາສ ຂອງຢາເສບຕິດເພີ່ມຂຶ້ນ.