ການປາບປາມ ຢາເສບຕິດ ຕາມວາຣະແຫ່ງຊາຕ, ຢາເສບຕິດ ຍັງບໍ່ຫຼຸດລົງ

ພອນ ພູມມີທອນ
2023.08.17
ການປາບປາມ ຢາເສບຕິດ ຕາມວາຣະແຫ່ງຊາຕ, ຢາເສບຕິດ ຍັງບໍ່ຫຼຸດລົງ ຊາຍໝຸ່ມ 3 ຄົນຖືກຈັບ ພ້ອມກັບ ເຮໂຣອິນ 400 ແທ່ງ. ແຂວງບໍ່ແກ້ວ ວັນທີ 20 ເມສາ 2023
ຮູບພາບຈາກ: ປກສ

ອີກບໍ່ຮອດ 5 ເດືອນຕໍ່ໜ້າ, ການປະຕິບັດວາຣະແຫ່ງຊາຕ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະປີ 2021-2023 ຂອງຣັຖບານຈະສິ້ນສຸດລົງ, ແຕ່ໃນໄລຍະເດືອນສິງຫາ 2023 ນີ້ ຍັງປະກົດມີການຈັບຂະບວນການ ຄ້າຢາເສບຕິດ ຢ່າງຕໍ່ເນື່ອງ ຢູ່ຫຼາຍແຂວງໃນທົ່ວປະເທດ ໂດຍສະເພາະ ຢູ່ແຂວງບໍ່ແກ້ວ ທີ່ມີຊາຍແດນທາງນ້ຳ ຕິດຕໍ່ກັບ ຣັຖສານ ປະເທດພະມ້າ ເຊິ່ງເປັນແຫຼ່ງຜລິດຢາເສບຕິດໃຫຍ່ ຢູ່ໃນຂົງເຂດ ເອເຊັຽຕາເວັນອອກສຽງໃຕ້ ນີ້. ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມເຈົ້າໜ້າທີ່ຕຳຣວດ ທ່ານນຶ່ງ ຢູ່ແຂວງບໍ່ແກ້ວ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ວ່າ ການປາບປາມ ຂະບວນການຄ້າຢາເສບຕິດ ຕາມວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ທາງເຈົ້າໜ້າທີ່ ກໍໄດ້ຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ເຮັດໃຫ້ສາມາດຈັບ ຂະບວນການຄ້າຢາເສບຕິດ ໄດ້ລຽນຕິດ ແລະ ກໍໄດ້ສົ່ງຜູ້ຖືກກ່າວຫາ (ຜູ້ຕ້ອງສົງໄສ) ແລະ ຂອງກາງ ໄປໃຫ້ກອງບັນຊາການ ປ້ອງກັນຄວາມສງົບ (ປກສ) ຂັ້ນແຂວງ ດຳເນີນຄະດີຕໍ່ໄປ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ສິງຫາ 2023 ນີ້ວ່າ:
ທາງເມືອງພວກເຮົາ ກໍ່ໄດ້ສົ່ງຜູ້ຕ້ອງຫາ ກັບຂອງກາງ ຫັ້ນໄປໃຫ້ແຂວງ. ໃນປີນີ້ນີ່ ເຮົາກໍ່ມີຫລາຍນີ້ແຫຼະຣາຍໃຫຍ່. ອັນນັ້ນກະຈະເປັນແກ້ໄຂ ພວກຣາຍໃຫຍ່ ຂາຍທົ່ວໄປ.”
ຂະນະທີ່ ເຈົ້າໜ້າທີ່ຕຳຣວດ ອີກຜູ້ນຶ່ງ ຢູ່ແຂວງຫຼວງນ້ຳທາ ກ່າວວ່າ ການປາບປາມຈັບກຸມ ຜູ້ຄ້າຢາເສບຕິດທີ່ເປັນຫົວໜ້າ ກໍຍັງຖືວ່າຍາກຫຼາຍ ສ່ວນຫຼາຍຈະສາມາດຈັບໄດ້ ສະເພາະຜູ້ກະທຳຜິດ ທີ່ຮັບຈ້າງຂົນຢາ (ລູກນ້ອງ) ຫຼື ຜູ້ຄ້າຢາເສບຕິດ ຣາຍຍ່ອຍເທົ່ານັ້ນ ໂດຍສະເພາະ ໃນພື້ນທີ່ສາມຫຼ່ຽມຄຳ.

