ອອສເຕຣເລັຍ ຊ່ອຍເຫຼືອລາວ ໃນໂຄງການຄວບຄຸມໄຂ້ຍຸງລາຍ
2024.03.19
ໂຄງການຊ່ອຍເຫລືອຂອງຣັຖບານອອສເຕຣເລັຍ, ມູນນິທິ ກິລເລສປີ (Gillespie), ອົງການຊ່ອຍເຫລືອເດັກສາກົລ-Save the Children International (SCI) ປະຈໍາລາວ ແລະໂຄງການຄວບຄຸມຍຸງລາຍໂລກ (WMP) ດ້ວຍທຶນ 3.7 ລ້ານໂດລ້າຣ໌ອອສເຕຣເລັຍ ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ ບໍ່ໃຫ້ແພ່ຣະບາດ ຢູ່ນະຄອນຫລວງວຽງຈັນ ແລະຢູ່ເຂດອື່ນຂອງລາວ ໃນ 1 ປີທີ່ຜ່ານມາ ໄດ້ຮັບຜົລດີ.
ໂຄງການນີ້ ເປັນໂຄງການທົດລອງຈັດຕັ້ງປະຕິບັດ ວິທີການນຳໃຊ້ຍຸງລາຍ ບ້ານທີ່ມີເຊື້ອຈຸລິນຊີ ໂວລບັກເຄັຍ ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ.
ຢູ່ນະຄອນຫລວງວຽງຈັນ ໂຄງການທົດລອງປ່ອຍຍຸງລາຍບ້ານ ທີ່ມີຈຸລິນຊີ ໂວລບັກເຄັຍ (Wolbachia) ໄລຍະທໍາອິດ ແມ່ນໄດ້ເຣີ່ມປະຕິບັດແຕ່ທ້າຍເດືອນເມສາ ເຖິງທ້າຍເດືອນສິງຫາ 2023 ຢູ່ 32 ບ້ານ ຂອງ 2 ເມືອງ ຄືຈັນທະບູຣີ ແລະເມືອງໄຊເສດຖາ, ໄດ້ເຣີ່ມປ່ອຍຍຸງລາຍບ້ານ ທີ່ມີເຊື້ອໂວລບັກເຄັຍ ທີ່ກວມເອົາເນື້ອທີ່ທັງໝົດປະມານ 9.4 ຕາລາງກິໂລແມັດ ຊຶ່ງຕາມແຜນແມ່ນ 12 ຕາລາງກິໂລແມັດ ແລະຈະສາມາດຊ່ອຍປ້ອງກັນ ການຕິດເຊື້ອໄຂ້ ຍຸງລາຍ ຢູ່ສອງເມືອງດັ່ງກ່າວໄດ້ 86,000 ຄົນ.
ໂຄງການໄລຍະທໍາອິດ ທີ່ໄດ້ສິ້ນສຸດໄປແລ້ວນີ້ ແມ່ນໄດ້ຮັບການຊ່ອຍເຫລືອ ຈາກໂຄງການຄວບຄຸມຍຸງລາຍໂລກ, ອີງຕາມຂໍ້ມູນຂອງອົງການຊ່ອຍເຫລືອເດັກສາກົລ ປະຈໍາລາວ, ກະຊວງສາທາຣະນະສຸຂ ລາວ ແລະຈາກການສັມພາດຊາວບ້ານ ແລະອາສາສມັກບ້ານເປົ້າໝາຍ.
ຊາວບ້ານທີ່ຢູ່ບ້ານນຶ່ງ ໃນຈໍານວນ 19 ບ້ານເປົ້າໝາຍ ຂອງເມືອງຈັນທະບູຣີ ເວົ້າຕໍ່ວິທຍຸເອເຊັຍເສຣີ ເມື່ອບໍ່ດົນມານີ້ວ່າ ແຕ່ກ່ອນ ເມື່ອປີ 2022 ຄົນໄຂ້ຍຸງລາຍມີຫລາຍແທ້ ແຕ່ຕໍ່ມາຫລັງຈາກມີໂຄງການ ທີ່ວ່ານັ້ນແລ້ວ ຈໍານວນຄົນໄຂ້ກໍຫລຸດລົງຫລາຍ.
