ຫຼາຍແຂວງປົກຄຸມ ດ້ວຍຄັວນໄຟ ຈາກການຈູດປ່າ ເຮັດໄຮ່
2023.03.24

ຫ້ອງການກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ໄດ້ອອກແຈ້ງການ ໃນມື້ວັນທີ 23 ມີນານີ້ ເຕືອນເຣື່ອງມົນລະພິດໝອກຄັວນ ຫລືຝຸ່ນລະອອງຂນາດນ້ອຍກວ່າ 2.5 ໄມຄຣອນ ຫລື ຝຸ່ນລະອອງ2.5PM. ໃນແຈ້ງການນັ້ນ ລະບຸເຖິງມາຕການປ້ອງກັນ ມົນລະພິດໝອກຄັວນນັ້ນວ່າ ຫ້າມຈູດເຜົາຂີ້ເຫຍື້ອທຸກປະເພດໃນໄລຍະຣະດູແລ້ງນີ້, ຫລີກລ່ຽງ ຫລືຫລຸດຜ່ອນການ ເຄື່ອນໄຫວກາງແຈ້ງ, ໃສ່ຜ້າອັດປາກອັດດັງເມື່ອອອກຈາກເຮືອນ ແລະອາຄານ ແລະຄວນດື່ມນໍ້າຫລາຍກວ່າເກົ່າ ເພື່ອຮັກສາສຸຂພາບ.
ໃນເດືອນມີນານີ້ ຝຸ່ນລະອອງຂນາດນ້ອຍກວ່າ 2.5 ໄມຄຣອນ ຢູ່ 7 ແຂວງຂອງລາວ ມີເກີນມາຕຖານຮຸນແຮງຫລາຍ ຊຶ່ງໃນນັ້ນ ຢູ່ແຂວງຫລວງພຣະບາງ ວັດແທກໄດ້ສູງກວ່າແຂວງອື່ນໆ ຄືສູງສຸດ 129 ໄມຄຣອນຕໍ່ແມັດກ້ອນ, ຢູ່ແຂງບໍ່ແກ້ວ ວັດແທກໄດ້ 91 ໄມຄຣອນ, ຢູ່ແຂວງຄໍາມ່ວນ ວັດແທກໄດ້ 82 ໄມຄຣອນ, ຢູ່ແຂວງຫລວງນໍ້າທາຕໍ່າກວ່າໝູ່ໃນ 7 ແຂວງນັ້ນ ຄືວັດແທກໄດ້ 57 ໄມຄຣອນຕໍ່ແມັດກ້ອນ.
ສາເຫດທີ່ເຮັດໃຫ້ເກີດ ມົນລະພິດຮຸນແຮງຄືແນວນັ້ນ ເຈົ້າໜ້າທີ່ອຸຕຸນິຍົມ ຢູ່ແຂວງຫລວງພຣະບາງ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມີນານີ້ວ່າ ເປັນຍ້ອນມີການຈູດປ່າ ຖາງໄຮ່ເພື່ອປູກຝັງ, ຈູດຂີ້ເຫຍື້ອໃນຄອບຄົວ ບວກກັບສະພາບອາກາດຮ້ອນ, ແຕ່ກໍຄາດວ່າ ບັນຫາທີ່ວ່ານີ້ ຈະເບົາ ບາງລົງເມື່ອຝົນຕົກລົງມາ ແລະໃນກາງເດືອນພຶສພາ ຫາເດືອນມິຖຸນາ ທີ່ຈະມາເຖິງນີ້ ຝົນກໍຈະຕົກແລ້ວ.
