ຂ.ອຸດົມໄຊ ຄລິນິກຈີນ ຍັງເປີດ ບໍຣິການ
2018.01.03

ເມື່ອບໍ່ດົນມານີ້ ທາງການລາວໄດ້ອອກຄໍາສັ່ງໃຫ້ຄລິນິກ ຂອງຄົນຕ່າງຊາດທຸກແຫ່ງໃນລາວ ໃຫ້ປິດທຸຣະກິດຂອງຕົນ ແລະເຊົາໃຫ້ ບໍຣິການ ແກ່ຄົນເຈັບຢ່າງຖາວອນພາຍໃນທ້າຍປີ 2017 ແຕ່ມາຮອດຕົ້ນປີ 2018 ນີ້ປະກົດວ່າມີ ຄລິນິກຂອງຈີນ 3 ແຫ່ງ ຍັງເປິດບໍຣິການປິ່ນປົວ ປະຊາຊົນ ຢູ່ຕາມປົກກະຕິ, ສະນັ້ນທາງການແຂວງອຸດົມໄຊ ຈຶ່ງຈະອອກກວດສອບ, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຂຸ ແຂວງອຸດົມໄຊ ກ່າວໃນວັນທີ່ 3 ມົກກະຣາ ນີ້ວ່າ:
“ເຂົາກໍຍັງເປິດຢູ່ໃນ ມັນປົວຄົນເຈັບ ຢູ່ຫັ້ນແຫລະ ໝົດປີແລ້ວ ຊິເຣີ້ມໄປກວດ ເຮົາກໍເຄີຍກວດປີກາຍ ແຕ່ບໍ່ທັນແລ້ວເນາະ ປີນີ້ເຂົາເຈົ້າກໍ ໃຫ້ສັນຍາວ່າໝົດປີ 2017 ສິເຊົາຫັ້ນນະມັນຍັງ 3 ຮ້ານເນາະ.”
ເຈົ້າໜ້າທີ່ທ່ານນີ້ກ່າວຕໍ່ໄປວ່າ ຄລິນິກຂອງຊາວຈີນ 3 ແຫ່ງດັ່ງກ່າວ ປັຈຈຸບັນ ມີສະພາບບໍ່ແຕກຕ່າງຈາກ ຄລິນິກເຖື່ອນເພາະໝົດສັນຍາ ເຊົ່າແລ້ວແລະກໍບໍ່ມີປ້າຍ ຄລິນິກ ແລ້ວແຕ່ຍັງມີປະຊາຊົນ ໂດຍສະເພາະ ກໍແມ່ນຄົນຈີນ ທີ່ເຂົ້າມາ ຢູ່ ແຂວງອຸດົມໄຊ ຮວມທັງຄົນລາວ ຈໍານວນນນຶ່ງ ຍັງເຂົ້າໄປໃຊ້ ບໍຣິການຢູ່ເລື່ອຍໆ ໂດຍບໍ່ຮູ້ສາເຫດ ວ່າເປັນດ້ວຍເຫດໃດ ຄລິນິກແຫ່ງນີ້ຍັງບໍ່ປິດ.
ນາງກ່າວຕໍ່ໄປວ່າສໍາລັບ ຄລິນິກຂອງຄົນຈີນທີ່ເຂົ້າມາເປິດ ຢູ່ຕາມຫຼາຍແຂວງຂອງລາວ ແຕ່ລະແຫ່ງມີອາຍຸບໍ່ຕໍ່າກ່ວາ 10 ປີແລ້ວ ຜ່ານມາ ປະຊາຊົນກໍນິຍົມໄປໃຊ້ບໍຣິການ ພໍສົມຄວນເນື່ອງຈາກວ່າ ປິ່ນປົວໄວກວ່າ ໂຮງໝໍທົ່ວໄປ ແຖມຄ່າບໍຣິການ ກໍຕໍ່າກວ່າ, ທີ່ຜ່ານມາກໍເຄີຍມີ ຂ່າວວ່າຄລິນິກຂອງຈີນ ໃນແຂວງອຸດົມໄຊ ລັກເຮັດແທ້ງໃຫ້ແມ່ຍິງ ເມື່ອເຈົ້າໜ້າທີ່ໄປກວດ ກໍບໍ່ພົບຫລັກຖານ ຈຶ່ງເອົາຜິດນໍາຄລິນິກ ດັ່ງກ່າວ ບໍ່ໄດ້.
ເມື່ອປີຜ່ານມາ ທາງກະຊວງສາທາຣະນະສຸຂລາວ ໄດ້ອອກຄໍາສັ່ງໃຫ້ປິດຄລິນິກ ຂອງຊາວຕ່າງຊາດ ທີ່ເຂົ້າມາເປິດຄລິນິກໃນລາວຍ້ອນບໍ່ມີ ໃບອະນຸຍາດ ຈາກກະຊວງສາທາຣະນະສຸກ ແລະຫລາຍແຫ່ງ ກໍລະເມິດກົດຣະບຽບ, ຕົວຢ່າງຄລິນິກຂອງຈີນ ຢູ່ແຂວງຊຽງຂວາງ ມີການ ລັກລອບ ທໍາແທ້ງໃຫ້ແມ່ຍິງລາວຄົນນຶ່ງ ຈົນເສັຽຊີວິດ ເມື່ອເດືອນ ພຶສພາ 2017 ທີ່ຜ່ານມາ.
ອີງຕາມຣາຍງານປັຈຈຸບັນ ຄລິນິກຂອງຄົນລາວແລະຄົນຕ່າງຊາດ ຢູ່ທົ່ວປະເທດລາວມີທັງໝົດປະມານພັນປາຍແຫ່ງ ໃນນັ້ນຄລິນິກຂອງຄົນ ຕ່າງຊາດທີ່ມີໃບ ອະນຸຍາດມີຢູ່ 3 ແຫ່ງ ເທົ່ານັ້ນ.