ໄຂ້ເລືອດອອກ, ຖອກທ້ອງ ກຳລັງຣະບາດຫຼາຍ

ໄຊຍາ
2023.08.15
ທາງການ ສາທາຣະນະສຸຂ ອອກພົ່ນຢາປ້ອງກັນ ການແຜ່ຂຍາຍ ຂອງຍຸງລາຍ.
ນັກຂ່າວ ພົລເມືອງ

ປັດຈຸບັນນີ້ ເປັນຣະດູຝົນ ແລະ ນ້ຳຖ້ວມ ຢູ່ຫຼາຍຂົງເຂດ ເປັນຕົ້ນ ແຂວງອຸດົມໄຊ, ແຂວງສວັນນະເຂດ, ແຂວງຄໍາມ່ວນ, ແຂວງບໍຣິຄໍາໄຊ ແລະແຂວງຫຼວງພຣະບາງ ເຮັດໃຫ້ເກີດການຣະບາດ ຂອງພະຍາດໄຂ້ເລືອດອອກ ຫຼືໄຂ້ຍຸງລາຍ, ຖອກທ້ອງ ແລະມີຄວາມສ່ຽງຕໍ່ການຣະບາດ ຂອງພະຍາດອະຫິວາ, ໄຂ້ທໍຣະພິດ, ຕຸ່ມເປື່ອຍ, ຕີນຫໍ, ຕາແດງ, ໄຂ້ຍ່ຽວໜູ, ພະຍາດແມ່ທ້ອງ ແລະອື່ນໆ. ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ເມືອງໄຊ ແຂວງອຸດົມໄຊ ເຊິ່ງບໍ່ປະສົງອອກຊື່ແລະຕຳແໜ່ງ ໄດ້ຮູ້ວ່າ ມີບາງພື້ນທີ່ ປະສົບເຫດນ້ຳຖ້ວມ ແລະມີການແຜ່ຣະບາດ ຂອງພະຍາດໄຂ້ເລືອດອອກ ແລະຖອກທ້ອງ ຫຼາຍ ແຕ່ທ່ານຍັງບໍ່ໄດ້ເກັບກຳຂໍ້ມູນ ສະຖິຕິຈຳນວນຄົນເຈັບ ຢ່າງຈະແຈ້ງເທື່ອ.

ດັງທີ່ທ່ານ ກ່າວໃນມື້ວັນທີ 14 ສິງຫາ 2023 ນີ້ວ່າ:

“ແມ່ນແຫຼະ, ຊ່ວງນີ້ໄຂ້ຍຸງລາຍ, ພະຍາດທີ່ວ່າຫຼາຍ. ຖອກທ້ອງຕາມເຮົາຣາຍງານຢູ່ ໃນລະບົບມີແລ້ວນ່າ ແຕ່ວ່າ ຕາແດງອັ່ນແມ່ນບໍ່ມີ ຕາມຣາຍງານພຸ້ນນ່າ.”

ທາງດ້ານ ເຈົ້າໜ້າທີ່ກ່ຽວຂ້ອງ ຍານາງນຶ່ງ ຢູ່ເມືອງຮຸນ ແຂວງອຸດົມໄຊ ກ່າວວ່າ ການຣະບາດຂອງພະຍາດໄຂ້ເລືອດອອກ ຢູ່ເມືອງດັ່ງກ່າວ ເກີດຂຶ້ນຫຼາຍໃນໄລຍະສັປດາກ່ອນໜ້າ ຍ້ອນຝົນຕົກໜັກ ແລະນ້ຳຖ້ວມ, ແຕ່ດຽວນີ້ສະພາບການດັ່ງກ່າວ ເຣີ່ມຫຼຸດລົງແລ້ວ.

“ດຽວນິ້ກະບໍ່ຫຼາຍແລ້ວ. ເພາະວ່າໂຕເລຂເພິ່ນປ້ອນນີ້ແມ່ນ ປ້ອນຄົນເຈັບທີ່ວ່າ ມາກວດເຂດນອກ ກັບຄົນເຈັບນອນ ລະມັນຈະເປັນໂຕເລຂ ອັ່ນຫຼາຍ ມື້ນີ້ກໍມີແຕ່ 2 ຄົນ.”

