ມ.ກວັນ ຂ.ຫົວພັນ ມີຄົນ ເບື່ອເຫັດ
2018.04.23

ຄອບຄົວນຶ່ງຢູ່ບ້ານມ້າ ເມືອງກວັນ ແຂວງຫົວພັນ ໄດ້ກິນເຫັດເບື່ອໝົດທັງຄອບຄົວ ຂນະນີ້ ເສັຍຊີວິດແລ້ວ 5 ຄົນ ແລະຍັງອີກ 2 ຄົນ ກຳລັງປິ່ນປົວ ຢູ່ໂຮງໝໍ.
ຍາດພີ່ນ້ອງຂອງຄອບຄົວນີ້ເວົ້າວ່າ ວັນທີ 19 ເມສາ 2018 ທີ່ຜ່ານມາ ຄົນໃນຄອບຄົວນີ້ ເສັຍຊີວິດຍ້ອນກິນເຫັດເບື່ອ ເຫັດດັ່ງກ່າວເປັນ ເຫັດທີ່ ພວກເຂົາເຈົ້າເຄີຍເອົາມາກິນຢູ່ ຊຶ່ງໄດ້ເອົາຫົວສິງໄຄ ແລະເມັດເຂົ້າສານທົດສອບເບິ່ງແລ້ວ ແຕ່ກໍບໍ່ຮູ້ວ່າເປັນຜິດ ຮ້າຍແຮງເຖິງ ປານນີ້, ດັ່ງຍາດພີ່ນ້ອງ ຂອງຄອບຄົວຜູ້ເສັຍຊີວິດ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 23 ເມສາ ນີ້ວ່າ:
“ກ່ອນສິເປັນ ເພິ່ນກິນແລ້ວ ມື້ອື່ນເຊົ້າຕອນ 4 ໂມງເຊົ້າຈັ່ງເລີ້ມເປັນ ເຈັບທ້ອງ, ຖອກທ້ອງຮາກ ເປັນແລ້ວສູຕາຍຢູ່ບ່ອນອື່ນ ໄປຕາຍຢູ່ ໂຮງໝໍໝົດເນາະ ເຫັດອອກຢູ່ຕາມທຳມະຊາດນິເນາະ ເຫັດອິຫຍັງ ຊື່ອິຫຍັງອະເນາະ ເອີ່ຢູ່ບ້ານເຂົາວ່າ ເຄີຍກິນຢູ່ແຕ່ ເປັນເຫັດຄືນຫຼັງນະ ກໍເຄີຍກິນຢູ່ບ້ານຂອງຜູ້ມັນເບື່ອນະ ເຂົາກະໃສ່ຫົວສິງໃຄແດ່ ໃສ່ເຂົ້າແດ່ ໃສ່ແລ້ວ ແຕ່ຕ່າງຢູ່ເຫຼືອງ ມັນບໍ່ຮູ້ວ່າເບື່ອ.”
ຍາດພີ່ນ້ອງກ່າວຕື່ມວ່າ ຜູ້ເປັນແມ່ ໄດ້ໄປເຝົ້າໄຮ່ສາລີ ໃນຕອນເຊົ້າ ແລະເກັບເຫັດທີ່ເກີດຢູ່ຕາມປ່າ ເພື່ອມາກິນຕອນສວາຍ ເມື່ອປຸງແຕ່ງ ແລ້ວກໍພາກັນກິນ ຕາມປົກກະຕິ ທັງຄອບຄົວ ແລະ ມີລູກຂອງຊາວບ້ານອີກ 1 ຄົນ ທີ່ເປັນໝູ່ຂອງລູກຊາຍຫຼ້າ ລວມທັງໝົດ 7 ຄົນ ເປັນແມ່ຍິງ 4 ຄົນ. ພໍຕົກມາຮອດເວລາປະມານ ຫ້າໂມງແລງ ພວກກ່ຽວ ໄດ້ມີອາການຜິດປົກຕິ ຖອກທ້ອງແລະຮາກ ແລ້ວຍາດພີ່ນ້ອງ ຈຶ່ງໄດ້ເອົາດິນຊາຍມາຖົມ ເພື່ອຫວັງໃຫ້ພິດອອກຕາມຄວາມເຊື່ອ, ແຕ່ອາການຍັງບໍ່ດີຂຶ້ນ ຈຶ່ງແຈ້ງ ຣົດໂຮງໝໍເມືອງ ມາຮັບເອົາໄປປິ່ນປົວ ແຕ່ກໍບໍ່ທັນການແລ້ວ.
ເຈົ້າໜ້າທີ່ໂຮງໝໍແຂວງຫົວພັນ ກ່າວວ່າ ທີ່ຜ່ານມາ ກໍມີຜູ້ເສັຽຊີວິດ ຈາກການກິນເຫັດເບື່ອ, ດັ່ງ ທ່ານ ພອນສຸກ ຮອງຫົວໜ້າຫ້ອງສຸກເສີນ ໂຮງໝໍ ແຂວງຫົວພັນ ກ່າວວ່າ:
“ປີລະເທື່ອແມ່ນບໍ່ວິດລະ ວ່າມີຄົນຕາຍຍ້ອນກິນເຫັດ ຊ່ວງຕົ້ນໆແນວນີ້ ມາຄືມີໂລດ ເຮົາກໍ່ບໍ່ຮູ້ວ່າແມ່ນເຫັດແມ່ນຫຍັງຄືກັນ ມາຮອດມີແຕ່ ປົວອາການ ຄັນຜູ້ໃດມາພີ້ ສະແດງອາການໄວເນາະ ຈຸນີ້ເປີເຊັນລອດກໍຫຼາຍ ແຕ່ວ່າແນວເຫັນຜ່ານມາ ໄດ້ມື້ນຶ່ງເບາະ ສອງມື້ເບາະ ຈັ່ງມີ ອາການແນວນີ້ ມາບໍ່ຢາກລອດ ບໍ່ຢາກວິດເດືອນຈັກຄົນ ສ່ວນຫຼາຍຈະເສັຍຊີວິດ ພາຍໃນເດືອນນຶ່ງນີ້.”
ທ່ານກ່າວອີກວ່າ ນັບຕັ້ງແຕ່ມື້ເກີດເຫດ ຈົນເຖິງປັດຈຸບັນ ແມ່ນມີຜູ້ເສັຽຊີວິດແລ້ວ 5 ຄົນ ຍັງອີກ 2 ຄົນ ຄືຜູ້ເປັນແມ່ ອາຍຸ 43 ປີ ແລະ ລູກສາວອາຍຸ 19 ປີ ທີ່ທ່ານໝໍຍັງເຝົ້າເບິ່ງ ອາການຢ່າງໃກ້ຊິດ ຂນະນີ້ ສອງຄົນມີອາການດີຂຶ້ນ ແຕ່ຍ່ຽວມີສີເຂັ້ມ ແລະ ໂຕເຫຼືອງ.