ນັບແຕ່ວັນທີ 03 ກໍຣະກະດາ ທີ່ສູນຂ່າວສານການແພດສຸຂສຶກສາ ກະຊວງສາທາຣະນະສຸຂ ໄດ້ເຜີຍແຜ່ໂຕເລຂຜູ້ຕິດເຊື້ອ ໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ໃນທົ່ວປະເທດສະສົມ 6,047 ຄົນ ແລະ ເສັຽຊີວິຕສະສົມ 8 ຄົນ. ມາເຖີງວັນທີ 14 ກໍຣະກະດາ ມີຜູ້ຕິດເຊື້ອເພີ່ມຂຶ້ນ 2,416 ຄົນ ແລະ ເສັຽຊີວິຕເພີ່ມຂຶ້ນ 4 ຄົນ ຮວມເປັນຜູ້ຕິດເຊື້ອໄຂ້ຍຸງລາຍສະສົມສົມທັງໝົດ 8,436 ຄົນ ແລະ ເສັຽຊີວິຕສະສົມທັງໝົດ 12 ຄົນ.
ນະຄອນຫຼວງວຽງຈັນ ແມ່ນກວມເອົາປະມານ 50% ຈາກທົ່ວປະເທດ ທີ່ມີຜູ້ຕິດເຊື້ອໄຂ້ຍຸງລາຍ 4,154 ຄົນຈາກທົ່ວປະເທດ 8,463 ຄົນ. ສະເພາະເມືອງນາຊາຍທອງ ປີນີ້ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມທັງໝົດ 253 ຄົນ. ຂະນະທີ່ປີກາຍມີຜູ້ຕິດເຊື້ອ ສະສົມຕລອດປີພຽງ 60 ປາຍຄົນ. ສາເຫດທີ່ປີນີ້ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກ່ວາປີກາຍ ເນື່ອງຈາກວ່າ ເປັນປີທີ່ຄົບຮອບການຣະບາດ ໃຫຍ່ຂອງໄຂ້ຍຸງລາຍ 3-4 ປີ ຈະຣະບາດໃຫຍ່ເທື່ອນຶ່ງ ແລະ ພາຍໃນເມືອງເປັນຊຸມຊົນແອອັດ.
ທາງຫ້ອງການສາທາຣະນະສຸຂ ເມືອງນາຊາຍທອງ ຈຶ່ງມີແຜນລົງສ້າງຂະບວນການ ຮ່ວມກັບປະຊາຊົນເປັນເຈົ້າການ ໃນກຳຈັດໜອນນໍ້າຍຸງລາຍ ຕິດຕໍ່ກັນ 4 ສັປດາ ໃນ 54 ບ້ານ ທົ່ວເມືອງນາຊາຍທອງ ພ້ອມແບ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງລົງປະສານງານ ກັບອາສາສະມັກ ສຳຣວດຕິດຕາມ ເຮືອນຂອງປະຊາຊົນ ທີ່ອະນາມັຍແຫຼ່ງເພາະພັນຍຸງລາຍ 4 ສັປດາ ຊຶ່ງປັດຈຸບັນກໍສ້າງ ຂະບວນການດັ່ງກ່າວ ມາໄດ້ 2 ສັປດາແລ້ວ ແລະຫວັງວ່າຈຳນວນຜູ້ຕິດເຊື້ອ ໄຂ້ຍຸງລາຍຈະຫຼຸດລົງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ກໍຣະກະດານີ້ວ່າ:
"ຈະເປັນເຂດຂອງຊຸມຊົນຫັ້ນນ່າ ມັນປີຂອງຣະບາດເນາະ 4 ປີ ເດ້ ມັນຈະຣະບາດເທື່ອນຶ່ງ ໃຫ້ທາງອົງການຈັດຕັ້ງບ້ານຫັ້ນ. ເພິ່ນປ່າວປະກາດທາງໂທຣະໂຄ່ງ ເປີດສະປອດໂຄສະນາຫັ້ນ ແລະກໍອະນາມັຍເຮືອນຊານ ໃຫ້ມັນສະອາດ ບໍ່ໃຫ້ມັນມີແຫຼ່ງໜອນຍຸງ ບໍ່ໃຫ້ມັນນໍ້າຄ້າງຢູ່ໃນຫັ້ນ. ຖ້າເປັນຫຍ້າ ເປັນຫຍັງຕ້ອງໄດ້ຕັດ ເພາະວ່າຍຸງມັກອອກມາກັດເຮົາ ຕອນເວັນ. ຕອນຄືນ ມັນກໍອາສັຍຢູ່ເຮືອນຊານເຮົານີ້ ເຮົາກໍຢູ່ບ່ອນແຈ້ງໆ ບໍ່ນຸ່ງເຄື່ອງມືດ ເພາະວ່າມັນຈະມັກມືດພວກນີ້."