ຂະນະທີ່ ຊາວບ້ານ ຜູ້ນຶ່ງ ຢູ່ເມືອງຄູນຄຳ ແຂວງຄຳມ່ວນ ເຊິ່ງເປັນຈຸດທີ່ເກີດເຫດຝົນຕົກໜັກ ແລະນ້ຳຖ້ວມ ໃນໄລຍະສັປດາທີ່ແລ້ວ ກ່າວວ່າ ປັດຈຸບັນ, ຍັງບໍ່ທັນພົບເຫັນຜູ້ເຈັບເປັນ ຍ້ອນພະຍາດຣະບາດທີ່ມາກັບນ້ຳຖ້ວມເທື່ອ ແລະກໍຍັງບໍ່ທັນມີໜ່ວຍແພດ ສນາມລົງມາກວດກາ ພະຍາດ ແລະແຈກຢາຍຢາ, ແຕ່ທາງພາກສ່ວນກ່ຽວຂ້ອງ ຂອງແຂວງ ກໍໄດ້ລົງມາຊ່ອຍເຫຼືອ ເຄື່ອງອຸປະໂພກ-ບໍຣິໂພກ ທີ່ຈຳເປັນ ໂດຍສະເພາະເຄື່ອງກັ່ນຕອງນ້ຳ ແລະເຂົ້າສານ-ອາຫານແຫ້ງ ເພື່ອປ້ອງກັນ ພະຍາດຖອກທ້ອງ ຍ້ອນສະພາບສຸຂອະນາໄມບໍ່ດີ.

“ບໍ່, ແພດລະບໍ່ມີ ຜູ້ມາຊ່ວຍຢູກຊ່ວຍຢາລະບໍ່ມີ. ຢູ່ບ້ານເຮົານີ້ ມີແຕ່ເຂົາເຈົ້າມາຊ່ວຍທາງນ້ຳທາງໃນ ມື້ນີ້ກະ ພວກທາງແຂວງເພິ່ນກະ (ສົ່ງເຄື່ອງ) ກັ່ນຕອງນ້ຳສະອາດເນາະ ແບບເຄື່ອງແບບກັ່ນຕອງນ້ຳຂຸ່ນເປັນນ້ຳໃສ ກິນໄດ້ໃຊ້ໄດ້. ມາຢູ່ທຸກມື້ຢູ່ບັນເທົາ ເຄື່ອງອາຫົງ ອາຫານນີ້ນ່າ.”

ທ່ານກ່າວຕຶ່ມວ່າ ຍັງບໍ່ທັນພົບເຫັນຄົນເຈັບ ເປັນພະຍາດໄຂ້ເລືອດອອກ ຢູ່ຂົງເຂດບ້ານຂອງເຂົາເຈົ້າປານໃດ ແຕ່ກໍເຫັນວ່າມີການສົ່ງຄົນເຈັບ ເປັນເຂົ້າໄປຮັກສາຢູ່ໂຮງໝໍ ເມືອງ ແລະແຂວງ ຍ້ອນສະພາບການນ້ຳຖ້ວມ ທີ່ເຮັດໃຫ້ໄຟຟ້າດັບ ແລະນ້ຳປະປາບໍ່ໄຫຼ ເປັນເວລາຫຼາຍມື້ ເຊິ່ງສົ່ງຜົລກະທົບຕໍ່ການເບິ່ງແຍງຄົນເຈັບ ຢູ່ເຮືອນຂອງເຂົາເຈົ້າ.

ເມື່ອບໍ່ດົນມານີ້, ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາຣະນະສຸຂ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ຂອງທາງການລາວວ່າ ພະຍາດທີ່ມັກເກີດຂຶ້ນໃນໄລຍະຝົນຕົກ-ນ້ຳຖ້ວມ ບາງຊະນິດ ຖ້າປິ່ນປົວບໍ່ທັນ ອາດເປັນອັນຕະຣາຍເຖິງຊີວິດ. ສະນັ້ນ, ຜແນກທີ່ກ່ຽວຂ້ອງຂອງແຂວງ ແລະເມືອງ ຕ້ອງເຮັດວຽກຮ່ວມກັບບັນດາ ບ້ານທີ່ກ່ຽວຂ້ອງ ເພື່ອລົງໂຄສະນາສຸຂະສຶກສາ ໃຫ້ປະຊາຊົນຮັບຮູ້ຄວາມອັນຕະຣາຍ ແລະວິທີປ້ອງກັນທີ່ຖືກຕ້ອງ ກ່ຽວກັບພະຍາດ ທີ່ມາກັບຝົນຕົກ-ນ້ຳຖ້ວມ ແລະພາຍຫຼັງນ້ຳຖ້ວມ.

