ຫຼາຍປີແລ້ວ ຜູ້ປະສົບພັຍ ເຂືອນແຕກ ສ່ວນຫຼາຍ ຍັງບໍ່ມີເຮືອນຢູ່

ເຮືອນຢູ່ຖາວອນ ທີ່ສ້າງໃຫ້ຜູ້ປະສົບພັຍ ເຂືອນແຕກ ຍັງບໍ່ທັນແລ້ວ (ຮູບຊ້າຍມື) ແຕ່ນາຍຊ່າງໜີປະ ຍ້ອນເຂົາເຈົ້າ ບໍ່ໄດ້ຮັບເງິນຄ່າແຮງງານ, ບ້ານດອນບົກ ວັນທີ 21 ກໍຣະກະດາ 2022.
ເຮືອນຢູ່ຖາວອນ ທີ່ສ້າງໃຫ້ຜູ້ປະສົບພັຍ ເຂືອນແຕກ ຍັງບໍ່ທັນແລ້ວ (ຮູບຊ້າຍມື) ແຕ່ນາຍຊ່າງໜີປະ ຍ້ອນເຂົາເຈົ້າ ບໍ່ໄດ້ຮັບເງິນຄ່າແຮງງານ, ບ້ານດອນບົກ ວັນທີ 21 ກໍຣະກະດາ 2022. (ນັກຂ່າວ ພົລເມືອງ)

0:00 / 0:00

ການກໍ່ສ້າງເຮືອນຖາວອນ ຈໍານວນ 700 ຫຼັງ ໃຫ້ແກ່ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ທີ່ຣັຖບານລາວ ຕາງໜ້າໂດຍ ນແຜກໂຍທາທິການ ແລະຂົນສົ່ງ ແຂວງອັດຕະປື ໄດ້ເຊັນສັນຍາ ກັບບໍຣິສັດ ວັນແສງ ອັດຕະປືກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ໂດຍໃຫ້ຄໍາໝັ້ນສັນຍາ ວ່າ ຊິສ້າງໃຫ້ແລ້ວ ໃນໄລຍະເວລາ 20 ເດືອນ ຫຼືເກືອບ 2 ປີ ຄື ໃນທ້າຍປີ 2021 ແມ່ນໃຫ້ແລ້ວໝົດ 700 ຫຼັງ, ໂດຍບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຫຼື PNPC ເປັນຜູ້ສນອງທຶນໃຫ້ແກ່ການກໍ່ສ້າງ ມູນຄ່າ 24.5 ລ້ານໂດລ້າຣ໌ສະຫະຣັຖ ສ່ວນວ່າ ທາງການລາວ ເປັນຜູ້ດູແລຈັດສັນເນື້ອທີ່ດິນ ໃຫ້ແກ່ການກໍ່ສ້າງ, ອີງຕາມເຈົ້າໜ້າທີ່ ຜູ້ທີ່ຮູ້ເຫດການ ຊຶ່ງບໍ່ປະສົງອອກຊື່ ແລະຕໍາແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 5 ກຸມພາ 2021 ຜ່ານມາ.

ເຊິ່ງນັບຕັ້ງແຕ່ ມື້ລົງມືກໍ່ສ້າງ ແຕ່ເດືອນ 7 ປີ 2020 ມາຮອດທ້າຍເດືອນ ມົກກະຣາ 2021 ເຈົ້າໜ້າທີ່ທ້ອງຖິ່ນ ໃນແຂວງອັດຕະປື ທ່ານນຶ່ງ, ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: ການກໍ່ສ້າງເຮືອນຖາວອນນີ້ ເກີດຄວາມຫຼ້າຊ້າຫຼາຍ ຍ້ອນບໍຣິສັດ ຮັບເໝົາກໍ່ສ້າງ ມີພຽງແຕ່ບໍຣິສັດດຽວ ແລະ ກັມມະກອນກໍ່ສ້າງ ກໍມີໜ້ອຍ:

" ເພິ່ນກໍານົດໃ 18 ເດືອນເດ້ ໃນແລ້ວໝົດ 700 ຫຼັງຫັ້ນ, ເພິ່ນມາຢຸດສະງັກຊ່ວງນຶ່ງ, ການກໍ່ສ້າງລ່າຊ້າຫັ້ນເນາະ ຈໍານວນນຶ່ງ ກະແມ່ນຊ່າງຫັ້ນແຫຼ້ວ ບໍ່ໄດ້ມາດຖານແດ່ ຊ່າງນໍາຊາວບ້ານ ບໍ່ໄດ້ຜ່ານການຝຶກງານມາກະໄປເຮັດ ກະໄປເຮັດ ເຮັດມັນບໍ່ໄດ້ມາຕຖານ ບາດນີ້ ຕ້ອງໄປປ່ຽນຊ່າງໃໝ່ ປະມູນໄດ້ພັດຜູ້ດຽວ."

ຂະນະທີ່, ຍານາງ ວັນແສງ ສີສົງຄາມ ຜູ້ອໍານວຍການ ບໍຣິສັດ ວັນແສງ ອັດຕະປື ກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ໄດ້ກ່າວຕໍ່ໜັງສືພິມ ວຽງຈັນທາມສ໌ ໃນວັນທີ 26 ມົກກະຣາ 2021 ວ່າ: ທາງບໍຣິສັດ ຢັ້ງຢືນວ່າ ຈະສ້າງເຮືອນຖາວອນ 496 ຫຼັງ, ຂອງຈໍານວນ 700 ຫຼັງ ທີ່ມີການສ້າງໄປແລ້ວນັ້ນ ຈະສ້າງສໍາເຣັດ 100% ໃນປີ 2021 ນີ້ຢ່າງແນ່ນອນ.

ແຕ່, ເມື່ອວັນທີ່ 1 ກຸມພາ 2021 ຍານາງ ວັນແສງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ທາງບໍຣິສັດ ໄດ້ເຣີ່ມລົງມືກໍ່ສ້າງເຮືອນຖາວອນ ມາແຕ່ເດືອນ 7 ປີ 2020 ຊຶ່ງມີເຮືອນທັງໝົດ 440 ຫຼັງ ຈະສ້າງໃຫ້ສໍາເຣັດຕາມທີ່ໄດ້ຮັບປາກ ກັບຮອງນາຍົກຣັຖມົນຕຣີ:

“440 ຫຼັງ, ທີ່ວ່າ ເຮົາຂຶ້ນຕັ້ງເດືອນ 7 ຫັ່ນນ່າ ພາຍໃນກ່ອນເຂົ້າພັນສານິ່ ໄດ້ຮັບປາກ ກັບຮອງນາຍົກເນາະ, ຮອງນາຍົກ ເພິ່ນກະມາເບິ່ງມາກວດ ວ່າປານໃດຊິແລ້ວ ກະໄດ້ຮັບ ປາກເພິ່ນວ່າ ຖ້າບໍ່ມີຫຍັງ ກ່ອນກຸດສົງການນີ້ ເດືອນ 4 ເດືອນ 5 ໂຕ 440 ຫຼັງນິ່ ເຮົາຈະມອບເໝິດ, ໂຕອື່ນຫັ່ນດຽວນີ້ ກະຍັງບໍ່ໄດ້ຂຶ້ນ ຍ້ອນເພິ່ນເຄັຽດິນໃຫ້ເຮົາບໍ່ໄດ້.”

ຕໍ່ມາ ໃນວັນທີ 5 ເດືອນກຸມພາ 2021 ເຈົ້າໜ້າທີ່ທາງການ ກໍຊີ້ແຈງວ່າ ການກໍ່ສ້າງເຮືອນຖາວອນ 700 ຫຼັງ ໃຫ້ແກ່ຜູ້ປະສົບພັຍ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກຢູ່ເມືອງສນາມໄຊ ແຂວງອັດຕະປື ຈະບໍ່ແລ້ວຕາມກຳນົດ ພາຍໃນປີ 2021 ຍ້ອນວ່າ ບາງພື້ນທີ່ ຍັງບໍ່ທັນບຸກເບີກທີ່ດິນ ໃຫ້ແກ່ການກໍ່ສ້າງ.

ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ທີ່ຮັບຜິດຊອບວຽກງານການກໍ່ສ້າງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 5 ກຸມພາ 2021 ວ່າ:

"ຕາມເຫັນເພິ່ນອອກມາຫັ້ນວ່າ, ຈະແລ້ວຕາມແຜນ ໃນປີ 2021 ເພາະມັນຄາ ແບ່ງດິນບໍ່ທັນແລ້ວ ຢູ່ຈຸດບ້ານສະໝອງໃຕ້ແຫຼະ, ບຸກເບີກເນື້ອທີ່ໃໝ່ ແລ້ວກະຈັດສັນໃໝ່ ເອີ! ຄາດວ່າ ປີ 2022 ຫຼື 2023 ຄືຊິແລ້ວ ຕາມເບິ່ງໃດ໋ ໜ້າວຽກມັນບໍ່ທັນຄືບໜ້າ."

ທ່ານກ່າວອີກວ່າ ຕາມແຜນການ ຄື ຈະສ້າງເຮືອນຖາວອນ ທັງໝົດ 496 ຫຼັງ ຢູ່ 3 ຈຸດ ຄື; ຢູ່ບ້ານດົງບາກ, ບ້ານທ່າແສງຈັນ, ແລະ ບ້ານຫິນລາດ ຊຶ່ງໃນນັ້ນ 440 ຫຼັງ ຜູ້ຮັບເໝົາຈະສ້າງໃຫ້ສຳເຣັດພາຍໃນ ເດືອນພຶສພາ ສ່ວນວ່າອີກ 56 ຫຼັງ ຈະໃຫ້ສ້າງສຳເຣັດ ໃນທ້າຍປີ 2021, ແຕ່ວ່າ ບໍຣິສັດກໍ່ສ້າງ ມີພຽງແຕ່ບໍຣິສັດດຽວ ນາຍຊ່າງກໍມີໜ້ອຍ ເຮັດໃຫ້ການກໍ່ສ້າງ ມີຄວາມຫຼ້າຊ້າ.

ພໍຮອດມາເດືອນເມສາ ປີ 2021 ຊຶ່ງເປັນເດືອນ ທີ່ທາງການລາວ ແລະ ບໍຣິສັດຮັບເໝົາກໍ່ສ້າງ ໄດ້ສັນຍາວ່າ ຈະສ້າງເຮືອນຖາວອນ ໃຫ້ສໍາເຣັດ 440 ຫຼັງ ແລະ ມອບໃຫ້ຊາວບ້ານຜູ້ພັຍເຂື່ອນແຕກ ໃນໄລຍະບຸນປີໃໝ່ລາວ, ແຕ່ໃນຄວາມເປັນຈິງ ເຮືອນທີ່ກໍ່ສ້າງສໍາເຣັດ ມີພຽງແຕ່ 153 ຫຼັງເທົ່ານັ້ນ ແລະໄດ້ມີພິມອບ-ຮັບ ຢ່າງເປັນທາງການ ໃນວັນທີ່ 12 ເດືອນເມສາ ປີ 2021, ອີງຕາມການຣາຍງານ ຂອງ ຂ່າວສານ ອອນລາຍນ໌ ອັດຕະປື.

ກ່ຽວກັບການກໍ່ສ້າງເຮືອນຖາວອນ 700 ຫຼັງ ຫຼ້າຊ້າ ບໍ່ສໍາເຣັດຕາມແຜນນີ້ ໃນວັນທີ່ 6 ມິຖຸນາ 2021 ທາງການແຂວງອັດຕະປື ແລະ ບໍລິສັດ ທີ່ຮັບຜິດຊອບໂຄງການຟື້ນຟູພັຍພິບັດ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໄດ້ຊີ້ແຈງເຖິງສາເຫດ ການກໍ່ສ້າງເຮືອນຖາວອນ 700 ຫຼັງ ບໍ່ສໍາເຣັດຕາມແຜນທີ່ວາງໄວ້ ຍ້ອນມີການແຜ່ຣະບາດ ຂອງເຊື້ອໂຄວິດ-19 ຕິດພັນກັບ ກັມມະກອນທີ່ມາຈາກຕ່າງແຂວງ ກໍເດີນທາງມາບໍ່ໄດ້, ບວກກັບການນໍາເຂົ້າ ອຸປະກອນຕົບແຕ່ງຕ່າງໆ ແມ່ນໄດ້ນໍາເຂົ້າມາຈາກປະເທດໄທຍ ກໍໄດ້ຮັບຄວາມຫຍຸ້ງຍາກນໍາດ້ວຍ, ອີງຕາມການຣາຍງານຂອງ ໜັງສືພິມ ລາວພັທນາ ໃນວັນທີ່ 9 ມິຖຸນາ 2021.

