ເຣື້ອງທີ່ເກັບບັນທຶກໄວ້
2023-09-01
ປັດຈຸບັນ ປະຊາຊົນລາວໃນທົ່ວປະເທດ ເປັນຕົ້ນຜູ້ທີ່ຢູ່ໃນເຂດຊົນນະບົດ ຫ່າງໄກ ຮວມທັງຜູ້ທີ່ໄດ້ຮັບຜົລກະທົບຈາກພັຍນໍ້າຖ້ວມ ຈໍານວນຫລວງຫລາຍ ມີເຂົ້າກິນບໍ່ພຽງພໍ ຫລື ຂາດເຂີນເຂົ້າກິນ ເຮັດໃຫ້ຫລາຍໆຄອບຄົວອຶດຫິວ, ກິນເຂົ້າໜ້ອຍລົງ ເພື່ອເປັນການຢັດເຂົ້າທີ່ມີຢູ່.
2023-08-31
ຊາວລາວໃນຫຼາຍແຂວງ ຍັງບໍ່ພໍໃຈ ຕໍ່ການປິ່ນປົວ ແລະ ການບໍຣິການ ຂອງໂຮງໝໍຣັຖ, ອັນມາຈາກຫຼາຍສາເຫດ ແລະ ຜົລການສຳຣວດຫຼ້າສຸດ ຕໍ່ຄວາມຄວາມໃຈ ໃນການບໍຣິການ ຂອງໂຮງໝໍຣັຖ ທີ່ສະພາແຫ່ງຊາຕສຳຣວດ ມີພຽງແຕ່ 20% ເທົ່ານັ້ນ ທີ່ປະຊາຊົນພໍໃຈ.
2023-08-30
ຊາວລາວ ໃນເຂດຫ່າງໄກສອກຫຼີກ ຈຳນວນນຶ່ງ ຍັງບໍ່ສາມາດເຂົ້າເຖິງບໍຣິການ ດ້ານສາທາຣະນະສຸຂ ໄດ້ ຍ້ອນຂໍ້ຈຳກັດຫຼາຍດ້ານ
2023-08-25
ກອງທຶນ ປະກັນສຸຂພາບ ແຫ່ງຊາຕຂອງລາວ ໂອນເງິນໃຫ້ໂຮງໝໍແຂວງສາລະວັນ, ໂຮງໝໍແຂວງຄໍາມ່ວນ ແລະ ໂຮງໝໍແຂວງຊຽງຂວາງ ເພື່ອໃຊ້ໜີ້ຄ່າຢາ ຈໍານວນນຶ່ງແລ້ວ, ແຕ່ຍັງຕິດໜີ້ອີກຫລາຍ ເຊິ່ງເງິນຈຳນວນນີ້ ສາມາດຊ່ວຍເຫຼືອ ໃຫ້ຄົນເຈັບ ຈຳນວນນຶ່ງ ບໍ່ໄດ້ຈ່າຍຄ່າຢາເອງ.
2023-08-23
ປະຊາຊົນລາວ ມີຄວາມສ່ຽງເປັນໂຣກຈິດຫລາຍຂຶ້ນ ສາເຫດເປັນຍ້ອນສະພາເສຖກິຈໃນປັດຈຸບັນ ເປນັຕົ້ນເງິນກີບເຟີ້, ຄ່າຄອງຊີບແພງຂຶ້ນ, ຊີວິດການເປັນຢູ່ຫຍຸ້ງຍາກຫຼາຍ, ໂດຍສະເພາະບໍ່ມີສິດໃນການຮຽກຮ້ອງ ຫຼືວິພາກວິຈານ, ຖ້າເວົ້າຕ້ອງຖືກຈັບເຂົ້າຄຸກ ຫຼື ຫາຍສາບສູນ.
2023-08-21
ບໍຣິສັດບໍ່ແຮ່ ຂອງຈີນຢູ່ເມືອງປາກອູ ແຂວງຫລວງພຣະບາງ ໃຊ້ອຳນາດ ກັກຂັງ ແລະທຸບຕີຊາວບ້ານ ຫລາຍສິບຄົນ ທີ່ລັກຂຸດຄໍາ ໃນເຂດສັມປະທານຂອງບໍຣິສັດດັ່ງກ່າວ ແລະຊາວບ້ານຕ້ອງໄດ້ຈ່າຍ ຄ່າໄຖ່ 10-15 ລ້ານກີບ ຕໍ່ນຶ່ງຄົນ ເພື່ອແລກກັບອິສຣະພາບ.
2023-08-17
ການປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍ ການແກ້ໄຂບັນຫາ ຢາເສບຕິດ ໄລຍະປີ 2021-2023 ຂອງຣັຖບານ ຈະສິ້ນສຸດລົງ, ແຕ່ໃນໄລຍະເດືອນສິງຫາ 2023 ນີ້ ຍັງ ມີການຈັບຂະບວນການ ຄ້າຢາເສບຕິດ ຢ່າງຕໍ່ເນື່ອງ ສ່ວນພາກຣັຖຍ່ອມຮັບວ່າ ການປາບປາມ ມີອຸປະສັກ ຈຶ່ງບໍ່ສາມາດ ຈັບຜູ້ຄ້າຣາຍໃຫຍ່ໄດ້.
