ຄົນລາວເສັຽຊີວິດ ຍ້ອນມົນລະພິດ ຈາກຄວັນໄຟ ຫຼາຍພັນຄົນ ໃນແຕ່ລະປີ
2023.07.27
ຄົນລາວເສັຽຊີວິດຫລາຍພັນຄົນແຕ່ລະປີ ຍ້ອນຄັວນໄຟຈາກການດັງຟືນ ເພື່ອປຸງແຕ່ງອາຫານໃນແຕ່ລະມື້ແລະຈາກໄຟໄໝ້ປ່າໃນແຕ່ລະປີ, ອີງຕາມກອງປະຊຸມ “ສົ່ງເສີມການໃຊ້ເຕົາໄຟຟ້າ” ໃນວັນທີ 22 ມິຖຸນາປີ 2023 ຜ່ານມາ. ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ທີ່ເຂົາຮ່ວມກອງປະຊຸມດັ່ງກ່າວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ການໃຊ້ຟືນດັງໄຟ ນອກຈາກຈະສ້າມົນລະພິດແລ້ວ ຍັງເປັນອັນຕຣາຍ ຕໍ່ສຸຂພາບ ຂອງປະຊາຊົນນຳອີກ.
ດັ່ງທ່ານເວົ້າວ່າ:
“ຖ້າເຮົາດັງຟືນກໍຍັງມີຄັວນໄຟ ຈະລະບົບຫາຍໃຈຝຶດ ຍ້ອນດັງໄຟດ້ວຍຟືນ ຄັວນເຂົ້າດັງ ຄັວນໄຟຈາກຟືນບໍ່ມີຄຸນນະພາບ ຖ້າມັນຈະສົມຢູ່ຮ່າງກາຍຫລາຍ ກໍຈະກາຍເປັນພຍາດ ແນວອື່ນໃນຮ່າງກາຍ.”
ທ່ານກ່າວຕື່ມວ່າ ນອກຈາກຈະເປັນອັນຕຣາຍ ຕໍ່ສຸຂພາບແລ້ວ ການດັ່ງຟືນຍັງເປັນການທຳລາຍປ່າໄມ້ ນຳອີກ ເພາະຕ້ອງໄດ້ໄຊ້ໄມ້ຈຳນວນຫລາຍມາເຮັດຟືນຊຶ່ງກອງປະຊຸມ ດັ່ງກ່າວລະບຸວ່າ ຕັ້ງແຕ່ປີ 2001 ມາຮອດປີ 2021 ສປປ ລາວ ເສັຽເນື້ອທີ່ປ່າໄມ້ປະມານ 4 ລ້ານເຮັກຕ້າຣ໌ ຫລື ປະມານ 21% ຍ້ອນປະຊາຊົນຕັດໄມ້ ມາເຮັດຟືນ.
ໃນເດືອນກໍຣະກະດາປີນີ້ ອົງການພັທນາຈາກປະເທດນີວຊີແລນດ໌ ຈະຣົນນະຣົງ ໃຫ້ປະຊາຊົນ ໃຊ້ເຕົາໄຟຟ້າ ແທນທີ່ຈະໃຊ້ຟືນດັງໄຟ ໃນແຂວງຫລວງພຣະບາງ, ສວັນນນະເຂດ ແລະນະຄອນຫລວງວຽງຈັນ.
ເຈົ້າໜ້າທີ່ພະລັງງານ ແລະບໍ່ແຮ່ ອີກທ່ານນື່ງກ່າວວ່າ:
“ເຕົາໄຟນີ້ແມ່ນແຜນການຕໍ່ຫນ້າ ທີ່ເຮົາປະຊຸມກັນ ເພື່ອແລກປ່ຽນບົດຮຽນ ໃຊ້ເຕົາໄຟຟ້າ ມັນກໍຊີ່ດີກວ່າດັງຟືນ ເພາະການປຸງແຕ່ງອາຫານ ຊິໄວກວ່າ ແລະກໍສະອາດກວ່າ. ສົມມຸດວ່າເຈົ້າດັງໄຟ ແບບດັ້ງເດີມ ເດືອນນຶ່ງຈະຕ້ອງຕັດໄມ້ 10 ລຳ, ຄັນເຈົ້າໃຊ້ເຕົາໄຟ ຈະບໍ່ມີການຕັດໄມ້ ໃຊ້ປະມານ 30 ນາທີ ອາຫານຊິສຸກ. ຖ້າໃຊ້ຟືນຈະດົນກວ່ານັ້ນ.”
ຊາວບ້ານ ຢູ່ບ້ານໜອງບົວທອງໃຕ້ ເມືອງສີໂຄຕະບອງ ນະຄອນຫລວງວຽງຈັນ ເວົ້າວ່າ ຫລາຍບ້ານເຊົາໃຊ້ຟືນດັງໄຟແລ້ວ ແຕ່ຍັງມີອີກບາງບ້ານ ຍັງໃຊ້ຟືນຢູ່ ຍ້ອນຄ່າໄຟຟ້າແພງ ກວ່າສອງເທົ່າ ການໃຊ້ຟືນ ຫລື ໃຊ້ເຕົາແກສ.
