ວຽກງານ ລ້ຽງລູກ ດ້ວຍນົມແມ່ ຍັງເປັນສິ່ງ ທ້າທາຍ
2022.08.04

ການສລອງສັປດາ ລ້ຽງລູກດ້ວຍນົມແມ່ ແລະໂພສະນາການແຫ່ງຊາຕ ປະຈຳປີ 2022 ພາຍໃຕ້ຫົວຂໍ້ໃຫ້ຄວາມຮູ້ ແລະການສນັບສນູນ ເພື່ອກ້າວເຂົ້າສູ່ການລ້ຽງລູກ ດ້ວຍນົມແມ່ພຽງຢ່າງດຽວ. ຕາມກົມປິ່ນປົວ ຣາຍງານວ່າຄວາມສຳຄັນ ຂອງການລ້ຽງລູກດ້ວຍນົມແມ່ ເພື່ອຫຼຸດຜ່ອນການຕາຍ ຂອງເດັກອາຍຸ 2 ປີລົງ, ຈາກພະຍາດຖອກທ້ອງ ແລະອັກເສບປອດ ທີ່ສາມາດປ້ອງກັນໄດ້ 50%. ນອກນີ້ຍັງສາມາດປ້ອງກັນການຕາຍ ຂອງແມ່ ຍ້ອນພະຍາດມະເຮັງເຕົ້ານົມໄດ້ 10%.
ດັ່ງ ທ່ານບຸນແຝງ ພູມມະໄລສິດ ຣັຖມົນຕຣີ ກະຊວງສາທາຣະນະສຸຂ ໄດ້ກ່າວໃນໂອກາດ ວັນສລອງສັປດາສາກົນ ການລ້ຽງລູກດ້ວຍນົມແມ່ ເມື່ອວັນທີ 03 ສິງຫາ ວ່າ:
“ທີ່ສຳຄັນພວກເຮົາ ໄດ້ຍົກຂຶ້ນຫຼາຍລະແມ່ນ ການລ້ຽງລູກດ້ວຍນົມແມ່ ຢ່າງດຽວ ໃຫ້ມັນໄດ້ຕາມກຳນົດອັນນີ້ ເພິ່ນແນ່ໃສ່ໃຫ້ ພວກເຮົາສາມາດປະກອບສ່ວນ ບັນລຸ 11 ໂຕຊີ້ວັດ ທາງດ້ານສາທາຣະນະສຸຂ ຄືຫຼຸດຜ່ອນການຕາຍ ຂອງເດັກ ແລະພ້ອມດຽວກັນນັ້ນ ມັນກໍສ້າງໃຫ້ເດັກ ຂອງພວກເຮົານີ້ມີສຸຂພາບຮ່າງກາຍ ແຂງແຮງ ແລະກໍມີມັນສະໝອງ ມີສະຕິປັນຍາ.”
ດ້ານກົມອນາມັຍ ແລະສົ່ງເສີມສຸຂ ພາບພົບວ່າທົ່ວປະເທດລາວ ມີ 50% ຂອງເດັກນ້ອຍ ເກີດໃໝ່ໄດ້ຮັບການດູດນົມແມ່ທັນທີ ຫຼັງເກີດພາຍໃນນຶ່ງຊົ່ວໂມງ ແລະສືບຕໍ່ດູດນົມແມ່ພຽງຢ່າງດຽວ ຕັ້ງແຕ່ມື້ເກີດຈົນຮອດ 6 ເດືອນ ມີ 44%. ຂະນະທີ່ກົມປິ່ນປົວພົບວ່າ ຢູ່ໂຮງໝໍ ນະຄອນຫຼວງວຽງຈັນ 8 ແຫ່ງມີແມ່ໃຫ້ນົມແມ່ ພຽງຢ່າງດຽວ 66%, ມີແມ່ໃຫ້ນົມຝຸ່ນ 27% ແລະ ມີແມ່ໃຫ້ທັງນົມແມ່ ແລະນົມຝຸ່ນ ຄູ່ກັນ 7% ຫຼັງມື້ເກີດຈົນຮອດ 6 ເດືອນ.
