ແຂວງອຸດົມໄຊ ຍັງມີເດັກນ້ອຍເຖິງ 19 ສ່ວນຮ້ອຍ ທີ່ບໍ່ໄດ້ຮັບການສັກຢາປ້ອງກັນໂຣຄ ໂປລີໂອ ຕາມກຳນົດ, ຍ້ອນວ່າບາງຄອບຄົວ, ບໍ່ເຂົ້າໃຈການໃຫ້ລູກອາຍຸຕໍ່າກ່ວາ 1 ປີ ໄດ້ຮັບການສັກວັກຊິນປ້ອງກັນໂຣຄ ໂປລີໂອ ຄົບກຳນົດຈະຊ່ອຍປ້ອງກັນບໍ່ໃຫ້ ເປັນເປັ້ຍລ່ອຍໄດ້. ດັ່ງເຈົ້າໜ້າທີ່ຂ ແນງອະນາມັຍ ແລະສົ່ງເສີມສຸຂພາບ ແຂວງອຸດົມໄຊ ໄດ້ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ເມື່ອວັນທີ 4 ກຸມພາ ຜ່ານມາວ່າ:
"ຕາມເຂດຫ່າງໄກສອກຫຼີກ, ພໍ່ແມ່ບໍ່ເຂົ້າໃຈເວລາສັກຢາ, ຢອດຢາ, ແລ້ວລູກເປັນໄຂ້, ຊຸດໜ້າມາຢອດ, ມາສັກ, ຂະເຈົ້າບໍ່ຢາກເອົາລູກ ເຂົາເຈົ້າມາສັກ, ຢາວັກຊິນເຂົ້າໄປ, ມັນກໍ່ມີໄຂ້ນ້ອຍນຶ່ງ, ຫາກເຂົາເຈົ້າເຂົ້າໃຈ ມັນກໍ່ບໍ່ມີບັນຫາຫຍັງ, ແຕ່ວ່າສ່ວນຫຼາຍ ຍັງບໍ່ເຂົ້າໃຈນັ້ນ ແຫຼະ."
ທ່ານກ່າວຕື່ມວ່າ, ມີເຈົ້າໜ້າທີ່ລົງພື້ນທີ່ ສັກວັກຊິນໂປລີໂອໃຫ້ເດັກນ້ອຍ, 3 ເດືອນຕໍ່ 1 ເທື່ອ, ໂດຍຈະແຈ້ງໃຫ້ນາຍບ້ານຮັບຮູ້, ເພື່ອບອກ ແຕ່ລະຄອບຄົວຮັບຊາບ, ແຕ່ຍັງບໍ່ຄ່ອຍໄດ້ຮັບຄວາມຮ່ວມມືເທົ່າທີ່ຄວນ, ຍ້ອນວ່າມີບາງຄອບຄົວ, ໄປນອນຢູ່ໄຮ່ຢູ່ນາ ບໍ່ຮູ້ວ່າມີເຈົ້າໜ້າທີ່ ມາສັກຢາໂປລີໂອ ໃຫ້ເຖິງທີ່, ເຊິ່ງຕ່າງຈາກໃນເມືອງ ທີ່ມີຄວາມຕື່ນໂຕກັນຫຼາຍ, ເພາະມີຄວາມສະດວກກ່ວາ, ສາມາດພາລູກໄປໂຮງໝໍ ໄດ້ເລີຍ ແລະ ແຂວງອຸດົມໄຊ ມີການປ້ອງກັນທຸກປີຢູ່ແລ້ວ, ສ່ວນຫນ້ອຍຈະພົບເດັກນ້ອຍ ເປັນໂຣຄໂປລີໂອ ກະທັນຫັນທີ່ມີອາການ ຮຸນແຮງ ສາມາດພິການໄດ້ເລີຍ:
"ມີກໍຣະນີນຶ່ງ ຫຼື ສອງກໍຣະນີ, ໃກ້ກັບແຂວງເຮົາ, ກໍຕ້ອງໄດ້ປ້ອງກັນມັນໄວເດ້ເນາະ, ພາຍໃນ 14 ມື້ ຕິດເຊື້ອມັນຈະມີອາການໄຂ້, ແລະ ກໍ່ມັນຈະມີຖ່າຍເປັນນໍ້າ, ຕໍ່ມາພາຍໃນເດືອນນຶ່ງມັນຈະລ່ອຍ ແຂນ ຂາ ກ້າມເນື້ອ ຈະອ່ອນເພັຍ."
ເຖິງຢ່າງໃດກໍ່ຕາມ, ຫຼັງຈາກທີ່ມີການສັກຢາວັກຊິນ, ປ້ອງກັນໂປລີໂອໃຫ້ເດັກນ້ອຍນັ້ນ, ຢູ່ແຂວງອຸດົມໄຊ 1 ປີ ຜ່ານາ ພົບເດັກນ້ອຍເຕັ້ຍ ຈ່ອຍກະທັນຫັນມີ 1 ຫາ 2 ຄົນ ເທົ່ານັ້ນ, ເຊິ່ງທາງການໄດ້ຕັ້ງເປົ້າໝາຍເອົາໄວ້ວ່າ, ຈະໃຫ້ເດັກນ້ອຍໄດ້ຮັບວັກຊິນ ປ້ອງກັນໂປລີໂອ ເຖິງ 90 ສ່ວນຮ້ອຍ, ຈາກ ທີ່ໄດ້ໃນປີຜ່ານມາ 81.4 ສ່ວນຮ້ອຍ.