ທາງການໃຫ້ຄົນງານລາວ ກັກຕົວ 14 ມື້
2020.03.31
ທາງການລາວ ໄດ້ກຳນົດເອົາໂຮງຮຽນເປັນສູນສຳລັບຄົນງານລາວ ຈາກ ປະເທດໄທ ເພື່ອກັກຕົວເອງ ເປັນເວລາ 14 ມື້ ໃນການປ້ອງກັນ ພຍາດໂຄວິດ19 ແລະ ເຈົ້າໜ້າທີ່ຈະໃຫ້ເຂົາເຈົ້າຢູ່ຮ່ວມກັນ 5-6 ຄົນ ຕໍ່ຫ້ອງຮຽນ ຊຶ່ງແຕ່ລະສູນຈະມີເຂົ້າໃຫ້ກິນ 3 ຄາບ ເຊົ້າ, ສວາຍ ແລະ ແລງ. ເຈົ້າໜ້າທີ່ແຮງງານ ແລະ ສວັດດີການສັງຄົມ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ມີນາ ວ່າ:
"ຫ້ອງນຶ່ງປະມານ 5,6 ຄົນ ຫ້ອງໜຶ່ງເພິ້ນກະບໍ່ໄດ້ໃຫ້ຫລາຍເຮົາກັກ ເພື່ອຫຍັງເພື່ອທີ່ວ່າ ຄົນເຂົ້າມາມີຄວາມສ່ຽງ ເພື່ອວ່າໂຣກອັນນີ້ກະຄື ເພິ່ນຮູ້ຫັ້ນແຫລະ 14 ວັນ ກະສະແດງອາການ ພວກເຮົາກະມີການ ກວດເຊັກ ມື້ໜຶ່ງມີສອງສາມເທື່ອ ເຂົ້ານ້ຳ ຊ້າມປາ ພວກເຮົາກະມີ ໃຫ້ເດ້ ເຂດໂຮງຮຽນດັ່ງກ່າວ ຈະມີການສີດຢາພົ່ນຢາຢູ່ຕລອດ."
ທ່ານກ່າວຕື່ມວ່າ ສ່ວນມາຕການຊ່ວຍເຫລືອຄົນງານລາວ ທີ່ກັບມາຈາກໄທ ທາງການຍັງບໍ່ໄດ້ສຶກສາຂໍ້ມູນ ຫລື ຍັງບໍ່ທັນໄດ້ປະຊຸມກັນ ໃນ ເລື້ອງນີ້ ຍ້ອນວ່າ ມັນເປັນໄລຍະວິກິດການຢູ່.
ສ່ວນທີ່ມາຈາກຕ່າງປະເທດ ພວກເຮົາກໍບໍ່ທັນໄດ້ວ່າ ຈະມີທິດທາງແນວໃດຊິໄດ້ຄົ້ນຄວ້າ ກັນຢູ່ຫັ້ນນ່າແຕ່ວ່າເຂົ້າກອງປະຊຸມ ຍັງບໍ່ໄດ້ເວົ້າ ໂຕໃດເທື່ອ ເຮົາກະບໍ່ໄດ້ລົງລະບຽບເນາະເພາະ ມັນເປັນຊ້ວງວິກິດ ແໜ່ຫັ້ນນ່າ."
ໃນຂນະທີ່ ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວວ່າ ເບື້ອງຕົ້ນ ຈະຊ່ວຍເຫຼືອຄົນງານລາວ ທີ່ກັບຈາກປະເທດໄທ ທີ່ຖືກກົດໝາຍກັບໄປເຮັດວຽກຢູ່ໄທໄດ້, ແຕ່ຕ້ອງຜ່ານວິກິດການ ແຜ່ລະບາດຂອງພຍາດໂຄວິດ19 ໄປກ່ອນ. ດັ່ງທ່ານກ່າວວ່າ:
"ມີເອກະສານຖືກຕ້ອງ ກະຊ່ວຍເຫລືອຕາມລະບຽບຫັ້ນແຫລະ ເຮັດຖືກຕ້ອງຕາມລະບຽບກໍບໍ່ມີບັນຫາ ກັບຄືນໄດ້ ເຮັດວຽກໄດ້ ກໍຣະນີວ່າ ໂຣກໂຕນີ້ມັນຢຸດເນາະ ແລະ ເຮົາປິດດ່ານ ບໍ່ມີສະຖານະການໃດ ແລ້ວຫັ້ນນ່າ."
