ຊາວບ້ານ ເມືອງສນາມໄຊ ກິນເຫັດເບື່ອ ເສັຽຊີວິຕ

ໄຊຍາ
2022.08.02
ຊາວບ້ານ ເມືອງສນາມໄຊ ກິນເຫັດເບື່ອ ເສັຽຊີວິຕ ຮູບຕົວຢ່າງຄົນເບື່ອເຫັດ : ຢູ່ບ້ານໂພນສີທ່າ ເມືອງທ່າແຂກ ແຂວງຄຳມ່ວນ "ເບື່ອເຫັດລະໂງກ" (ເມື່ອຫຼາຍປີ ທີ່ຜ່ານມາ).
ຮູບພາບ: Rescue Khammouan FB

ໃນວັນທີ 28 ກໍຣະກະດາ 2022 ຜ່ານມາ ຊາວບ້ານບຸ່ງແກ້ວ ເມືອງສນາມໄຊ ແຂວງອັດຕະປືນຶ່ງຄອບຄົວໄດ້ຊື້ເຫັດປວກ ຈາກຕລາດເມືອງສນາມໄຊ ມາກິນ ເຮັດໃຫ້ມີອາການເມື່ອຍ, ວິນຫົວ, ຮາກ ທັງໝົດ 7 ຄົນ ແລະ ເສັຽຊີວິຕ 1 ຄົນ ເປັດເພດຍິງ ອາຍຸ 50 ປີ. ປັດຈຸບັນ ທາງຄອບຄົວຜູ້ເສັຽຊີວິຕ ກໍຍັງບໍ່ໄດ້ດຳເນີນການແນວໃດ ກັບຜູ້ທີ່ເກັບເຫັດມາຂາຍ.

ດັ່ງຄົນໃນຄອບຄົວ ຂອງຜູ້ກິນເຫັດເບື່ອ ທ່ານນຶ່ງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 02 ສິງຫາ ນີ້ວ່າ:

ແມ່ນ! ໄປຊື້ເອົານຳເຂົາມາຕລາດ ເມືອງສນາມໄຊ ອາການເປັນເມື່ອຍ ແລ້ວກາຮາກ. ຍັງບໍ່ທັນຮູ້ພື້ນທີ່ວ່າ ເກັບມາຈາກພື້ນທີ່ໃດເນາະ ເພາະວ່າພວກເຮົາເປັນຝ່າຍເສັຽຫາຍ ກາຍັງບໍ່ໄດ້ສົມທົບ ກັບຜູ້ທີ່ເຂົາມາຂາຍຫັ້ນ ມັນເກີດມາຈັ່ງຊິແລ້ວ ເຮົາກໍຕ້ອງຣະມັດລະວັງຫັ້ນແລ້ວເນາະ ໃນຕໍ່ໜ້າເນາະ ການກິນ. ເຫັນເກັບເຫັດສິນ່າ.

ທ່ານຍັງໄດ້ກ່າວຕື່ມວ່າ ປັດຈຸບັນທຸກຄົນມີອາການດີຂຶ້ນແລ້ວ ສ່ວນຜູ້ເສັຽຊີວິຕ ກໍເຮັດພີທີທາງສາສນາແລ້ວ. ນອກຈາກນີ້ ບໍ່ແມ່ນແຕ່ຄອບຄົວຕົນເອງ ທີ່ຊື້ເຫັດຢູ່ຕລາດເມືອງສນາມໄຊ ມາກິນແລ້ວເບື່ອຍັງມີອີກ 1 ຄອບຄົວ ຈຳນວນ 2 ຄົນ ແຕ່ຢູ່ຄົນລະບ້ານກັບຕົນເອງ ກໍໄດ້ຊື້ເຫັດຈາກຕລາດເມືອງສນາມໄຊ ຮ້ານດຽວກັນໄປກິນ ກໍມີອາການເບື່ອເຊັ່ນກັນ ແຕ່ອາການບໍ່ຮຸນແຮງ ເທົ່າກັບຄອບຄົວຕົນເອງ.