ທ່ານກ່າວຕື່ມວ່າ ການໂຄສະນາສຸຂະສຶກສານີ້ ຈະຕ້ອງເອົາໃຈໃສ່ປະຊາສໍາພັນ ເພື່ອໃຫ້ຄົນຢູ່ໃນຊຸມຊົນໄດ້ເຂົ້າໃຈເຖິງບັນຫາດັ່ງກ່າວ ໂດຍສະເພາະອຳນາດການປົກຄອງ ຂັ້ນບ້ານ ຕ້ອງໄດ້ປະຊາສຳພັນອອກທາງໂທຣະໂຄ່ງ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນ ຂ່າວສານ ຄວາມສ່ຽງຂອງພະຍາດທີ່ມາກັບນ້ຳ ລວມເຖິງມາຕການ, ວິທີການປ້ອງກັນ. ສຳຄັນອີກອັນນຶ່ງ ແມ່ນການກຳຈັດອາຈົມ, ການແຍກຂີ້ເຫຍື້ອໃນໄລຍະທີ່ມີຝົນຕົກ-ນ້ຳຖ້ວມ ໂດຍສະເພາະບາງບ້ານ ທີ່ໄດ້ຍົກຍ້າຍປະຊາຊົນ ເຂົ້າໄປຢູ່ຈຸ້ມກັນຈຳນວນຫຼາຍ ຕ້ອງໄດ້ຈັດການ ບັນຫາດັ່ງກ່າວໃຫ້ມັນໄດ້ ເພື່ອບໍ່ໃຫ້ເກີດມີການຣະບາດ ຂອງພະຍາດຕໍ່ປະຊາຊົນ.

ທາງດ້ານ ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ກ່າວວ່າ ທາງຫ້ອງການສາທາຣະນະສຸຂເມືອງ ແລະພາກສ່ວນກ່ຽວຂ້ອງ ກໍໄດ້ລົງໂຄສະນາເຖິງໄພຮ້າຍ ແລະການປ້ອງກັນພະຍາດທີ່ພວມຣະບາດ ໃນຣະດູຝົນ ໂດຍສະເພາະພະຍາດໄຂ້ເລືອດອອກ ຢູ່ຂົງເຂດຮັບຜິດຊອບຂອງເຂົາເຈົ້າ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີວ່າ:

“ເພິ່ນກໍຕັ້ງທີມໂຕ້ຕອບ ເປັນທີມຂອງທາງສາທາເມືອງ ແມ່ນຫຍັງຫັ້ນນ່າ ລົງແຕ່ລະຈຸດ ແຕ່ລະບ້ານ ໄປໂຄສະນາສຸຂະສຶກສາ, ຫຼືວ່າໄປເອົາຂໍ້ມູນບ້ານໃດ ທີ່ວ່າມິຂໍ້ມູນກ່ຽວກັບການມີໄຂ້ ຂອງແຕ່ລະບ້ານ ແຕ່ລະເມືອງ ເພິ່ນຈະຕັ້ງທີມລົງໄປສືບສວນ ສອບສວນເອົາຂໍ້ມູນວ່າ ມັນມີຈັກຄົນຈັກກໍຣະນີ ອັນນັ້ນຫັ້ນນ່າ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕຶ່ມວ່າ ການຈັດຕັ້ງປະຕິບັດດັ່ງກ່າວ ແມ່ນເປັນໄປຕາມຄຳສັ່ງເຈົ້າແຂວງ ແຂວງສວັນນະເຂດ ເລຂທີ 1686/ຈຂ ວ່າດ້ວຍ ການປ້ອງກັນ, ໂຕ້ຕອບ ແລະສະກັດກັ້ນການແຜ່ຣະບາດ ຂອງພະຍາດໄຂ້ຍຸງລາຍ ລົງວັນທີ 11 ສິງຫາ 2023 ເຊິ່ງໄດ້ກຳນົດໃຫ້ທຸກພາກສ່ວນ ຂອງແຂວງ ແລະອຳນາດການປົກຄອງບ້ານ ມີການປະຕິບັດອະນາໄມ ສັປດາ ລະ 1 ຄັ້ງ ຢູ່ຕາມບ້ານເຮືອນ ແລະສະຖານທີ່ຕ່າງໆ ທົ່ວແຂວງ ເພື່ອທຳລາຍແຫຼ່ງເພາະພັນ ຂອງຍຸງລາຍ ອີກທັງໃຫ້ປະຊາຊົນ ສັງເກດອາການຂອງຄົນໃນຄອບຄົວ ຫາກເປັນໄຂ້ແກ່ຍາວຫຼາຍກວ່າ 3-5 ວັນ ແລະມີອາການຄ້າຍກັບໄຂ້ເລືອດອອກ ໃຫ້ຮີບຮ້ອນໄປກວດພະຍາດຢູ່ໂຮງໝໍໃກ້ບ້ານທັນທີ ໂດຍຫ້າມຊື້ຢາມາປິ່ນປົວດ້ວຍຕົນເອງຢ່າງເດັດຂາດ ຍ້ອນຈະເປັນອັນຕະຣາຍເຖິງຊີວິດໄດ້. ເຊັ່ນດຽວກັບ ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ເມືອງຮຸນ ແຂວງອຸດົມໄຊ ຍານາງດຽວກັນນີ້ ເວົ້າວ່າ ທາງຂແນງໂຄສະນາສຸຂະສຶກສາ ກໍໄດ້ລົງໂຄສະນາກ່ຽວກັບພະຍາດທີ່ມາກັບຣະດູຝົນ ໃຫ້ປະຊາຊົນໃນເຂດເມືອງຮຸນ ທຸກສັປດາ ແລະມີການລົງກວດກາ ການທຳລາຍແຫຼ່ງເພາະພັນຍຸງລາຍ ທີ່ອຳນາດການປົກຄອງບ້ານ ແຕ່ລະບ້ານຮັບຜິດຊອບ.

