ສານເຄມີຕົກຄ້າງໃນ ພືດຜັກ
2019.02.14
ເຈົ້າໜ້າທີ່ອຸດສາຫະກັມແລະການຄ້າ, ເຈົ້າໜ້າທີ່ກະສິກັມແລະປ່າໄມ້ ແຂວງອຸດົມໄຊ, ລົງກວດກາ ຕລາດກະສິກັມນວນຕາ ບ້ານໜອງ ແມງດາ ເມືອງໄຊ, ເມື່ອອາທິດຜ່ານມາພົບວ່າ, ມີສານເຄມີຕົກຄ້າງໃນຜັກ ປະຣິມານສູງກວ່າໝາກໄມ້, ເປັນຕົ້ນ; ຜັກກາດຂາວ, ກະລໍ່າປີ, ແລະໝາກເຂືອ, ຊຶ່ງຜັກສ່ວນຫຼາຍແມ່ນ ນໍາເຂົ້າມາຈາກແຂວງອື່ນ, ແລະນໍາເຂົ້າຈາກຕ່າງປະເທດ. ຕາມຄຳເວົ້າຂອງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ແຂວງອຸດົມໄຊ ຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 14 ກຸມພາ ນີ້:
“ທຽບສີຊື່ໆເດ້, ມີກໍ່ຫຼາຍຣາຍການເຕີບ, ທີ່ເປັນສີແດງ, ໝາຍຄວາມວ່າມີສານຕົກຄ້າງສູງ, ມັນບໍ່ອອກມາວ່າຈັກພີພີເອັມ, ເພາະວ່າບໍ່ມີເຄື່ອງ ກວດ, ມັນວ່າເກີນຫຼືບໍ່ເກີນ, ສ່ວນຫຼາຍກໍ່ແມ່ນຜັກກາດຂາວ, ກະລໍ່າປີ, ໝາກເຂືອ, ເປັນການນໍາເຂົ້າຈາກຈີນ, ຈໍານວນນຶ່ງຈີນ ກໍປູກຢູ່ ພາຍໃນນິ່, ຫຼືຈາກໄທ ກໍມີຈໍານວນນຶ່ງ.”
ທ່່ານກ່າວຕື່ມວ່າ, ສານເຄມີທີ່ຕົກຄ້າງໃນຜັກຈຳນວນນຶ່ງ, ມາຈາກເມັດພັນພືດທີ່ນໍາເຂົ້າຈາກ ຈີນແລະໄທ, ແລະອີກສ່ວນນຶ່ງ, ມີປະຊາຊົນໃຊ້ ຢາຂ້າແມງໄມ້ ແລະຢາຂ້າຫຍ້າ, ຫາກກິນຜັກຫຼືໝາກໄມ້ ທີ່ມີສານເຄມີຕົກຄ້າງເຂົ້າໄປ, ມັນຈະສະສົມຢູ່ໃນ ຮ່າງກາຍ, ຊືຶ່ງບໍ່ດີຕໍ່ສຸຂພາບ, ແຕ່ບໍ່ອັນຕລາຍເຖິງເສັຽຊີວິດ:
“ຕາມນັກວິຊາການວ່າ, ທີ່ມັນອອກມາເປັນສີແດງ, ຖ້າກິນໄປນີ້, ມີຜົນຕໍ່ສຸຂພາບ ເປັນແບບສະສົມ, ບໍ່ແມ່ນເປັນແບບເສັຽຊີວິດ ຈໍານວນນຶ່ງ, ມັນມາຈາກແນວພັນ ທີ່ນໍາເຂົ້າມາປູກ ຈາກຕ່າງປະເທດ, ມັນຈະຕິດນໍາເມັດພັນມາ ມີຜັກບາງຊນິດ ທີ່ຄົນລາວປູກ ໄດ້ນໍາໃຊ້ຢາຂ້າຫຍ້າ ມາກ່ອນ, ບາງເທື່ອກໍ່ມີສ່ວນ, ແຕ່ວ່າ ມັນກໍ່ມີຈໍານວນໜ້ອຍນຶ່ງ.”
ເຈົ້າໜ້າທີ່ທ່ານນີ້ ກ່າວອີກຕື່ມວ່າ, ຂນະນີ້ນັກວິຊາການ ໄດ້ນໍາເອົາຜັກທີ່ບົດແລ້ວ ໄປວິເຄາະ, ວ່າເປັນສານປະເພດໃດ, ເພື່ອຈະຫາທາງ ແກ້ໄຂ, ເຮັດໃຫ້ຜັກນັ້ນ ບໍ່ມີສານມີຕົກຄ້າງ.
ເຖິງຢ່າງໃດກໍຕາມ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ທ່ານນີ້ ແລ້ວແມ່ນວ່າ, ຢູ່ຕາມດ່ານຕ່າງໆ, ທີ່ຢູ່ຕິດກັບປະເທດເພື່ອນບ້ານ, ທາງເຈົ້າໜ້າທີ່ ມີການກວດກາຢ່າງເຂັ້ມງວດ, ເພື່ອສະກັດກັ້ນ ບໍ່ໃຫ້ນໍາຜັກແລະໝາກໄມ້ ທີ່ປົນເປື້ອນສານເຄມີເຂົ້າມາຂາຍ ຕື່ມອີກ.