ຫຼາຍຄົນໃນຫຼາຍແຂວງ ເບື່ອເຫັດ

ສຸພັດຕາ
2020.06.23
f-mushroom ປະຊາຊົນ ບ້ານຈອມຫາດ ເມືອງອາດສະພອນ ແຂວງສວັນນະເຂດ ທີ່ ເບື່ອເຫັດ
ນັກຂ່າວພົລເມືອງ

ຊາວບ້ານ ຢູ່ບ້ານພູຊ້າງຄໍາ ເມືອງແລະແຂວງຫຼວງພຣະບາງ ຄົນນຶ່ງອາຍຸ 30 ປາຍປີ ເກັບເຫັດລະໂງກ ທີ່ອອກຢູ່ໄຮ່ຂອງຕົນ ເພື່ອມາ ປຸງແຕ່ງເປັນອາຫານ ຫຼັງຈາກກິນແລ້ວ ກໍເກີດອາການເບື່ອເຫັດ ຈາກນັ້ນຄົນໃນຄອບຄົວ ກໍໄດ້ນໍາໂຕສົ່ງໄປໂຮງໝໍແຂວງຫຼວງພຣະບາງ ເມື່ອເດືອນພຶສພາ ທີ່ຜ່ານມາ ພາຍຫຼັງປິ່ນປົວໄດ້ ສອງອາທິດ ສານພິດຈາກເຫັດດັ່ງກ່າວ ຕົກຄ້າງໃນຮ່າງກາຍ ຕັບແລະໄຕ ບໍ່ເຮັດວຽກ ເຮັດໃຫ້ຄົນປ່ວຍເບື່ອເຫັດນັ້ນເສັຽຊີວິດ.

ສ່ວນໝູ່ອີກຄົນນຶ່ງ ທີ່ກິນເຫັດລະໂງກ ນໍາກັນນັ້ນ ແມ່ນປອດພັຍດີ ຍ້ອນກິນບໍ່ຫຼາຍ, ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 23 ມິຖຸນາ ນີ້ວ່າ:

“ຊຸດແລ້ວນີ້ກະເສັຽຊີວິດຢູ່ພູຊ້າງຄໍາ ຢູ່ຫຼວງພຣະບາງ ໂອ້ ເຂົາເຈົ້າກໍປົວເຕັມທີ່ເພາະວ່າພວກນີ້ ມັນຈະຕົກພິດເນາະມັນຈະເບື່ອໃສ່ຕັບ ໃສ່ສມອງ ເບື່ອໃສ່ປະສາດ ຖືວ່າລາວກິນຫຼາຍເດ້ ຕັບມັນບໍ່ ທໍາງານເນາະ ປົວດົນໃດ໋ ໄດ້ 2 ອາທິດ ຈ່ັງເສັຽຊີວິດນະ ມັນເບື່ອຕັບເດ່ ຜູ້ນຶ່ງລອດ.”

ເມື່ອວັນທີ 6 ມິຖຸນາ ຜ່ານມານີ້ ເດັກນ້ອຍ ອາຍຸ 10, 12 ແລະ 14 ປີ ຢູ່ບ້ານໂພນສະຫວັນ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໄດ້ພາກັນເກັບເຫັດ ທີ່ອອກຢູ່ສວນສາລີ ແລ້ວນໍາເມືອປຸງແຕ່ງເປັນ ອາຫານກິນຢູ່ເຮືອນ, ຫຼັງຈາກກິນແລ້ວກໍເກີດອາການເບື່ອ, ສ່ວນ ພໍ່ແລະແມ່ ແມ່ນນອນເຝົ້າສວນ ບໍ່ໄດ້ກິນນໍາ ຊາວບ້ານຈຶ່ງຊ່ອຍກັນ ເອົາເດັກນ້ອຍທັງສາມຄົນ ໄປຝັງດິນເພື່ອໃຫ້ດູດພິດອອກ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງນໍ້າບາກ ທ່ານນຶ່ງຢາກເຕືອນ ໃຫ້ພໍ່ແມ່ປະຊາຊົນທຸກຄົນ ທີ່ເກັບເຫັດຕາມທັມມະຊາດມາກິນ ໃນລະດູຝົນນີ້ ຄວນຣະວັງຕື່ມ, ໂດຍມີວິທີສັງເກດເບິ່ງເຫັດນັ້ນ ວ່າເປັນເຫັດເບື່ອຫຼືບໍ່ ໃຫ້ເອົາເຂົ້າສານ ປະມານກໍານຶ່ງ ໃສ່ປະສົມກັບ ເຫັດເວລາ ທີ່ແຕ່ງກິນ ຫາກເປັນເຫັດເບື່ອ ເຂົ້າຈະປ່ຽນສີ ເປັນສີແດງ ຫຼື ສີສົ້ມ ແລ້ວບໍ່ຕ້ອງກິນ ແລະເວລາປຸງແຕ່ງ ເຫັດເປັນອາຫານ ກໍຕ້ອງລ້າງໃຫ້ສະອາດ ແລະ ເຮັດໃຫ້ສຸກດີ:

