ເຈົ້າໜ້າທີ່ຣັຖ ອາຈພົວພັນ ກັບການຄ້າ ຢາເສບຕິດ

ຈຳປາທອງ
2022.07.06
ເຈົ້າໜ້າທີ່ຣັຖ ອາຈພົວພັນ ກັບການຄ້າ ຢາເສບຕິດ ໂຕຢ່າງ: ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຈັບຜູ້ຄ້າ ຢາເສບຕິດ ຈຳນວນ 4 ຄົນ, ວັນທີ 26 ມົກກະຣາ 2022.
ຮູບພາບ: ຈາກ ເພຈຄວາມສງົບ

ພົນເອກ ວິໄລ ຫລ້າຄໍາຟອງ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ໄດ້ຣາຍງານຕໍ່ກອງປະຊຸມສະພາແຫ່ງຊາຕ ເມື່ອບໍ່ດົນມານີ້ ກ່ຽວກັບມາຕການລົງໂທດ ເຈົ້າໜ້າທີ່ ທີ່ໄດ້ພົວພັນກັບຢາເສບຕິດ ທັງຄ້າ-ຂາຍ ແລະເສບ ວ່າ ຫາກກວດພົບເຫັນ ຈະຖືກລົງໂທດແບບບໍ່ມີຂໍ້ຍົກເວັ້ນ ບໍ່ວ່າຜູ້ນັ້ນຈະມີຕໍາແໜ່ງໃຫຍ່ໂຕປານໃດກໍຕາມ. 

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ກໍຣະກະດານີ້ວ່າ ຣາຍງານຂອງທ່ານຣັຖມົນຕຣີ ຕໍ່ສະພາແຫ່ງຊາຕນັ້ນ ເປັນພຽງຂໍ້ສົງສັຍ ຍ້ອນທີ່ຜ່ານມາ ເຈົ້າໜ້າທີ່ຍຶດຢາເສບຕິດໄດ້ ເປັນຈໍານວນຫລວງຫລາຍ, ແຕ່ຢາເສບຕິດນັ້ນກໍບໍ່ໝົດໄປຈັກເທື່ອ. ດັ່ງນັ້ນຈຶ່ງຄິດວ່າ ອາຈຍັງມີເຈົ້າໜ້າທີ່ບາງຄົນ ພົວພັນນໍາເຣື່ອງຢາເສບຕິດ, ສວຍໂອກາດຫາເງິນເຂົ້າຖົງຕົນເອງ.

ກ່ຽວກັບບັນຫາຢາເສບຕິດ ເຮົາກໍຈັບໄດ້ຫລາຍຢູ່ ແຕ່ມັນກໍບໍ່ໝົດ ທ່ານຣັຖມົນຕຣີເພິ່ນສົງສັຍວ່າ ເຈົ້າໜ້າທີ່ຢູ່ແຕ່ລະປ້ອມແຕ່ລະດ່ານ ຄັນບໍ່ອໍານວຍຄວາມສະດວກນີ້ ມັນຈະໄປໄດ້ຈັ່ງໃດ ຢາເສບຕິດມັນເປັນຄັນຣົຖ ມັນໄປຕາມທາງຕາມຖນົນເນາະວ່າຊັ້ນສາ ຄັນຈົ້າໜ້າທີ່ບໍ່ມີອໍານວຍມັນສິໄປໄດ້ແນວໃດຫັ້ນນ່າ ກໍຈະມີບາງສະຫາຍ ມີບາງຄົນຫັ້ນແຫລະ ມັນເປັນກໍາໄລມະຫາສານ ເຮັດອັນອື່ນມັນບໍ່ໄດ້ສໍ່ານີ້.” 

ທ່ານກ່າວຕໍ່ໄປວ່າ ທີ່ຜ່ານມາ ກໍເຄີຍມີເຈົ້າໜ້າທີ່ ໄປພົວພັນນໍາເຣື່ອງຢາເສບຕິດນີ້, ແຕ່ກໍມີສ່ວນໜ້ອຍ ຊຶ່ງຕາມລະບຽບວິນັຍແລ້ວ ຖ້າຫາກກວດພົບຜູ້ກະທໍາຄວາມຜິດ ກໍຖືກລົງໂທດໄລ່ອອກການ ແລະປະຕິບັດວິນັຍຕາມລະບຽບກົດໝາຍ.