“ປີ 2022 ຫລາຍແທ້ ກໍສີມ່ວງ 50 ຄົນນີ້ນ່າ ປີ 2023 ເນາະພວກເຮົາເລີ່ມປ່ອຍແຕ່ເດືອນ 4 ຈົນມາຮອດເດືອນ 9 ແລ້ວມີ 20 ປາຍຄົນ ຈົນມາຮອດເດືອນ 12 ລະ ແລ້ວໄລຍະປີ 2024 ນີ້ໃນເດືອນ 1 ຈົນມາຮອດເດືອນ 3 ນີ້ເນາະເຮົາບໍ່ມີໄຂ້ຍຸງ ກໍໝາຍຄວາມວ່າບ້ານສີບຸນເຮືອງເຮົາ ຫລຸດລົງ ແຕ່ຂ້ອຍເຊທ່ອວ່າໂຕບັກເຄີຍນີ້ກໍມີສ່ວນຊ່ວຍ ສ່ວນນຶ່ງຄືຊິແມ່ນເຮົາເນັ້ນເລື້ອງ 5 ປ ນີ້ນ່າຄັນວ່າ ຍຸງໂວບັກເຄີຍນີ້ເນາະ ມັນໄປໄຂ່ເນາະ ພວກເຮົາອະນາໄມມັນກໍຕາຍຄືກັນເນາະ ເຮົາບໍ່ຮູ້ວ່າ ມັນບໍ່ໄດ້ບອກວ່າ ຍຸງໂວບັກເຄີຍ ມັນເປັນສີຂາວ ຍຸງລາຍມັນເປັນສີດໍາ ມັນຄ້າໆຄືກັນເດ້.”
ທ່ານກ່າວຕື່ມວ່າ ໃນໄລຍະທີ່ມີການທົດລອງປ່ອຍຍຸງລາຍບ້ານ ທີ່ມີຈຸລິນຊີ ໂວລບັກເຄັຍ ນັ້ນແລ້ວ ປະຊາຊົນພາຍໃນບ້ານ ກໍສາມາດປະຕິບັດຕາມຫລັກ 5 ປ ໄດ້ຄືເກົ່າຢູ່ ຄື ປິດຝາພາຊະນະ ທີ່ເກັບນໍ້າໃນເຮືຶອນ, ປ່ຽນນໍ້າເຕົ້າດອກໄມ້, ນໍ້າຮອງຕີນຕູ້, ປ່ອຍປາຫາງນົກຍູງໃຫ້ກິນໜອນນໍ້າ, ປັບປຸງ ອະນາໄມ ອ້ອມເຮືອນ ບໍ່ໃຫ້ມີນໍ້າຂັງຕາມກະໂປະ ກະປ໋ອງ ຢາງຕີນຣົຖເກົ່າ ເພື່ອບໍ່ໃຫ້ມີບ່ອນຍຸງເພາະພັນ ແລະ ປະຕິບັດທຸກອາທິດ ບໍ່ໃຫ້ຂາດ.
ແລະຊາວບ້ານສີຫອມ ຢູ່ເມືອງດຽວກັນນີ້ ກໍເວົ້າວ່າ ໂດຍທົ່ວໄປແລ້ວ ຊາວ ບ້ານ ບໍ່ຮູ້້ ແລະບໍ່ສາມາດຈໍາແນກໄດ້ ລະຫວ່າງຍຸງລາຍ ທີ່ມີເຊື້ອພະຍາດ ແລະບໍ່ມີເຊື້ອພະຍາດທີ່ວ່ານັ້ນ ແຕ່ພາຍຫລັງ ທີ່ມີການປ່ອຍຍຸງລາຍ ຊຶ່ງມີເຊື້ອຈຸລິນຊີທີ່ວ່ານນັ້ນແລ້ວ ຈໍານວນຄົນຕິດເຊື້ອໄຂ້ຍຸງລາຍ ຢູ່ເມືອງນີ້ ໃນປີ 2023
ກໍຫລຸດລົງ ເມື່ອທຽບໃສ່ປີ 2022.
