ມີຜູ້ເສັຽຊີວິຕ, ບາດເຈັບ ຈາກລະເບີດ ຕົກຄ້າງ 11 ຄົນ

ສຸພັດຕາ
2022.07.25
ມີຜູ້ເສັຽຊີວິຕ, ບາດເຈັບ ຈາກລະເບີດ ຕົກຄ້າງ 11 ຄົນ ສູນຢ້ຽມຢາມ ເກັບກູ້ລະເບີດ (UXO LAO Visitor Center) ນະຄອນຫຼວງພຣະບາງ, ເດືອນກໍຣະກະດາ ປີ 2022.
RFA

ທ່ານ ປະເດີມພອນ ສົນທະນີ ຮອງຣັຖມົນຕຣີກະຊວງແຮງງານ ແລະສວັດດີການສັງຄົມ ທັງເປັນຮອງປະທານ ຜູ້ປະຈໍາການ ຄະນະກັມມະການຄຸ້ມຄອງແຫ່ງຊາຕ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (National Regulatory Authority ຫຼື NRA) ກ່າວວ່າ ໃນໄລຍະ 6 ເດືອນທໍາອິດ ຂອງປີ 2022 ນີ້ ທົ່ວປະເທດ ມີອຸບັດຕິເຫດຈາກລະເບີດບໍ່ທັນແຕກ 10 ຄັ້ງ ມີຜູ້ຖືກເຄາະຮ້າຍ 11 ຄົນ ໃນນີ້ເສັຽຊີວິຕ 2 ຄົນ ແລະບາດເຈັບອີກ 9 ຄົນ ເຊິ່ງສາເຫດແມ່ນຍ້ອນ ການເຮັດກິຈກັມທໍາການຜລິດ ແລະການທໍາມາຫາກິນ ຂອງພວກຂະເຈົ້າ.

ໃນຂະນະທີ່ ການເກັບກູ້ລະເບີດບໍ່ທັນແຕກ ກໍໄດ້ດໍາເນີນໄປຢ່າງຊ້າໆ ໂດຍບໍ່ຮູ້ວ່າ ອີກປະມານຈັກປີ ຈຶ່ງຈະເກັບກູ້ສໍາເຣັດ ຍ້ອນມີບັນຫາທາງດ້ານງົບປະມານ ແລະບຸກຄະລາກອນຍັງມີຈໍາກັດ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 25 ກໍຣະກະດາ 2022 ນີ້ວ່າ:

“ກະຄາດຍາກ ເພາະວ່າ ດຽວນີ້ເຮົາກໍໄດ້ເກັບ ດໍາເນີນການເກັບກູ້ລະເບີດ ມາແຕ່ປີ 1996 ເປັນຕົ້ນມາ ດຽວນີ້ ກໍ 20 ປາຍກວ່າປີແລ້ວ ແຕ່ວ່າ ກະເປີເຊັນໃນການເກັບກູ້ ແຕ່ເຮົາກໍເກັບກູ້ໄດ້ຢູ່ປະມານ 5% ເທົ່ານັ້ນ ມາຮອດປັດຈຸບັນ ອ່າ ລວມທັງແຕກອື່ນໆ ກະປະມານ 10% ສະນັ້ນຄາດຄະເນ ກໍຊິຫຍຸ້ງຍາກ ຂຶ້ນຢູ່ກັບສະພາບ Funding ແນ່ Funding source ແນ່ ກະມີຫຼາຍ factors.”

ຂະນະທີ່ ເຈົ້າໜ້າທີ່ ທີ່ເຮັດວຽກນໍາໂຄງການ ເກັບກູ້ລະເບີດແຫ່ງຊາຕ (Lao National Unexploded Ordnance Programme ຫຼື UXO Lao) ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍ້ອນບັນຫາ ກ່ຽວກັບການຂາດເຂີນງົບປະມານນັ້ນ ເຮັດໃຫ້ໃນໄລຍະ 3-4 ເດືອນຜ່ານມາ ການດໍາເນີນການເກັບກູ້ລະເບີດບໍ່ທັນແຕກ ພາຍໃນ 5 ແຂວງ ຂອງປະເທດລາວ ຄື:

  1. ຫົວພັນ
  2. ຫຼວງພຣະບາງ
  3. ເຊກອງ,
  4. ສາຣະວັນ ແລະ
  5. ຈໍາປາສັກ

ຈໍາເປັນຕ້ອງໄດ້ໂຈະ ໂຄງການດໍາເນີນການຊົ່ວຄາວ.