“ໄດ້ເວົ້າ, ເພາະວ່າອັ່ນ ເພິ່ນໃຫ້ໂຄສະນາສຸຂະສຶກສາ ເພິ່ນກະຊິໄດ້ເວົ້າເຣື່ອງ ພະຍາດທີ່ມາໃນຣະດູຝົນນີ້ຈະມີ ໄຂ້ຍຸງລາຍ, ໄຂ້ເລືອດອອກ, ຄໍຕີບເນາະ, ໄຂ້ຫວັດໃຫຍ່, ພະຍາດຖອກທ້ອງ, ອະຫິວາ, ຫວັດອີຫຍັງຕ່າງໆ ຫັ້ນນ່າ. ໄຂ້ແມງໄມ້, ໄຂ້ຍ່ຽວໜູຫັ້ນນ່າ. ເພິ່ນກະໄດ້ແນະນຳໃຫ້ ເພາະວ່ານ້ຳຖ້ວມຊ່ວງແລ້ວນີ້ນ່າເນາະ ກໍໃຫ້ສຸຂະສຶກສາພໍ່ແມ່ປະຊາຊົນນ່າ ຢູ່ໂຮງໝໍເພິ່ນກໍໄດ້ເຮັດສຸຂະສຶກສາ ເວລາທີ່ວ່າມີຄົນເຈັບມາໃຊ້ບໍຣິການ.”

ສຳລັບສະຖິຕິຜູ້ຕິດເຊື້ອ ພະຍາດໄຂ້ເລືອດອອກ ສະສົມທົ່ວປະເທດໃນປີ 2023 ນີ້ ປະກອບມີ 19,218 ກໍຣະນີ ມີຜູ້ເສັຽຊີວິດ 14 ຄົນ ໂດຍແຂວງທີ່ມີການຣະບາດ ຫຼາຍກວ່າໝູ່ ແມ່ນແຂວງອຸດົມໄຊ 3,900 ກໍຣະນີ ແລະແຂວງທີ່ມີຜູ້ເສັຽຊີວິດຫຼາຍກວ່າໝູ່ ແມ່ນແຂວງບໍຣິຄຳໄຊ ມີ 5 ຄົນ. ຫຼ້າສຸດ, ໃນວັນທີ 9 ສິງຫາ 2023 ທີ່ຜ່ານມາ ມີຜູ້ຕິດເຊື້ອໃໝ່ 263 ກໍຣະນີເສັຽຊີວິດ 1 ຄົນ ເປັນເພດຊາຍ ອາຍຸ 38 ປີ ຢູ່ບ້ານໂພນສະຫວາດ ເມືອງຮຸນ ແຂວງອຸດົມໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.