ຄົນເບື່ອເຫັດໃຫ້ນໍາສົ່ງ ໂຮງໝໍ

ໄມຊູລີ
2018.04.26
F-Mushroom ເຫັດທີ່ຊາວບ້ານນໍາມາຂາຍຕາມຕລາດທ້ອງຖິ່ນ
ອາສາຊ່ວຍເຫຼືອສັງຄົມ ແຂວງອຸດົມໄຊ

ໂຮງໝໍແຂວງຫົວພັນ ແນະນໍາປະຊາຊົນວ່າ ໃນກໍຣະນີມີຄົນເບື່ອເຫັດ ໃຫ້ຟ້າວສົ່ງກັນໄປໂຮງໝໍ ແລະໃນຂນະດຽກັນກໍເອົານໍ້າໃຫ້ກິນຫຼາຍໆ, ໃຫ້ຈົກຄໍຮາກ ໃຫ້ພິດອອກມາ ບໍ່ຄວນເອົາຜູ້ປ່ວຍ ຝັງດິນຊາຍ ຕາມທີ່ຊາວບ້ານເຄີຍ ປະຕິບັດກັນມານັ້ນ.

ຜ່ານມາວິທີ ເອົາຜູ້ເບື່ອເຫັດ ໄປຝັງດິນຊາຍນັ້ນ ບໍ່ສາມາດຢັ້ງຢືນໄດ້ວ່າ ຈະເຮັດໃຫ້ອາການດີຂື້ນ ສະນັ້ນຍາດຕິພີ່ນ້ອງ ຄວນນໍາສົ່ງຜູ້ປ່ວຍ ໄປໂຮງໝໍ ໃຫ້ໄວທີ່ສຸດ ຫາກປະໄວ້ດົນ ສານພິດຈະເຂົ້າສູ່ຮ່າງກາຍແລ້ວ ຈະບໍ່ສາມາດຊ່ວຍຊີວິດໄດ້ທັນເວລາ. ດັ່ງທ່ານ ພອນສຸກ ຮອງ ຫົວໜ້າ ປະຈໍາຫ້ອງສຸກເສີນ ໂຮງໝໍແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 24 ເມສາ ນີ້ວ່າ:

“ແຕ່ວ່າ ທີ່ຜ່ານມາ ກໍເຫັນຊາວບ້ານເພິ່ນຝັງຢູ່ ແຕ່ວ່າເຮົາບໍ່ໄດ້ ຂໍ້ມູນອິຫຍັງ ກໍບໍ່ຮູ້ວ່າມັນດີຂຶ້ນຫຼືບໍ ບໍ່ເຄີຍມີປະສົບການເນາະ ຄັນວ່າອັນນັ້ນ ກໍມີແຕ່ມັນເປັນໄວ ຮາກອິຫຍັງກໍມີແຕ່ໂຮງໝໍ ໃສ່ນໍ້າໃສ່ຫຍັງ ຫຼືວ່າຈົກຄໍຮາກບໍ ຂັ້ນຕອນທໍາອິດເນາະ ກໍມີແນວນັ້ນ ອັນອື່ນ ກໍບໍ່ຮູ້ ບໍ່ມີ ປະສົບການຫລາຍແດ່ ເພາະວ່າ ດົນໆມັນຈຶ່ງພໍ້.”

ຢ່າງໃດກໍຕາມ ປະຊາຊົນຢູ່ໃນເຂດຫ່າງໄກສອກຫລີກ ຍັງຫາກິນນໍາປ່າດົງຢູ່ ທາງແພດແລະໝໍ ກໍເຕືອນໃຫ້ຣະມັດຣະວັງ:

“ຄໍາແນະນໍາເນາະ ກໍບ່ອນທີ່ເຮົາເຄີຍເອົາມາກິນ ທີ່ວ່າບໍ່ເຄີຍມີບັນຫາ ບ່ອນເຮົາເຄີຍກິນເບາະ ຫຼືວ່າເຫັດ ທີ່ເຮົາເຄີຍກິນຄ່ອຍກິນຂຶ້ນກັບທາດ ແຕ່ລະຄົນເດ້ເນາະ ມີບາງຄົນເຫັດກະດ້າງ ເຫັດຫູໜູ ເຂົາກໍຜິດ ແລ້ວກໍເຮັດໃຫ້ ມັນສຸກຫັ້ນແຫລະ ແລະກໍຊາຢູ່ບ້ານນອກ ເຮົາເນາະ ເຄີຍ ເຫັນຜ່ານມາ ກໍມີແຕ່ເອົາຫົວສີໄຄ ນັ້ນໃສ່ເອົາເມັດເຂົ້ານັ້ນໃສ່ ຄັນເຫັນເມັດເຂົ້າ ນັ້ນດໍາ ແລ້ວ ກໍບໍບໍ່ກິນອີກ ມີແຕ່ທົດລອງ ແນວນັັ້ນແຫລະ ຕາມພາສາພື້ນເມືອງ."

ເມື່ອວັນທີ 19 ເມສາ ຜ່ານມາ ຄອບຄົວນຶ່ງ ຢູ່ບ້ານມ້າ ເມືອງກັວນ ແຂວງຫົວພັນ ກິນເຫັດ ທີ່ເປັນພິດ ທັງຄອບຄົວ ມີອາການເຈັບທ້ອງ ຖອກທ້ອງແລະໝົດສະຕິໄປ ແລະມີຜູ້ເສັຍຊີວິດ 5 ຄົນ ແລະອີກ 2 ຄົນ ກໍາລັງນອນ ຢູ່ໂຮງໝໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.