ສາເຫດທີ່ປະເທດລາວ ບໍ່ມີແມ່ໃຫ້ລູກດູດນົມຫຼັງເກີດຈົນຮອດ 6 ເດືອນຄົບ 100% ຍ້ອນວ່າ ຍັງມີສິ່ງທ້າທາຍ ທີ່ພາກສ່ວນກ່ຽວຂອ້ງ ຕ້ອງຊ່ອຍກັນແກ້ໄຂຄື ຍັງມີບຸກຄລາກອນການແພດ ໃນໜ່ວຍງານປະສູດແລະໜ່ວຍງານເດັກ ໄດ້ຮັບເຊີນໄປຮ່ວມງານລ້ຽງ ຈາກບໍຣິສັດ ນົມຝຸ່ນ ເພື່ອໄດ້ຮັບຂອງຂວັນ ເປີເຊັນຂາຍນົມຝຸ່ນ ໂດຍພາຍໃນໜ່ວຍງານນັ້ນໆ ມີປ້າຍໂຄສະນາ ຄູປອງ ສ່ວນຫຼຸດຊື້ 1 ແຖມ 1 ຂອງຫຼິ້ນຟຣີ ຂອງຂວັນ ແລະເສື້ອໃຫ້ແມ່ລູກອ່ອນ ໄດ້ເຫັນຕາມຊັ້ນວາງຕ່າງໆ.
ດັ່ງທ່ານໝໍ ວຽງສາຄອນ ຫຼວງປະດິດ ຈາກກົມປິ່ນປົວ ກ່າວໃນພິທີສເລີມສລອງ ສັປດາສາກົນລ້ຽງລູກດ້ວຍນົມແມ່ ແລະວັນໂພສະນາການ ແຫ່ງຊາຕ ປະຈຳປີ 2022 ວັນທີ 03 ສິງຫາ ປີ 2022 ວ່າ:
“ການໂຄສະນາຂອງຜລິຕພັນ ອາຫານເສີມ ຫຼືວ່ານົມຝຸ່ນຫັ້ນເນາະ ຢູ່ໃນນີ້ບໍ່ວ່າຈະເປັນປື້ມບັນທຶກ ເພິ່ນກໍຈະໃສ່ໂປສເຕີຣ໌ ຫຼືໃສ່ຣາຍລະອຽດ ຂອງບໍຣິສັດເພິ່ນອັນນີ້ ກໍແມ່ນໂຕຢ່າງທີ່ເຫັນ ຢູ່ໃນສະຖານທີ່ບໍຣິການຂອງພວກເຮົາເນາະ ຂອງຝາກຫຼືຂອງແຖມ ຫຼືວ່າການໂຄສະນາໃນໂຕ ບໍ່ວ່າຈະເປັນໂປສເຕີຣ໌ ຕ່າງໆ ເພິ່ນຈະໃຫ້ການແທກລວງສູງ ຂອງເດັກ ແລ້ວເພິ່ນຈະໂຄສະນາສິນຄ້າ ຂອງເພິ່ນຢູ່ໃນຫັ້ນ.”
ການໂຄສະນາເອົານົມຝຸ່ນ ມາຂາຍພາຍໃນໂຮງໝໍ ແມ່ນເປັນການລະເມີດດຳຣັຖ ວ່າດ້ວຍຜລິຕພັນອາຫານ ແລະອຸປກອນອາຫານ ສຳລັບເດັກອ່ອນ ແລະເດັກນ້ອຍຊຶ່ງທາງກົມ ອນາມັຍ ແລະສົ່ງເສີມສຸຂພາບ ກໍໄດ້ຕິດຕາມການລະເມີດ ດຳຣັຖນີ້ຢູ່ 10 ແຂວງ ຈຸດຂາຍຍ່ອຍໄດ້ແກ່:
- ແຂວງຜົງສາລີ
- ສາຣະວັນ
- ຫຼວງນໍ້າທາ
- ຫຼວງພຣະບາງ
- ນະຄອນຫຼວງວຽງຈັນ
- ຫົວພັນ
- ຊຽງຂວາງ
- ຄຳມ່ວນ
- ສວັນນະເຂດ ແລະ
- ອັດຕະປື
ພົບວ່າມີການສະແດງສິນຄ້າ ໂຄສະນານົມຝຸ່ນ ສ່ວນຫຼຸດ ແລະແຈກຟຣີກວມທັງໝົດ 55% ຈຶ່ງເປັນສິ່ງທີ່ທ້າທາຍ ທີ່ຈະຕ້ອງເລັ່ງແກ້ໄຂຮ່ວມກັນ.