ມັນຊິຍາກບ່ອນວ່າ ກັບການໄປນຳພວກຈັບເປົ້າໝາຍ ໃນນັ້ນກໍຍາກ. ສ່ວນຫຼາຍເພີ່ນຈະຈັບໂຕຜູ້ຖືກຫາໄດ້ ສ່ວນຫຼາຍແມ່ນຢູ່ທາງແຂວງບໍ່ແກ້ວຫັ້ນ ໃກ້ກັນກັບສາມຫຼ່ຽມຄຳ ຫັ້ນແຫຼະເນາະ. ແມ່ນທາງນັ້ນມັນຈະເປັນຈຸດຫຼໍ່ແຫຼມກວ່າໝູ່.”

ຫຼ້າສຸດ ໃນວັນທີ 9 ສິງຫາ 2023 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຣວດ ແຂວງບໍ່ແກ້ວອອກ ລາດຕະເວນ ຕາມເຂດຊາຍແດ ນລາວ-ໄທຍ-ພະມ້າ ແລະ ໄດ້ກວດພົບການລັກລອບ ຂົນສົ່ງຢາເສບຕິດ ຢູ່ທ່ານ້ຳຫົວບ້ານ ສີດອນມີ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ຜູ້ກະທຳຜິດ ສາມາດຫຼົບໜີ ຈາກການຈັບກຸມ ຂອງເຈົ້າໜ້າທີ່ໄປໄດ້. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ສາມາດກວດຍຶດ ຣົຖກະບະ 2 ຄັນ; ພາຍໃນຣົຖ ພົບຢາເສບຕິດປະເພດຢາໄອຊ໌ ຈຳນວນ 720 ຫໍ່ ນ້ຳໜັກລວມ 720 ກິໂລກຣາມ ພ້ອມທັງເອກະສານກ່ຽວຂ້ອງ ກັບຣົຖ ອອກຊື່ ທ້າວ ອາກອງ ຢູ່ເມືອງຕົ້ນເຜິ້ງ ແລະ ນາງ ຈັນຟອງ ຢູ່ບ້ານນ້ຳເກີງໃໝ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊັ່ນດຽວກັນ. ໂດຍທາງເຈົ້າໜ້າທີ່ຕຳຣວດ ໄດ້ສົ່ງມອບຂອງກາງດັ່ງກ່າວ ໃຫ້ຜແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຂອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອສືບຫາຜູ້ກະທຳຄວາມຜິດຕໍ່ໄປ. ທາງດ້ານ ຊາວບ້ານ ຜູ້ນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າ ນ້ອງຊາຍຂອງທ່ານ ໄດ້ເຂົ້າໄປພົວພັນກັບ ຂະບວນການຄ້າຢາເສບຕິດ ຂ້າມຊາຕ ຕ້ອງໄດ້ໄປລີ້ຊ່ອນ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຍັງບໍ່ສາມາດກັບຄືນບ້ານໄດ້.
ໂອ້ຍ! ຍັງເຂົ້າບ້ານບໍ່ໄດ້ປານນີ້ນີ່ນ່າ. ມານີ້ເຂົາຍັງຖາມຢູ່ນີ້ນີ່ນ່າ. ຂາຍຢາ ມາພີ້ກໍມາຂາຍຢາ ມາລັກເງິນເຂົາ. ຄັນວ່າຢູ່ໄທຍກະໄປຄ້າຢາອີກ ຢາໄອຊ໌, ຄ້າຢາໄອຊ໌ ເຂົາກໍຈັບໄດ້ ເສັຽ 50,000 (ບາທ) ສົ່ງກັບລາວ.”

