ນັກເຕະບານ ທີມຊາດລາວ ເຂົ້າຮອບ ຊີງທີ່ນຶ່ງ
2022.07.14
ຊາວລາວຫຼາຍຄົນຮູ້ສຶກດີໃຈ ທີ່ນັກເຕະບານທີມຊາດລາວ ຣຸ້ນອາຍຸບໍ່ເກີນ 19 ປີ ສາມາດເຂົ້າຮອບຊີງຊະນະເລີດ ການແຂ່ງຂັນເຕະບານ ຣາຍການຊີງແຊ້ມອາຊ້ຽນ ຣຸ້ນອາຍຸບໍ່ເກີນ 19 ປີ ຫຼື AFF U19 Boys Championship 2022 ທີ່ປະເທດອິນໂດເນເຊັຍ ເປັນເຈົ້າພາບ ເຊິ່ງທີມຊາດລາວ ຈະເຂົ້າໄປແຂ່ງຂັນກັບທີມຊາດມາເລເຊັຍ ໃນວັນທີ່ 15 ກໍຣະກະດານີ້ ພາຍຫຼັງຈາກທີ່ທີມຊາດລາວ ສາມາດເອົາຊະນະທີມຊາດໄທຍໄດ 2 ຕໍ່ 0 ໃນການແຂ່ງຂັ້ນ ຮອບຮອງຊະນະເລີດ ເມື່ອວັນທີ່ 13 ກໍຣະກະດາ ທີ່ຜ່ານມາ, ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 14 ກໍຣະກະດາ ນີ້ວ່າ:
“ດີໃຈ ແລ້ວກະພູມໃຈຄືກັນ ຢາກໃຫ້ຊະນະ ແລ້ວຈະເຊື່ອໝັັ້ນວ່າ ຕ້ອງເຮັດໃຫ້ໄດ້ ຄວາມຫວັງຫຼາຍ ແລ້ວກະເບິ່ງຈາກແຜນການຫຼີ້ນອີ່ຫຍັງ ຄົນເຮົາກະຖືວ່າເກັ່ງຫຼາຍ.”
ຂະນະທີ່ ຊາວລາວອີກທ່ານນຶ່ງ ກໍເຊື່ອວ່າ ໃນຮອບຊີງຊະນະເລີດທີ່ຈະເຖິງນີ້ ເຊື່ອວ່າ ທີມຊາດລາວ ຈະສາມາດເອົາຊະນະ ທີມຊາດມາເລເຊັຍໄດ້ ແຕ່ອາດເຮັດປະຕູບໍ່ໄດ້ຫຼາຍ ຍ້ອນຕ່າງຝ່າຍ ຕ່າງກໍມີຄວາມພຍາຍາມແບບເຕັມທີ່ ແຕ່ກໍຂ້ອນຂ້າງໝັ້ນໃຈວ່າ ທີມຊາດລາວ ຈະຄວ້າແຊ້ມກັບມາຝາກຄົນລາວໄດ້, ດັ່ງທ່ານກ່າວວ່າ:
“ຊຸດນີ້ໆ ຜ່ານເຂົ້າຮອບ ຂ້ອຍຄິດວ່າຮອບຊີງນີ້ ອາຈເປັນ 1-0 ນີ້ແຫຼະ ກິນກັນບໍ່ຫຼາຍດອກ ກະຫວັງຢູ່ ເພາະຊຸດນີ້ໆ ມັນເປັນຟອມທີ່ດີຫຼາຍຫັ້ນນ່າ.”
ແລະຊາວລາວອີກທ່ານນຶ່ງ ທີ່ຕິດຕາມເບິ່ງການແຂ່ງຂັນຂອງທີມ ເຕະບານລາວມາໂດຍຕລອດ ກໍເຊື່ອວ່າ ທີມຊາດລາວ ຣຸ້ນອາຍຸບໍ່ເກີນ 19 ປີ ຈະສາມາດຊະນະທີມຊາດມາເລເຊັຍໄດ້ ເພາະວ່າ ເຄີຍພົບກັນມາແລ້ວເທື່ອນຶ່ງໃນຮອບທໍາອິດ ແລະທີມຊາດລາວ ກໍສາມາດເອົາຊະນະໄດ້ 1 ຕໍ່ 0 ເຊິ່ງເຊື່ອໝັ້ນ ຕໍ່ນັກເຕະບານລາວຊຸດນີ້ ທີ່ມີການຕຣຽມຄວາມພ້ອມມາດົນເຕີບ, ດັ່ງທ່ານກ່າວວ່າ:
“ໜ້າຈະມີໂອກາດເປັນໄປໄດ້ຢູ່ ເພາະວ່າ ເຈິະກັບມາເລເຊັຍ ຢູ່ສາຍດຽວກັນຜ່ານມາ ກະສູສີຢູ່ ຊຸດນີ້ຖືວ່າດີສົມຄວນ ເພາະວ່າ ເປັນນັກກິລາ ທີ່ວ່າເກັບໂຕມາດົນພໍສົມຄວນ ແລ້ວກະເປັນນັກກິລາຣຸ້ນເຍົາວະຊົນ ທີ່ວ່າສືບທອດແຂ່ງຂັນມາຕລອດ.”