ດັ່ງ ທ່ານໝໍ ພູມສະຫວັນ ເມືອງປາກ ຈາກກົມອານາມັຍ ແລະສົ່ງເສີມສຸຂພາບ ກ່າວໃນພິທີສເລີມສລອງສັປດາສາກົນ ລ້ຽງລູກດ້ວຍນົມແມ່ ແລະ ວັນໂພສະນາການແຫ່ງຊາຕ ປະຈຳປີ 2022 ໃນວັນທີ 03 ສິງຫາ ນີ້ວ່າ:
“ເພື່ອໃຫ້ແນ່ໃຈວ່າ ພນັກງານສາທາຣະນະສຸຂ ແລະກໍເຈົ້າໜ້າທີ່ ບໍຣິການສຸຂພາບ ຈະບໍ່ມີການສົ່ງເສີມການໂຄສະນາ ຫຼືການຂາຍຜລິຕພັນ ນົມຝຸ່ນ ແລະກໍບໍ່ໄດ້ຮັບການສນັບສນູນ ໃນທຸກຮູບແບບຈາກຜູ້ຜລິຕ ຫຼືຜູ້ຈຳໜ່າຽດັ່ງນັ້ນໃນປີ 2019 ຣັຖບານຈຶ່ງໄດ້ມີການສ້າງ (ອອກ) ດຳຣັຖກ່ຽວກັບຜລິຕພັນ ອາຫານ ແລະອຸປກອນອາຫານ ສຳລັບເດັກອ່ອນເດັກນ້ອຍ ຂຶ້ນຫຼັງຈາກໃນປີ 2020 ໄດ້ສຳເຣັດ ໃນການສ້າງຄຳແນະນຳ ຕາມດຳຣັຖດັ່ງກ່າວ ໃນວັນທີ 25 ເດືອນທັນວາ.”
ຢູ່ແຂວງເຊກອງ ແມ່ນຢູ່ເຂດນອກຫ່າງໄກສອກຫຼີກ ຍັງມີເງື່ອນໄຂຈຳກັດ ຕ້ອງເຮັດໄຮ່, ເຮັດສວນ ເພື່ອຫາຢູ່ຫາກິນ ເຮັດໃຫ້ແມ່ຕ້ອງປະລູກໃຫ້ພໍ່ເຖົ້າ ແມ່ເຖົ້າ ເບິ່ງແຍງຢູ່ເຮືອນ ເມື່ອລູກອາຍຸໄດ້ປະມານ 2 ເດືອນປາຍ ລູກຈຶ່ງໄດ້ກີນເຂົ້າຫຍໍ້າແທນນົມແມ່. ປັດຈຸບັນ ຜແນກສາທະຣະນະສຸຂ ແຂວງເຊກອງພະຍາຍາມໂຄສະນາ ແນະນຳໃຫ້ແມ່ທີ່ມີລູກອ່ອນ ໃຫ້ກີນນົມແມ່ຈົນຮອດ 6 ເດືອນສ່ວນໂຕຈິງຈະປະຕິບັດໄດ້ ຫຼືບໍ່ນັ້ນ ກໍບໍ່ສາມາດປະເມີນໄດ້.
ດັ່ງເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ສິງຫານີ້ວ່າ:
“ກໍບໍ່ຮອດ 2-3 ເດືອນກໍໄດ້ຫຍໍ້າເຂົ້າ ໃຫ້ລູກແລ້ວກໍປະລູກ ນຳພໍ່ເຖ້າແມ່ເຖົ້າ ຢູ່ເຮືອນ ກໍແລ່ນໄປວຽກງານຫັ້ນນ່າ ຍັງລ້ຽງບໍ່ຮອດ 6 ເດືອນຫັ້ນ ດຽວຍີ້ເຮົາກໍເຣີ້ມປັບແບບວ່າ ກໍໄປໄດ້ຢູ່ໄປໄຮ່ ໄປສວນເນາະ ກໍຢາກໃຫ້ມີຜູ້ເບິ່ງຊ່ອຍ ຈັ່ງຊິຫັ້ນນ່າ ຢູ່ຖຽງໄຮ່ຖຽງນາ ບາດນັ້ນເຮົາກໍໃຫ້ລູກກິນນົມ ຕາມຄວາມຕ້ອງການເນາະ ການປະຕິບັດເຂົາໄດ້ຊໍ່າໃດ ເຮົາກໍບໍ່ຮູ້ຈຸດນີ້ໜ້າເປັນຫ່ວງຈຸດນີ້.”
ບັນຫາການລ້ຽງລູກ ດ້ວຍນົມແມ່ ໃຫ້ຄົບຕາກຳນົດກໍເປັນໄປໄດ້ຍາກ ໃນແຂວງອັດຕະປື ພົບວ່າເມື່ອລູກໄດ້ 6 ເດືອນ ແມ່ກໍຕ້ອງໄປເຮັດວຽກ ແລະກໍເອົາລູກໄປຝາກໄວ້ກັບແມ່ລ້ຽງ. ສ່ວນການກິນນົມ ກໍແມ່ນໃຫ້ກິນນົມເສີມ. ອີກດ້ານນຶ່ງ ທາງແຂວງອັດຕະປື ຍັງຂາດງົບປະມານ ໂຄສະນາປະຊາສັມພັນ ເຣື່ອງດັ່ງກ່າວ.
ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ສິງຫານີ້ວ່າ:
“ເພາະວ່າຫຼັງຈາກແມ່ໄດ້ກັບໄປເຮັດວຽກ ຄືເກົ່າລູກນີ້ ຈະແມ່ນວ່າເອົາໄປຝາກໄວ້ ຫຼືວ່າເອົາໃຫ້ແມ່ລ້ຽງອີ່ຫຍັງຕ່າງໆ ເນາະ ຈະໃຫ້ກີນນົມເສີມຫັ້ນ ເພາະວ່າທາງແຂວງ ຂອງພວກເຮົາມັນບໍ່ມີ ທນາຄານນົມແລ ກໍຍັງມີໜ້ອຍ ເຣື່ອງການໂຄສະນາ ດ້ານງົບປະມານ ເຮົາຍັງມີຈຳກັດ ບາງເທື່ອພວກເຮົາໄດ້ເຮັດການໂຄສະນາເນາະ ແຕ່ວັນມນັນເຖີງຈະບໍ່ທົ່ວເຖິງ ແຕ່ພວກເຮົາກໍໄດ້ເຮັດສ່ວນໃດ ສ່ວນນຶ່ງ ແຕ່ພວກເຮົາກໍເກັນອັນມີຄວາມເຂົ້າໃຈວ່າ ເຂົາຈະໄປຊື້ອັນນ່າແພກນົມ ໃສ່ໄວ້ໃນຊ່ອງຟຣີສ ໄປທຳງານ.”
ສ່ວນແມ່ລູກອ່ອນ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າໂຕເອງມີລູກໄດ້ 6 ເດືອນແລ້ວ ກໍລ້ຽງດ້ວຍນົມແມ່ຕລອດຈາກ ທີ່ທ່ານໝໍແນະນຳ ຕັ້ງແຕ່ເກີດຈົນຮອດ 6 ເດືອນ ແລະຖ້າເປັນໄປໄດ້ຈະລ້ຽງດ້ວຍນົມແມ່ ເຖິງ 2 ປີ ຈຶ່ງໃຫ້ກີນນົມຝຸ່ນ ແລະອາຫານເສີມ ທີ່ຄົບໝວດຊຶ່ງກໍເຫັນໄດ້ວ່າ ລູກແຂງແຮງເມື່ອທຽບກັບ ລູກໝູ່ທີ່ລ້ຽງດ້ວຍນົມຝຸ່ນ ຕັ້ງແຕ່ເກີດ.
ດັ່ງຍານາງໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ສິງຫານີ້ວ່າ:
“ຖ້ານໍ້ານົມແມ່ພຽງພໍ ໝໍແນະນຳໃຫ້ກິນນົມແມ່ລ້ວນຮອດ 6 ເດືອນ. ຫຼັງ 6 ເດືອນກໍຊິປົນກັນແດ່ ຖ້ານົມເຮົາພຽງພໍ ເພິ່ນກໍຢາກໃຫ້ກີນນົມແມ່ເລີຍ ຖ້າວ່າເຮົາແບບບໍ່ມີອັນໂຣຄປະຈຳໂຕ ອີ່ຫຍັງຫັ້ນນ່າ ມາວຽກເຮົາກໍປໍ້າ ແລ້ວກ່ອນຊິມາ ເຮົາກໍໃຫ້ລູກກີນນົມ ແລ້ວກໍປໍ້າໄວ້ແຂງແຮງ. ລູກກໍບໍ່ເປັນຫຍັງ ເຫັນໝູ່ລ້ຽງເນາະ ກິນນົມຝຸ່ນ ລູກກໍເປັນຫວັດ ເປັນໄອ ໄປຫາໝໍເປັນອີ່ຫຍັງ ຫຼາຍຢ່າງ.”
ທ່ານໝໍ ບຸນທິບພາພອນ ພູທິໃຈ ວິຊາການຂແນງການ ອົບຮົມໂພສະນາການ ແລະ ໂພສະນາການບໍາບັດ ສູນໂພສະນາການ ແລະເປັນທີ່ປຶກສາ ການລ້ຽງລູກດ້ວຍນົມແມ່ ກ່າວວ່າ ນໍ້ານົມແມ່ມີຄວາມສຳຄັນ ຕໍ່ລູກຫຼາຍ ເນື່ອງຈາກວ່ານໍ້ານົມແມ່ ມີສານອາຫານສົມບູນ ຄົບຖ້ວນເພື່ອການຈະເຣີນເຕີບໂຕ ຢ່າງສົມບູນ ແລະນໍ້ານົມແມ່ ຍັງເປັນວັກຊິນຢອດທຳອິດ ທີ່ດີທີ່ສຸດທີ່ຈະຊ່ອຍໃຫ້ລູກ ມີພູມຕ້ານທານ ເຊື້ອພະຍາດ ແລະຫລຸດຜ່ອນອັດຕຣາ ການເສັຽຊີວິຕ ໃນເດັກເກີດໃໝ່ ແລະຫລຸດຜ່ອນພາວະ ການຂາດສານອາຫານ.