ຫວ່າງບໍ່ດົນມານີ້, ທ່ານ ພັນໂທ ສະເໜ່ ດວງອະໄພວົງ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຖແລງຣາຍງານ ຕໍ່ສາທາຣະນະຊົນ ກ່ຽວກັບການຈັດຕັ້ງປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 6 ເດືອນ ຕົ້ນປີ 2023 ໃນຂົງເຂດເມືອງຫ້ວຍຊາຍ ວ່າ ສາມາດແກ້ໄຂຄະດີຢາເສບຕິດ ໄດ້ 31 ຄະດີ. ເຖິງຢ່າງໃດກໍຕາມ, ການປາບປາມຢາເສບຕິດ ຍັງມີອຸປະສັກຫຼາຍ ຍ້ອນວ່າ ຍັງບໍ່ສາມາດຢຸດຢັ້ງ ຂະບວນການຄ້າຢາໄດ້ຢ່າງແທ້ຈິງ ດັ່ງທ່ານໄດ້ກ່າວຕອນນຶ່ງວ່າ:

ຜູ້ກະທຳຜິດ ທີ່ມີການພົວພັນ ກ່ຽວຂ້ອງເຖິງຢາເສບຕິດ ແມ່ນພວມຈຳນວນຫຼາຍ. ເຖິງແມ່ນວ່າ ພວກເຮົາໄດ້ເອົາໃຈໃສ່ ໃນການແກ້ໄຂປາບປາມ ແຕ່ກໍບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ. ຈັບຜູ້ນີ້ມາ ຜູ້ໃໝ່ກໍສືບຕໍ່ເຄື່ອນໄຫວ.”

ນອກຈາກນີ້ແລ້ວ, ທາງຜແນກໂຄສະນາ-ອົບຮົມ ແລະ ຜແນກກວດກາ ແລະ ຄວບຄຸມ ຢາເສບຕິດ ຂອງກອງບັນຊາການ ປກສ ແຂວງບໍ່ແກ້ວ ກໍໄດ້ມີການຟື້ນຟູປິ່ນປົວ ຜູ້ຕິດຢາເສບຕິດ ຢູ່ສູນສ້າງຊີວິດໃໝ່ ບ້ານນ້ຳຈ້ວມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງເປັນໄປຕາມວາຣະແຫ່ງຊາຕ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຂອງ ຣັຖບານລາວ ໂດຍໃນປີ 2023 ນີ້ ມີຜູ້ເຂົ້າມາປິ່ນປົວແລ້ວ 159 ຄົນ, ປິ່ນປົວຈົນຫາຍດີແລ້ວ 144 ຄົນ. ຂະນະທີ່ ແຂວງອື່ນໆ ທາງເຈົ້າໜ້າທີ່ຕຳຣວດ ກໍໄດ້ມີການຈັບກຸມປາບປາມ ຄະດີຢາເສບຕິດ ເຊັ່ນດຽວກັນ ເປັນຕົ້ນ ເຈົ້າໜ້າທີ່ຕຳຣວດ ປກສ ແຂວງວຽງຈັນ ໄດ້ຖແລງຂ່າວ ການຈັບກຸມ 2  ຜົວເມັຽ ໃນຄະດີຄ້າຢາເສບຕິດ ໃນວັນທີ 14 ສິງຫາ 2023 ທີ່ຜ່ານມາ ຢູ່ບ້ານນາຊູ ເມືອງກາສີ ແຂວງວຽງຈັນ ປະກອບມີ 1. ທ້າວ ຮາຢ່າງ ອາຍຸ 34 ປີ ແລະ ນາງ ໄມວ່າງ ອາຍຸ 28 ປີ ຈັບໄດ້ພ້ອມຂອງກາງ ປະເພດຢາບ້າ ຈຳນວນ 13,600 ເມັດ, ເງິນສົດ 178 ລ້ານກີບ ແລະໂທຣະສັບ 2 ໜ່ວຍ ແລະ 2 ທ້າວ ເຢັ້ງຢາ ອາຍຸ 50 ປີ ແລະ ນາງ ມາລີ ອາຍຸ 45 ປີ ພ້ອມຂອງກາງຢາບ້າ ຈຳນວນ 63,836 ເມັດ, ເງິນສົດ 16 ລ້ານກີບ ແລະ ໂທຣະສັບ 3 ໜ່ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.