ໃນຂະນະດຽວກັນ ກໍມີຊາວລາວຈໍານວນບໍ່ໜ້ອຍ ທີ່ຢາກໃຫ້ທາງສະຫະພັນເຕະບານແຫ່ງຊາດລາວ ຫຼືບັນດາຜູ້ໃຫຍ່ ທັງພາກຣັຖ ແລະເອກກະຊົນ ມອບເງິນອັດສີດ ບໍ່ຫຼາຍກໍໜ້ອຍ ໃຫ້ແກ່ນັກເຕະບານລາວຊຸດນີ້ ເພື່ອເປັນຂວັນ ແລະກໍາລັງໃຈໃຫ້ແກ່ພວກຂະເຈົ້າ ທີ່ເຮັດຜົລງານໄດ້ດີ ແລະສ້າງຊື່ສຽງໃຫ້ແກ່ປະເທດລາວ, ດັ່ງທ່ານກ່າວວ່າ:
“ຄິດວ່າ ຄວນສນັບສນູນນັກເຕະເນາະ ຄວນອັດສີດເນາະ ເພາະວ່າ ເຂົາເຈົ້າກະເຮັດໄດ້ດີສົມຄວນ ບໍ່ເສັຍໃຫ້ທີມໃດເລີຍຫັ້ນນ່າ ໄດ້ເຂົ້າຮອບຊີງປະມານນີ້ ກະຄວນສນັບສນູນ ອັດສີດບໍ່ຫຼາຍກະໜ້ອຍ.”
ສ່ວນນັກຊ່ຽວຊານ ທີ່ຢູ່ໃນວົງການເຕະບານລາວ ທ່ານນຶ່ງ ກ່າວວ່າ ບໍ່ແມ່ນວ່າ ຜົລການແຂ່ງຂັນ ໃນຮອບຊີງຊະນະເລີດ ລະຫວ່າງທີມຊາດລາວ ແລະທີມຊາດມາເລເຊັຍ ຈະອອກມາເປັນແນວໃດກໍຕາມ ພາຍຫຼັງຈາກການແຂ່ງຂັນຈົບແລ້ວ ກໍຢາກເຫັນນັກເຕະບານລາວຫຼາຍຄົນໃນຊຸດນີ້ ມີໂອກາດໄປເປັນນັກເຕະບານອາຊີບ ຢູ່ປະເທດເພື່ອນບ້ານ ເປັນຕົ້ນ: ໄທຍ ເພື່ອທີ່ຈະພັທນາການເຕະບານໄປໄດ້ຫຼາຍກວ່ານີ້ ແລ້ວກັບມາຍົກລະດັບທີມຊາດລາວ ຣຸ່ນໃຫຍ່ໄປນໍາດ້ວຍ, ດັ່ງທ່ານກ່າວວ່າ:
“ແນ່ນອນເນາະ ຖ້າວ່ານັກເຕະລາວ ມີຄວາມສາມາດຫຼາຍປານນີ້ ກະປະເທດເພື່ອນບ້ານອ້ອມຂ້າງ ກະໜ້າຊິເບິ່ງປະເທດລາວ ທາງດ້ານກິລາ ໄດ້ດີກວ່ານີ້ ເພາະວ່າລາວເຮົາ ກະເລີ່ມພັທນາຂຶ້ນໄປເລື້ອຍໆ ຖືວ່າເກີນຄາດເນາະ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ຫາ ສະຫະພັນເຕະບານແຫ່ງຊາດລາວ ເພື່ອຖາມກ່ຽວກັບການຕຣຽມໃຫ້ເງິນອັດສີດ ແກ່ນັກເຕະບານລາວຊຸດນີ້ ແລະຣາຍລະອຽດດ້ານອື່ນໆ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສັມພາດໄດ້ເທື່ອ.
