ປະຊາຊົນລາວ ສ່ຽງມີປັນຫາສຸຂພາບຈິດ ຫຼາຍຂຶ້ນ
2023.08.23
ສະພາບເສຖກິຈຢູ່ລາວ ຍັງຝືດເຄືອງຢ່າງໜັກ ມີບັນຫາເງິນເຟີ້ ແລະເງິນກີບອ່ອນຄ່າລົງຕໍ່ເນື່ອງ, ສິນຄ້າແພງຂຶ້ນ ແລະທັງປະສົບກັບໄພນໍ້າຖ້ວມຕື່ມອີກ ເຮັດໃຫ້ປະຊາຊົນ ທຸກສາຂາອາຊີບ ມີຄວາມຕຶງຄຽດຫລາຍຂຶ້ນ ໂດຍສະເພາະບັນຫາ ເຣື່ອງການເງິນ ໃນໄລຍະທີ່ຄ່າຄອງຊີບຖີບສູງຂຶ້ນຢູ່ນີ້ ແມ່ນມີຄວາມສ່ຽງທີ່ຈະເປັນໂຣກຈິດ, ໂຣກວິຕົກກັງວົນ ແລະ ການຄວບຄຸມອາຣົມບໍ່ໄດ້. ໃນປີ 2022 ທີ່ຜ່ານມາ ມີປະຊາຊົນລາວເຖິງ 70,000 ຄົນ ມີຄວາມຄຽດ ຍ້ອນເສຖກິຈ-ການເງິນຕົກຕໍ່າ ແລະປີ 2023 ນີ້ ເພີ່ມຂຶ້ນເປັນ 2 ເທົ່າ ຄືມີເຖິງ 1,400,000 ຄົນ ຍ້ອນຄວາມທຸກຍາກເພີ່ມຂຶ້ນ, ອີງຕາມຣາຍງານ ຂອງໂຮງໝໍມະໂຫສົດ ທີ່ນະຄອນຫລວງວຽງຈັນ.
ປັດຈຸບັນ ຢູ່ໂຮງໝໍມະໂຫສົດ ມີຄົນພົບແພດ-ໝໍ ດ້ານສຸຂພາບຈິດຫລາຍຂຶ້ນ. ຜູ້ເປັນໂຣກຈິດ ມີຫ້ອງກວດສະເພາະ ແລະແພດ-ໝໍ ຈະໃຫ້ຄໍາປຶກສາ ແນະນໍາ ພ້ອມທັງໃຫ້ຢາມາກິນ ແລະຕິດຕາມອາການເປັນປະຈໍາ ເພື່ອບໍ່ໃຫ້ປ່ວຍໜັກຂຶ້ນ.
ດັ່ງເຈົ້າໜ້າທີ່ ໂຮງໝໍມະໂຫສົດ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ສິງຫາ ນີ້ວ່າ:
“ເພິ່ນທີ່ເປັນສຸຂພາບຈິດ ເພິ່ນຈະມີຫ້ອງກວດສະເພາະ ກະມີຫລາຍກໍມາກວດບັກຫລາຍໆຫັ້ນແຫລະ ມັນມີຫລາຍດ້ານເດ້ ທີ່ພາໃຫ້ມັນເປັນ ຄິດຫຍັງຫລາຍກໍເປັນໄດ້ໝົດ ທັມດານີ້ຕ້ອງໄດ້ແມ່ນວ່າແກ້ ຄັນບໍ່ແກ້ ດົນໆໄປ ມັນກໍຕ້ອງເປັນຫັ້ນແຫລະ ໂຕນີ້ຕ້ອງມາຫາສະເພາະທາງ ເພິ່ນສິອະທິບາຍໃຫ້ຄືນໃໝ່ ເພິ່ນຈະມີຢາໃຫ້ກິນ ແລະຕິດຕາມປະຈໍາ.”
ພະນັກງານຣັຖຜູ້ນຶ່ງ ເວົ້າເຖິງບັນຫາຄວາມຄຽດ ດ້ານການເງິນຂອງປະຊາຊົນ ໃນໄລຍະຄ່າຄອງຊີບສູງຂຶ້ນ ແລ້ວບໍ່ໄປຫາແພດ-ໝໍ ວ່າ ກໍມີຫລາຍເຊັ່ນກັນ ແລະວ່າ ສະເພາະຕົນເອງ ກໍຮູ້ສຶກຄຽດ ຍ້ອນແຕ່ລະເດືອນ ເງິນບໍ່ກຸ້ມຢູ່ບໍ່ກຸ້ມກິນ ເພາະອາຫານການກິນ ທຸກຢ່າງແພງຂຶ້ນ ແມ່ນແຕ່ໄຂ່ໄກ່ 2 ໜ່ວຍກໍ 5,000 ກີບແລ້ວ ແຕ່ກ່ອນມີແຕ່ໜ່ວຍລະ 1,000 ກີບ, ແຕ່ກໍເຮັດຫຍັງບໍ່ໄດ້, ຕ້ອງໄດ້ອົດທົນດີ້ນຮົນ ເປັນພະນັກງານຣັຖຕໍ່ໄປ.