ມີອີກຄອບຄົວນຶ່ງ ແຕ່ເປັນຄົນລະບ້ານ ເຂົາເຈົ້າກາໄປໂຮງໝໍ ຄືກັນສອງຄົນ ເຂົາກາເບື່ອຄືກັນ ແຕ່ວ່າເຂົາເບື່ອບໍ່ແຮງ ຊິແມ່ນເຂົາກິນບໍ່ຫຼາຍ.

ປັດຈຸບັນ ກໍຍັງບໍ່ມີໜ່ວຍງານໃດ ລົງກວດກາຜູ້ທີ່ເອົາເຫັດມາຂາຍ ຢູ່ຕລາດສນາມໄຊ ສ່ວນເຈົ້າໜ້າທີ່ກໍມີແຕ່ ບອກໃຫ້ຣະມັດລະວັງ ໃຫ້ຫຼາຍຂຶ້ນໃນການກິນເຫັດ. ໂດຍວິທີສັງເກດແບບຊາວບ້ານ ໃຫ້ນຳເຂົ້າສານ ເຂົ້າໜຽວສຸກໃສ່ລົງໄປ ໃນໝໍຕົ້ມເຫັດຖ້າເຂົ້າສານປ່ຽນສີ ກໍຄືວ່າກິນບໍ່ໄດ້.

ຂະນະທີ່ຊາວບ້ານ ເມືອງສນາມໄຊທ່ານນຶ່ງ ກໍກ່າວວ່າໄດ້ຮັບຮູ້ຂ່າວທີ່ເກີດຂຶ້ນແລ້ວວ່າ ມີຄົນຊື້ເຫັດກິນຢູ່ຕລາດເມືອງສນາມໄຊແລ້ວ ເກີດອາການເບື່ອງທັງຄອບຄົວ. ໃນຄວາມຄິດສ່ວນໂຕ ກໍຄິດວ່າອາຈເກີດຈາກທີ່ເຫັດປົນເປື້ອນ ສານເຄມິີ ຫຼືບໍ່ຍ້ອນວ່າ ປັດຈຸບັນແຂວງອັດຕະປື ມີໂຄງການປູກກ້ວຍ ຂອງຄົນຈີນຫຼາຍ ກໍຕ້ອງມີການເລັ່ງຢາໃສ່ສານເຄມີ ຊຶ່ງຝົນຕົກກໍອາຈະໄຫຼໄປກັບນໍ້າ ປົນເປື້ອນໄປກັບເຫັດໄດ້. ທີ່ຜ່ານມາໃນໄລຍະຣະດູເຫັດອອກ ເທື່ອໃດກໍມີຄົນກິນເຫັດແລ້ວ ເກີດອາການເບື່ອ ແລະເຂົ້າໂຮງໝໍກັນຢູ່ ແຕ່ບໍ່ເຖີງຂັ້ນເສັຽຊີວິຕ.

ແມ່ນໆ ປູກກ້ວຍປູກອ້ອຍຫຼາຍ ຂອງຄົນຈີນມັນຕ້ອງມີແຫຼະ ໂຕນັ້ນມີແທ້ມັນບໍ່ແມ່ນແຕ່ຄົນ ງົວ ຄວາຍ ກະຕາຍຍ້ອນສານເຄມີແຫຼະ ຜ່ານມາກໍມີເຂົ້າໂຮງໝໍເຂົ້າ ເທື່ອນຶ່ງເປັນ 10 ແຕ່ບໍ່ເຖິງຂັ້ນເສັຽຊີວິຕນ່າ.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງສນາມໄຊ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ກ່າວວ່າເປັນເຣື່ອງຈີິງ ທີ່ຄອບຄົວດັ່ງກ່າວຊື້ເຫັດ ຈາກຕລາດມາກິນແລ້ວ ເກີດອາການເບື່ອທັງຄອບຄົວ ແລະມີຜູ້ເສັຽຊີວິຕ 1 ຄົນ.