“ຫລັງຈາກຜົນຂອງມັນ ເອົານີ້ມາປ່ອຍແລ້ວ ກໍຮູ້ສຶກວ່າເຣື່ອງໄຂ້ຍຸງກໍຜ່ອນລົງ 2023 ນີ້ ບໍ່ມີຄົນເປັນຈັກຄົນ 2022 ຫັ້ນມັນເປັນ 3 ເປັນ 4-5 ຄົນ ບາງຄົນເຂົາຍັງໃຊ້ຢູ່ ພວກຊັອດຍອກຊອັດຍຸງ ເຂົາຍັງໃຊ້ຢູ່ ພວກຊັອດຢອກຊັອດຍຸງ ແຕ່ລະຄອບຄົວກໍດາຍ ມັນກໍມີຄືກັນຫັ້ນແຫລະ ແຕ່ລະຄອບຄົວຫັ້ນນ່າ ແຕ່ວ່າເຮົາກໍບໍ່ຮູ້ວ່າ ມັນຊິໄປຍຸງຫຍັງຕໍ່ຍຸງຫຍັງ ມີແຕ່ປາບຢ່າງດຽວຫັ້ນແຫລະ ຍຸງເຂົ້າມາຂົບມາຫຍັງ ມັນກໍຕາມພາສາຍຸງຫັ້ນລະ ແຕ່ວ່າເຮົາກໍປະຕິບັດ 5 ປ ຫັ້ນ ປິດພາຊະນະແລ້ວກໍອະນາໄມ ຂອບເຂດຢ້າວເຮືອນເຮົາ ບໍ່ໃຫ້ມີນໍ້າຂັງນໍ້າອັ່ງຫັ້ນ ບາງເທື່ອບໍ່ໄດ້ຢູ່ບ້ານກໍ ສີດນໍ້າຢາໄວ້ອັດຕູໄວ້ ດຽວນີ້ບ້ານເຮົາຍັງປະຕິບັດຄາມ 5 ປຄືເກົ່າແບບວ່າ ເປັນວຽກປະຈໍາວັນຕາຍໂຕເລີຍ ໂຕນີ້ນ່າ.”
ແລະຊາວບ້ານຢູ່ເມືອງດຽວກັນນີ້ອີກຜູ້ນຶ່ງ ກໍເວົ້າວ່າ ໃນປີ 2023 ທີ່ຜ່ານມາ ຢູ່ບ້ານນີ້ ມີ 2-3 ຄົນ ຕິດເຊື້ອໄຂ້ຍຸງລາຍ ມາຈາກບ້ານອື່ນ. ແຕ່ໃນປີ 2024 ນີ້ ຍັງບໍ່ມີຜູ້ໃດຕິດເຊື້ອພະຍາດນັ້ນເທື່ອ ເຖິງແມ່ນຈະຍັງເຫັນຍຸງຫລາຍ ບິນລົບກວນຢູ່, ເຖິງມີການປ່ອຍປ່ອຍຍຸງລາຍ ທີ່ມີຈຸລິນຊີ ໂວລບັກເຄັຍ ໄປແລ້ວກໍຕາມ ແຕ່ຊາວບ້ານກໍຍັງໃຊ້ສມຸນພັຍລາວ ຊ່ອຍນໍາ, ອາທິດນຶ່ງ ກໍໄດ້ປ່ຽນນໍ້າໃນພະຊະນະເທື່ອນຶ່ງ.
“ສະຖິຕິມີແຕ່ 2 ຄົນຫລື 3 ຄົນ ນີ້ແຫລະ ປີກາຍ ໝາຍວ່າຕິດຈາກບ່ອນອື່ນ ໄປຢູ່ບ່ອນອື່ນ ແລ້ວມາເປັນຄົນພັກເຊົາ ຈັ່ງຊີ້ນ່າ ປີນີ້ບໍ່ທັນມີຄົນຕິດເຊື້ອໄຂ້ຍຸງແຫລະ ໄລຍະນີ້ ກໍເຣີ່ມມີຍຸງຫລາຍອີກແລ້ວ ແຕ່ວ່າບໍ່ທັນມີໃຜເປັນໄຂ້ຍຸງ ຢູ່ບ້ານພວກເຮົາກໍແນ່ນອນແຫລະ ເວລາເຮົານັ່ງຢູ່ຫລັງບ້ານ ນັ່ງຢູ່ຫັ້ນຢູ່ນີ້ ມັນກໍມີວ່ອງວ່ອງມາຫັ້ນແຫລະ ແຕ່ວ່າປາກົດການມັນຊິໄຂ້ຍຸງ ມັນຍັງບໍ່ທັນມີ ຢູ່ບ້ານພວກເຮົາຢູ່ເຮືອນເຮົາກໍໃສ່ສະໝຸນໄພລາຍນີ້ແຫລະ ຫົວຊິໄຄຕໍາໆແລ້ວກຍັດໃສ່ຕຸກນໍ້າດື່ມນີ້ໄວ້ ອາທິດນຶ່ງກໍປ່ຽນເທື່ອນຶ່ງ ໄທເຮົາເຮັດແນວນີ້.”