ປາບປາມນີ້ເຮົາກໍເລັ່ງໃສ່ ຈຸດກວດກາຫັ້ນແຫລະ ທາງຂັ້ນເທິນເພິ່ນກໍວ່າ ສືບໄດ້ໄລ່ທັນວ່າຊັ້ນສາ ຮູ້ວ່າກະທໍາຄວາມຜິດຊິໄລ່ອອກ ປະຕິບັດຕາມລະບຽບກົດໝາຍຫັ້ນແຫລະ ໄລຍະຜ່ານມາກໍມີຢູ່ ປະຕິເສດບໍ່ໄດ້ ມັນກໍບໍ່ແມ່ນໄປໝົດ ທຸກສະຫາຍດອກ ມັນກໍມີສ່ວນໜ້ອຍໆ.

ສ່ວນເຣື່ອງການລົບລ້າງ ການປູກຝິ່ນ ກໍຍັງບໍ່ໝົດ ໂດຍສະເພາະຢູ່ເຂດພູດອຍ ທາງພາກເໜືອຂອງປະເທດ ເຊັ່ນຢູ່ແຂວງຫລວງນໍ້າທາ, ແຂວງຫລວງພຣະບາງ ແລະຢູ່ແຂວງອື່ນໆ ຊຶ່ງເຈົ້າໜ້າທີ່ຍັງກວດພົບຢູ່. 

ອີງຕາມຣາຍງານຂອງ ພັນໂທ ສິງຄໍາ ອຸດົມພອນ ຮອງຫົວໜ້າຕໍາຣວດປ້ອງກັນ ຄວາມສງົບແຂວງຫລວງນໍ້າທາ ເມື່ອບໍ່ດົນຜ່ານມາ, ສະເພາະປີ 2021-2022 ມີປະຊາຊົນ 20 ບ້ານ -181 ຄອບຄົວ ລັກປູກຝີ່ນໃນເນື້ອທີ່ 90 ປາຍເຮັກຕ້າຣ໌ ຢູ່ 4 ເມືອງ ຄືເມືອງລອງ, ເມືອງວຽງພູຄາ, ເມືອງນາແລ ແລະເມືອງຫລວງນໍ້າທາ. ແຕ່ຖ້າທຽບໃສ່ປີກ່ອນນັ້ນ ແມ່ນຫລຸດລົງ 55 ເຮັກຕ້າຣ໌ປາຍ. ສວນຝິ່ນທີ່ຖືກກວດພົບ ແມ່ນຖືກເຈົ້າໜ້າທີ່ ໄດ້ທໍາລາຍຖິ້ມ.

ເຣື່ອງສາເຫດ ທີ່ເຮັດໃຫ້ຍັງບໍ່ສາມາດລົບລ້າງ ການປູກຝີ່ນໄດ້ ເຈົ້າໜ້າທີ່ຕໍາຣວດ ແຂວງຫລວງນໍ້າທາທ່ານນຶ່ງເວົ້າວ່າ ມີຄວາມຫຍຸ້ງຍາກຫລາຍຢ່າງ ຮວມທັງເຣື່ອງງົບປະມານ ທີ່ຈະລົງໄປກວດກາພື້ນທີ່ ແລະປະຊາຊົນຈໍານວນນຶ່ງ ກໍຍັງບໍ່ໃຫ້ຄວາມຮ່ວມມື ໃນການຕ້ານຢາເສບຕິດ.

ປີ 2021 ຜ່ານມາກໍມີໜ້ອຍນຶ່ງ ກະໄປທໍາລາຍມາແລ້ວ ການແກ້ໄຂສວນ ຝີ່ນນີ້ ມັນເຂົ້າເຖິງພື້ນທີ່ ມັນຄວາມຫຍູ້ງຍາກ ບ້ານຢູ່ຫ່າງໄກສອກຫລີກ ປະຊາຊົນບໍ່ໃຫ້ການຮ່ວມມືແດ່ ເນື່ອງຈາກວ່າທາງດ້ານງົບປະມານຫັ້ນແຫລະ. 