2023-08-15
ໄຂ້ເລືອດອອກ ຫຼືໄຂ້ຍຸງລາຍ ກຳລັງຣະບາດ ລວມເຖິງຖອກທ້ອງ ແລະ ຍັງມີຄວາມສ່ຽງ ຕໍ່ການຣະບາດ ຂອງພະຍາດອະຫິວາ, ໄຂ້ທໍຣະພິດ, ຕຸ່ມເປື່ອຍ, ຕີນຫໍ, ຕາແດງ, ໄຂ້ຍ່ຽວໜູ, ພະຍາດແມ່ທ້ອງ ແລະອື່ນໆ ພາຍຫຼັງຈາກນ້ຳຖ້ວມ ຫຼື ພະຍາດທີ່ມາກັບຣະດູຝົນ.
2023-08-15
ແຂວງຜົ້ງສາລີ ສັ່ງຫ້າມບໍ່ໃຫ້ນໍາ ງົວ-ຄວາຍ ເຂົ້າຫຼືອອກ ຍ້ອນມີໄລຍະນີ້ ມີການຣະບາດ ຂອງພະຍາດປາກເປື່ອຍ ລົງເລັບ ແລະເຮັດໃຫ້ງົວ, ຄວາຍ ຕາຍແລ້ວ 114 ໂຕ ຂະນະນີ້ ທາງການແຂວງ ຍັງຂາດເຂີນງົບປະມານ ໃນການຊ່ອຍເຫຼືອ ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ.
2023-08-10
ການສໍາຣວດເນື້ອ ທີ່ຂຸດຄົ້ນບໍ່ເກືອກາລີ ໃນເນື້ອທີ່ປະມານ 48 ກິໂລຕາແມັດ ຂອງ ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ຂອງຈີນຢູ່ເຂດເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງຄຳມ່ວນໄດ້ສຳເຣັດແລ້ວພ້ອມທັງມີແຜນຈະສົ່ງບົດຣາຍງານ ຜົລການສຳຣວດໃຫ້ ກົມທໍຣະນີສາດ ແລະ ແຮ່ທາດຮັບຊາບເພື່ອທີ່ຈະດຳເນີນການໃນຂັ້ນຕອນຕໍ່ໄປ.
2023-08-07
ແຂວງອຸດົມໄຊ ປະກາດບ້ານພົ້ນທຸກໄດ້ທັງໝົດ 247 ບ້ານ ຫຼື ປະມານ 52.77% ຂອງຈຳນວນບ້ານທັງໝົດມີບ້ານພົ້ນທຸກແລ້ວ 37,907 ຄອບຄົວ, ຄິດເປັນ 60.4% ຂອງຈຳນວນຄອບຄົວ ທັງໝົດທົ່ວແຂວງ, ອີງຕາມຂອງ ຍານາງ ຄຳຈັນທະລາ ໄຊບຸຸນເຮືອງ ຫົວໜ້າຜແນກແຜນການ ແລະການລົງທຶນ ຂອງແຂວງອຸດົມໄຊ.
2023-08-01
ຄະນະທ່ອງທ່ຽວຈາກປະເທດໄທຍ ປະສົບອຸບັດຕິເຫດຢູ່ບ້ານນໍ້າແພ ເມືອງວຽງພູຄາ ແຂວງຫລວງນໍ້າທາ ເຮັດໃຫ້ ມີຄົນເສັຽຊີວິດ 5 ລວມຄົນຂັບຣົຖຊາວລາວ ນອກຈາກນີ້ຍັງພົບ ມີນັກທ່ອງທ່ຽວໄທຍ ໄດ້ຮັບບາດເຈັບອີກ 3 ຄົນ.
2023-07-28
ໂຄງການ UNAIDS ເຊິ່ງເປັນໂຄງການຮ່ວມຕ້ານ HIV/Aids ຂອງສະຫະປະຊາຊາຕ ໄດ້ຣາຍງານວ່າ ປະເທດລາວ ມີໄວລຸ້ນ ແລະ ຜູ້ໃຫຍ່ ຕິດເຊື້ອ HIV/Aids ທັງໝົດປະມານ 19,000 ຄົນ ໃນນັ້ນ ມີຜູ້ທີ່ຕິດເຊື້ອ ທີ່ອາຍຸຕໍ່າກວ່າ 25 ປີ ມີຈໍານວນເກືອບ 8,000 ຄົນ.
2023-07-27
ຄົນລາວເສັຽຊິວີດ ຍ້ອນມົນລະພິດ ຈາກຄວັນໄຟ ໃນການໃຊ້ຟືນດັງໄຟ ເພື່ອຄົວກິນ ແລະ ຈາກໄຟໄໝ້ປ່າ ໃນແຕ່ລະປີຫລາຍພັນຄົນ ຍັງບໍ່ມີການແກ້ໄຂ ຈາກໜ່ວຍງານທີ່ກ່ຽວຂ້ອງ ຂອງຣັຖບານ ສ່ວນປະຊາຊົນ ສ່ວນຫຼາຍຍັງໃຊ້ຟືນແທນການໃຊ້ໄຟຟ້າ ເນື່ອງຈາກຄ່າໄຟຟ້າຍັງແພງ ເມື່ອທຽບໃສ່ຟືນ.
2023-07-27
ຄວັນຈາກໂຮງງານຢາສູບ ຂອງລາວແຫ່ງນຶ່ງທີ່ຕັ້ງຢູ່ເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເຮັດໃຫ້ຊາວບ້ານ ເດືອດຮ້ອນ ໂດຍສະເພາະ ເຂດທີ່ໄດ້ຮັບຜົລກະທົບຫຼາຍ ແມ່ນເຂດຫຼັກ 8 ບ້ານຫາດຊາຍຂາວ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ອ້າງວ່າ ມີການແກ້ໄຂເບື້ອງຕົ້ນແລ້ວ.