ເປັນສົບຍ້ອນໄຂ້ຍຸງລາຍ 11 ຄົນແລ້ວ
2020.09.02
ມາເຖິງປັດຈຸບັນນີ້ ສະພາບການແຜ່ຣະບາດ ຂອງໄຂ້ຍຸງລາຍໃນລາວ ຍັງໜ້າເປັນຫ່ວງຢູ່ ແຕ່ກໍຍັງບໍ່ຮ້າຍແຮງ ເທົ່າປີກາຍ ເຊິ່ງນັບແຕ່ຕົ້ນ ປີ 2020 ມາຮອດປັດຈຸບັນ ມີຜູ້ຕິດເຊື້ອ ໄຂ້ຍຸງລາຍ ໃນທົ່ວປະເທດ ຈໍານວນ 5,781 ຄົນ ໃນຈໍານວນດັ່ງກ່າວ ເສັຽຊີວິດ 11 ຄົນ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ທ່ານນຶ່ງ ຢືນຢັນວ່າຍັງສາມາດຄວບຄຸມໄດ້ຢູ່ ແລະຍັງໄດ້ແຈ້ງເຕືອນໃຫ້ປະຊາຊົນທົ່ວປະເທດ ໃຫ້ຮ່ວມແຮງຮ່ວມໃຈກັນ ປະຕິບັດຕາມ ຫຼັກການ 5 ປໍ ຢ່າງເຂັ້ມງວດ ແລະເປັນປະຈໍາ ເຖິງແມ່ນວ່າ ຈະມີປະຊາຊົນສ່ວນນຶ່ງທີ່ຍັງບໍ່ຄ່ອຍ ປະຕິບັດຕາມ ແຕ່ກໍມີເຈົ້າໜ້າທີ່ ກ່ຽວຂ້ອງ ລົງຊຸກຍູ້ໂຄສະນາ ແລະຊ່ອຍທໍາລາຍແຫຼ່ງ ເພາະພັນໜອນນໍ້າ ຍຸງລາຍ ເພື່ອບໍ່ໃຫ້ໄຂ້ຍຸງລາຍ ແຜ່ຣະບາດ ໄປຫຼາຍກວ່ານີ້, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຕ້ານ ໄຂ້ຍຸງລາຍ ກະຊວງສາທາຣະນະສຸຂ ທ່ານນຶ່ງຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍາ ນີ້ວ່າ:
“ຍຸງລາຍນີ້ເນາະ ຕາຍແທ້ແມ່ນ 11 ຄົນ ເຈັບແທ້ແມ່ນ 5 ພັນປາຍ ກໍບໍ່ຫຼາຍປານໃດ ຫຼຸດລົງສົມຄວນຢູ່ດອກ ຍັງຄວບຄຸມໄດ້ຢູ່ ແຕ່ວ່າ ກໍຍັງມີ ເກນຣະບາດຢູ່ ແຕ່ວ່າ ກະບາງຈຸດຫັ່ນລະ ກະບໍ່ສາມາດໄດ້ໝົດດອກເນາະ ໂດຍສະເພາະ ນະຄອນຫຼວງ ຂອງພວກເຮົາຍັງມີ ສ່ວນໃຫຍ່ຮູ້ແຕ່ບໍ່ປະຕິບັດ ຍາກຄືກັນຢູ່ເດີ້ ບໍ່ປ່ຽນແປງພຶດຕິກັມ ບາງເທື່ອໄດ້ໄປ ລໍ່າລິລໍ່າໄລເອົາ.”
ທ່ານກ່າວຕື່ມວ່າ ການປະຕິບັດ ຫຼັກການ 5 ປໍ ຄື:
1- ປິດຝາພາສະນະທີ່ໃສ່ນໍ້າໃນເຮືອນ ແລະ ນອກເຮືອນ ບໍ່ໃຫ້ຍຸງລາຍມາໄຂ່ໃສ່.
2- ປ່ຽນນໍ້າໃນພາສະນະ ເປັນຕົ້ນ ເຕົ້າດອກໄມ້, ແນວຮອງຕີນຕູ້ຂອງກິນ.