“ທຸກອັນເລີຍ ຄັນສະອາດ ສຸກດີ ບໍ່ມີບັນຫາ ບັນຫາບໍ່ສະອາດ ຫຼືວ່າ ບໍ່ສຸກດີ, ຕາມຫຼັກຂອງຜູ່ເຖົ້າຜູ່ແກ່ ເວລາເຮົາຊິກິນເຫັດ ຫຍັງກໍຢ່າ, ໃຫ້ເອົາເຂົ້າສານໃສ່ກ່ອນ ເອົາເຂົ້າໜື້ງນີ່ກໍໄດ້ ໃສ່ແລ້ວເຮົາຈະ ສັງເກດເບິ່ງ ສີຂອງເຂົ້າຫັ້ນ ຄັນສີເຂົ້າປ່ຽນ ແລ້ວບໍ່ຕ້ອງກິນ ສົມມຸດວ່າ ເປັນສີມ້ວງ, ສີແດງ, ສີສົ້ມ ຄັນວ່າເມັດເຂົ້ານັ້ນ ປ່ຽນສີ ຖືວ່າມີພິດ.”

ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ເມືອງໝື່ນ ທ່ານນຶ່ງກ່າວວ່າ ເມື່ອວັນທີ 17 ມິຖຸນາ ທີ່ຜ່ານມານີ້ ແມ່ຍິງຢູ່ບ້ານນໍ້າເພີນ, ເມືອງໝື່ນ ແຂວງວຽງຈັນ ສອງຄົນມີອາການຮາກ, ວິນຫົວພາຍຫຼັງທີ່ເກັບເຫັດລະໂງກ ຢູ່ສວນຂອງຕົນມາແກງກິນ ຈາກນັ້ນຜູ້ເປັນເອື້ອຍ ແລະຍາດພີ່ນ້ອງກໍໄດ້ເອົາ ແມ່ຍິງສອງຄົນນີ້ ໄປຝັງດິນ ເພື່ອດູດສານພິດອອກ ຫຼ້າສຸດນີ້ ແມ່ຍິງທັງສອງຄົນ ດັ່ງກ່າວນັ້ນ ອາການປອດໄພແລ້ວ.

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ອາການເບື່ອເຫັດ ອາຈເກີດຈາກສານເຄມີ, ຢາຂ້າຫຍ້າ ທີ່ຊາວບ້ານ ສີດໃສ່ໄຮ່ໃສ່ນາ ກ່ອນທີ່ຈະດໍານາ ແລ້ວສານເຄມີນັ້ນ ໄດ້ໄຫຼຊຶມໄປນໍາດິນ, ດັ່ງນັ້ນ ຈຶ່ງຢາກເຕືອນ ໃຫ້ປະຊາຊົນ ກ່ອນທີ່ຈະກິນເຫັດຊນິດໃດກໍຕາມ ໃຫ້ເອົາເຂົ້າສານໃສ່ນໍາ ຫາກເປັນເຫັດເບື່ອ ເຂົ້ານັ້ນຈະປ່ຽນສີ ແລະບໍ່ຕ້ອງກິນ ຍ້ອນອາດເກີດອັນຕລາຍເຖິງຂັ້ນເສັຽຊີວິດໄດ້:

“ສ່ວນຫຼາຍ ເພິ່ນໄປໄຮ່ ໄປນາ ແລ້ວໄປສວນ ແລ້ວເຫັນເຫັດ ແລ້ວກໍເກັບມາກິນຊື່ໆນາ ປະຊາຊົນ ບໍ່ວ່າເຈົ້າ ບໍ່ວ່າໃຜ ຊິກິນກໍຢ່າ, ໃຫ້ເອົາເຂົ້າສານນີ້ນາ ຜະສົມເຫັດ ໃຫ້ກິນ ຄັນວ່າເຂົ້າສານປ່ຽນສີ ແລ້ວ ເອົາເຫັດນັ້ນຖີ້ມ.”