“ອັນດັງໄຟໃຊ້ຟືນນັ້ນ ບໍ່ມີຢູ່ແລ້ວດຽວນີ້ ຂອບເຂດບ້ານເຮົາໃຊ້ເຕົາແກສໝົດ ແລະເຕົາໄຟຟ້າໝົດ, ແຕຍັງມີບາງບ້ານ ຍັງໃຊ້ຟືນຢູ່ ຍ້ອນໄຟຟ້າແພງ.”
ຊາວບ້ານຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມ ໄຊທີ່ຍັງມີຊີວິດ ແບບດັ້ງເດີມ ຍັງງໃຊ້ຟືນດັງໄຟຄົວກິນຫລາຍຢູ່ ຍ້ອນວ່າ ມັນສະດວກເມື່ອໄປໄຮ່ ໄປນາ ໃນການຄົວກິນ ດ້ວຍຟືນ ເພາະມີງ່າໄມ້ແຫ້ງ ທີ່ສາມາດນຳໄປເຮັດຟືນໄດ້ ບໍ່ຕ້ອງໃຊ້ແກສດັງໄຟ, ເປັນການສິ້ນເປືອງລາຍຈ່າຍ.
ດັ່ງຊາວບ້ານທ່ານນຶ່ງເວົ້າວ່າ:
“ຫລາຍຄົນກໍຍັງໃຊ້ຟືນດັງຢູ່ ເພາະວ່າມີໄມ້ຫລາຍ ຖ້າໃຊ້ເຕົາໄຟຟ້າ ມັນກໍສິ້ນເປືອງລາຍຈ່າຍ ເດືອນນຶ່ງປະມານ (1) ແສນ, ສອງແສນກີບ ກໍບໍ່ຢາກໃຊ້ ຫັ້ນນ່າ. ອາຫານມັນກໍບໍ່ຢາກແຊບ ຖ້າໃຊ້ເຕົາແກສ, ໄຟຟ້າ, ຢູ່ເຂດນອກຫາເງິນຍາກ ປະຊາຊົນກໍຕັດໄມ້ມາໃຊ້ ເປັນຟືນ ກອງຂາຍຢູ່ແຄມທາງກໍມີ.”
ຢູ່ເມືອງໃໝ່ ແຂວງຜົ້ງສາລີ ຊາວບ້ານບໍ່ວ່າ ຈະຢູ່ໃນເຂດຊົນນະບົດ ຫລື ຢູ່ໃນເມືອງ ປະມານ 90% ຍັງໃຊ້ຟືນດັງໄຟ ຍ້ອນເປັນວິຖີຊີວິດທີ່ຕິດພັນ ກັບທັມມະຊາຕ ອີກທັງຢູ່ໃນເຂດຊົນນະບົດ ບາງພື້ນທີ່ ໄຟຟ້າ ໄປບໍ່ເຖິງ.
ຊາວບ້ານ ທ່ານນຶ່ງເວົ້າວ່າ:
“ສ່ວນຫລາຍຍັງອາໄສທັມມະຊາຕ ຍັງດັງຟືນຢູ່ ເຕົາແກສ ກໍມີຈຳນວນນ້ອຍ ພວກທີ່ມີເງີນ ກໍໃຊ້ເຕົາແກສ, ດັງຟືນ ກວມເອົາ 90% ເຂດເທສບານ ກໍຍັງໃຊ້ຟືນຢູ່. ປະຊາຊົນສ່ວນໃຫຍ່ຫຍັງໃຊ້ຟືນ, ເວົ້າເຣື່ອງເຕົາແກສ, ໄຟຟ້າ ກໍຍັງບໍ່ມີເນາະ. ປະຊາຊົນໄປຫາຟືນຕາມປ່າ ຜູ້ຢູ່ໃນສວນຢາງພາລາ ເອົາຟືນໃນສວນ, ສ່ວນຫລາຍ ກໍຍັງຟືນຕາມປ່າຢູ່.”
ບ້ານນ້ຳຟ້າ ເມືອງວຽງພູຄາ ແຂວງຫລວງນ້ຳທາ ມີພົລເມືອງທັງໝົດ 200 ປາຍຄອບຄົວ ໃນນັ້ນ ດັງຟືນປະມານ 80% ຍ້ອນຣາຍໄດ້ໃນຄອບຄົວມີນ້ອຍ ປະມານຄອບຄົວລະ 2-3 ແສນຕໍ່ເດືອນ ບໍ່ສາມາດໃຊ້ເຕົາໄຟຟ້າ ໃນການຄົວກິນ.