ໃນຂະນະດຽວກັນ ຊາວບ້ານຊຽງຍືນ, ບ້ານສີຫອມ ແລະອາສາສມັກບ້ານສີບຸນເຮືຶອງ ກໍເວົ້າວ່າ ໃນປີ 2023 ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູຣີ ຊຶ່ງເປັນບ້ານທີ່ບໍ່ຢູ່ໃນຈໍານວນ 19 ບ້ານເປົ້າໝາຍ ທີ່ຈະຕ້ອງໄດ້ປ່ອຍຍຸງລາຍ ທີ່ມີຈຸລິນຊີ ຄືທີ່ວ່ານັ້ນ ມີຄົນຕິດເຊື້ອໄຂ້ຍຸງລາຍ ຫລາຍກວ່າບ້ານທີ່ມີການປ່ອຍຍຸງລາຍ ທີ່ມີຈຸລິນຊີ ແລະຊາວບ້ານຫ້ວຍຫົງ ນາງນຶ່ງກໍເວົ້າວ່າ ປີ 2023 ຊາວບ້ານນີ້ ມີຄົນຕິດເຊື້ອພະຍາດໄຂ້ຍຸງລາຍ 50 ປາຍຄົນ ແລະປີ 2022 ມີຄົນຕິດຫລາຍເຖິງ 200 ປາຍຄົນ.
“ບ້ານປາບບໍ່ແມ່ນບ້ານປ່ອຍ 50 ປາຍຄົນ ປີກາຍນີ້ ເປັນຄົນບ້ານເຮົາແດ່ ອັນປີ 2022 ນີ້ ໄທເຮົາ 200 ປາຍນີ້ແຫລະ ເພາະວ່າ ອສບ ນີ້້ ເຂົາເຈົ້າລົງແຕ່ລະອາທິດເລີຍຫັ້ນນ່າ ແຕ່ລະເຊົ້າ ເຂົາເຈົ້າຕ້ອງໄດ້ລົງເລາະຂວັດກະໂປະກະປ໋ອງໄປຊີ້ຫັ້ນນ່າ.”
ອີງຕາມຂໍ້ມູນ ຂອງສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາຣະນະສຸຂ ວັນທີ 28 ພຶສຈິກາ 2023, ໃນທົ່ວປະເທດ ມີຜູ້ປ່ວຍໄຂ້ຍຸງລາຍສະສົມແລ້ວ 34,244 ຄົນ, ຢູ່ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງ ທີ່ມີຜູ້ຕິດເຊື້ອນີ້ 5,842 ຄົນ, ຮອງລົງມາແມ່ນແຂວງ ອຸດົມໄຊ 5,529 ຄົນ, ແຂວງ ຄໍາມ່ວນ 3,852 ຄົນ ແລະຢູ່ແຂວງອື່ນໆອີກ.
ກະຊວງສາທາຣະນະສຸຂ ຣາຍງານວ່າ ແຕ່ວັນທີ 1 ມົກກະຣາ ຫາວັນທີ 31 ທັນວາ 2022 ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ ຢູ່ນະຄອນຫລວງວຽງຈັນ 15,358 ຄົນ.
ກ່ອນໂຄງການທົດລອງ ປ່ອຍຍຸງລາຍບ້ານ ທີ່ມີຈຸລິນຊີ ໂວລບັກເຄັຍ ໄລຍະທໍາອິດ ຈະສິ້ນສຸດລົງ ທາງທິມງານວິຊາການ ຂອງໂຄງການຄວບຄຸມຍຸງລາຍໂລກ
ກໍໄດ້ເກັບໂຕຢ່າງຍຸງ ໄປວິໄຈຢູ່ຫ້ອງທົດລອງ ຂອງໂຄງການຄວບຄຸມຍຸງລາຍໂລກ ທີ່ມະຫາວິທະຍາໄລ ໂມນາສ ຢູ່ປະເທດອອສເຕຣເລັຍ ເພື່ອຈະໄດ້ຮູ້ວ່າ ພາຍຫລັງທີ່ໄດ້ປ່ອຍຍຸງລາຍບ້ານ ທີ່ມີເຊື້ອຈຸລິນຊີ ໄປແລ້ວ ຈໍານວນຍຸງທີ່ມີເຊື້ອນັ້ນ ເພີ່ມຂື້ນ ຫລືວ່າຫລຸດລົງ.
