ເກີນເຄິ່ງນຶ່ງຂອງ ຈຳນວນບ້ານ ຢູ່ແຂວງອຸດົມໄຊຍັງບໍ່ພົ້ນທຸກ

ໄຊຍາ
2023.08.07
ເກີນເຄິ່ງນຶ່ງຂອງ ຈຳນວນບ້ານ ຢູ່ແຂວງອຸດົມໄຊຍັງບໍ່ພົ້ນທຸກ ດ້ານນອກເຮືອນ (ຮູບຊ້າຍມື) ແລະເຈົ້າຂງເຮືອນກຳລັງນອນຢູ່ໃນເຮືອນ ແຂວງອຸດົມ, ເດືອນນີນາ ປີ 2021.
ນັກຂ່າວ ພົລເມືອງ

ແຂວງອຸດົມໄຊ ປະກາດບ້ານພົ້ນທຸກໄດ້ທັງໝົດ 247 ບ້ານ ຫຼື ປະມານ 52.77% ຂອງຈຳນວນບ້ານທັງໝົດມີບ້ານພົ້ນທຸກແລ້ວ 37,907 ຄອບຄົວ, ຄິດເປັນ 60.4% ຂອງຈຳນວນຄອບຄົວ ທັງໝົດທົ່ວແຂວງ, ອີງຕາມອງ ຍານາງ ຄຳຈັນທະລາ ໄຊບຸຸນເຮືອງ ຫົວໜ້າຜແນກແຜນການ ແລະການລົງທຶນ ຂອງແຂວງອຸດົມໄຊ ທີ່ຣາຍງານຕໍ່ກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ 2 ລະຫວ່າງວັນທີ 03-04 ສິງຫາ 2023 ຜ່ານມາ.

ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າປັດຈຸບັນ ແຂວງອຸດົມໄຊ ມີບ້ານພົ້ນທຸກພຽງ 203 ບ້ານ ຈາກ 407 ບ້ານເທົ່ານັ້ນ ຫຼື ກວມເອົາ 43.2%.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 07 ສິງຫາ 2023 ນີ້ວ່າ:

ທົ່ວແຂວງມີ 470 ແລ້ວພົ້ນທຸກຫັ້ນແມ່ນ 203 ບ້ານ. ບ້ານທີ່ບໍ່ພົ້ນທຸຫຼັໆ ແມ່ນຢູ່ເມືອງງາ, ເມືອງປາກແບງ. ຂະເຈົ້າຈະເບິ່ງອັນນ່າການດຳຣົງຊີວິດ ການເຂົ້າເຖິງຂັ້ນພື້ນຖານເນາະ ສົມມຸດວ່າບ້ານບໍ່ມີເສັ້ນທາງ ຫຼືວ່າ ບໍ່ສາມາດທຽວໄດ້ສອງະດູເນາະ ເວລາຝົນຕົກໄປບໍ່ໄດ້ອິຫຍັງຫັ້ນນ່າ ບ້ານຍັງຍັງບໍ່ທັນມີາຍຮັບ ຫຼືບໍ່ມີແຫຼ່ງອາຊີບໝັ້ນຄົງ ສະແດງວ່າບ້ານນັ້ນບໍ່ພົ້ນທຸກເນາະ.

ການເປັນບ້ານພົ້ນທຸກຕ້ອງໄດ້ຜ່ານ 8 ມາຕຖານທີ່ກໍານົດໄວ້ກ່ອນໄດ້ແກ່.

