ມີເຫດຕີກັນ ຢູ່ຮ້ານບັນເທີງ ດາວທອງ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ
2022.07.19

ເມື່ອກາງຄືນຂອງວັນທີ່ 18 ກໍຣະກະດາ ທີ່ຜ່ານມານີ້ ໄດ້ເກີດເຫດການ ຄົນຈໍານວນຫຼາຍ ກໍ່ເຫດຕີກັນຢູ່ສນາມມວຍ ພາຍໃນຮ້ານບັນເທີງດາວທອງ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງໄດ້ມີຜູ້ຖ່າຍວິດິໂອ ເຫດການດັ່ງກ່າວໄວ້ ພ້ອມກັບເຜີຍແຜ່ ທາງສື່ສັງຄົມອອນລາຍນ໌ ແຕ່ໃນເບື້ອງຕົ້ນ ຍັງບໍ່ທັນຮູ້ສາເຫດທີ່ຄັກແນ່ ວ່າເກີດຂຶ້ນຍ້ອນຫຍັງ ແລະໃຜເປັນໂຕການທີ່ເຣີ່ມກໍ່ເຫດ ຮຸນແຮງຂຶ້ນກ່ອນ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ຫາຊາວບ້ານ ທີ່ຢູ່ໃນເຫດການດັ່ງກ່າວ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ແຕ່ກໍບໍ່ສາມາດຕິດຕໍ່ຫາຜູ້ໃດໄດ້, ແຕ່ຜູ້ທີ່ໂພສຕ໌ວິດີໂອເຫດການນີ້ ລົງໃນສື່ສັງຄົມອອນລາຍນ໌ ໄດ້ລະບຸພຽງແຕ່ວ່າ ໃນມື້ດັ່ງກ່າວ ມີການແຂ່ງຕີມວຍ ລະຫວ່າງນັກມວຍລາວ, ໄທຍ ແລະພະມ້າ ເຊິ່ງຜູ້ທີ່ມາເບິ່ງ ສ່ວນຫຼາຍແມ່ນຄົນຈີນ ແລະຄົນຕ່າງປະເທດ ທີ່ເຮັດວຽກຢູ່ພາຍໃນ ເຂດດັ່ງກ່າວ ໄດ້ກໍ່ເຫດອາລະວາດ ແລ້ວຕີກັນ ຢູ່ພາຍໃນສນາມຕີມວຍ ແບບບໍ່ຮູ້ສາເຫດຄັກແນ່ ຈາກນັ້ນກໍມີຜູ້ຄົນຈໍານວນຫຼາຍ ພາກັນແລ່ນອອກຈາກສນາມມວຍ ໂດຍບໍ່ມີຣາຍງານວ່າ ຜູ້ໃດໄດ້ຮັບບາດເຈັບ ແນວໃດຫຼືບໍ່.
ແຕ່ເຖິງຢ່າງໃດກໍຕາມ ທາງຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ໄດ້ຮັບຮູ້ເຫດການທີ່ເກີດຂຶ້ນແລ້ວ ແຕ່ຍັງບໍ່ສາມາດລະບຸໄດ້ຄັກແນ່ ວ່າເກີດຂຶ້ນຍ້ອນຫຍັງ ເນື່ອງຈາກຜູ້ທີ່ຈັດງານຕີມວຍດັ່ງກ່າວ ບໍ່ໄດ້ເຊີນເຈົ້າໜ້າທີ່ລາວ ປະຈໍາເຂດດັ່ງກ່າວໄປເຂົ້າຮ່ວມເບິ່ງນໍາ ເພາະວ່າ ບໍ່ແມ່ນງານທີ່ຈັດຂຶ້ນແບບເປັນທາງການ, ແຕ່ກໍມີການສັນນິຖານໃນເບື້ອງຕົ້ນວ່າ ໜ້າຈະເປັນກຸ່ມຄົນເມົາເຫຼົ້າ ທີ່ມີປາກສຽງກັນແລ້ວກໍ່ເຫດຕີກັນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 19 ກໍຣະກະດາ ນີ້ວ່າ:
“ຍິນເຂົາເວົ້າກັນຢູ່ແມ່ນແຫຼະ ຕີມວຍເບາະ ໄດ້ຍິນເຂົາເວົ້າວ່າຢູ່ ຢູ່ເວທີກະຕີ ຢູ່ລຸ່ມກະຕີ ກິນເຫຼົ້າເບາະ ຫຼືວ່າແນວໃດ ພັກ-ຣັຖເຮົາກະບໍ່ຮູ້ເດ້ ວ່າເຂົາຊິຈັດ ແຂ່ງຂັນກິຫຼອກກິລານ່່າ ບໍ່ໄດ້ໄປ ບໍ່ໄດ້ເຂົ້າຮ່ວມນໍາເພິ່ນ.”
ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ທາງກຸ່ມບໍຣິສັດດອກງິ້ວຄໍາ ກໍເຄີຍຈັດການແຂ່ງຂັນຕີມວຍ 3 ປະເທດ ລາວ-ໄທຍ-ພະມ້າ ເພື່ອເປັນກິຈກັມສ້າງຄວາມສາມັກຄີ ຂອງ 3 ປະເທດດັ່ງກ່າວ ໂດຍໃນເທື່ອນັ້ນ ກໍໄດ້ເຊີນເຈົ້າໜ້າທີ່ຫຼາຍພາກສ່ວນເຂົ້າຮ່ວມ ແລະກໍບໍ່ມີເຫດການວຸ້ນວາຍເກີດຂຶ້ນ, ສ່ວນເຫດການທີ່ເກີດຂຶ້ນຫຼ້າສຸດນີ້ ກໍຈະມີການກວດສອບສາເຫດ ແລະຊອກຫາຜູ້ກະທໍາຜິດອີກເທື່ອນຶ່ງ.
ໃນຂະນະທີ່ ເຈົ້າໜ້າທີ່ຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແຂວງບໍ່ແກ້ວ ກ່າວວ່າ ພາຍຫຼັງເກີດເຫດການດັ່ງກ່າວຂຶ້ນ ກໍໄດ້ມີເຈົ້າໜ້າທີ່ສະເພາະກິຈ ລົງພື້ນທີ່ໄປສອບສວນ ແລະຊອກຫາສາເຫດແລ້ວ ແຕ່ຍັງບໍ່ສາມາດໃຫ້ຣາຍລະອຽດ ແລະຄວາມຄືບໜ້າ ຂອງການສອບສວນນັ້ນໄດ້ເທື່ອ.
ດັ່ງຍານາງ ກ່າວວ່າ:
“ມີໜ່ວຍງານເຂົາເຈົ້າໄປແລ້ວ ແຕ່ວ່າເຂົາເຈົ້າ ຍັງບໍ່ມາຣາຍງານເທື່ອເຈົ້າ ເພາະວ່າ ມັນມີຂແນງ ທີ່ເພິ່ນຮັບຜິດຊອບປະກົດການຫຍໍ້ທໍ້ ເພິ່ນໄປຕ່າງຫາກແລ້ວ ເພິ່ນຍັງບໍ່ຣາຍງານມາ.”
ທາງດ້ານຊາວບ້ານທ່ານນຶ່ງ ທີ່ເຄີຍໄປໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ຢູ່ເລື້ອຍໆ ກ່າວວ່າ ປັດຈຸບັນ ຢູ່ສນາມມວຍ ໃນຮ້ານບັນເທີງດາວທອງນັ້ນ ຈະເປີດໃຫ້ແຕ່ ຜູ້ທີ່ຢູ່ພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ສາມາດເຂົ້າໄປເບິ່ງ ແລະກິນດື່ມໃນຮ້ານໄດ້ ເນື່ອງຈາກວ່າ ຄົນລາວຈາກພາຍນອກ ສາມາດເດີນທາງ ໄປເຂດດັ່ງກ່າວໄດ້ຕັ້ງແຕ່ຕອນເຊົ້າ ຈົນຮອດເວລາ 21 ໂມງເທົ່ານັ້ນ ດັ່ງນັ້ນ ຜູ້ທີ່ກໍເຫດຕີກັນ ກໍໜ້າຈະແມ່ນຄົນທີ່ເຮັດວຽກ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ.
ດັ່ງທ່ານກ່າວວ່າ:
“ຂ້ອຍກະບໍ່ຮູ້ຣາຍລະອຽດດີ ອັນຕີມວຍ ໂຕນີ້ກະຄົນຕ່າງປະເທດບໍ່ໃຫ້ເຂົ້ານ່າ ດຽວນີ້ນ່າ ໃຫ້ເຂົ້າແຕ່ຄົນລາວ ໄປນອນກະບໍ່ໄດ້ ເຂົ້າໄປແລ້ວບໍ່ໃຫ້ກາຍ 9 ໂມງກາງຄືນ.”