ແຕ່ຜົລການວິໄຈ ອອກມາແບບທີ່ຍັງບໍ່ທັນເປັນທາງການວ່າ ການປ່ອຍຍຸງລາຍ ບ້ານທີ່ມີຈຸລິນຊີ ໂວລບັກເຄັຍ ຢູ່ 32 ບ້ານເປົ້າໝາຍ ທີ່ເຊື້ອຍຸງລາຍຣະບາດ ຢູ່ເມືອງຈັນທະບູຣີ ແລະເມືອງໄຊເສດຖາ ເພື່ອໃຫ້ຍຸງລາຍບ້ານ ທີ່ມີເຊື້ອໂວລບັກເຄັຍ ໄປປະສົມພັນກັບຍຸງລາຍ ທີ່ມີເຊື້ອໄວຣັສ ເດັງເກ (Dengue), ເຊື້ອພະຍາດໄຂ້ເລືອດອອກນັ້ນ ເຮັດໃຫ້ຈໍານວນຍຸງລາຍບ້ານ ທີ່ມີເຊື້ອໂວລບັກເຄັຍ ແພ່ຂຍາຍເພີ່ມຂຶ້ນແທ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງໂຄງການຄວບຄຸມຍຸງລາຍ ໂລກ ກ່າວວ່າ:
“ເຮົາກໍຮູ້ໄດ້ແລ້ວເນາະ ຊ່ວງນີ້ມັນກໍເພີ່ມຂຶ້ນປະມານ 50% ແລ້ວ ຫລັງຈາກທີ່ຜ່ານມາມັນມີ 0% ແລ້ວຫລັງຈາກທີ່ພວກເຮົາເຮັດໄພລັອດ 1 ປີມັນກໍຈະເພີ່ມຂຶ້ນ ປະມານ 50% ແຕ່ວ່າເຮົາກໍບໍ່ສາມາດສະຫລຸບຜົນໄດ້ເທື່ອ ມັນຕ້ອງໄດ້ຕິດຕາມໄລຍະຍາວ ແຕ່ກໍຖືໄດ້ວ່າມັນເປັນຜົລດີ.”
ທ່ານກ່າວຕື່ມວ່າ ພາຍຫລັງທີ່ມີການປ່ອຍຍຸງ ທີ່ມີເຊື້ອໂວລບັກເຄັຍ ຢູ່ 32 ບ້ານເປົ້າໝາຍ ທີ່ນະຄອນຫລວງວຽງຈັນ ກໍເຮັດໃຫ້ຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍ ຫລຸດໜ້ອຍລົງແທ້ ແລະກໍໄດ້ຮັບຜົລດີ. ແຕ່ກໍຈະຕ້ອງໄດ້ຕິດຕາມໂຄງ ການທົດລອງປ່ອຍຍຸງ ທີ່ມີເຊື້ອຈຸລິນຊີນັ້ນໄປຕື່ມອີກ 2-3 ປີ ເພື່ອຢັ້ງຢືນວ່າ ໂຄງການດັ່ງກ່າວ ປະສົບຜົລສໍາເຣັດ 100%.
“ໂຕເລກການຕິດເຊື້ອກໍໜ້ອຍລົງ ແຕ່ວ່າເຮົາບໍ່ສາມາດເວົ້າໄດ້ເທື່ອເນາະ ມັນຕ້ອງໄດ້ເບິ່ງກັນໄປໄລຍະຍາວໆວ່າ ປະມານ 2-3 ປີ ມັນເປັນໂຄງການທີ່ຕ້ອງໄດ້ຕິດຕາມຜົລຍາວນານວ່າຊັ້ນສາ. ເຮົາບໍ່ສາມາດເວົ້າໄດ້ວ່າ ປະສົບຜົລສໍາເລັດ 100% ເນາະເພາະວ່າ ໂຄງການນີ້ມັນກໍເປັນໂຄງການ ຈະຕ້ອງໄດ້ຕິດຕາມຜົນໄລຍະຍາວ ສາມາດເວົ້າໄດ້ວ່າໄດ້ຮັບຜົລດີ.”