ສາເຫດທີ່ແທ້ຈິງ ກໍຍັງບໍ່ຮູ້ຈະແຈ້ງວ່າ ເປັນເພາະເຫັດເບື່ອແທ້ບໍ່ ຫຼືວ່າເປັນຍ້ອນໄປເກັບເຫັດ ທີ່ປົນເປື້ອນສານເຄມີ ທີ່ໃກ້ກັບສວນກ້ວຍ ຊຶ່ງກໍໄດ້ແຈ້ງການ ໃຫ້ອຳນາດການປົກຄອງ ແຈ້ງໄປຍັງປະຊາຊົນແລ້ວວ່າ ບໍ່ໃຫ້ໄປເກັບເຫັດບໍຣິເວນສວນກ້ວຍ ເພາະເຂົາເຈົ້າມີການເລັ່ງຢາ ໃສ່ສານເຄມີກໍອາຈປົນເປື້ອນ ມາກັບເຫັດໄດ້.

ແມ່ນໆ ເຂົາມາໂຮງໝໍເມືອງມີ 7 ຄົນຫັ້ນແຫຼະ ເປັນໝົດທັງຄອບຄົວເສັຽຊີວິຕຄົນນຶ່ງ ຕ່າງແຕ່ວ່າບາງເທື່ອມັນຖືກເຫັດປວກ ທີ່ວ່າເຂົາເຮັດສວນກ້ວຍຫັ້ນນ່າ ມີການປົນຢາອີ່ຫຍັງຫັ້ນນ່າ ກາໄດ້ແຈ້ງໃຫ້ອຳນາດການປົກຄອງບ້ານ ວ່າບໍ່ຢາກໃຫ້ໄປເອົາເຫັດປວກທີ່ວ່າ ແຖວສວນກ້ວຍເພາະວ່າ ທາງສວນກ້ວຍເຂົາຈະພົ່ນໃສ່ ສານເຄມີຫຼາຍຫັ້ນນ່າ.

ພ້ອມດຽວກັນນີ້ ນັກວິຊາການດ້ານສາທາຣະນະສຸຂ ໃນແຂວງອັດຕະປືທ່ານນຶ່ງ ກໍໄດ້ໃຫ້ຄວາມເຫັນວ່າທີ່ຜ່ານມາ ໃນໄລຍະລະດູຝົນ ຈະມີຂ່າວຊາວບ້ານກິນເຫັດເບື່ອ ເກີດຂຶ້ນທຸກປີ ແລະບໍ່ແມ່ນແຕ່ແຂວງອັດຕະປື ຍັງມີແຂວງອື່ນໆ ອີກຫຼາຍແຂວງນຳດ້ວຍ.

ແຕ່ສຳລັບແຂວງອັດຕະປືນີ້ ກໍອາຈເກີດຈາກສານເຄມີ ປົນເປື້ອນເພາະປັດຈຸບັນ ມີສວນກ້ວຍ ສວນຢາງພາຣາ ສວນມັນຕົ້ນ ເກີດຂຶ້ນຫຼາຍ ກໍອາຈໃຊ້ສານເຄມີເລັ່ງຜົລຜລິຕ ຮວມເຖິງຢາຂ້າຫຍ້າ ຊຶ່ງແນ່ນອນວ່າເມື່ອຝົນຕົກ ສານເຄມີພວກນີ້ກໍຕ້ອງໄຫຼ ໄປກັບນໍ້າ ເມື່ອເຫັດເກີດຂຶ້ນ ກໍອາຈຈະປົນເປື້ອນໄປ ແລະຊາວບ້ານຕາມຊົນນະບົດ ກໍຮູ້ເທົ່າບໍ່ເຖິງການ ຍ້ອນວ່າເຂົາເຈົ້າໃຊ້ຊີວິຕ ວິຖີແບບທັມມະຊາຕເກັບເຄື່ອງຂອງປ່າຂາຍ ແລະເກັບມາກິນໃນຄອບຄົວ.