ທ່ານກ່າວຕື່ມວ່າປັດຈຸບັນ ເມືອງນາຊາຍທອງ ຍັງບໍ່ມີຣາຍງານຜູ້ເສັຽຊີວິຕ ຍ້ອນໄຂ້ຍຸງລາຍເທື່ອ. ນອກຈາກນີ້ ທາງເມືອງນາຊາຍທອງ ຍັງປະສານກັບໂຮງໝໍສູນກາງ ເປັນຕົ້ນໂຮງໝໍ 150 ຕຽງຫາກພົບກໍຣະນີ ມີຄົນເຈັບເຂົ້າຮັບການປິ່ນປົວ ຍ້ອນໄຂ້ຍຸງລາຍ ກໍຈະມີການຣາຍງານ ຫາອຳນາດການປົກຄອງບ້ານ ປະຈຳບ້ານທີ່ມີຄົນເຈັບ ຕິດເຊື້ອໄຂ້ຍຸງລາຍ ທັນທີເພື່ອໂຄສະນາ ໃຫ້ປະຊາຊົນພາຍໃນບ້ານ ທີ່ມີຄົນຕິດເຊື້ອໄຂ້ຍຸງລາຍນັ້ນ ເປັນເຈົ້າການສະກັດ ພະຍາດໄຂ້ຍຸງລາຍໄປນຳກັນ.
ສ່ວນຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ປີນີ້ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມທັງໝົດ 28 ຄົນ ຂະນະທີ່ປີກາຍບໍ່ມີຜູ້ຕິດເຊື້ອ ສະສົມຕລອດປີ. ສາເຫດປີນີ້ ມີຄົນຕິດເຊື້ອໄຂ້ຍຸງລາຍ ຫຼາຍກ່ວາປີກາຍ ຍ້ອນເປັນປີທີ່ຄົບຮອບ ການຣະບາດໃຫຍ່ ຂອງໄຂ້ຍຸງລາຍ ແລະປີນີ້ຝົນຕົກຫຼາຍ ແຕ່ຫົວປີ.
ຫຼ້າສຸດວັນທີ 11 ກໍຣະກະດາທີ່ຜ່ານ ມາພາກສ່ວນທີ່ກ່ຽວຂ້ອງ ເມືອງນາຊາຍທອງກໍ ໄດ້ຕົກລົງກັນວ່າຈະມີການເປີດຂະບວນ ການຕ້ານໄຂ້ຍຸງລາຍ ທົ່ວເມືອງວັນທີ 21 ກໍຣະກະດາ ນີ້ຢູ່ບ້ານ ເພຍລາດ ເມືອງສັງທອງ ເນື່ອງຈາກເປັນບ້ານ ທີ່ມີກໍຣະນີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກ່ວາໝູ່ພາຍໃນເມືອງ ອີກທັງໄດ້ປະສານງານ ກັບອາສາສະມັກບ້ານ ທົ່ວເມືອງເພື່ອກວດໜອນນໍ້າ ແລະສຸຂສຶກສາ ນຳປະຊາຊົນໃຫ້ເປັນເຈົ້າການ ກຳຈັດແຫຼ່ງເພາະພັນໜອນນໍ້າ ຍຸງລາຍໄປນຳກັນແລ້ວ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງສັງທອງ ນະຄອນຫຼວງຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ຈຸດພິເສດ ຂອງການຣະບາດເນາະ 3-4 ປີເດ້ ມັນຣະບາດເທື່ອນີ້ຫັ້ນນ່າ ປີນີ້ມີຝົນຕົກຫຼາຍ ແຕ່ຫົວປີເດ້ມີໜອນນໍ້າມີຍຸງເດ້ ມັນກໍຣະບາດດຽວນີ້ ເຮົາກໍສົ່ງພວກ ອສບ ເນາະເຮັດສຸຂສຶກສາແດ່ ທຳລາຍແຫຼ່ງເພາະພັນ ເວົ້າໃຫ້ເຂົາເຈົ້າໃຫ້ເຂົາເຈົ້າ ຊ່ອຍກັນເຮັດອະນາມັຍ ແບບວ່າປະຈຳອາທິດແຕ່ລະຄອບຄົວ ແຕ່ລະບ້ານຫັ້ນຫຼັກໆ ເຮັດຂ້ວມໜອນນໍ້າທຸກໆ ອາທິດເຮົາກໍຕິດ ຕາມບ້ານຫັ້ນບ້ານໃດ ທີ່ວ່າມັນມີກໍຣະນີເຮົາກໍລົງຕອບໂຕ້ໄວຫັ້ນ.”