“ປັດຈຸບັນ ເຮົາຂາດທຶນຢູ່ ທີ່ແນ່ໆ ກະແຂວງຫົວພັນ ແລ້ວກໍແຂວງຫຼວງພຣະບາງ ນີ້ກໍຖືວ່າຂາດ ບໍ່ໄດ້ເຄື່ອນໄຫວເລີຍ ແລ້ວກໍແຂວງຈໍາປາສັກ ແລ້ວກໍແຂວງເຊກອງເນາະ ກໍບໍ່ໄດ້ເຄື່ອນໄຫວ ລວມແລ້ວກໍມີ 5 ທາງແຂວງສາຣະວັນ ແຂວງເຊກອງ ມີຈໍາປາສັກເນາະ ແລ້ວກໍຫົວພັນ ຫຼວງພຣະບາງ ແລ້ວກໍສາຣະວັນນິ່ ເປັນເວລາ 2-3 ເດືອນແລ້ວ ບໍ່ໄດ້ເຄື່ອນໄຫວ.”

ທ່ານກ່າວຕື່ມວ່າ ນັບແຕ່ປີ 2015 ມາຮອດປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການສໍາຣວດພື້ນທີ່ ທີ່ຄາດວ່າ ຈະມີລະເບີດບໍ່ທັນແຕກຕົກຄ້າງ ຈໍານວນ 400,000 ເຮັກຕ້າຣ໌ ແລະມີທີມງານ ທີ່ເຮັດວຽກກ່ຽວກັບການເກັບກູ້ລະເບີດ ທົ່ວປະເທດ ປະມານ 1,400 ຄົນ ເຊິ່ງສາມາດເກັບກູ້ລະເບີດໃນພື້ນທີ່ດັ່ງກ່າວນີ້ ໄດ້ແຕ່ພຽງ 3,500 ປາຍເຮັກຕ້າຣ໌ຕໍ່ປີ ໃນຂະນະທີ່ ຣັຖບານຕ້ອງການດໍາເນີນການ ເກັບກູ້ລະເບີດບໍ່ທັນແຕກ ໃຫ້ໄດ້ປະມານ 10,000 ກວ່າເຮັກຕ້າຣ໌ຕໍ່ປີ.

ຢ່າງໃດກໍຕາມ ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະດໍາເນີນການເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ຕາມບ້ານ ແລະເມືອງຕ່າງໆ ໃນຂົງເຂດທົ່ວປະເທດ ໄປໄດ້ແລ້ວຈໍານວນນຶ່ງ ແຕ່ຢ່າງໃດກໍຕາມ ປະຊາຊົນຫຼາຍຄົນ ພັດຍັງພົບລະເບີດດັ່ງກ່າວນີ້ ຢູ່ພາຍໃນເຮືອນຢູ່ອາສັຍ ແລະບ່ອນເຮັດໄຮ່ເຮັດນາຂອງພວກເຂົາເຈົ້າ.

ດັ່ງຊາວບ້ານ ຢູ່ບ້ານອຸດົມສຸກ ເມືອງນາກາຍ ແຂວງຄໍາມ່ວນ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ແຕ່ວ່າຫຼ້າສຸດນີ້ ເຫັນໆຊ່ວງນຶ່ງ ເຫັນປະມານ 4-5 ເດືອນກ່ອນນີ້ ທີ່ວ່າ ລະເບີດບໍ່ທັນແຕກ ແຕ່ວ່າປະຊາຊົນເຂົາໄປ ຂະເຈົ້າບໍ່ຮູ້ ກໍສິວ່າມັນແຕກແລ້ວ ເຂົາກໍໄປ ໄປຢູ່ໃນເຮືອນນີ້ຫວາ ເຂົາເພິ່ນກໍແຈ້ງ ທາງໜ່ວຍງານກ່ຽວກັບເກັບກູ້ລະເບີດ ເຂົ້າມາ ເອົາໄປ.”