ຕໍ່ກອງປະຊຸມ ສະພາແຫ່ງຊາຕ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ງານວ່າ ໄດ້ ທໍາລາຍສວນຝີ່ນ 569 ເຮັກຕ້າຣ໌, ທໍາລາຍສວນກັນຊາ 4 ເຮັກຕ້າຣ໌ປາຍ ແລະໄດ້ເຮັດບົດບັນທຶກ ໃຫ້ຢຸດເຊົາປູກຝິ່ນກັບ 12,859 ຄອບຄົວ.  

ນອກຈາກນັ້ນ ຕໍາຣວດເມືອງໂພນທອງ ແຂວງຫລວງພຣະບາງ ຍັງໄດ້ລາຍງານວ່າ ຕັ້ງແຕ່ທ້າຍເດືອນມົກກະຣາ ຫາຕົ້ນເດືອນກຸມພາ 2022 ນີ້ ໄດ້ກວດພົບການລັກລອບປູກຝິ່ນ 153 ເຮັກຕ້າຣ໌ປາຍ ຢູ່ 4 ບ້ານ ຢູ່ເມືອງໂພນທອງ ແລະຍັງມີອີກ 42 ເຮັກຕ້າຣ໌ ທີ່ເຈົ້າໜ້າທີ່ບໍ່ໄດ້ທໍາລາຍຖິ້ມ ເນື່ອງຈາກຕົ້ນຝິ່ນຍັງນ້ອຍ. ເຈົ້າໜ້າທີ່ມີພຽງແຕ່ໄດ້ເຮັດບົດບັນທຶກ ກັບເຈົ້າຂອງສວນໃຫ້ທໍາລາຍຖິ້ມເອງ. 

ເວົ້າເຣື່ອງຢາເສບຕິດ ປະຊາຊົນລາວ ຕ່າງກໍຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ຫລືພາກສ່ວນທີ່ກ່ຽວຂ້ອງ ປະຕິບັດໜ້າທີ່ ຂອງຕົນຢ່າງຈິງຈັງ ເພາະທີ່ຜ່ານມາ ເຈົ້າໜ້າທີ່ປ່ອຍປະລະເລີຍ, ເຮັດໃຫ້ມີຜູ້ລັກລອບຂົນສົ່ງຢາເສບຕິດ ແລະເສບຢາເສບຕິດຫລາຍຢູ່ຄືເກົ່າ.

ດັ່ງຊາວລາວຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ກໍຣະກະດານີ້ວ່າ:

ຍັງມີອັນນັ້ນຢູ່ແຫລະ ພວກຢາເສບຕິດນີ້ ສ່ວນຫລາຍກໍວັຍລຸ້ນ ໂຕວັຍລຸ້ນນີ້ແຫລະ ຍັງລະເລີຍຢູ່ນະ ເວົ້າແລ້ວກໍຍັງບໍ່ທັນໄດ້ຈິງຈັງປານໃດ ຢາກໃຫ້ລົງໄປເອົາຂໍ້ມູນນໍາ ແລ້ວກະພາກັນປະຕິ ບັດກັນພື້ນຖານເລີຍ ກວດລ້າງທັງຜູ້ຊື້ຜູ້ກິນຫັ້ນແຫລະ.

ແລະຊາວລາວອີກຜູ້ນຶ່ງ ກໍເວົ້າວ່າ ສ່ວນໃຫຍ່ແລ້ວ ຢາເສບຕິດມາຈາກທາງພາກເໜືອ ເຂດສາມຫລ່ຽມຄໍາ ແຕ່ກໍບໍ່ເຫັນເຈົ້າໜ້າທີ່ ຈິງຈັງໃນການປາບປາມ, ມີພຽງແຕ່ເວົ້າວ່າ ຈະປາບປາມໃຫ້ມັນໝົດໄປ.