ແຕ່ເຖິງຢ່າງໃດກໍຕາມ ທ່ານ ຄໍາໄຜ່ ປະເສີດ ຫົວໜ້າຄະນະເຕະບານທີມຊາດລາວ ຣຸ້ນອາຍຸບໍ່ເກີນ 19 ປີ ພ້ອມດ້ວຍທ່ານ ປະສາດໄຊ ພິລາພັນເດຊ ຮອງຫົວໜ້າຄະນະ ແລະຮອງປະທານ ສະຫະພັນເຕະບານແຫ່ງຊາດລາວ ໄດ້ຮ່ວມກັນມອບເງິນ ສນັບສນູນນັກເຕະບານທີມຊາດລາວ ເປັນເງິນທັງໝົດຈໍານວນ 150 ລ້ານກີບ ແລະກ່ອນໜ້ານັ້ນ ທາງສະຫະພັນເຕະບານແຫ່ງຊາດລາວ ກໍໄດ້ປະກາດມອບເງິນຈໍານວນ 550 ລ້ານກີບ ໃຫ້ແກ່ນັກເຕະບານທີມຊາດລາວດັ່ງກ່າວ.
ໃນຂະນະທີ່ ຍານາງ ພິຈິກາ ບຸນກວ້າງ ຫຼື ໂບ ຮອງປະທານສະຫະພັນກິລາເຕະບານຄົນພິການແຫ່ງຊາດ ກໍໄດ້ມອບເງິນ ຈໍານວນ 40 ລ້ານກີບ ໃຫ້ແກ່ນັກເຕະບານທີມຊາດລາວນັ້ນນໍາດ້ວຍ ທີ່ສາມາດສ້າງຜົລງການໄດ້ດີ ໃນການແຂ່ງຂັ້ນຄັ້ງນີ້.
ຢ່າງໃດກໍຕາມ ທີມຊາດລາວຣຸ້ນອາຍຸຕໍ່າກວ່າ 19 ປີ ພາຍໃຕ້ການຄຸມທີມ ຂອງທ່ານ ໄມເຄີລ ໄວສ໌ ຫົວໜ້າຄຣູຝຶກ ຊາວເຢັຍລະມັນ ຍັງບໍ່ເສັຍປະຕຣູ ໃຫ້ແກ່ທີມໃດ ໃນການແຂ່ງຂັນເທື່ອນີ້ ເຊິ່ງໃນຮອບທໍາອິດ ສາມາດເອົາຊະນະນ ຕີມໍ ເລສເຕ້ 1 ຕໍ່ 0, ຊະນະກັມພູຊາ 2 ຕໍ່ 1, ຊະນະສິງກະໂປ 3 ຕໍ່ 1 ແລະຊະນະມາເລເຊັຍ 1 ຕໍ່ 0 ໃນຂະນະທີ່ ໃນຮອບຮອງຊະນະເລີດ ກໍສາມາດເອົາຊະນະທີມຊາດໄທຍ 2 ຕໍ່ 0.
ສໍາລັບການແຂ່ງຂັນເຕະບານ ຣາຍການຊີງແຊ້ມອາຊ້ຽນ ຣຸ້ນອາຍຸບໍ່ເກີນ 19 ປີ ໄດ້ເກີດຂຶ້ນຄັ້ງທໍາອິດ ນັບແຕ່ໃນປີ 2002 ເປັນຕົ້ນມາ ໂດຍທີມຊາດລາວຣຸ້ນອາຍຸບໍ່ເກີນ 19 ປີ ສາມາດເຮັດຜົລງານໄດ້ດີທີ່ສຸດ ຄືໄດ້ອັນດັບທີ່ 3 ທັງໝົດ 3 ຄັ້ງ ປະກອບດ້ວຍ ປີ 2002 ທີ່ປະເທດໄທຍເປັນເຈົ້າພາບ, ປີ 2005 ທີ່ປະເທດອິນໂດເນເຊັຍ ເປັນເຈົ້າພາບ ແລະໃນປີ 2015 ທີ່ປະເທດລາວ ເປັນເຈົ້າພາບ ແລະນັບຕັ້ງແຕ່ມີການແຂ່ງຂັນເຕະບານ ຣາຍການຊີງແຊ້ມອາຊ້ຽນ ໃນແຕ່ລະຣຸ້ນອາຍຸ ໄດ້ເລີ່ມມີການແຂ່ງຂັນເປັນຕົ້ນມາ ທີມຊາດລາວ ຍັງບໍ່ເຄີຍໄດ້ແຊ້ມ ໃນຣາຍການນີ້ເທື່ອ.