ສ່ວນຊາວບ້ານຢູ່ເມືອງຕົ້ນເຜິ້ງ ທ່ານນຶ່ງ ກ່າວວ່າ ລາວເອງກໍບໍ່ຮູ້ຄັກແນ່ ກ່ຽວກັບສາເຫດ ຂອງການຕີກັນ ໃນສນາມມວຍດັ່ງກ່າວ ແຕ່ກໍຄິດວ່າ ເປັນເຣື່ອງປົກກະຕິຢູ່ແລ້ວ ທີ່ມີການກໍ່ເຫດຕີກັນ ຢູ່ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ເພາະວ່າ ມີຄົນຈີນອາສັຍຢູ່ຫຼາຍ ແລະຄົນຈີນຫຼາຍຄົນກໍມັກໃຊ້ອາຣົມ ຈົນເກີດເຫດການຮຸນແຮງຢູ່ແລ້ວ.
ດັ່ງທ່ານກ່າວວ່າ:
“ເອີ່ອັນນັ້ນແທ້ມີ ມີຕລອດແຫຼະຈີນ ມັນຄົນຈີນນີ້ ຄົນຈີນມັນຮ້າຍນ່າ ມັນກໍອັນຕລາຍຢູ່ ມັນບໍ່ມີວຽກຫຍັງ ເຮົາກໍບໍ່ເຂົ້າໄປ.”
ກ່ອນໜ້ານີ້ ກໍມັກເກີດເຫດການຮຸນແຮງ ຫຼືຕີກັນ ຢູ່ພາຍໃນເຂດເສຖກິຈພິ ເສດສາມຫຼ່ຽມຄໍາຢູ່ເລື້ອຍໆ ເປັນຕົ້ນ: ເມື່ອເດືອນຕຸລາ ປີ 2020 ໄດ້ເກີດເຫດກຸ່ມຄົນຈີນຈໍານວນຫຼາຍ 10 ຄົນ ໄດ້ກໍເຫດຍົກພວກຕີກັນ ໂດຍບໍ່ຮູ້ສາເຫດທີ່ຄັກແນ່ ແລະທາງເຈົ້າໜ້າທີ່ ກໍບໍ່ໄດ້ເປີດເຜີຍຣາຍລະອຽດໃຫ້ຮູ້ໄດ້ ແລະຫຼ້າສຸດນີ້ ໃນວັນທີ່ 14 ກໍຣະກະດາ ທີ່ຜ່ານມາ ກຸ່ມພະນັກງານຮັກສາຄວາມປອດພັຍຊາວພະມ້າ ທີ່ເຮັດວຽກຢູ່ບໍຣິສັດຈີນແຫ່ງນຶ່ງເຂດເສຖກິຈພິເສດແຫ່ງນີ້ ກໍໄດ້ພາກັນ ໃຊ້ທ່ອນເຫຼັກລຸມຕີຄົນງານລາວຜູ້ນຶ່ງ ຈົນໄດ້ຮັບບາດເຈັບສາຫັດ ໃນຂະນະດຽວກັນ ກໍມີຄົນງານລາວ ແລະຄົນງານຈາກປະເທດເພື່ອນບ້ານ ອີກຈໍານວນຫຼາຍ ທີ່ຖືກຕົວະມາເຮັດວຽກຕອບແຊັດ ຫາລູກຄ້າຫຼີ້ນການພນັນອອນລາຍນ໌ ແລະມັກຖືກນາຍຈ້າງທໍາຮ້າຍຮ່າງກາຍ ຫຼືຖືກກັກຂັງ ຄັນວ່າເຮັດວຽກບໍ່ໄດ້ຜົລງານດີ.
ຢ່າງໃດກໍຕາມ ໃນເດືອນມິຖຸນາ ຜ່ານມານີ້ ສະພາບໍຣິຫານເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ກໍໄດ້ມອບຄ້າຍຄຸມຂັງ-ດັດສ້າງ ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ຢູ່ເຂດບ້ານມ່ວງຄໍາ ເມືອງຕົ້ນເຜິ້ງ ໃຫ້ແກ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ເປັນຜູ້ຄຸ້ມຄອງ ໂດຍຄ້າຍຄຸມຂັງ-ດັດສ້າງ ແຫ່ງດັ່ງກ່າວ ສ້າງຂຶ້ນເພື່ອເປັນບ່ອນສໍາລັບ ໄວ້ຄຸມຂັງບັນດານັກໂທດ ທີ່ກໍ່ຄະດີ ພາຍໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ໂດຍສະເພາະ.