ທ່ານ ກ່າວຕື່ມວ່າ ຍັງບໍ່ສາມາດລະບຸໄດ້ວ່າ ສູນກັກກັນມີຈຳນວນຈັກແຫ່ງ ຢູ່ໃນທົ່ວປະເທດ, ແຕ່ເບື້ອງຕົ້ນ ຮູ້ວ່າ ສູນກັກກັນ ຈະມີຢູ່ທຸກ ເມືອງ ຊຶ່ງເຈົ້າໜ້າທີ່ຈາກດ່ານ ຈະສົ່ງຄົນລາວທີ່ກັບມາ ຈາກປະເທດໄທ ໄປຢູ່ສູນທີ່ໃກ້ບ້ານເກີດ ຂອງເຂົາເຈົ້າ ແລະ ໃຫ້ເຈົ້າໜ້າທີ່ຂັ້ນ ເມືອງ ເປັນຜູ້ຕິດຕາມຕໍ່ ແລະ ປັດຈຸບັນ ເຈົ້າໜ້າທີ່ຍັງເກັບກຳຂໍ້ມູນ ຈຳນວນຄົນງານລາວ ບໍ່ສຳເລັດເທື່ອ.
ທີ່ຜ່ານມາ ເຈົ້າໜ້າທີ່ຍັງພົບຄວາມຫຍຸ້ງຍາກ ຍ້ອນວ່າ ຄົນງານລາວຈຳນວນນຶ່ງບໍ່ຢາກກັກຕົວ ແຕ່ປັດຈຸບັນກໍໄດ້ຮັບຄວາມຮ່ວມມືຫຼັງຈາກ ເຈົ້າໜ້າທີ່ ໃຫ້ຄຳແນະນຳ, ເຈົ້າໜ້າທີ່ແຮງງານ ແລະ ສວັດດີການ ສັງຄົມ ແຂວງວຽງຈັນ ໄດ້ກ່າວວ່າ:
“ໂອ ອັນນີ້ມັນປາສຈາກບໍ່ໄດ້ເນາະ ອັນວ່າແນວຄິດຈິຕໃຈຄົນຫັ້ນນ່າ ໃຜຊິຢາກກັກໂຕເນາະ ແຕ່ວ່າຄູ່ມື້ນີ້ເພິ່ນປະຕິບັດໄດ້ດີແລ້ວ ບໍ່ມີແລ້ວ ເພິ່ນກະຟັງ.”
ຄົນງານລາວ ຢູ່ແຂວງຈຳປາສັກ ຈະບໍ່ຖືກກັກຕົວ ຍ້ອນທາງການ ບໍ່ມີງົບປະມານ, ແຕ່ເຈົ້າໜ້າທີ່ຈະກັກໂຕສະເພາະຄົນ ທີ່ມີຄວາມສ່ຽງ ສ່ວນວ່າ ຜູ້ທີ່ບໍ່ມີຄວາມສ່ຽງ ໃຫ້ກັກຕົວເອງຢູ່ເຮືອນ, ເຈົ້າໜ້າທີ່ ສາທາຣະນະສຸກ ແຂວງ ຈຳປາສັກ ກ່າວວ່າ:
"ບໍ່ມີງົບມີຫຍັງ ຈະກັກໂຕໝົດ ໃຊ້ໃນການດູແລເຂົາເຈົ້າ ເອົາເຂົາເຈົ້າໄປເປັນພັນ ສອງພັນ ຜູ້ໃດຈະສະໜອງແບບວ່າ ມັນມາຈຳນວນຫລາຍ ໃຜຈະເບິ່ງແຍງ ຄວາມເປັນລະບຽບ ຄວາມສງົບ ວິດຖ່າຍ ກິນຢາກ ໂອ້ຍ ບໍ່ທັມມະດາ."
