ຊາວບ້ານເຊື່ອວ່າ ປາຕາຍຢູ່ນ້ຳງາ ແຂວງຫົວພັນ ເກີດຈາກຟາມລ້ຽງໝູຂອງຈີນ

ຊາວບ້ານກຳລັງເກັບປາຕາຍ ຈຳນວນຫຼາຍ ຈາກນ້ຳງາ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ.
ຊາວບ້ານກຳລັງເກັບປາຕາຍ ຈຳນວນຫຼາຍ ຈາກນ້ຳງາ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ. (Courtesy Photo)

0:00 / 0:00

ປາຕາຍເປັນຝູງ ຫລາຍກວ່າ 230 ກິໂລ ຢູ່ນໍ້າງາ ໃນເຂດສງວນວັງໄຮ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ ຊຶ່ງຊາວບ້ານຜູ້ທີ່ເຫັນເຊື່ອວ່າ ເປັນຍ້ອນຟາມໝູ ຂອງຈີນ ທີ່ຕັ້ງຢູ່ຕົ້ນນໍ້າງາ ໃນເຂດບ້ານເມືອງງາ ປ່ອຍນໍ້າເປິເປື້ອນ ຈາກການລ້າງຄອກໝູ ລົງມາໃສ່ ເຮັດໃຫ້ຊາວບ້ານເດືອດຮ້ອນ ເພາະບໍ່ສາ ມາດໃຊ້ນໍ້າ ແລະກິນປາໄດ້ຄືເກົ່າ.

ດັ່ງຊາວບ້ານຜູ້ເຫັນປາຕາຍ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມົກກະຣານີ້ວ່າ:

" ເຂົາເຈົ້າເຮັດຟາມໝູຢູ່ຕົ້ນນໍ້າຫັ້ນນ່າ ເອົາສານຂ້າຊື້ຂ້າຫຍັງຫັ້ນ ລ້າງຄອກໝູເພິ່ນຫັ້ນນ່າ ໄຫລລົງໃສ່ແມ່ນໍ້າຫັ້ນນ່າ ໄຫລລົງ ປາລະຕາຍເນາະ 2-3 ວັນກ່ອນແຫລະ ຕາຍລົງຢູ່ບ້ານຫັ້ນ ປະມານຢູ່ 3 ກິໂລແມັດນີ້ແຫລະ ກາຍບ້ານຫລົງອີກ 10 ປາຍຫລັກນີ້ແຫລະ. "

ຊາວບ້ານ ທີ່ຢູ່ໃກ້ເຂດນັ້ນນາງນຶ່ງ ເວົ້າວ່າ ພາຍຫລັງເກີດເຫດການປາຕາຍ ຢູ່ເຂດດັ່ງກ່າວ ມີຜົລກະທົບຕໍ່ຊາວບ້ານຫລາຍ ເພາະບໍ່ສາມາດເອົາປາມາກິນໄດ້ ຕາມປົກກະຕິອີກ. ສ່ວນສາເຫດ ທີ່ເຮັດໃຫ້ປາຕາຍນັ້ນ ນາງເຊື່ອວ່າ ເປັນຍ້ອນການປ່ອຍນໍ້າເສັຽ ຂອງຟາມລ້ຽງໝູນັ້ນ ເພາະບໍ່ໄດ້ເອົາໃຈໃສ່ເຣື່ອງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຊາວບ້ານ.

" ແມ່ນແລ້ວ ແຖວທາງວັງໄຮຫັ້ນກໍເອົາຍາກໆ ກໍບໍ່ມີແລ້ວຖືວ່າບໍ່ມີບ່ອນຫາແລ້ວເນາະ. ປ່ອຍນໍ້າເສັຽເພາະວ່ານັ້ນເດ້. ນໍ້າເສດເປັນຂີ້ໝູ ເພິ່ນລ້ຽງໝູພັນຫລາຍຫັ້ນນ່າ. ເປື້ອນລະປາຕາຍໝົດ ບໍ່ກິນໄດ້ນ່າ ໂຕປາອັນນັ້ນ. "