ໃນວັນທີ 22 ມິຖຸນາ ນີ້ມີຊາວບ້ານ 3-4 ຄົນ ຢູ່ບ້ານຈອມຫາດ ເມືອງອາດສະພອນ ແຂວງສວັນນະເຂດ ພາກັນໄປເກັບເຫັດປວກຢູ່ ສວນໝາກແຕງຂອງຕົນ ມາປຸງແຕ່ງເປັນອາຫານ ຫຼັງຈາກກິນໄປ ແລ້ວກໍເກີດອາການອາຈຽນ ແລະຖ່າຍແຫຼວ ຍາດພີ່ນ້ອງຈຶ່ງນໍາໂຕໄປ ຝັງດິນ ປະມານ 20-30 ນາທີ ຫຼັງຈາກນັ້ນ ກໍພາສອງຄົນໄປໃສ່ນໍ້າທະເລ ຢູ່ໂຮງໝໍແຂວງ ຈົນອາການດີຂຶ້ນ:

“ເປັນຖ່າຍ, ເປັນອາຈຽນຂຶ້ນມາ ແລ້ວມີນໍ້າຍ້ອຍອອກມາ ນໍ້າສີໜຽວໆ ແລ້ວເຂົາກໍເອົາໄປຝັງດິນ ແລ້ວຂຸດດິນບ່ອນໃດ ດິນແຫ້ງແລ້ວເຂົາ ກໍຝັງ ກໍປະມານວ່າງ 20-30 ນາທີ ກໍດີແລ້ວ ແລ້ວກໍໃຫ້ນໍ້າເກືອ.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງອາດສະພອນ ແຂວງສວັນນະເຂດ ຢາກເຕືອນ ພໍ່ແມ່ປະຊາຊົນ ກ່ອນທີ່ຈະກິນເຫັດປວກ ໃຫ້ສັງເກດດີໆ ເຫັດປວກກັບເຫັດເບື່ອ ມີຮູບຮ່າງຄືກັນຫຼາຍ ແລະມັກເກີດຢູ່ປົນກັນ ແຕ່ຈະຕ່າງກັນຢູ່ບ່ອນວ່າ ທາງຫຼັງຂອງເຫັດເບື່ອ ຈະມີຂົນໜ້ອຍນຶ່ງ ແຕ່ເຫັດປວກແທ້ ຈະບໍ່ມີຂົນ:

“ແນະນໍາເຂົາ ໃຫ້ເຂົາເຮັດສຸກໆຫັ້ນແຫຼະ ເຫັດປວກເຮົາ ມັນບໍ່ມີຂົນທາງຫຼັງ ແມ່ນເຫັດປົນນະ ມັນປົນກັນນະ ມັນຄືກັນກັບເຫັດປວກນີ້ ຫາກແຕ່ວ່າ ຫຼັງມັນ ມັນມີຂົນໜ້ອຍນຶ່ງ.”

ອກຈາກນີ້ເມື່ອວັນທີ 13 ມິຖຸນາ ທີ່ຜ່ານມາ ກໍເກີດເຫດມີຊາວບ້ານ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຫ້າຄົນເບື່ອເຫັດເຊັ່ນກັນ ແຕ່ສາມາດນໍາສົ່ງໄປໂຮງໝໍ ໃຫ້ແພດລ້າງສານພິດໃນຮ່າງກາຍອອກໄດ້ທັນ ແລະພັກຜ່ອນກໍກັບບ້ານໄດ້.

ເຖິງຢ່າງໃດກໍຕາມ ອີງຕາມການຣາຍງານຂ່າວຂອງສື່ມວນຊົນລາວ ການບໍຣິໂພຄເຫັດທຸກຊນິດ ຕ້ອງມີຄວາມຣະມັດຣະວັງ ແລະສັງເກດ ອາການດັ່ງນີ້: ມີອາການປວດຮາກ, ເຈັບທ້ອງຖ່າຍແຫຼວ ຫາກອາການຮຸນແຮງ ການເຮັດວຽກຂອງຕັບ ແລະໄຕ ອາຈລົ້ມແຫຼວ ຈົນເຖິງ ຂັ້ນເສັຽຊີວິດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.