3- ປ່ອຍປາຫາງນົກຍຸງ ກິນໜອນນໍ້າຍຸງລາຍ.
4- ປັບປຸງການອະນາໄມ ສິ່ງແວດລ້ອມນອກເຮືອນ ບໍ່ໃຫ້ມີນໍ້າຂັງ ຕາມກະໂປະກະປ໋ອງ.
5- ປະຕິບັດໃຫ້ເປັນປະຈໍາທຸກສັປດາ.
ຂນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ໃນໄລຍະຣະດູຝົນນີ້ ຫາກບໍ່ຊ່ອຍກັນທໍາລາຍແຫຼ່ງເພາະພັນໜອນ ນໍ້າຍຸງລາຍ ກໍມີຄວາມສ່ຽງ ທີ່ໄຂ້ຍຸງລາຍຈະກັບ ມາຣະບາດອີກ. ເບື້ອງຕົ້ນເຈົ້າໜ້າທີ່ກໍໄດ້ຊ່ອຍກັນ ລົງໂຄສະນາ ໃຫ້ປະຊາຊົນຊ່ອຍກັນ ປະຕິບັດ ຫຼັກການ 5 ປໍ ເປັນປະຈໍາ ແລະ ກໍຢາກໃຫ້ປະຊາຊົນ ເວລາທີ່ເຈັບປ່ວຍ ຢາກໃຫ້ໄປ ປິ່ນປົວຢູ່ໂຮງໝໍ ບໍ່ຄວນຊື້ຢາມາກິນເອງ:
“ດຽວນີ້ ສິງຫາ ກັນຍາ ນີ້ຄວາມຈິງ ມັນຕ້ອງມີການຣະບາດ ຫຼາຍກວ່ານີ້ແລ້ວ ແຕ່ມານະປະຈຸບັນນີ້ ບໍ່ເຫັນຫຼາຍປານໃດເທື່ອ ກະຊວງ ສາທາຣະນະສຸຂ ໄດ້ປະກາດທົ່ວປະເທດເດ້ ຄັນຖ້າເປັນໄຂ້ອິຫຍັງ ຕ້ອງໄປໂຮງໝໍ ບໍ່ແມ່ນໃຫ້ໄປປິ່ນປົວ ດ້ວຍຕົນເອງຢູ່ບ້ານ ຊື້ຢາມາ ກິນເອງ ຈັ່ງຊີ້ນ່າ ສ່ວນຫຼາຍກະແມ່ນອາການ ມັນໜັກຫຼາຍແລ້ວ ຄ່ອຍມາໂຮງໝໍ ເຮົາກະຊ່ວຍບໍ່ທັນ.”
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ຢູ່ແຂວງສວັນນະເຂດ ປີນີ້ມີຜູ້ຕິດເຊື້ອ 500 ປາຍຄົນ ແລະເສັຽຊີວິດ 1 ຄົນ, ແຕ່ໂດຍລວມ ຖືວ່າບໍ່ຫຼາຍຄືປີກາຍສ່ວນໃຫຍ່ ມີຢູ່ເມືອງເຊໂປນ, ທ່າປາງທອງ, ໄຊບູລີ ແລະ ນະຄອນໄກສອນ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ມີມາຕການປ້ອງກັນ ໄຂ້ຍຸງລາຍ ໂດຍການລົງໂຄສະນາ, ແຈກຢາຍມຸ້ງແຊ່ນໍ້າຢາ ໃຫ້ບາງຄອບຄົວ ແລະຊ່ອຍກັນທໍາລາຍແຫຼ່ງ ເພາະພັນໜອນນໍ້າຍຸງລາຍ:
“ແຂວງເຮົາໄດ້ແຈ້ງໄປຫາທ້ອງຖິ່ນແລ້ວ ສ້າງຂະບວນການທໍາລາຍ ແຫຼ່ງເພາະພັນຍຸງລາຍ ກະມີຫຼາຍໆຫັ່ນນະເນາະ ລະກະມີການ ອອກຂ່າວ ທາງສື່ຕ່າງໆຊົນນະບົດ ບາງເຮືອນເຂົາ ເຈົ້າກະອອກໄປຢູ່ໄຮ່ຢູ່ນາຫັ້ນນາ ການເຂົ້າເຖິງຂໍ້ມູນຂ່າວສານນີ້ ມັນກະບໍ່ທົ່ວເຖິງ ປານໃດຫັ້ນນ່າ.”