ໃນຂະນະດຽວກັນ ຊາວບ້ານ ທີ່ຢູ່ໃກ້ຄຽງອີກນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ເຖິງເຣື່ອງຝຸງປາຕາຍ ຢູ່ວັງສງວນ ວັງໄຮ ນັ້ນວ່າ ມີຜົລກະທົບໃສ່ແຕ່ພຽງບາງບ້ານ, ຫລາຍບ້ານຍັງສາມາດຫາປາໄດ້ຕາມປົກກະຕິຢູ່, ແຕ່ເຣື່ອງສາເຫດ ທີ່ເຮັດໃຫ້ປາຕາຍນັ້ນ ນາງກໍບໍ່ທັນຮູ້ວ່າ ເປັນຍ້ອນຫຍັງກັນແທ້ ຕ້ອງໄດ້ລໍຖ້າໃຫ້ເຈົ້າໜ້າທີ່ຊີ້ແຈງກ່ອນ.

" ເຮົາບໍ່ໄດ້ໄປນ່າ ເຫັນແຕ່ຂ່າວລົງເຟສ ແຕ່ວ່າເຂົາຫາປາຢູ່ຫັ້ນເດ້. ຊ່ວງນີ້ຕີ້ໄດ້ຂ່າວ ຍັງຊື້ປາບໍ່ຍາກ ອັນນັ້ນເປັນພຽງບ້ານນຶ່ງຊື່ໆຫັ້ນນ່າ. "

ກ່ຽວກັບເຣື່ອງທີ່ວ່ານີ ເຈົ້າໜ້າທີ່ເມືອງວຽງໄຊ ທ່ານນຶ່ງ ທີ່ຮູ້ເຫັນປາຕາຍຫລວງຫລາຍຄືແນວນັ້ນ ເວົ້າວ່າ ໜ້າຈະເປັນຍ້ອນການປ່ອຍນໍ້າເສັຽ ຈາກຟາມໝູຂອງຈີນ ທີ່ຢູ່ເທິງສາຍນໍ້າງາ, ແຕ່ກໍຍັງບໍ່ທັນມີການສລຸບ ສາເຫດຄັກແນ່ເທື່ອ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ໄປເອົາຕົວຢ່າງນໍ້ານັ້ນໄປວິໄຈ ພ້ອມທັງສັ່ງຫ້າມຊາວບ້ານ ບໍ່ໃຫ້ບໍຣິໂພກປາຕາຍ ແລະງົດໃຊ້ນໍ້ານັ້ນ ໃນໄລຍະນີ້ກ່ອນ.

" ເຮົາກໍຄາດວ່າແນວນັ້ນແຫລະ ຜົລກະທົບເນື່ອງຈາກເປັນແນວນັ້ນແຫລະ ຟາມໝູຢູ່ທາງເທິງ ຈັ່ງວ່າເນາະອັນນີ້ກໍຍັງບໍ່ຮູ້ນໍາທາງເມືອງເຂົານ່າ ເຂົາເຮັດແນວໃດຊ່ວງນີ້ເຂົາແຈ້ງຕິເບາະ ບໍ່ໃຫ້ບໍຣິໂພກປາຫັ້ນນ່າ ບໍ່ໃຫ້ໃຊ້ນໍ້າ. "

ພ້ອມດຽວກັນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຖາມ ໄປຍັງຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຫົວພັນ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ, ແຕ່ໄດ້ຮັບ ຄໍາຕອບພຽງແຕ່ວ່າ ເຈົ້າໜ້າທີ່ຜູ້ຮັບຜິດຊອບ ຍັງຢູ່ໃນລະຫວ່າງການຊອກຫາສາເຫດ ປາຕາຍຢູ່ ຊຶ່ງຍັງບໍ່ສາມາດເວົ້າຫຍັງໄດ້.