ສ່ວນຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປີນີ້ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມທັງ ໝົດ 500 ປາຍຄົນ ຂະນະທີ່ປີກາຍມີຜູ້ຕິດເຊື້ອ ສະສົມຕລອດປີ 90 ປາຍຄົນ. ສາເຫດທີ່ເຮັດໃຫ້ປີນີ້ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກ່ວາປີກາຍກໍຍ້ອນວ່າ ເປັນປີທີ່ຄົບຮອບການຣະບາດ ໄຂ້ຍຸງລາຍ ແລະປະຊາຊົນຖືເບົາ ໃນການອນາມັຍແຫຼ່ງເພາະພັນຍຸງລາຍ. ທາງຫ້ອງການສາທາຣະນະສຸຂ ເມືອງຫາດຊາຍຟອງ ຈຶ່ງໄດ້ປະສານງານ ກັບອຳນາດການປົກຄອງບ້ານທົ່ວ ເມືອງເພື່ອສ້າງຂະບວນການ ກຳຈັດແຫຼ່ງໜອນນໍ້າຍຸງລາຍທຸກໆ ວັນເສົາພ້ອມທັງມີກໍຣະນີ ຜູ້ຕິດເຊື້ອໄຂ້ຍຸງລາຍ ຈະມີການພົ່ນຢາຂ້າຍຸງໃນເຂດ ທີ່ຜູ້ຕິດເຊື້ອອາສັຍຢູ່ທັນທີ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຫາດຊາຍຟອງ ກ່າວໃນມື້ດຽວກັນວ່ານີ້ວ່າ:
“ນຶ່ງກໍສິຄົບຮອບການຣະບາດ ຂອງມັນຫັ້ນແຫຼະສອງກໍການເປັນເຈົ້າຂອງ ປະຊາຊົນນຳກັນນີ້ແຫຼະ ນາງ.ເຈົ້າຖືເບົາ ໄປໃສ່ໃຈແຕ່ ໂຄວິດ-19 ແລ້ວລືມໂຕນີ້ສ້າງຂະບວນການທຸກໆ ວັນເສົາ ມີເຄສ ຢູ່ໃສກໍໄປພົ່ນຢາຢູ່ຫັ້ນ ອຳນາດການປົດຄອງ ກໍຊ່ອຍຣົນນະລົງໂຄສະນາ ໃນໂທຣະໂຄ່ງ ໃນຫຍັງຫັ້ນແຫຼະ ເຈົ້າກວດໜອນນໍ້າ ເຮືອນເຈົ້າ ແລ້ວບໍ່ຫົວໜ້າໜ່ວຍຫັ້ນນ່າ ຈະເປັນຜູ້ຊ່ອຍນານາງ. ແຕ່ວ່າ ໃນແຜນ ມັນເປັນຈັ່ງຊັ້ນ ຂອງເຮົາ ເປັນຈັ່ງຊັ້ນ ແຕ່ສ່ວນເຮັດ ເຂົາຊິເຮັດໄດ້ໄດ້ຊໍ່າໃດ ເຮົາກໍພະຍາຍາມນ່ານາງ.”