  1. ມີ ຫຼື ເຂົ້າເຖິງ ໂຮງຮຽນປະຖົມ ຫຼື ໂຮງຮຽນມັທຍົມຕົ້ນ.
  2. ມີ ຫຼື ເຂົ້າເຖິງສຸຂສາລາ ຫຼື ການບໍຣິກາກນສຸຂພາບ ຂັ້ນພື້ນຖານ
  3. ມີແຫຼ່ງນໍ້າສະອາດ
  4. ມີເສັ້ນທາງ ແລະ ຂົນສົ່ງ ທີ່ສາມາດທຽວໄດ້ຕລອດປີ
  5. ເຂົ້າເຖິງການບໍຣິການສື່ສານ ແລະ ໂທລະຄົມມະນາຄົມ
  6. ມີ ຫຼື ເຂົ້າເຖິງຕລາດ ການຊື້ຂາຍ ແລກປ່ຽນສິນຄ້າ
  7. ມີໄຟຟ້າ
  8. ມີຄອບຄົວພົ້ນທຸກ 70% ຂຶ້ນໄປ ຂອງຈຳນວນຄອບຄົວທັງໝົດພາຍໃນບ້ານ ໂດຍໜຶ່ງໃນການເກນຄອບຄົວພົ້ນທຸກ ແມ່ນສະມາຊິກ ໃນຄອບຄົວຕ້ອງມີອາຊີບ ແລະແຫຼ່ງລາຍຮັບທີ່ໝັ້ນຄົງ ໂດຍກຳນົດໃຫ້ແຕ່ລະຄົນ ຕ້ອງມີຣາຍຮັບຢູ່ທີ່ 460,000ກີບຕໍ່ຄົນຕໍ່ເດືອນ.

ທ່ານກ່າວຕື່ມວ່າທີ່ຜ່ານມາ ການລົງພັທນາເພື່ອຫຼຸດຜ່ອນ ຄວາມທຸກຍາກຢູ່ ໂດຍມີທັງງົບຈາກສ່ວນກາງແລະງົບຈາກອົງການຈັດຕັ້ງສາກົລ ແຕ່ກໍຍັງຖືວ່າບໍ່ສາມາດຄວບຄຸມໄດ້ ທຸກບ້ານຍ້ອນງົບປະມານມີຈຳກັດ.

ອີງຕາມການຣາຍງານ “ຜູ້ທຸກຍາກຢູ່ບ່ອນໃດຂອງສູນສະຖິຕິແຫ່ງຊາຕລາວ ລະບຸວ່າໃນປີ 2018 ແຂວງອຸດົມໄຊ ເປັນໜຶ່ງໃນແຂວງທີ່ມີຈຳນວນຜູ້ທຸກຍາກຫຼາຍກ່ວາໝູ່ ໂດຍເມືອງງາ ເປັນເມືອງທີ່ອັດຕຣາຄວາມທຸກຍາກສູງເຖິງ 57.96% ມີຄົນທີ່ທຸກຍາກປະມານ 20,045 ຄົນ ເຊິ່ງຖືວ່າສູງສຸດ ໃນບັນດາແຂວງອຸດົມໄຊ ຮອງລົງມາແມ່ນເມືອງປາກແບງ ເຊິ່ງມີອັດຕຣາທຸກຍາກ 30.35% ແລະ ເມືອງນາໝໍ້ທີ່ອັດຕຣາທຸກຍາກ 28.56% ສ່ວນເມືອງທີ່ມີອັດຕຣາທຸກຍາກໜ້ອຍທີ່ສຸດ ແມ່ນເມືອງແບງ. ຈາກການປະເມີນ ຂອງເຈົ້າໜ້າທີ່ສາເຫດທີ່ເຮັດໃຫ້ຄອບຄົວກ່ວາ 80% ໃນເມືອງງາຍັງບໍ່ພົ້ນທຸກ ຍ້ອນປະຊາຊົນມີາຍຮັບທີ່ບໍ່ເຖິງເກນກຳນົດ ນອກຈາກນີ້ ຍັງບໍ່ມີທີ່ຢູ່ອາສັຍທີ່ໝັ້ນຄົງ.

ດັ່ງເຈົ້າໜ້າທີ່ ເມືອງງາອແຂວງອຸດົມໄຊກ່າວວ່າ:

ໂອທຸກຍາກຫຼາຍ ສ່ວນຫຼາຍທຸກຍາກຫຼາຍກວ່າໝູ່ ແມ່ນເຂດພູດອຍຫັ້ນແຫຼະ ເທສບານກໍມີບາງຈຳນວນເນາະທຸກຍາກ ມັນມີຫຼາຍດ້ານແດ່ສ່ວນຫຼາຍ ຈະເປັນພາກາຍຮັບ ທີ່ເຮົາປະເມີນອອກມາ ທີ່ມັນບໍ່ໄດ້ຕາມເຮົາຄາດໄວ້ປີໜຶ່ງເທົ່າກັບ 5 ລ້ານປາຍຕໍ່ຄົນຕໍ່ປີເດ້.