ທ່ານກ່າວຕື່ມວ່າ ເຖິງຈະມີຄວາມຄຽດ ແຕ່ກໍບໍ່ເຖິງຂັ້ນ ທີ່ຈະຕ້ອງໄດ້ໄປພົບແພດ-ໝໍ ເພາະຖ້າໄປພົບແພດ-ໝໍ ກໍຕ້ອງໄດ້ໃຊ້ເງິນອີກ ດັ່ງນັ້ນ ສິ່ງດຽວທີ່ຈະເຮັດໄດ້ ກໍຄື ອົດທົນ ແລະຫາທາງຫາເງິນທາງອື່ນນໍາ ເພື່ອໃຫ້ມີຊີວິດລອດ ແລະ ລ້ຽງຄອບຄົວໄດ້. ພ້ອມດຽວກັນນັ້ນ ທ່ານກໍຢາກໃຫ້ຣັຖບານລາວ ແກ້ໄຂບັນຫາທີ່ວ່ານີ້ໃຫ້ໄດ້, ແຕ່ກໍເຫັນວ່າ ເພີ່ນບໍ່ສາມາດແກ້ໄຂຫຍັງໄດ້, ເຈົ້າໜ້າທີ່ລະດັບສູງ ສ່ວນໃຫຍ່ຄິດແຕ່ນໍາຕົວເອງ, ບໍ່ຄິດນໍາຄວາມທຸກຍາກ ຂອງປະຊາຊົນ, ປະຊາຊົນເວົ້າຫຍັງບໍ່ໄດ້ ຖ້າເວົ້າກໍຖືກຈັບ ຫລືວ່າຫາຍສາບສູນ.
ດັ່ງທ່ານເວົ້າວ່າ:
“ຜູ້ເພິ່ນທໍ້ ມັນກໍມີ ຄືຈັ່ງຂ້ອຍຈັ່ງຊີ້ ທໍ້ແລ້ວຈະໄດ້ຫຍັງ. ຕ້ອງດີ້ນຮົນກັນໄປ ບໍ່ດີ້ນຮົນກະຫິວ ບໍ່ມີກິນເຮັດຫຍັງໄດ້. ບໍ່ມີ ເປັນພະນັກງານ ໄປເປັນກັມກອນ ກໍແຮ່ງຕາຍ. ປະຊາຊົນລາວ ມັນເວົ້າຫຍັງບໍ່ໄດ້ ເວົ້າຫຍັງປຶບຖືກຈັບ ຫລື ວ່າຫາຍສາບສູນ. ຣັຖບານ ຜູ້ໃຫຍ່ໆ ບໍ່ໄດ້ວ່າ ຈະກະຕືລືລົ້ນ ອິຫຍັງ ນໍາຜູ້ທຸກ ກໍທຸກໄປ ກູໄດ້ກິນແລ້ວກະພໍ. ແລ້ວເຂົາກໍບໍ່ຄິດວ່າ ປະຊາຊົນ ຈະຢູ່ຈັ່ງໃດ ກິນຈັ່ງໃດ ກະບໍ່ກ່ຽວ.”
ເຈົ້າໜ້າທີ່ຕໍາຣວດຜູ້ນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ສິງຫານີ້ວ່າ ມີພະນັກງານຣັຖ ຈໍານວນນຶ່ງ ລາອອກການ ຍ້ອນຄວາມຄຽດແຮງ ໃນເຣື່ອງການເງິນຫຍຸ້ງຍາກ, ບໍ່ມີເງິນພໍກິນ, ຄ່າຄອງຊີບສູງຂຶ້ນຫລາຍເທົ່າ ຊຶ່ງສ່ວນນຶ່ງຍ້ອນວ່າ ຕ້ອງໄດ້ຫາລ້ຽງຄອບຄົວ ທີ່ມີຫລາຍຄົນ, ບາງຄົນກໍເຊົ່າຫ້ອງຢູ່ແລະ ຊື້ເຂົ້າກິນ ຫຍຸ້ງຍາກຫລາຍ.