ສ່ວນເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ປີນີ້ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມທັງໝົດ 4,000 ປາຍຄົນ ຂະນະທີ່ປີກາຍມີຜູ້ຕິດ ເຊື້ອສະສົມຕລອດປີ 200 ຄົນ ຖືວ່າເປັນໂຕເລຂ ທີ່ໜ້າເປັນຫ່ວງ ທາງພາກສ່ວນທີ່ກ່ຽວຂ້ອງ ຈຶ່ງລະດົມອຳນາດການປົກຄອງ ອາສາສະມັກບ້ານ ແລະ ເຈົ້າໜ້າທີ່ຜແນກ ສາທາຣະນະສຸຂ ນະຄອນຫຼວງວຽງຈັນ ແລະ ເມືອງຈັນທະບູຣີ ລົງພາກສນາມເປີດຂະບວນການ ປະກາດໃຫ້ປະຊາຊົນເປັນເຈົ້າການ ທຳລາຍແຫຼ່ງເພາະພັນໜອນນໍ້າ ຍຸງລາຍ ໃນວັນເສົາ ແລະ ວັນອາທິດ ຈະມີການພົ່ນຢາ ຂ້າຍຸງທັງນີ້ ການພົ່ນຢາຂ້າຍຸງຈະພົ່ນໄດ້ ຫຼືບໍ່ນັ້ນໃຫ້ເປັນໄປຕາມ ຫຼັກສາທາຣະນະສຸຂ ແລະຄວາມຍິນຍອມ ຂອງຊາວບ້ານເປັນຫຼັກ ເນື່ອງຈາກເປັນສານເຄມີ ທີ່ສົ່ງຜົລກະທົບ ຕໍ່ລະບົບທາງເດີນຫາຍໃຈ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຈັນທະບູຣີ ກ່າວໃນມື້ດຽວກັນວ່າ:
“ບ້ານເຮົາກໍມີມາຕການ ຄວບຄຸມເດ້ເຮົາກໍນຶ່ງ ກໍໃຫ້ຊຸມຊົນຫັ້ນແຫຼະ ເປັນຫຼັກ ຂ້ວມກະໂປະ, ກະປອງເຮືອນໃຜ ເຮືອນມັນນີ້ແຫຼະ ແລ້ວກໍວັນເສົາ, ອາທິດ ອສບ ພນັກງານ ກໍລົງໄປຈອບເບິ່ງວ່າ ເຮືອນໃດເຮັດບໍ່ໄດ້ ເຮັດໂຕນີ້ມັນບໍ່ແມ່ນແພດໝໍ ເປັນຜູ້ເຮັດເດ້ ມັນເປັນຊຸມຊົນ, ປະຊາຊົນ ເປັນຜູ້ເຮັດເອງ. ເຮືອນໂຕເອງ ຊິໃຫ້ເຮົາໄປເລາະຂ້ວມກະໂປະ ກະປອງໃຫ້ ມັນກໍບໍ່ແມ່ນແລ້ວ. ມັນບໍ່ແມ່ນແນວ ຄັນວ່າມື້ໃດແພດໝໍ ບໍ່ຂ້ວມເດ້.”
ທ່ານກ່າວຕື່ມວ່າ ສຳລັບບ້ານທີ່ມີການຕິດເຊື້ອ ໄຂ້ຍຸງລາຍ ພາຍໃນເມືອງຈັນທະບູຣີນັ້ນ ປະກອບດ້ວຍບ້ານຫ້ວຍຫົງ, ບ້ານໂພນສວ່າງ, ບ້ານຈອມມະນີ ແລະ ບ້ານໂພນຕ້ອງ.
ກ່ຽວກັບການຣະບາດ ຂອງໄຂ້ຍຸງລາຍ ທ່ານ ຊົງເລົາ ຍົງນູ ຫົວໜ້າ ຄະນະໂຄສະນາ ອົບຮົມ ນະຄອນຫຼວງວຽງຈັນ ກ່າວຕໍ່ສື່ມວນຊົນວ່າ ຮຽກຮ້ອງໃຫ້ບັນດາສື່ມວນຊົນ ຖືເອົາວຽກງານໂຄສະນາ ປຸກລະດົມ ໃຫ້ຂໍ້ມູນຂ່າວສານ ເພື່ອປ່ຽນແປງພຶດຕິກັມ ຂອງປະຊາຊົນ ໃຫ້ເອົາໃຈໃສ່ການປະຕິບັດ 5 ປ ໃຫ້ໄດ້ ຮັບຜົລສຳເຣັດ ແລະເປັນເຈົ້າການ ໃນການທຳລາຍແຫຼ່ງເພາະພັນ ໜອນນໍ້າຍຸງລາຍ ບໍ່ມີໜອນນໍ້າ ບໍ່ມີຍຸງລາຍ ເພາະວ່າຍຸງລາຍເກີດ ແລະແຜ່ພັນຢູ່ນຳເຮືອນ ປະຊາຊົນ ແລະສຳຄັນອີກອັນນຶ່ງ ຖ້າມີຄົນເປັນໄຂ້ ໃຫ້ໄປກວດ ແລະປິ່ນປົວ ຢູ່ໂຮງໝໍຂອງຣັຖ ຫ້າມບໍ່ໃຫ້ຊື້ຢາມາກິນເອງ ຫຼືໄປກວດຢູ່ຄລີນິກ ຫຼືໃສ່ນໍ້າທະເລ ຢູ່ເຮືອນເດັດຂາດ ເພາະວ່າອາຈພາໃຫ້ມີອາການ ສົນແລະພາໃຫ້ເສັຽຊີວິຕ.