ມັນກໍມາຈາກສາມຫລ່ຽມຄໍາ ມາຈາກທາງເໜືອນີ້ແຫລະ ຢາກໃຫ້ຈິງຈັງກວດລ້າງໃຫ້ມັນໝົດຊິ້ນຫັ້ນແຫລະ ຍັງບໍ່ຈິງຈັງເທື່ອ ແບບວ່າຢ້ອນໆຢ້ານໆຫັ້ນແຫລະ ເຣື່ອງອັນສິ່ງເສບຕິດມາລະບາດນີ້ ມັນ ພັທນາຂອງບ້ານຂອງເມືອງກໍຍາກ ...ຫລົງເຊື່ອກັບໂຕນີ້ແລ້ວ.   

ແຕ່ເຖິງຢ່າງໃດກໍຕາມ ພົນເອກ ວິໄລ ຫລ້າຄໍາແພງ ກໍຍັງຣາຍງານເຖິງເຣື່ອງການແກ້ໄຂ ບັນຫາຢາເສບຕິດວ່າ ຈະນໍາກໍາລັງຈາກສູນກາງ ລົງໄປປະຈໍາການເພີ່ມ ຢູ່ຈຸດຫລໍ່ແຫລມ, ຈຸດຂົນສົ່ງຢູ່ແຂວງອຸດົມໄຊ, ແຂວງຫລວງນໍ້າທາ ແລະແຂວງບໍ່ແກ້ວ ແລະທັງຈະນໍາໃຊ້ໝາດົມກິ່ນ 6 ໂຕນໍາດ້ວຍ. ພ້ອມດຽວກັນ ກໍໄດ້ອອກໃບຢັ້ງຢືນໃຫ້ 50 ບໍຣິສັດ ທີ່ເຂົ້າຮ່ວມປະຕິບັດໂຄງການປູກພືດ ທົດແທນຝິ່ນ ທີ່ຈັດສັນອາຊີບໃຫ້ປະຊາຊົນໃນທ້ອງຖິ່ນ ໄດ້ຫລາຍກວ່າ 44,000 ຄອບຄົວ ມີການກຽມຂຶ້ນແຜນຜລິຕຢາ TO ເມັດ ເພື່ອປິ່ນປົວຜູ້ຕິດຢາ ເສບຕິດປະເພດຝິ່ນ ແລະເຮໂຣອິນ. ໄດ້ອອກ ແລະປັບປຸງກົດໝາຍ ທີ່ກ່ຽວຂ້ອງກັບບັນ ຫາຢາເສບຕິດ ໂດຍໄດ້ຄົ້ນຄວ້າ ນໍາສເນີຕໍ່ສະພາແຫ່ງຊາຕ ເພື່ອປັບປຸງກົດໝາຍ ວ່າດ້ວຍຢາເສບຕິດ 11 ມາດຕຣາ ແລະເພີ່ມໃໝ່ 6 ມາດຕຣາ. ຈະປັບປຸງກົງຈັກ, ບັນຈຸບຸກຄະລາກອນ ທີ່ຈໍາເປັນ ສໍາລັບບໍາບັດ, ປິ່ນປົວ ແລະຝຶກວິຊາຊີບໃຫ້ຜູ້ຕິດຢາເສບຕິດຢູ່ 13 ສູນໃນທົ່ວປະເທດ. ສະກັດກັ້ນ ແລະຕ້ານຢາເສບຕິດ ຕາມຄໍາສັ່ງຂອງນາຍົກຣັຖມົນຕຣີ ເລກທີ 07/ນຍ ວ່າດ້ວຍການຂຶ້ນບັນຊີ ເຕົ້າໂຮມຊັບສິນ ທີ່ສານຕັດສິນ ຮິບເປັນຂອງຣັຖ ແລະໄດ້ຕິດຕັ້ງເຄື່ອງວິຈັຍສານເສບຕິດ ເພີ່ມໃຫ້ສູນ 3 ແຫ່ງ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.