ມີຄົນລາວ ທີ່ຍັງຕິດຄ້າງຢູ່ດ່ານຊ່ອງເມັກ ແຂວງ ອຸບົນຣາຊທານີ ມີຈຳນວນບໍ່ຫລາຍ ມາຮອດປັດຈຸບັນ, ເຈົ້າໜ້າທີ່ດ່ານ ຕໍມໍ ຊ່ອງເມັກ ໄດ້ກ່າວວ່າ:
"ມີຈຳນວນໜ້ອຍ ເພາະວ່າ ຕອນນີ້ ມີການປິດດ່ານແລ້ວ ແລະ ອີກຢ່າງນຶ່ງຕ້ອງຂໍອະນຸມັດ ຈາກເຈົ້າແຂວງໃນແຕ່ລະມື້ ໂດຍ ຈະສະເໜີ ຜ່ານເຈົ້າເມືອງ."
ເຖີງຢ່າງໃດກໍຕາມ, ທາງການໄທ ຍັງອະຍຸຍາດ ໃຫ້ຄົນລາວທີ່ເຮັດວຽກ ຢູ່ໄທ ກັບບ້ານໄດ້, ແຕ່ທາງການໄທຈະພິຈາຣະນາ ໃນແຕ່ລະມື້ ສ່ວນວ່າຄົນທີ່ຍັງບໍ່ທັນໄດ້ກັບ ຕ້ອງລໍຖ້ານະໂຍບາຍ ຈາກຣັຖບານໄທ ວ່າ ຈະຊ່ວຍເຫລືອແນວໃດ ໃນຂັ້ນຕໍ່ໄປ.
ປັດຈຸບັນ, ເກືອບທຸກແຂວງໃນລາວ ໄດ້ກຳນົດເອົາໂຮງຮຽນ ແລະ ສະຖານທີ່ຕ່າງໆ ທີ່ເຫັນວ່າເໝາະສົມ ໃນແຕ່ລະບ້ານ ຂອງແຕ່ລະເມືອງ ໃຫ້ເປັນສູນກັກກັນໂຕຄົນງານລາວ ຊົ່ວຄາວ. ເຈົ້າໜ້າທາງການລາວ ຈະຈັດສົ່ງຄົນງານລາວ ໄປກັກຕົວຢູ່ສູນ ທີ່ຢູ່ໃນເຂດບ້ານ ແລະ ເມືອງ ທີ່ເປັນພູມລຳເນົາ ຂອງເຂົາເຈົ້າ.
ຢູ່ແຂວງແຂວງສວັນນະເຂດ, ເຈົ້າໜ້າທີ່ໄດ້ກະກຽມສະຖານທີ່ 154 ແຫ່ງ ໃນ 15 ເມືອງ ເພື່ອກັກຕົວແຮງງານລາວ ຫຼາຍພັນຄົນທີ່ກັບ ມາຈາກ ປະເທດໄທ ເປັນເວລາ 14 ວັນ ເພື່ອເຝົ້າຕິດຕາມ ພຍາດ ໂຄວິດ-19.
ຄົນງານລາວ ທີ່ຖືກນຳເຂົ້າມາຢູ່ໃນສູນກັກຕົວນັບແຕ່ວັນທີ 23 ມີນາ ເປັນຕົ້ນມາ, ເບື້ອງຕົ້ນເຈົ້າໜ້າທີ່ຢູ່ບາງສູນ ກໍພົບຄວາມຫຍຸ້ງຍາກ ຍ້ອນວ່າ ມີບາງຄົນ ຍັງບໍ່ທັນເຂົ້າໃຈ ເລື້ອງພຍາດໂຄວິດ19 ແລະ ບໍ່ເຂົ້າໃຈມາຕການໃນການກັກຕົວເອງ14 ວັນ ແຕ່ຫຼັງຈາກໄດ້ຮັບ ຄຳແນະນຳ ຈາກເຈົ້າໜ້າທີ່ ຄົນງານເຫລົ່ານັ້ນ ກໍປະຕິບັດ.