ຫຼວງນໍ້າທາ ຍຶດທໍາລາຍ ຊີ້ນໝູ ເຖື່ອນ

ຈໍາປາທອງ
2019.03.27
f-pork ເຈົ້າໜ້າທີ່ສັດຕະວະແພດ ຜແນກກະສິກັມແລະປ່າໄມ້ ແຂວງຫຼວງນໍ້າທາ ພ້ອມດ້ວຍ ເຈົ້າໜ້າທີ່ກ່ຽວຂ້ອງ ກວດຍຶດຊີ້ນໝູແຊ່ແຂງ ແລະ ນໍາໄປທໍາລາຍ
ຮູບພາບຈາກ : ນັກຂ່າວພົລເມືອງ

ເມື່ອວັນທີ 24 ມິນາ ຜ່ານມານີ້ ເຈົ້າໜ້າທີ່ສັດຕະວະແພດ ຜແນກກະສິກັມແລະປ່າໄມ້ ແຂວງຫຼວງນໍ້າທາ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກວດຍຶດຊີ້ນໝູແຊ່ແຂງ ທີ່ຄົນຈີນລັກນໍາເຂົ້າມາ ຈາກປະເທສຈີນໄດ້ 5,400 ກິໂລ ຢູ່ດ່ານສາກົນ ບໍ່ເຕັນ. ຄົນຈີນ ລັກນໍາຊິ້ນໝູເຂົ້າມາ ຂາຍໃຫ້ພວກ ພໍ່ຄ້າ-ແມ່ຄ້າ ໃນນະຄອນຫຼວງວຽງຈັນ, ດັ່ງເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມີນາ ນີ້ວ່າ:

“ເຈົ້າໜ້າທີ່ເຮົາທີ່ວ່າຢູ່ດ່ານ ໂຕກະສິກັມເນາະ ຫວ່າງແລ້ວກະສິກັມເພິ່ນກະຍຶດ ໄດ້ຊີ້ນໝູນໍາເຂົ້າມາແຕ່ຈີນ, ຊ່ວງຫວ່າງທີ່ພຍາດໝູຣະບາດ ເນາະ ຫ້າມນໍາເຂົ້າດ່ານ, ດ່ານໃດພົບເພິ່ນກໍຈະທໍາລາຍຖິ້ມເລີຍ.”

ທ່ານກ່າວຕື່ມວ່າ ສໍາຫຼັບຊີ້ນໝູ ທີ່ກວດຍຶດໄດ້ນັ້ນ ເຈົ້າໜ້າທີ່ໄດ້ທໍາລາຍຖິ້ມແລ້ວ ເມື່ອວັນທີ 25 ມິນາ ນີ້ ໂດຍໃຊ້ວິທີຂຸດຂຸມຝັງຢູ່ໃນເຂດ ເສຖກິຈບໍ່ເຕັນແດນງາມ. ພາຍຫຼັງເກີດກໍຣະນີດັ່ງກ່າວຂຶ້ນ ເຈົ້າໜ້າທີ່ປະຈໍາດ່ານ ທຸກດ່ານ ກໍໄດ້ເພີ່ມມາຕການ ຕິດຕາມກວດກາຣົດບັນທຸກ ທີ່ແລ່ນມາຈາກຈີນ ເຂັ້ມງວດຂຶ້ນ ເພື່ອປ້ອງກັນບໍ່ໃຫ້ຄົນຈີນ ນໍາຊີ້ນໝູເຂົ້າມາອີກ.

ພ້ອມກັນນັ້ນ ທ່ານຄໍາແພງ ພະນາວັນ ຫົວໜ້າຂແນງລ້ຽງສັດແລະປະມົງ ແຂວງຫຼວງນໍ້າທາ ກໍໄດ້ກ່າວຕໍ່ໂທຣະທັສລາວ ວ່າໃນເບື້ອງຕົ້ນ, ເຈົ້າໜ້າທີ່ໄດ້ໃຫ້ຄົນຈີນ ທີ່ນໍາຊີ້ນໝູເຂົ້າມານັ້ນ ເປັນຜູ້ຈ່າຍຄ່າສີ້ນເປືອງຕ່າງໆ ໃນການທໍາລາຍຊີ້ນໝູດັ່ງກ່າວນັ້ນ ພ້ອມກັບຕັກເຕືອນຜູ້ກ່ຽວ ບໍ່ໃຫ້ນໍາຊີ້ນໝູເຂົ້າມາອີກ ຫາກກວດພົບອີກຕື່ມ ກໍຈະຖືກລົງໂທດຕາມຣະບຽບກົດໝາຍ ຢ່າງເຂັ້ມງວດ. ກະຊວງອຸດສາຫະກັມ ແລະການຄ້າ ສປປລາວ ໄດ້ອອກແຈ້ງການ ເມື່ອວັນທີ 20 ມີນາ 2019 ນີ້ ຫ້າມບໍ່ໃຫ້ນໍາຊີ້ນໝູ, ຜລິຕພັນໝູ ທຸກຊນິດຈາກຈີນ ແລະວຽດນາມ ເຂົ້າມາ ລາວ, ເພື່ອປ້ອງກັນການແຜ່ຣະບາດ ຂອງພຍາດອະຫິວາໝູ ອະຟຣິກາ ຊຶ່ງຈະສ້າງຜົນກະທົບ ຕໍ່ຜູ້ລ້ຽງໝູ ແລະຜູ້ບໍຣິໂພຄໃນລາວ ແລະ ໃຫ້ດ່ານສາກົນ ແລະດ່ານທ້ອງຖິ່ນ ໃນທົ່ວປະເທດ ເຝົ້າຣະວັງ ແລະກວດກາ ຢ່າງເຂັ້ມງວດ.

ກະຊວງອຸດສາຫະກັມແລະການຄ້າ ຣາຍງານວ່າໃນວັນທີ 22 ມີນາ ນີ້ ເຈົ້າໜ້າທີ່ກວດກາສິນຄ້າ ແຂວງຜົ້ງສາລີ ສາມາດຍຶດຊີ້ນໝູ ແລະ ຜລິຕພັນໝູ ທີ່ນໍາເຂົ້າມາຈາກປະເທດຈີນ ໄດ້ 62 ກິໂລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.