ທີ່ຜ່ານມາ ໜ່ວຍງານໂຄສະນາ ສຶກສາຄວາມສ່ຽງພັຍຈາກລະເບີດບໍ່ທັນແຕກ ກໍໄດ້ດໍາເນີນການໂຄສະນາປະຊາສັມພັນ ເພື່ອໃຫ້ປະຊາຊົນມີຄວາມຮູ້ຄວາມເຂົ້າໃຈ ແລະປ້ອງກັນໂຕເອງ ຈາກການຖືກລະເບີດແຕກໃສ່ ແຕ່ຢ່າງໃດກໍຕາມ ການດໍາເນີນການດັ່ງກ່າວນີ້ ຍັງບໍ່ໄດ້ແຜ່ຫຼາຍພໍເທົ່າໃດ.

ດັ່ງເຈົ້າໜ້າທີ່ ອົງການຈັດຕັັ້ງທາງສັງຄົມ ທີ່ເຮັດວຽກຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ທ່ານນຶ່ງ ກ່າວວ່າ:

“ແມ່ນໂຕນີ້ ຄັນຊິເວົ້າແລ້ວ ກໍເປັນສິ່ງນຶ່ງທີ່ວ່າທ້າທາຍ ແລະກໍມີຄວາມຫຍຸ້ງຍາກ ໃນການຄວບຄຸມ ແຕ່ເວລາທີ່ພວກເຮົາເຮັດ ເຊີນຂະເຈົ້າເຂົ້າຮ່ວມຫັ້ນ ບາງເທື່ອຂະເຈົ້າ ກໍໄປນອນຢູ່ປ່າ ບໍ່ຮັບຮູ້ ເຮັດໄຮ່ເຮັດສວນ ເຮັດຫຍັງຢູ່ພຸ້ນ ກໍບໍ່ໄດ້ເຂົ້າຮ່ວມກໍມີ ກໍເລີຍບໍ່ຮັບຮູ້ເນາະ ບໍ່ຮັບຮູ້ ກໍເລີຍວ່າ ຝາກອໍານາດການປົກຄອງບ້ານຫັ້ນ ເປັນຜູ້ທີ່ວ່າ ຊ່ອຍໂຄສະນາໂຕນີ້ຫັ້ນນ່າ ແຕ່ມັນກໍຂ້ອນຂ້າງບໍ່ທົ່ວເຖິງ ຄັນຊິເວົ້າແລ້ວນ່າ.”

ສໍາລັບກຸ່ມສ່ຽງ ທີ່ມັກຖືກລະເບີດແຕກໃສ່ ແມ່ນເປັນຊາວກະສິກັມ ທີ່ເຮັດໄຮ່ເຮັດນາ ໃນເຂດນອກໂຕເມືອງ ແລະພື້ນທີ່ຫ່າງໄກສອກຫຼີກ ຮວມເຖິງເດັກນ້ອຍ ທີ່ມັກນໍາເອົາລະເບີດບໍ່ທັນແຕກມາຫຼີ້ນຢູ່ເຮືອນ ຍ້ອນພວກເຂົາເຈົ້າ ບໍ່ທັນໄດ້ຮັບຮູ້ເຖິງອັນຕຣາຍ ທີ່ກໍາລັງຈະເກີດຂຶ້ນ.

ດັ່ງຊາວບ້ານ ຢູ່ບ້ານໂພນສະອາດເໜືອ ເມືອງແປກ ແຂວງຊຽງຂວາງ ນາງນຶ່ງ ກ່າວວ່າ:

“ອ່າ! ສໍາລັບຍາມນີ້ ເຮົາກໍບໍ່ໄດ້ຢ້ານ ເພາະວ່າມັນ ເຮົາເກັບກູ້ໄປໄດ້ຫຼາຍແລ້ວ ຢູ່ໃນແຖວໂຕເມືອງ ແຕ່ວ່າ ແຖວທີ່ວ່າຫ່າງໄກ ກໍຍັງບໍ່ໄດ້ເຂົ້າໄປ ເຮົາບໍ່ໄດ້ເຂົ້າໄປກວນມັນ ແລ້ວມັນກໍໄດ້ບໍ່ເປັນຫຍັງ ຖ້າວ່າ ໄປເຮັດໄຮ່ເຮັດສວນ ເຮັດຫຍັງມັນກໍບໍ່ມີແລ້ວ ບໍ່ເປັນຕາຢ້ານແລ້ວ ແມ່ນໂຕນີ້ນ່່າ ໜ້າຈະແມ່ນ ຄົນທີ່ແບບວ່າຢູ່ຫ່າງໄກສອກຫຼີກ ຫຼືແຖວຊົນນະບົດເນາະ ບໍ່ໄດ້ຮັບຂໍ້ມູນພຽງພໍ.”