ຕໍ່ກັບເຮື່ອງ ການກໍ່ສ້າງເຮືອນຖາວອນ 700 ຫຼັງ ທີ່ຫຼ້າຊ້ານີ້ ເຈົ້າໜ້າທີ່ ບໍຣິສັດເຂື່ອນເຊປຽນ-ເຊນໍ້ານ້ອຍ ຫຼື PNPCທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ່ 22 ເດືອນ ພຶສຈິກາ ປີ 2021 ວ່າ:

“ໂຕນີ້ນິ່ ເຣື່ອງໂຄວິດ-19 ນີ້ ກະທົບຫຼາຍ ເພາະຣັຖບານສັ່ງລ໊ອກດາວ ແຮງງານແມ່ນຫຍັງ ກະເຮັດວຽກບໍ່ໄດ້ຕາມແຜນເນາະ ອັນນີ້ມີສ່ວນ ເຊິ່ງຈະຕ້ອງຂຍາຍເວລາ ຫຼືຕໍ່ເວລາ ຂອງສັນຍາໄປອີກຫັ້ນນະ ມັນເປັນສະພາບລວມ ທົ່ວປະເທດໄດ້ຮັບຜົລກະທົບ ຈາກໂຄວິດ-19 ແລະຣັຖບານ ເປັນຜູ້ປະກາດລ໊ອກດາວ ສາເຫດໂຕຈິງ ມັນຕ້ອງໄດ້ພິຈາຣະນາ ເພື່ອຄວາມເປັນທັມນໍາກັນ ມັນບໍ່ແມ່ນ ບັນຫາເກີດຈາກການລະເລີຍ ຫຼືບໍ່ເອົາໃຈໃສ່ເຮັດວຽກ ຂອງບໍຣິສັດຮັບເໝົາກໍ່ສ້າງ ມັນແມ່ນສະພາບລວມ ທຸກຄົນ ໄດ້ຮັບຜົລກະທົບ ຈາກໂຄວິດ-19.”

ການກໍ່ສ້າງເຮືອນຖາວອນ 700 ຫຼັງ ໃຫ້ຜູ້ປະສົບພັຍ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ບໍ່ສໍາເຣັດຕາມແຜນ ໃນປີ 2021 ໃນຂະນະທີ່ທາງການລາວ ອ້າງວ່າ ຍ້ອນການຣະບາດຂອງໂຄວິດ-19.​ ຫຼ້າສຸດ ເຈົ້າໜ້າທີີ່ແຂວງອັດຕະປື ກໍອອກມາເວົ້າວ່າ ການກໍ່ສ້າງເຮືອນຖາວອນ 700 ຫຼັງ ຈະໃຫ້ສໍາເຣັດ 100% ພາຍໃນປີ 2023-2025.

ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 18 ກຸມພາ 2022 ນີ້ວ່າ:​

“ກະສືບຕໍ່ຫາກຊ້າຫັ້ນແຫຼວ ເພາະວ່າ ຊ້ວງໂຄວິດຫວ່າງແລ້ວນີ້ ນໍາແຮງງານເຂົ້າບໍ່ໄດ້ຫັ້ນນ່າ ຂະເຈົ້າກະຢຸດສງັກ ມາຫຼາຍເດືອນເຕີບ ຫາກໍເຣີ່ມຕໍ່ ເວົ້າກັນວ່າ ໃຫ້ມັນແລ້ວຕໍ່ໃນ 23 ພຸ້ນ 25 ໃຫ້ມັນແລ້ວ ພື້ນຖານໂຄງລ່າງ ຊິຕໍ່ຮອດພຸ້ນ ແຫຼະ ແຕ່ກ່ອນວ່າ 23 ໃຫ້ມັນແລ້ວ ມັນບໍ່ແລ້ວເດ້.”