ໃນຂະນະດຽວກັນ ເຈົ້າໜ້າທີ່ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ແຂວງຫົວພັນ ນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມົກກະຣານີ້ວ່າ ສາເຫດຝຸງປາຕາຍ ໃນແມ່ນໍ້າງານັ້ນ ຍັງບໍ່ມີການຢັ້ງຢືນຢ່າງຄັກແນ່ເທື່ອ ທາງພາກສ່ວນທີ່ກ່ຽວຂ້ອງ ບໍ່ທັນປະສານງານມາ, ຍັງບໍ່ທັນສົ່ງຂໍ້ມູນແນວໃດ ດັ່ງນັ້ນ ຈຶ່ງຍັງບໍ່ສາມາດເວົ້າໄດ້ ກ່ຽວກັບສາເຫດອັນແທ້ຈິງຂອງປາຕາຍນັ້ນ.

" ກະສິແມ່ນແນວນັ້ນສາເຫດ ແຕ່ວ່າພາກສ່ວນກ່ຽວຂ້ອງ ຜແນກກະສິກັມເບາະ ຫລືວ່າຊັພຍາກອນເນາະ. ບໍ່ຮູ້ວ່າເພິ່ນໄດ້ຄົ້ນຄວ້າ ຫລືໄປກວດກາແນວໃດ ພາກສ່ວນກ່ຽວຂ້ອງກໍບໍ່ໄດ້ປະສານມາເນາະ ວ່າໄປເອົາຂ່າວແນວໃດ ຍັງບໍ່ຮູ້ຂໍ້ມູນຊໍ້າ. "

ກ່ອນໜ້ານີ້ ກໍເຄີຍເກີດຝຸງປາຕາຍຫລວງຫລາຍ ຢູ່ແຂວງຫົວພັນ ເປັນຕົ້ນ ເມື່ອວັນທີ 22 ພຶສພາ 2023 ປາຕາຍຫລາຍ ປະມານ 1,200 ກິໂລ ຢູ່ 3 ຈຸດ ໃນສາຍນໍ້າຊໍາ ເຂດເມືອງຊໍາໃຕ້ ແລະຫລັງຈາກນັ້ນ 2 ມື້ ທາງຫົວໜ້າ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຫົວພັນ ກໍໄດ້ຖແລງຢ່າງເປັນທາງການວ່າ ສາເຫດທີ່ເຮັດໃຫ້ປາຕາຍ ແມ່ນເປັນຍ້ອນການລ້າງອຸໂມງ ຢູ່ເຂື່ອນໄຟຟ້ານໍ້າສິງ ທີ່ໄດ້ປ່ອຍນໍ້າເສັຽລົງນໍ້າຊໍາ ແລະອ່າງເກັບນໍ້າເສັຽຂອງໂຄງການຂຸດຄົ້ນແຮ່ຫາຍາກ ກໍໄດ້ຮົ່ວໄຫລ ເຮັດໃຫ້ນໍ້າເສັຽ ໄຫລລົງນໍ້າຊໍາ ແຕ່ກໍບໍ່ມີຣາຍງານວ່າ ໄດ້ມີການລົງໂທດ ຫລືປັບໃໝເຈົ້າຂອງເຂື່ອນໄຟຟ້ານັ້ນ ຫລືບໍ່.

ຫລັງຈາກເກີດເຫດການນັ້ນແລ້ວ ທາງຜແນກຊັພຍາກອນທັມມະຊາຕ ແລະສິ່ງ ແວດລ້ອມ ແຂວງຫົວພັນ ກໍໄດ້ຮຽກຮ້ອງ ໄປຍັງບໍຣິສັດ ທີ່ລົງທຶນກໍ່ສ້າງໂຄງການ ຫລື ກິຈການຕ່າງໆ ໃນຂອບເຂດແຂວງຫົວພັນ ໃຫ້ມີຄວາມຮັບຜິດ ຊອບ ຕໍ່ການປົກປັກຮັກສາສິ່ງແວດລ້ອມ ມາໂດຍຕລອດ ແຕ່ກໍຍັງມີການປ່ອຍ ນໍ້າເສັຽ ລົງໃສ່ແມ່ນໍ້າມາເລື້ອຍໆ ດັ່ງທີ່ໄດ້ເກີດຂຶ້ນອີກຕື່ມ ໃນເຫດການເທື່ອລ່າສຸດນີ້.