ເມື່ອຕົ້ນເດືອນມີນາ 2024 ນີ້ ເຟສບຸກເພຈ ຂອງສະຖານທູດອອສເຕຣເລັຍ ປະຈໍາລາວ ຣາຍງານວ່າ ຣັຖບານອອສເຕຣເລັຍ, ມູນນິທິ ກິລເລສປີ, ອົງການຊ່ອຍເຫລືອເດັກສາກົລ ປະຈໍາລາວ ແລະໂຄງການຄວບຄຸມຍຸງລາຍໂລກ ຈະໃຫ້ທຶນຊ່ອຍເຫລືອ ມູນຄ່າ 3.7 ລ້ານໂດລ້າຣ໌ ອອສເຕຣເລັຍ ເພື່ອຂຍາຍການນໍາໃຊ້ ນະວັຕກໍາ ທີ່ທັນສໄມ ຂອງປະເທດອອສເຕຣເລັຍ ຄືການນໍາໃຊ້ຈຸລິນຊີ ໂວລບັກເຄັຍ ຢູ່ທຸກເມືອງ ໃນນະຄອນຫລວງວຽງຈັນ. ແຕ່ບໍ່ໄດ້ເວົ້າເຖິງລາຍລະອຽດ, ມີແຕ່ຢືນຢັນວ່າ ຣັຖບານອອສເຕຣເລັຍ ຈະຊ່ອຍເຫລືອແທ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈາກສະຖານທູດອອສເຕຣເລັຍ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:
“ຄັນວ່າເພິ່ນອອກເຟບຸກເພດຈແລ້ວ ເພິ່ນຊ່ວຍແຫ້ແຕ່ວ່າ ເລື້ອງຣາຍລະອຽດດີເທລອີ່ຫຍັງ ປ່ອຍລົງໃສ່ຈັ່ງໃດ ຫັ້ນນ່າເອື້ອຍຍັງບໍ່ຮູ້ວ່າ ມັນຢູ່ໃນຂັ້ນຕອນໃດແລ້ວຫັ້ນນ່າ ຕາມເອື້ອຍເຂົ້າໃຈຫັ້ນ ເພິ່ນຊິຂຍາຍອອກຈາກ 2 ເມືອງເກົ່າຫັ້ນແຕ່ວ່າ ຈຸດຫັ້ນ ຍັງບໍ່ທັນຮູ້ ເພິ່ນຍັງບໍ່ທັນໄດ້ເປັນຣາຍລະອຽດ ລາຍລັກອັກສອນອອກມາເທື່ອ.”
ພ້ອມກັນນັ້ນ ເຟສບຸກເພຈ ຂອງສະຖານທູດອອສເຕຣເລັຍ ປະຈໍາລາວ ຍັງຣາຍງານຕື່ມອີກວ່າ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ແລະມາດາມ ເມແກນ ຈອນສ໌ ເອກອັກຄະຣາຊທູດ ອອສເຕຣເລັຍ ປະຈໍາລາວ ໄດ້ໄປຢ້ຽມຢາມຫ້ອງທົດລອງ ຂອງໂຄງການຄວບຄຸມຍຸງລາຍໂລກ ທີ່ມະຫາວິທະຍາໄລ ໂມນາສ ຢູ່ປະເທດອອສເຕຣເລັຍ ເພື່ອທັດສະນະສຶກສາ ເບິ່ງນະວັຕກັມ ກ່ຽວກັບວິທີການນໍາໃຊ້ ຈຸລິນຊີ ໂວລບັກເຄັຍ ຊຶ່ງເປັນນະວັຕກັມ ທີ່ປອດພັຍ ແລະມີປະສິດທິພາບ ໃນການຫລຸດຜ່ອນການຕິດເຊື້ອ ແລະການເສັຍຊີວິດ ຈາກພະຍາດໄຂ້ຍຸງລາຍ ແລະພະຍາດອື່ນໆ ທີ່ຍຸງເປັນພາຫະນະນໍາເຊື້ອນັ້ນມາໃຫ້.