ປະຊຸມ ຣັຖມົນຕຣີ ຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ
2022.07.06
ກອງປະຊຸມ ຣັຖມົນຕຣີກະຊວງ ການຕ່າງປະເທດ ກ່ຽວກັບຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ສາມັກຄີປອງດອງ ເພື່ອສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງ” ຖືກຈັດຂຶ້ນທີ່ເມືອງ ບາການ ປະເທດພະມ້າ ແຕ່ມື້ວັນທີ 3 ຫາວັນທີ 6 ກໍຣະກະດານີ້ ຊຶ່ງໃນນັ້ນໄດ້ຮັບຮອງເອົາຖແລງການ 5 ສະບັບ ຮວມທັງຖແລງຂ່າວ ຮ່ວມກອງປະຊຸມ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7, ຖແລງການວ່າດ້ວຍການຮ່ວມມື ຮັບປະກັນດ້ານສະບຽງ ອາຫານ, ວ່າດ້ວຍການຮ່ວມມືດ້ານພາສີ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ສປປ ລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກໍຣະກະດານີ້ວ່າ ແຜນການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 ຖືເປັນການຮ່ວມມືທີ່ດີ ຊຶ່ງຣັຖບານລາວ ແລະຣັຖບານ ຂອງປະເທດລຸ່ມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈະນໍາຜົລປໂຍດອັນເປັນຮູບປະທັມ ມາສູ່ພາກພື້ນ.
“ບົດບາດຕອນລຸ່ມແມ່ນໍ້າຂອງ ປະເທດນັ້ນປະເທດນີ້ ໄປຊ້ອນເຂົາກັນ ໄປເຊື່ອມເຂົ້າກັນ ເອົາທຶນມາສົມທົບ ຈຸດປະສົງ ເປົ້າໝາຍເຮົາ ຫາກມີຄວາມຊັດເຈນ ທີ່ມັນຕິດພັນ ກັບຜົລປໂຍດຮ່ວມແທ້.”
ຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງປະເທດສະມາຊິກ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ທົບທວນຄວາມຄືບໜ້າ ຂອງການຮ່ວມມື ແລະແລກປ່ຽນຄວາມຄິດເຫັນ ກ່ຽວກັບທິດທາງ ຂອງແຜນການໃນອະນາຄົດ ເພື່ອຮັບມືກັບບັນຫາຕ່າງໆ ເປັນຕົ້ນການຣະບາດ ຂອງໂຄວິດ-19, ບັນຫາພະລັງງານ ແລະນໍ້າ, ຄວາມໝັ້ນຄົງທາງອາຫານ, ການປ່ຽນແປງ ຂອງສະພາບດິນ ຟ້າອາກາດ.
ພາຍໃຕ້ແຜນການຮ່ວມ ມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ມີຫລາຍກວ່າ 600 ໂຄງ ການ ຮວມມູນຄ່າ 80 ປາຍລ້ານໂດລ້າຣ໌ສະຫະຣັຖນັ້ນ ສປປ ລາວ ໄດ້ຮັບການ ສນັບສນູນ 68 ໂຄງການ ຮວມມູນຄ່າ 18 ລ້ານປາຍໂດລ້າ ເພື່ອພັທນາ ປະເທດໃຫ້ຫລຸດພົ້ນ ອອກຈາກການດ້ອຍພັທນາ.
ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງ ທຶນ ກ່າວຕໍ່ວິທຍຸເອເຊັຽໃນມື້ດຽວກັນນີ້ວ່າ:
“ຣັຖບານລາວເຮົາກະ ຢາກໃຫ້ມັນພັທນາ ໃຫ້ອອກຈາກປະເທດ ດ້ອຍພັທນາ ມີຣາຍຮັບໃຫ້ແກ່ຊາຕ ແລ້ວສ້າງວຽກເຮັດ ງານທໍາໃຫ້ປະຊາຊົນ ກະແນວນັ້ນແຫລະ.”
ຣັຖບານ ປະເທດໃນເຂດລຸ່ມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ຄວາມສໍາຄັນ ໃນການພັທນາເສຖກິຈ-ສັງຄົມໃນພູມີພາກ ຂະນະທີ່ຜົລກະທົບຕ່າງໆ ທີ່ເກີດຈາກການພັທນາຕາມແຜນການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ນັບມື້ຈະເພິ່ມທະວີຂຶ້ນ.
ຜົລກະທົບ ທີ່ເຫັນຢ່າງຈະແຈ້ງ ຄືຈາກການປະຕິບັດ ແຜນພະລັງງານ ແລະນໍ້າ ຍ້ອນປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຮ່ວມກັນສ້າງເຂື່ອນ ຈົນເຮັດໃຫ້ເກີດຜົລກະທົບ ຕໍ່ລະບົບນິເວດໃນແມ່ນໍ້າຂອງ ແລະທໍາລາຍວິຖີຊີວິຕຂອງປະຊາຊົນ ລຸ່ມແມ່ນໍ້າຂອງ ໄປເລື້ອຍໆ.