“ກະມີຢູ່ພວກຄຽດແຮງ ແບບປັບບໍ່ທັນກະມີ. ບາດນີ້ສ່ວນນຶ່ງ ກະມີຄວາມຍາກ ຄ່າຄອງຊີບມັນແພງຂຶ້ນ ກະຕິດພັນກັບລາຍຮັບ ບໍ່ພຽງພໍເນາະ. ຄອບຄົວມີລູກຫລາຍຄົນເນາະ ສ່ວນນຶ່ງກໍແບບຢູ່ໃນຕົວເມືອງ ເຮືອນເຊົ່າ ເຂົ້າຊື້ຫັ້ນ. ສັງຄົມເປັນຜູ້ບໍຣິໂພກ ອັນໃດກໍວ່າຊື້ເອົາໝົດ ແບບນີ້ກໍໍຊິມີຄວາມກົດດັນແດ່.”
ຢູ່ແຂວງຫລວງນໍ້າທາ ເຈົ້າໜ້າທີ່ຣັຖທ່ານນຶ່ງ ກໍເວົ້າວ່າ ດຽວນີ້ ພະນັກງານຣັຖ ຄຽດກັນຫລາຍ, ຫລາຍຄົນບໍ່ໄຫວ ເພາະເງິນເດືອນໜ້ອຍແຮງ, ແຕ່ຄ່າຄອງຊີບສູງຂຶ້ນ ແລະກໍເຫັນທະຫານລາອອກ 100 ປາຍຄົນແລ້ວ, ແລະພະນັກງານ ຣັຖຂແນງອື່ນໆ ກໍເຫັນວ່າ ຈະລາອອກກັນອີກ ຍ້ອນບໍ່ໄຫວກັບສະພາບເສຖກິຈຫຍຸ້ງຍາກ ແລະຄ່າຄອງຊີບກໍສູງຂຶ້ນຢູ່ນີ້.
“ພະນັກງານກໍຄືຊິບໍ່ໄຫວແລ້ວ ເງິນເດືອນຄືວ່າແຫລະເງິນມັນເຟີ້ ທຽບໃສ່ເງິນຢັວນກໍມີແຕ່ 700 ຢັວນຕໍ່ເດືອນ ກະຊິຕາຍແລ້ວພະນັກງານຣັຖ ອ້າຍນ້ອງທະຫານກໍອອກຫລາຍ 100 ປາຍຄົນແລ້ວນີ໋ ຜູ້ໃດກໍສເນີອອກ.”
ທີ່ນະຄອນຫລວງວຽງຈັນ ແມ່ຄ້າຜູ້ນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ຕົນເອງ ກໍຮູ້ສຶກຄຽດເຊັ່ນກັນ ຍ້ອນຂາຍເຄື່ອງບໍ່ດີ ແລະໄດ້ຮັບສິນຄ້າມາແພງຂຶ້ນ, ຈະຂຶ້ນລາຄາຫລາຍເກີນໄປກໍບໍ່ໄດ້ ເພາະປັດຈຸບັນນີ້ ຄົນຈັບຈ່າຍໃຊ້ສອຍກໍໜ້ອຍລົງ, ແຕ່ກໍຕ້ອງໄດ້ອົດທົນ ດີ້ນຮົນຂາຍໄປເລື້ອຍໆ, ເຖິງແມ່ນວ່າບາງມື້ ຂາຍບໍ່ໄດ້ກໍຕາມ ເພາະບໍ່ຮູ້ວ່າຈະໄປເຮັດຫຍັງ ແລະວ່າ ບາງເທື່ອ ທີ່ໄດ້ໄປຫາໝໍ ກໍໄດ້ເສັຍເງິນໄປອີກ, ລາຄາຢາປິ່ນປົວແພງຂຶ້ນ 2 ເທົ່າແລ້ວ. ຢູ່ປະເທດລາວ ບໍ່ມີບ່ອນໃດປິ່ນປົວ ໂດຍບໍ່ໄດ້ເສັຍຄ່າ, ປະຊາຊົນເວົ້າຫຍັງບໍ່ໄດ້, ຕ້ອງໄດ້ອົດທົນເອົາ.