ຊາວບ້ານທ່ານນຶ່ງເວົ້າວ່າ:
“ຟືນດັງໄຟປະມານ 80 ສ່ວນ 100 ເຕົາແກສປະມານ 20 ສ່ວນ 100 ເຮັດແບບນີ້ແຕ່ລະປີ ແຕ່ສໄມໃດມາແລ້ວ ແຕ່ລະຄອບຄົວ ມີລາຍໄດ້ບໍ່ດີນ່າ ບາງຄອບຄົວບໍ່ໄດ້ແທ້ໆ ເດືອນນື່ງ 2-3 ແສນກີບ ຊອກຫາລາຍໄດ້ ມັນບໍ່ໄດ້ຕາມຄາດໝາຍ ເຂດຊົນນະບົດ ພວກເຮົາ ບໍ່ມີລາຍໄດ້ຫລາຍ.”
ປະຊາຊົນຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ປະມານ 90% ໃນຟືນດັງໄຟເພື່ອຄົວກິນ ເນື່ອງຈາກເປັນການປະຢັດງົປມານ ບໍ່ຈຳເປັນຕ້ອງໃຊ້ເຕົາໄຟຟ້າແທນຟືນ.
ດັ່ງຊາວບ້ານ ເມືອງຕະໂອ້ຍ ທ່ານນຶ່ງເວົ້າວ່າ:
“ຄາດວ່າ, ນັບຕັ້ງແຕ່ເມືອງອອກໄປຊີ່ໃຊ້ຟືນໝົດ ປະມານ 90% ເປັນການປະຍັດງົບປະມານ ຄອບຄົວ, ເຂົາໄປຕັດເອົາໄມ້ຕາຍຕາມປ່າ ເປັນກິ່ງໄມ້ ມັນຫັກ ມັນຫຍັງ ເຂົາກໍເອົາມາເຮັດເປັນຟືນ, ໃຊ້ເຕົາໄຟຄິດວ່າ ມັນບໍ່ຈຳເປັນ ມີຟືນຢູ່ແລ້ວ.”
ທ່ານ ສີນາວາ ສຸພານຸວົງ ຮອງຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວໃນກອງປະຊຸມວ່າ ປະເທດລາວ ມີຄວາມພ້ອມ ໃນການໃຊ້ພະລັງງານໝຸນວຽນ 80% ຮວມເຖິງຄ່າໄຟຟ້າ ໃນລາວຖືກທີ່ສຸດອັນດັບສອງ ໃນອາຊຽນ ຣັຖວິສາຫະກິຈ ໄຟຟ້າລາວ ຍັງບໍ່ມີນະໂຍບາຍ ຫລຸດຜ່ອນຄ່າໄຟຟ້າ ເພື່ອສົ່ງເສີມໃຫ້ປະຊາຊົນ ໃຊ້ໄຟຟ້າ ແທນຟືນເທື່ອ.
ດັ່ງເຈົ້າໜ້າທີ່ ໄຟຟ້າ ທ່ານນື່ງເວົ້າວ່າ:
“ຍັງໃຊ້ລາຄາເກົ່າຢູ່ເດີເຈົ້າ ຍັງບໍ່ທັນໄດ້ມີນະໂຍບາຍ ອິຫຍັງເທື່ອເຈົ້າ. ໂຕນີ້ເຮົາຍັງຖ້າທາງສະພາແຈ້ງມາເດີເຈົ້າ. ຕອນນີ້ເຮົາຍັງບໍ່ທັນໄດ້ມີນະໂຍບາຍ ເຮື່ອງລຸດຄ້າຜ່ອນໄຟຟ້າເທືອ.”
ສາມປະເທດ ໃນພູມີພາກລຸ່ມແມ່ນ້ຳຂອງ ເປັນຕົ້ນກັມພູຊາ (ຈຳປູເຈັ້ຍ), ລາວ ແລະ ວຽດນາມ ມີປະຊາກອນ ເສັຽຊີວິດ ຍ້ອນການໃຊ້ຟືນດັ່ງໄຟ ປະມານ 60,000 ຄົນ ໃນໄລຍະ 4-5 ປີຜ່ານມາ ນອກຈາກນັ້ນ ການໃຊ້ຟືນດັງໄຟ ຍັງເຮັດໃຫ້ຊັພຍາກອນທັມມະຊາຕ ປ່າໄມ້ເຊື່ອມໂຊມ ແລະສ້າງແກສເຮືອນກະຈົກ ຢ່າງຫລວງຫລາຍ ຮ່ວມດ້ຍຄວັນພິດ ໃນຄົວເຮືອນນຳອີກ, ອີງຕາມຂໍ້ມູນ ຈາກກອງປະຊຸມ “ສົ່ງເສີມ ການໃຊ້ເຕົາໄຟຟ້າ ເພື່ອຄົວກິນ “ໃນວັນທີ 22 ມິຖຸນາ ຜ່ານມາ. ສບາຍດີ.