ດັ່ງປະຊາຊົນ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກໍຣະກະດານີ້ວ່າ:
“ມັນຢາກມີຜົລກະທົບ ທາງເຂື່ອນຫັ້ນແຫລະ ດຽວນີ້ຫັນເພາະ ວ່ານໍ້າມັນບໍ່ປົກກະຕິ ບາງເທື່ອກະຄືເວົ້າງ່າຍໆ ນໍ້າມັນບໍ່ທັມມະຊາຕຫັ້ນນ່າ ຄາວແຕ່ກີ້ນີ້ ປາມັນມີຕລອດເນາະ ປານໍ້າຂອງ ມັນເປັນບໍ່ໄດ້ ບາງເທື່ອນໍ້າສັຍບາງເທື່ອນໍ້າຂຸ່ນ.”
ກ່ຽວກັບເຣື່ອງນີ້ ພາກປະຊາສັງຄົມໄທຍເວົ້າວ່າ ແຜນການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນພຽງການຫາຜົລປໂຍດໃຫ້ນາຍທຶນ ຕາມແຜນຂອງຈີນ ທີ່ກະຈາຍເງິນເຂົ້າມາເຮັດຫລາຍຢ່າງ ເປັນຕົ້ນ ສ້າງເຂດເສຖກິຈພິເສດ, ສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ສ້າງທ່າເຮືອ.
ດັ່ງຜູ້ຕາງໜ້າກຸ່ມຮັກຊຽງຂອງ (ຂອງ) ໄທຍ ກ່າວໃນມື້ດຽວກັນນີ້ວ່າ:
(ໄທຍ) “ມັນຈະແຈ້ງຢູ່ແລ້ວ ສິ່ງທີ່ເຂົາເວົ້າ ຈະສນັບສນູນໃນເຣື່ອງຂອງການພັທນາ ເຣື່ອງຂອງເສຖກິຈ ເຣື່ອງຂອງລາຍໄດ້ ແຕ່ເປັນພຽງກຸ່ມທຶນບໍ່ພໍເທົ່າໃດຄົນເປັນຜູ້ໄດ້ ສ່ວນຊາວບ້ານບໍ່ໄດ້ຫຍັງ ມີແຕ່ເສັຍຜົລປໂຍດ ສິ່ງນີ້ແຫລະ ທີ່ຈີນຈະເປັນບັນຫາຕໍ່ໄປ ທີ່ຈະລົມກັນບໍ່ໄດ້ ແຕ່ທີ່ຈີນກະຈາຍມາຄືຫຍັງ ຄືເງິນ”.
ທ່ານ ໄຊວຸດ ກຣຸດພັນ ອາຈານວິຊາປະມົງ ປະຈໍາມະຫາວິທຍາລັຍ ອຸບົນຣາຊທານີ ກ່າວວ່າ ແຜນການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສ້າງຜົລກະທົບ ໃຫ້ກັບພູມິພາກນີ້ຫລາຍສົມຄວນ ໂດຍສະເພາະການນໍາໃຊ້ ຊັພຍາກອນທັມມະຊາຕແມ່ນໍ້າຂອງ, ການສ້າງເຂື່ອນໄຟຟ້າ ແລະການກັກເກັບນໍ້າ ເພື່ອໃຊ້ທໍາການກະເສຕ ທີ່ກະທົບຕໍ່ປະຣິມານນໍ້າໃນເຂດລຸ່ມ ທີ່ບໍ່ພຽງພໍໃຊ້ໃນຣະດູແລ້ງ ແລະການຂຶ້ນ-ລົງຂອງນໍ້າ ບໍ່ປົກກະຕິ, ກະທົບໃສ່ປະຊາຊົນທີ່ທໍາການກະເສຕ ແລະການປະມົງ ໂດຍສະເພາະຢູ່ປະເທດກັມພູຊາ ແລະວຽດນາມ ທີ່ໄດ້ຮັບຜົລກະທົບ ໜັກທີ່ສຸດ.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກໍຣະກະດານີ້ວ່າ:
(ໄທຍ) “ພື້ນທີ່ລຸ່ມແມ່ນໍ້າຂອງທັງໝົດ ທີ່ຄວບຄຸມ 6 ປະເທດ ເຮົາມີການໃຊ້ປໂຍດໂດຍກົງ ສິ່ງທີ່ມັນເກີດຂຶ້ນກັບສິ່ງແວດລ້ອມ ລະບົບນິເວດແລ້ວ ມັນຍັງເຫັນຜົລກະທົບໂດຍກົງ ມາຍັງຊຸມຊົນທ້ອງຖິ່ນ ທີ່ໃຊ້ປໂຍດດ້ວຍ”.
ແຕ່ເຖິງຢ່າງໃດກໍຕາມ ທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນຕຣີການຕ່າງປະເທດ ສປປ ລາວ ທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ວ່ານັ້ນ ກໍຕີລາຄາສູງ ຕໍ່ໝາກຜົລຂອງການຮ່ວມມື ພາຍໃຕ້ແຜນການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕລອດ 6 ປີຜ່ານມາ. ແຜນການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ມີຂຶ້ນເມື່ອປີ 2016 ຕາມຂໍ້ລິເຣີ່ມຂອງໄທຍ ແລະມີສະມາຊິກ 6 ປະເທດ ຄື ສປປ ລາວ, ໄທຍ, ພະມ້າ, ກັມພູຊາ, ວຽດນາມ ແລະຈີນ.