“ເງິນຂຶ້ນອິຫຍັງກໍຂຶ້ນ ອັນໃດກໍຂາຍຍາກເດ໋ ຊື້ນັ້ນໂນ້ນນີ້ກໍແພງໄປໝົດ ມັນກໍຕ້ອງສູ້ຂາຍຈັ່ງຊີ້ແຫລະ ໄດ້ບໍ່ໄດ້ກໍຕ້ອງສູ້ເດ໋ ໄປຫາໝໍກໍແພງຂຶ້ນອີກ ຢາແກ້ປວດເຮົາເຄີຍຊື້ ສິບພັນມັນກໍເປັນຊາວ ເປັນ 25 ບໍ່ມີບ່ອນປົວຟຣີ ກຸ້ມຕົນເອງເລີຍ ຕາຍຄືຕາຍ ຍັງຄືຍັງຊີ້ນ່າ.”
ພະນັກງານບໍຣິສັດກໍ່ສ້າງ ແຫ່ງນຶ່ງ ຢູ່ແຂວງອຸດົມໄຊ ກໍເວົ້າວ່າ ທຸກມື້ ເງິນເດືອນທີ່ໄດ້ຮັບ ບໍ່ພໍຢູ່ບໍ່ພໍກິນ, ເງິນເດືອນຂັ້ນຕໍ່າທີ່ໄດ້ຮັບ ຢູ່ທີ່ 1,200,000 ກີບຕໍ່ເດືອນ, ບໍ່ກຸ້ມກິນ. ແຕ່ສິນຄ້າແພງຂຶ້ນທຸກຢ່າງ, ຄ່ານໍ້າມັນຣົຖຂີ່ໄປເຮັດວຽກເງິນກັບໝູ່ກໍແພງ, ແຕ່ກໍຈໍາເປັນຕ້ອງໄດ້ໄປເຮັດວຽກນັ້ນ, ຖ້າບໍ່ໄປເຮັດກໍບໍ່ມີເງິນໃຊ້ຈ່າຍຊື້ກິນ.
“ຄັນສິເວົ້າເຣື່ອງພໍກິນນີ້ ໂອ໋ຍ ບໍ່ພໍ ຄັນສົມທຽບຊື້ເຂົ້າກະມື້ນຶ່ງ 2 ແສນແລ້ວ ຍົກໂຕຢ່າງວ່າ ພະນັກງານເຮົາທຽວມາແຕ່ບ້ານເນາະ ຜູ້ທີ່ໄກສຸດກະ 10 ປາຍຫລັກ ຜູ້ທີ່ມໍ່ ປານກາງກໍ 5-6 ຫລັກ ສົມທຽບເຂົາເຈົ້າໃສ່ນໍ້າມັນຣົຖມາ ລິດນຶ່ງກະ 3 ມື້ 50 ພັນກະໝົດແລ້ວເດ໋.”
ຢູ່ປະເທດລາວ ມີໜ່ວຍປິ່ນປົວສຸຂພາບຈິດຢູ່ 2 ແຫ່ງ ຄືໂຮງໝໍມະໂຫສົດ ແລະໂຮງໝໍທະຫານ-ໂຮງໝໍ 103 ໃນນະຄອນຫລວງວຽງຈັນ ແລະອີງຕາມຄໍາເວົ້າ ຂອງປະຊາຊົນລາວຫລາຍຄົນ ແລ້ວແມ່ນວ່າ ສ່ວນໃຫຍ່ຜູ້ທີ່ຈະໄປພົບແພດ-ໝໍສຸຂພາບຈິດໄດ້ ກໍຈະຕ້ອງເປັນຜູ້ມີເງິນ ເພາະແພດ-ໝໍດ້ານນີ້ຢູ່ລາວ ບໍ່ມີຫລາຍ. ມີແຕ່ຢູ່ເມືອງຫລວງ, ສ່ວນຢູ່ບ່ອນອື່ນ ຈະບໍ່ມີຜູ້ຊ່ຽວ ຊານດ້ານນີ້ເລີຍ. ດັ່ງນັ້ນ ຫລາຍຄົນທີ່ຢູ່ແຂວງຕ່າງໆ ເປັນຕົ້ນຢູ່ເຂດຊົນບົດ ກໍຈະບໍ່ໄປຫາໝໍ, ປ່ອຍໃຫ້ມັນເປັນໄປຕາມມີຕາມເກີດ. ສໍາລັບຜູ້ມີເງິນກໍໄດ້ໄປຫາ ແພດ-ໝໍປ່ວນປົວໃຫ້ ຢູ່ນະຄອນຫລວງວຽງຈັນ ບ່ອນດຽວເທົ່ານັ້ນ.