ມ.ສິງ ຄົນງານສວນກ້ວຍ ລົ້ມປ່ວຍ
2019.07.01
ປັຈຈຸບັນ ຄົນງານຊາວເຜົ່າອາຂ່າ ຄົນນຶ່ງ ທີ່ເຮັດວຽກຢູ່ສວນກ້ວຍຈີນ ຢູ່ເມືອງສິງ ແຂວງຫລວງນໍ້າທາ ຍັງປ່ວຍຢູ່ຍ້ອນຖືກ ຜົນກະທົບ ຈາກ ສານເຄມີ ໃນສວນກ້ວຍ ຊຶ່ງປັຈຈຸບັນ ຍັງກິນຢາປິ່ນປົວຢູ່ ໂດຍຄົນງານດັ່ງກ່າວ ມີອາການ ປັສວະເປັນເລືອດ ເມື່ອໄປກວດ ຢູ່ໂຮງໝໍ ຈຶ່ງ ພົບວ່າ ຜູ້ກ່ຽວເປັນໂຣກມະເຮັງ, ດັ່ງຜູ້ເປັນເມັຽ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ນາງວ່າ ຜົວຂອງຂ້ອຍ ປັສວະ ອອກມາເປັນເລຶອດ ຄືກັບຜູ້ຍິງເປັນປະຈໍາເດືອນເລີຍ ໝໍບອອກວ່າ ເປັນມະເຮັງ ຜົວຂອງຂ້ອຍ ຕອນນີ້ ຢູ່ໄດ້ຍ້ອນຢາ ປິ່ນປົວ ຕ້ອງກິນຢາຫຼືສີດຢາທຸກມື້ ທຸກມື້ນີ້ຍັງ ບໍ່ເຮັດວຽກ ແຕ່ຕ້ອງໃຊ້ຢາທຸກວັນ ຖ້າບໍ່ໃຊ້ຢາ ກໍຢູ່ບໍ່ໄດ້.”
ນາງເວົ້າຕື່ມວ່າ ຢູ່ຫລັງເຮືອນຂອງຕົນ ມີສວນກ້ວຍຈີນ ເຫລືອຢູ່ຈໍານວນນຶ່ງ ທີ່ຍັງບໍ່ທັນໝົດສັນຍາເຊົ່າ ແຕ່ຕົນບໍ່ໃຫ້ລູກຫລານເຂົ້າໄປຫຼິ້ນ ໃນສວນກ້ວຍ ຢ່າງເດັດຂາດ ຍ້ອນຢ້ານໄດ້ຮັບອັນຕະລາຍ ຈາກສານເຄມີ ຄືກັນກັບຜົວຂອງຕົນ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ປະຈໍາໂຮງໝໍ ເມືອງສິງກ່າວ ກ່ຽວກັບບັນຫານີ້ວ່າ ຄົນງານລາວເຈັບປ່ວຍຍ້ອນ ຖືກສານເຄມີ ຈາກສວນກ້ວຍຈີນ ນັ້ນບໍ່ຄ່ອຍມີຫລາຍປານໃດແລ້ວ ຈາກທີ່ເຄີຍມີສເລັ່ຽ ຈໍານວນ 10 -15 ຄົນຕໍ່ເດືອນ, ດັ່ງທ່ານກ່າວວ່າ:
“ຄົນລາວກໍມາປປົວເນາະ ສເລັ່ຽເດືອນນຶ່ງ ຄົນທີ່ມີອາການ ເນາະ ຈາກສວນກ້ວຍ ປະມານ 10-15 ຄົນນັ້ນແຫລະ ສເລັ່ຽເບິ່ງຫັ້ນ ສ່ວນຫລາຍຈະມີອາການ ວິນຫົວ ຕາລາຍ ແລ້ວອິດເມື່ອຍ ບາງຄົນກໍມີອາການແພ້ ເປັນຝືນເປັນຕຸ່ມອອກມາ ແຕ່ວ່າຊ່ວງນີ້ ຜົນກະທົບ ບໍ່ມີຫລາຍປານໃດແລ້ວ ເພາະວ່າເຂົາເຈົ້າ ຍົກເລີກໄປແລ້ວ ສວນກ້ວຍ ຫັ້ນນະ.”
ປັຈຈຸບັນ ສວນກ້ວຍຈີນຢູ່ເມືອງສິງ ຍັງເຫລືອອີກບໍ່ເກີນ 100 ເຮັກຕາ ຊຶ່ງຈະໝົດອາຍຸ ສັມປະທານ ໃນອີກ 2 ປີຂ້າງໜ້າ ຫລັງຈາກທີ່ ເຄີຍມີເຖິງ 1,500 ເຮັກຕາ ເມື່ອ 2-3 ປີທີ່ແລ້ວ.
ໃນປີ 2017 ຣັຖບານລາວ ໄດ້ອອກກົດຣະບຽບ ຫ້າມບໍ່ໃຫ້ ຂຍາຍເນື້ອທີ່ ປູກກ້ວຍ ສ່ວນນຶ່ງ ຍ້ອນເກິດຈາກ ບັນຫາຄົນງານໃນສວນກ້ວຍ ມີອາການເຈັບປ່ວຍ ຈາກສານເຄມີ.