ໃນຂະນະດຽວກັນ ເຖິງແມ່ນວ່າ ລະເບີດບໍ່ທັນແຕກຈະອັນຕຣາຍ ແລະເຮັດໃຫ້ຄົນລາວບາດເຈັບ ແລະເສັຽຊີວິຕ ສເລັ່ຽປະມານ 50 ປາຍຄົນຕໍ່ປີ ແຕ່ຢ່າງໃດກໍຕາມ ຊາວລາວຈໍານວນນຶ່ງ ກໍມີວິທີການສັງເກດແລະປ້ອງກັນໂຕເອງ ບໍ່ໃຫ້ໄດ້ຮັບອັນຕຣາຍ ຈາກລະເບີດບໍ່ທັນແຕກ ດັ່ງກ່າວນີ້ດ້ວຍໂຕເອງຫຼາຍຂຶ້ນ ເພື່ອໃຫ້ສາມາດດໍາເນີນຊີວິຕຕໍ່ໄປໄດ້.

ດັ່ງຊາວບ້ານ ຢູ່ເມືອງຄູນ ແຂວງຊຽງຂວາງ ອີກນາງນຶ່ງ ກ່າວວ່າ:

“ຕອນນີ້ ອັນຢູ່ແຂວງຊຽງຂວາງນີ້ແຫຼະ ຢູ່ເມືອງແປກນີ້ແຫຼະ ປັດຈຸບັນນີ້ ຂະເຈົ້າກໍບໍ່ໄດ້ຢ້ານປານໃດແລ້ວ ເພາະວ່າ ແຕ່ກີ້ຫັ້ນເນາະ ຕໍ່ລະເບີດບໍ່ທັນແຕກເນາະ ຈັ່ງວ່າ ເພາະວ່າ ຈຸເອື້ອຍ ກໍບໍ່ໄດ້ຍິນເຂົາເວົ້າເລີຍ.”

ໃນໄລຍະ 6 ເດືອນທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ສາມາດໂຄສະນາ ສຶກສາຄວາມສ່ຽງພັຍ ຈາກລະເບີດບໍ່ທັນແຕກ ໄດ້ 471 ບ້ານ, ສໍາຣວດບໍ່ແມ່ນວິຊາການ ເພື່ອຊອກຫາຈຸດຫຼັກຖານ ໄດ້ 85 ບ້ານ, ສໍາຣວດແບບວິຊາການ ເພື່ອກໍານົດພື້ນທີ່ຂອງລະເບີດບໍ່ທັນແຕກ ທີ່ຕົກຄ້າງ ໄດ້ 11,185 ເຮັກຕ້າຣ໌, ກວດກູ້ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ ທໍາການຜລິດ, ຈັດຕັ້ງເຂດຈຸດສຸມພັທນາໄດ້ 2,502 ເຮັກຕ້າຣ໌ ແລະພັທນາຊີວິຕ ຄວາມເປັນຢູ່ຂອງຜູ້ຖືກເຄາະຮ້າຍ ໄດ້ 24 ຄົນ.

ແຕ່ຢ່າງໃດກໍຕາມ ການຈັດຕັ້ງປະຕິບັດ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຍັງເປັນສິ່ງທ້າທ້າຍ ແລະບໍ່ສາມາດສນອງ ຕໍ່ຄວາມຕ້ອງການຂອງການພັທນາ ເສຖກິຈ-ສັງຄົມ, ຄວາມຕ້ອງການທໍາການຜລິຕ ຂອງປະຊາຊົນລາວບັນດາເຜົ່າ ແລະແຜນການຍຸດທສາຕແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ລະຫວ່າງປີ 2021-2030 ເນື່ອງຈາກມີບັນຫາ ທາງດ້ານງົບປະມານ ແລະບຸກຄະລາກອນຍັງມີຈໍາກັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.