ຊາວບ້ານ ໃນນະຄອນຫຼວງວຽງຈັນ ຄົນນຶ່ງເວົ້າວ່າ ຜ່ານມາກໍມີເຈົ້າໜ້າທີ່ລົງມາຊຸກຍູ້ ໃຫ້ຊາວບ້ານ ຊ່ອຍກັນທໍາລາຍ ແຫຼ່ງເພາະພັນ ໜອນນໍ້າ ຍຸງລາຍຢູ່ ອາທິດລະເທື່ອ:
“ບອກລູກບອກຫຼານ ສ່ວນຫຼາຍເຮົາຈະໄດ້ເຮັດສຸຂສຶກສາ ອະທິບາຍແບບລັກສນະ ທໍາລາຍແຫຼ່ງເພາະພັນ ອະນາມັຍເຮືອນ ກະຢູ່ຕາມ ກະໂປະ, ຮອງໂຕະ, ຮອງຕູ້ກັບເຂົ້າບໍ, ກະໂປະ ກະປ໋ອງ ຢູ່ອ້ອມເຮືອນ ອັນທໍາລາຍແຫຼ່ງເພາະພັນໂຕນັ້ນ.”
ຊາວບ້ານ ຢູ່ແຂວງສວັນນະເຂດ ທ່ານນຶ່ງ ກໍເວົ້າວ່າ ໃນໄລຍະນີ້ ແຕ່ລະອາທິດກໍຈະມີນາຍບ້ານ ແລະຊາວບ້ານຊ່ອຍກັນ ອອກແຮງງານ ລວມແລະທໍາລາຍແຫຼ່ງເພາະພັນໜອນນໍ້າ:
“ແຕ່ລະອາທິດກະເປັນການອອກແຮງງານເລີຍ ການອະນາມັຍ ຂອງບ້ານເລີຍ ກະໂປະກະປອງ ຫຼືວ່າເຮືອນທີ່ບໍ່ຢູ່ຫັ້ນ ມັນມີອ່າງນໍ້າທີ່ ເຂົ້າໂຕ່ງໄວ້ ແມ່ນໄດ້ຄວ້າມຖິ້ມ ແລ້ວນອນກາງຄືນ ກາງເວັນ ຕ້ອງໄດ້ກາງມຸ້ງ ໃຫ້ເດັກນ້ອຍຫັ້ນນ່າ.”
ອີງຕາມການຣາຍງານ ຂອງກະຊວງສາທາຣະນະສຸຂ ໃນວັນທີ 1 ກັນຍາ 2020 ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ທັງໝົດ 5,781 ຄົນ ໃນນັ້ນເສັຽຊີວິດ 11 ຄົນ. ແຂວງທີ່ພົບຜູ້ ຕິດເຊື້ອຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ ມີເຖິງ 1,338 ຄົນ, ຮອງລົງມາ ແມ່ນ ແຂວງບໍຣິຄໍາໄຊ ມີ 680 ຄົນ.
ເມື່ອປີກາຍ ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 38,117 ຄົນເສັຽຊີວິດ 74 ຄົນ. ແຂວງທີ່ພົບຜູ້ຕິດເຊື້ອຫຼາຍກວ່າໝູ່ ແມ່ນ ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ 10,508 ຄົນ ເສັຽຊີວິດ 24 ຄົນ ແລະ ຮອງລົງມາແມ່ນ ແຂວງສວັນນະເຂດ ມີຜູ້ຕິດເຊື້ອ 6,351 ຄົນ ເສັຽຊີວິດ 22 ຄົນ.