ທ່ານກ່າວຕື່ມວ່າ ການກໍ່ສ້າງເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ ຮວມທັງໝົດ 5 ຈຸດ. ປັດຈຸບັນ ກໍ່ສ້າງແລ້ວ 3 ຈຸດ ຄື ຈຸດບ້ານດົງບາກໃໝ່, ບ້ານໃໝ່ ແລະ ບ້ານທ່າຫິນ ມີຄວາມຄືບໜ້າໄປແລ້ວ 78% ສ່ວນອີກ 2 ຈຸດ ຄື ບ້ານຫິນລາດ ແລະ ບ້ານຕາມໍຢອດ ຍັງບໍ່ທັນເຣີ່ມກໍ່ສ້າງເທື່ອ.​

ຂະນະທີ່ ເຈົ້າໜ້າທີ່ ແຂວງອັດຕະປື ອີກທ່ານນຶ່ງ ກ່າວວ່າ ພາຍຫຼັງທີ່ເກີດການຣະບາດຂອງ ໂຄວິດ-19 ຫວ່າງ ປະມານສອງປີປາຍມານີ້ ເຮັດໃຫ້ການກໍ່ສ້າງເຮືອນຖາວອນ ແລະການພັທນາ ໂຄງຮ່າງພື້ນຖານຕ່າງໆ ພາຍໃນເມືອງສນາມໄຊ ເກີດຄວາມຊັກຊ້າ ແລະບໍ່ສຳເຣັດຕາມແຜນ ແລະ ສັນຍາກໍ່ສ້າງກໍໝົດໄປລ້າໆ ຊຶ່ງເຮັດໃຫ້ຊາວບ້ານ ຈຳນວນນຶ່ງ ເກີດຄວາມບໍ່ພໍໃຈ ຍ້ອນເຮືອນຖາວອນ ຂອງພວກເຂົາເຈົ້າ ຍັງບໍ່ສ້າງບໍ່ສໍາເຣັດເທື່ອ.

ກ່ຽວກັບເຣື່ອງນີ້ ຊາວບ້ານຄົນນຶ່ງ ທີ່ປະສົບພັຍເຂື່ອນແຕກ ຢູ່ເມືອງສານາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 20 ກໍຣະກະດາ 2022 ນີ້ວ່າ: ບໍ່ເຂົ້າຄືກັນ ວ່າເປັນຫຍັງ ເຮືອນຖາວອນຂອງພວກຕົນ ຄືຍັງສ້າງບໍ່ແລ້ວ ທັ້ງໆທີ່ຊາວບ້ານຜູ້ສົບພັຍເຂື່ອນແຕກ ກໍປະສົບພັຍພ້ອມກັນ ແຕ່ເປັນຫຍັງ ເຮືອນຖາວອນຂອງພວກຕົນ ຄືຍັງສ້າງບໍ່ແລ້ວເທື່ອ.

“ຄັນຊິວ່າແລ້ວ ເຂື່ອນແຕກພ້ອມກັນໃດ໋ ລະບາງຄົນລະໄດ້ເຮືອນໃໝ່ ແລ້ວບາງຄົນ ກະຍັງຢູ່ເຮືອນເຫຼັກຢູ່ ເຂົາກະຢາກວ່າໂຈມຕີຄືກັນໃດ໋.”

ກ່ຽວກັບເຣື່ອງ ການກໍ່ສ້າງເຮືອນຖາວອນຫຼ້າຊ້າ ບໍ່ສໍາເຣັດຕາມສັນຍານັ້ນ ທາງການລາວ ກໍໄດ້ຕໍ່ສັນຍາກໍ່ສ້າງ ກັບບໍຣິສັດ ວັນແສງ ອັດຕະປືກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ຜູ້ຮັບເໝົາກໍ່ສ້າງຄືນໃໝ່ ເພື່ອດຳເນີນການກໍ່ສ້າງ ເຮືອນຖາວອນ ຈຳນວນ 700 ຫຼັງ ໃຫ້ສຳເຣັດ ພາຍໃນປີ 2023 ແລະ ສຳເຣັດການພັທນາ ໂຄງຮ່າງພື້ນຖານຕ່າງໆ ໃນປີ 2025 ແບບສົມບູນ 100%.

ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ເມສາ 2022 ນີ້ວ່າ:

“ຫາກໍເຣີ່ມຕໍ່ ຄືວ່າເຊັນສັນຍາຄືນຕື່ມອີກ ຕໍ່ສັນຍາ ຄືບໍຣິສັດວັນແສງຫັ້ນ ຕໍ່ເຣີ່ມໃໝ່ ໂດຍສະເພາະລະແມ່ນ ຢູ່ຈຸດຫິນລາດ ຕມໍຢອດຫັ້ນເດ້ ແຕ່ຢາກວ່າ ຢູ່ຈຸດຫັ້ນແຫຼະ ຈຸດທີ່ເຣີ່ມລົງມື ເຣີ່ມຕົ້ນກ່ອນໝູ່ ແມ່ນຈຸດດົງບາກບ້ານໃໝ່ ບາງຈຸດກາເຣີ່ມຕົ້ນ ກາຍັງບໍ່ໄດ້ສຳເຣັດ 100 ຫັ້ນແຫຼະ.”

ສໍາລັບການກໍ່ສ້າງເຮືອນຖາວອນນັ້ນ ຍານາງ ສວນສວັນ ວິຍະເກດ ຣັຖມົນຕຣີກະຊວງຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ໄດ້ໄປຢ້ຽມຢາມ ເມື່ອຕົ້ນເດືອນເມສາ ປີນີ້ ແລ້ວຣາຍງານວ່າ ສ້າງສໍາເຣັດ 322 ຫຼັງແລ້ວ ໃນຈໍານວນທັງໝົດ 700 ຫຼັງ.

ໃນຂະນະດຽວກັນ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ໃນເມືອງສນາມໄຊ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 21 ກໍຣະກະດາ 2022 ນີ້ວ່າ: ທາງເຈົ້າໜ້າທີ່ຂັ້ນບ້ານ ແລະປະຊາຊົນຜູ້ປະສົບພັຍ ກໍບໍ່ເຂົ້າໃຈຄືກັນ ວ່າເປັນຫຍັງ ການກໍ່ສ້າງເຮືອນຖາວອນ ຄືຊັກຊ້າແທ້ ຊຶ່ງຕາມສັນຍາ ກໍຄວນແລ້ວແຕ່ ປີ 2021 ພຸ້ນ ແຕ່ມາຮອດປີ 2022 ກໍຍັງບໍ່ແລ້ວອີກ ທາງບໍຣິສັດຮັບເໝົາກໍ່ສ້າງ ກໍມີແຕ່ອ້າງວ່າ ຄານັ້ນ ຄານີ້ ໄປເລື້ອຍໆ:

"ປີ 2021 ຫັ້ນນ່າ ຮອດດຽວນີ້ ຫາກແຕ່ບໍ່ແລ້ວຈັກເທື່ອ ມາ 2022 ວ່າບໍ່ທັນແລ້ວ ບາດນີ້ ເດືອນ 7 ລະເດ້ ເພິ່ນອ້າງອີງບ່ອນວ່າ ມັນລາຄາເງິນເຟີ້ນີ້ເນາະ ການຊັກຊ້າ ບໍ່ທ່ວງທັນຂອງບໍຣິສັດ ການກໍ່ສ້າງຫັ້ນນ່າ ທັງເງິນເຟີ້ ທັງນໍ້າມັນມັນແພງ ການໄປການມາ ການຂົນສົ່ງກະຊັກຊ້າ ຕັ້ງແຕ່ໂຄວິດ ແຕ່ກ່ອນເພິ່ນອ້າງອີງວ່າໂຄວິດເນາະ ບາດນີ້ເງິນເຟີ້ ອັດຕຣາເງິນເຟີ້. "