ກໍອາຈຮູ້ເທົ່າບໍ່ເຖິງການ ມັນຢູ່ຊົນນະບົດອີ່ຫຼີ ເວົ້າເຣື່ອງສັງຄົມແມ່ນບໍ່ຮູ້ ຂໍແຕ່ມີກິນກາກິນ ຂໍແຕ່ມີນອນກໍນອນ ມັນມີເປັນສ່ວນຈັ່ງຊິເດ້ ໂຕຢ່າງວ່າເຫັດທີ່ເຄີຍກິນ ອີ່ພໍ່, ອີ່ແມ່ ເຮົາກໍວ່າກິນມາແຕ່ນ້ອຍ ເພິ່ນໄປພໍ້ເຫັດໂຕນັ້ນຢູ່ ໃນສວນກ້ວຍບໍ່ ຫຼືວ່າຢູ່ໃນສວນຢາງ ທີ່ເຂົາໃຊ້ສານເຄມີ ຂ້າຫຍ້າ, ຂ້າຫຍັງຫັ້ນນ່າ ໂຕນີ້ແມ່ນສີສ່ວນເຕັມໆ

ທ່ານກ່າວຕື່ມວ່າ ການແກ້ໄຂບັນຫາດັ່ງກ່າວ ຂຶ້ນຢູ່ກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງຕ້ອງໃຫ້ຂໍ້ມູນ ຊາວບ້ານທີ່ຖືກຕ້ອງ ໂດຍລົງໂຄສະນາໃຫ້ສຸຂສຶກສາ ຕໍ່ເນື່ອງ ເພາະເຫັດມີຫຼາກຫຼາຍສາຍພັນ ມີທັງກິນໄດ້ ແລະບໍ່ໄດ້ ເຊັ່ນເຫັດປວກ ຈະມີເຫັດປວກເບື່ອນໍາດ້ວຍ ກໍຣະນີທີ່ຊາວບ້ານ ນຳມາຂາຍກໍອາຈຈະເຂົ້າໃຈຜິດ ຄິດວ່າເປັນເຫັດປວກທີ່ກິນໄດ້. ສະນັ້ນການຕິດປ້າຍ ບອກລັກສະນະເຫັດທີ່ກິນໄດ້ ແລະກິນບໍ່ໄດ້ແຕກຕ່າງກັນແນວໃດ ເປັນເຣື່ອງສຳຄັນເພື່ອໃຫ້ຊາວບ້ານ ເຂົ້າໃຈຈະເປັນວິທີຊ່ອຍແກ້ໄຂບັນຫາໄດ້.

ສ່ວນຊາວບ້ານ ກໍຕ້ອງຫ້າມບໍ່ໃຫ້ໄປເກັບເຫັດ ໃນເຂດສວນກ້ວຍ ສວນຢາງພາຣາ ນຳດ້ວຍ ຍ້ອນເຫັດທີ່ເກີດຂຶ້ນ ໃນບໍຣິເວັນດັ່ງກ່າວນີ້ ມີການປົນເປື້ອນສານເຄມີ ອາຈຈະເກີດອັນຕຣາຍຕໍ່ຊີວິຕໄດ້.

ໃນວັນທີ 7 ພຶສພາ 2021 ມີຊາວບ້ານຢູ່ບ້ານ ນ້ຳມາງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ 1 ຄອບຄົວ ມີ 4 ຄົນໄດ້ກິນເກັບເຫັດມາຈາກປ່າ ມາກິນແລ້ວ ບໍ່ຮູ້ວ່າເປັນເຫັດເບື່ອເຮັດໃຫ້ເສັຽຊີວິຕ 2 ຄົນ.

ໃນປີ 2018 ຊາວບ້ານ ເມືອງທ່າແຕງ ແຂວງເຊກອງ ໄດ້ເກັບເຫັດໃກ້ສວນຢາງພາຣາ ຂອງນັກລົງທຶນວຽດນາມ ມາກິນແລ້ວມີອາການເຈັບປ່ວຍ 20 ປາຍຄົນ ເຈົ້າໜ້າທີ່ຄາດວ່າ ເຫັດອາຈຈະມີສານເຄມີ ປົນເປື້ອນຈາກສວນຢາງພາຣາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.