ເມື່ຶອກ່ອນປະຊາຊົນ ໃນເມືອງງາ ເຮັດໄຮ່ເປັນອາຊີບຫຼັກ ແຕ່ມາຮອດປັດຈຸບັນ ປະຊາຊົນບາງສ່ວນໄດ້ອອກໄປຊອກວຽກເຮັດຕ່າງແຂວງ ເປັນຕົ້ນແຂວງຊຽງຂວາງຫຼາຍຂຶ້ນ ຍ້ອນການເຮັດໄຮ່ໃຫ້ຜົລຜລິດບໍ່ແນ່ນອນ ບໍ່ກຸ້ມກິນ ແລະໃນເມືອງກໍບໍ່ມີວຽກຫຼາຍ.

ດັ່ງຊາວບ້ານ ຢູ່ເມືອງງາ ແຂວງອຸດົມໄຊ ທ່ານໜຶ່ງກ່າວວ່າ:

ມີຢູ່ມີຫຼາຍສ່ວນຫຼາຍກໍຢູ່ເຂດນອກຫັ້ນແຫຼະ ເຮັດໄຮ່ນີ້ແຫຼະຖາງປ່າເຮັດໄຮ່ປູກເຂົ້າມາດຽວນີ້ ເຂົາໄປຮັບຈ້າງບ່ອນອື່ນໆ ແດ່ ແມ່ນແລ້ວບໍ່ມີອາຊີບ ເຮັດແດ່ມີແຕ່ເຮັດໄຮ່ ເຮັດໄຮ່ແລ້ວບາງເທື່ອ ກໍປະແດດຫຼາຍ ເຂົ້າກໍຕາຍຊີ້ນ່າ ຊິຮັບຈ້າງກໍບໍ່ມີວຽກ.”

ຊາວບ້ານຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ກ່າວວ່າປັດຈຸບັນທັງໃນເມືອງໄຊ ແລະ ເມືອງຫຼາກໍຍັງມີປະຊາຊົນ ທີ່ຍັງບໍ່ພົ້ນທຸກຫຼາຍໃນເຂດບ້ານຂອງຍານາງເອງ ກໍຍັງມີຫຼາຍຄອບຄົວທີ່ຍັງຂາດເຂີນ ບໍ່ມີເຂົ້າກິນດັ່ງຍານາງກ່າວວ່າ:

ມີໆ ແຖວດອນໄຊກໍມີ ແຖວເມືອງຫຼາກໍມີເປັນບ້ານຄອບຄົວເນາະ ອັນນ່າບາງຄອບຄົວ ເຂົາເຈົ້າກໍຍັງຂາດເຂີນຫຼາຍຫັ້ນນ່າ ກໍຍັງບໍ່ມີເຂົ້າກິນຫາເຊົ້າກິນຄໍ່ານີ້ແຫຼະເນາະ.

ໃນປີ 2022 ທ່ານ ເພັດ ພົມພິພັກ ຣັຖມົນຕຣີກະຊວງກະສິກັມ ແລະ ປ່າໄມ້ ເຜີຍແຜ່ຂໍ້ມູນວ່າຢູ່ປະເທດລາວມີ 25,778 ຄອບທີ່ຫຼຸດຜ່ອນອອກຈາກ ຄວາມທຸກຍາກ ແລະ ພັທນາແລ້ວຄິດເປັນ 69.94% ຂອງຈຳນວນເປົ້າໝາຍ ລວມແລ້ວໃນປັດຈຸບັນມີຄອບຄົວພົ້ນທຸກແລ້ວ 787,702 ຄອບຄົວ ໂດຍຣັຖບານໃຊ້ງົບປະມານ ໃນການດຳເນີນໂຄງການ ຫຼ່ອຜ່ອນຄວາມທຸກຍາກ ທົ່ວປະເທດ 136 ຕື້ກີບເປັນໂຄງການທັງໝົດ 589 ໂຄງການ.

ໃນປີ 2023 ນີ້ ຣັຖບານລາວໄດ້ຕັ້ງເປົ້າໝາຍ ໃນການແກ້ໄຂໃຫ້ປະຊາຊົນຫຼຸດພົ້ນ ອອກຈາກຄວາມທຸກຍາກ ໄດ້ 30,654 ຄອບຄົວ ຫຼື ປະມານ 11.12% ຂອງຈຳນວນຄອບຄົວ ທີ່ທຸກຍາກທັງໝົດ 275,553 ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.