ຢ່າງໃດກໍຕາມ ໃນວັນທີ 21 – 22 ກໍຣະກະດາ 2022 ນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມ ໂທຫາ ບໍຣິສັດ ວັນແສງ ອັດຕະປືກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ເພື່ອຖາມເຣື່ອງຄວາມຄືບໜ້າ ຂອງການກໍ່ສ້າງເຮືອນຖາວອນ 700 ຫຼັງ ວ່າມາຮອດປັດຈຸບັນ ຄືບໜ້າໄປຫຼາຍຊໍ່າໃດແລ້ວ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ນອກຈາກນີ້ ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ຫ້ອງເມືອງສນາມໄຊ ແຂວງອັດຕະປື ນໍາດ້ວຍ ເພື່ອສອບຖາມກ່ຽວກັບເຣື່ອງດັ່ງກ່າວ ແຕ່ປະກົດວ່າ ໂທໄປຕິດສຽງດັງທຸກຄັ້ງ ແຕ່ບໍ່ມີໃຜຮັບສາຍ.

ກ່ອນໜ້ານີ້ ໃນມື້ວັນທີ່ 19 ກໍຣະກະດາ 2022 ທ່ານ ສຸລິວົງ ອາໄພວົງ ເຈົ້າເມືອງ ເມືອງສນາມໄຊ ແຂວງອັດຕະປື ກ່າວວິທຍຸເອເຊັຽເສຣີ ກ່ຽວກັບເຣື່ອງ ການກໍ່ສ້າງເຮືອນຖາວອນ 700 ຫຼັງນີ້ວ່າ ປັດຈຸບັນ ມີຄວາມຄືບໜ້າ 90 ປາຍສ່ວນຮ້ອຍແລ້ວ:

“ເຮືອນນິ່ ກະໄດ້ 90 ປາຍກວ່າເປີເຊັນ 90 ປາຍ ກະຊິບໍ່ທັນເຖິງ 700, 500 ປາຍນີ່.”

ຂະນະທີ່ ຊາວບ້ານຜູ້ປະສົບພັຍ ເຂື່ອນແຕກຫຼາຍຄົນ ໃນເມືອງສນາມໄຊ ແຂວງອັດຕະປື ເວົ້າວ່າ ການກໍ່ສ້າງເຮືອນຖາວອນທຸກຈຸດເລີຍ ທີ່ກໍ່ສ້າງຍັງບໍ່ແລ້ວ ປັດຈຸບັນນາຍຊ່າງ ແລະກັມມະກອນກໍບໍ່ມີແລ້ວ ຍ້ອນຂະເຈົ້າ ບໍ່ໄດ້ຮັບເງິນຄ່າຈ້າງ ເລີຍພາກັນໜີກັບບ້ານໝົດແລ້ວ.

ເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນມື້ວັນທີ່ 23 ກໍຣະກະດາ 2018 ເຮັດໃຫ້ຊາວບ້ານ 19 ບ້ານ ໃນເມືອງສນາມໄຊ ແຂວງອັດຕະປື ໄດ້ຮັບຜົລກະທົບ

ໃນນັ້ນ ມີ 6 ບ້ານ ໄດ້ຮັບຜົລກະທົບໜັກ ເສັຍຫາຍ 100%, ມີຜູ້ເສັຍຊີວິດ ແລະຫາຍສາບສູນໄປ 71 ຄົນ ຊາວບ້ານໄຮ້ທີ່ຢູ່ອາສັຍຖາວອນ ປະມານ 14,440 ຄົນ.

ວັນທີ່ 23 ກໍຣະກະດາ 2022 ນີ້ ກໍເປັນມື້ຄົບຮອບ 4 ປີ ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແລະເວລາຜ່ານມາ ກໍໍ 4 ປີແລ້ວ ແຕ່ຊີວິດການເປັນຢູ່ຂອງຜູ້ປະສົບພັຍເຂື່ອນແຕກ ຍັງບໍ່ມີຂຶ້ນເທົ່າທີ່ຄວນ ຫຼາຍຄອບຄົວຍັງ ຕ້ອງອາສັຍຢູ່ເຮືອນພັຍຊົ່ວຄາວ ຍ້ອນເຮືອນຖາວອນ ຍັງສ້າງບໍ່ທັນແລ້ວໝົດເທື່ອ. ສະບາຍດີ