ດັ່ງທີ່ທ່ານກ່າວວ່າ:
“ເຂົາຈູດປ່າ ຖາງໄຮ່ນໍາ ເຂົາເຈົ້າປູກເຂົ້ານ່າ ມັນຄັວນໄຟເຂົາເຈົ້າກໍໄປເຕືອນຢູ່ ໂຕນີ້ຫ້າມເຂົາເຈົ້າຍາກ ປະຊາຊົນບາງທີຄົນກໍໄປເລາະຈູດປ່າ ເອົາເຫັດແລະເຮັດໃຫ້ມັນເກີດເຫັດອີ່ຫຍັງນ່າ ຖ້າມື້ໃດມີຝົນຕົກ ກໍແຈ້ງໄປໜ້ອຍນຶ່ງ ກາງເດືອນ 5 ເດືອນ 6 ກໍຈະມີຝົນເນາະ.”
ເຈົ້າໜ້າທີ່ອຸຕຸນິຍົມ ຢູ່ແຂວງອຸດົມໄຊ ຜູ້ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນ ກໍເວົ້າໃນມື້ດຽວກັນນີ້ວ່າ ໄລຍະນີ້ປະຊາຊົນຈູດໄຮ່ ຫລາຍຂຶ້ນ ເປັນລະດູກຽມເຮັດໄຮ່ ເຮັດສວນ, ພວກເຂົາເຈົ້້າບໍ່ມີອາຊີບອື່ນ, ທາງເຈົ້າໜ້າທີ່ກໍໄດ້ແນະນໍາ ໃຫ້ຫລຸດ ຜ່ອນລົງ.
“ຊ່ວງນີ້ນ່າມັນມີໄຟປ່າ ໄຟຫຍັງແດ່ ອາກາດມັນຮ້ອນ ແຫ້ງແລ້ງມາຫລາຍເດືອນແລ້ວນ່າ ການຈູດປ່າຫັ້ນແຫລະ ຈູດໄຮ່ອີ່ຫຍັງຫັ້ນນ່າ ມັນເປັນຣະດູການເຂົາເຈົ້າແລ້ວເດ້ ເພາະວ່າເຄີຍເປັນອາຊີບເຂົາເຈົ້າ ເຄີຍປະຕິບັດຜ່ານມານ່າ ເຂົາເຈົ້າຈະປ່ຽນໄປເປັນອາຊີບອື່ນ ເຣື່ອງຕົ້ນທຶນ ງົບປະມານ ເຂົາເຈົ້າຈະປ່ຽນໄປເປັນອາຊີບອື່ນເຣື່ອງຕົ້ນທຶນ ງົບປະມານຫຍັງກໍກໍບໍ່ມີແດ່ ມີແຕ່ແນະນໍາໃຫ້ເຂົາເຈົ້າຫລຸດຜ່ອນ.”
ປະຊາຊົນ ຢູ່ແຂວງຫລວງພຣະບາງຜູ້ນຶ່ງເວົ້າວ່າ ດຽວນີ້ອາກາດອົບເອົ້າ ຄວັນໄຟຈັກມາແຕ່ໃສ, ຫາຍໃຈຍາກ, ແສບດັງ, ຄັນດັງ, ແສບຕາ, ຄັນຕາ, ເຮັດໃຫ້ຊາວບ້ານຫຍຸ້ງຍາກ ບາງຄົນຜູ້ສຸຂພາບບໍ່ແຂງແຮງ ກໍເປັນຫວັດ ເປັນໄອ ແຕ່ສ່ວນໃຫຍ່ກໍຊື້ຢາມາກິນເອງ ແລ້ວກໍຫາຍ.
“ດຽວນີ້ມັນກໍເປັນອາກາດອົບເອົ້າ ແດ່ເນາະແລ້ວກະຕັວນໄຟມັນກໍຈັກມາແຕ່ໃສເນາະ ມັນກໍສີມົວໆຢູ່ແຊ້ນນ່າ ພວກເຮົາກໍບໍ່ມີຫຍັງປ້ອງກັນ ກໍແບບຢູ່ທັມດານີ້ແຫລະ ຖືວ່າມັນມີຜົນກະທົບເນາະ ເຮັດໃຫ້ລະບົບການຫາຍໃຈນີ້ກໍຍາກມີການຝືດເຄືອງ ໄອແລະກໍເປັນຫວັດຫັ້ນນ່າ ເຮັດໃຫ້ເຈັບຕາເຈັບຫຍັງ ຕັນດັງຫລາຍ ກໍໄປຊື້ຢາໄຂ້ຫວັດມາກິນແບບທັມດາ ກໍຫາຍໄປ.”
ປະຊາຊົນຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ ກໍເວົ້າວ່າ ປັດຈຸບັນ ຊາວ ບ້ານຈູດໄຮ່, ຈູດສວນກັນຫລາຍ ເພື່ອປູກມັນຕົ້ນ, ປູກຢາງພາຣາ ແລະພືດອື່ນໆ, ບາງເທື່ອໄຟລາມໄປໄໝ້ປ່າ, ມີຄັວນຫລາຍ, ແຕ່ລະມື້ຫາຍໃຈຍາກ, ເດັກນ້ອຍເປັນຫວັດ ເປັນໄອກັນຫລາຍ.
“ເຂົາຈູດສວນຫລາຍນ່າ ຢູ່ທາງນີ້ ຮູ້ຄັວນຫລາຍໂອ໋ ຈູດໄຮ່ຈູດສວນຫລາຍນີ້ ບາງເທື່ອກໍລາມປ່າໄປ ຈໍານວນນຶ່ງກໍຍັງມີນີ້ ເຂົາຈູດໄຮ່ເຮັດສວນຢາງ ປູກມັນຕົ້ນຫຍັງເດ໋ ໂອ໋ ຢູ່ກໍຢູ່ລໍາບາກອຶດອັດ ໜ້ອຍກໍເປັນຫວັດເປັນໄອຫລາຍນ່າ ບໍ່ມີຜ້າອັດປາກຫຍັງແຫລະ ຂ້ອຍບໍ່ຮູ້ວິທີປ້ອງກັນນ່ານີ້ນ່າ.”
ຢູ່ແຂວງອຸດົມໄຊ ປະຊາຊົນຜູ້ນຶ່ງເວົ້າວ່າ ປັດຈຸບັນ ຊາວບ້ານຈູດໄຮ່ເພື່ອປູກຝັງກັນຫລາຍ, ມີຄັວນໄຟມາ, ຫາຍໃຈຝືດ, ຜູ້ເປັນໄອ ເປັນຫວັດກໍມີຫລາຍ.
“ດຽວນີ້ສະພາບຢູ່ພີ້ ກໍນ່າເປັນຫ່ວງ ເພາະໄລຍະນີ້ ປະຊາຊົນກໍຈູດໄຮ່ຈູດສວນເນາະ ຄັວນພຸ້ງຢູ່ນ່າ ລະບົບຫັນໃຈນີ້ ກໍຫັນໃຈຝືດ ບາງຄົນກໍເປັນຫວັດເປັນໄອ ກໍມີຫລາຍໄດ໋.”
ໃນຂະນະດຽວກັນ ທ່ານໝໍຢູ່ໂຮງພະຍາບານແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກໍເວົ້າວ່າ ມີຫລາຍຄົນມາປິ່ນປົວກ່ຽວກັບລະບົບ ທາງເດີນຫາຍໃຈ, ປອດອັກເສບ, ເລືອດດັງອອກກໍຫລາຍ, ສ່ວນຜູ້ທີ່ເປັນຫວັດເລັກນ້ອຍ ກໍບໍ່ຄ່ອຍມາປິ່ນປົວ ແລະວ່າ ໄດ້ແນະນໍາການປ້ອງກັນ ຄັວນພິດນັ້ນ ດ້ວຍການໃສ່ຜ້າອັດປາກອັດດັງ ແລະກິນນໍ້າຫລາຍໆ.
“ຫລາຍຢູ່ເກາະຊ່ວງນີ້ ອັກເສບປອດເລື້ອຍໆກໍມີ ສ່ວນໃຫຍ່ຫັ້ນນະ ຍ້ອນບໍ່ຮູ້ສາເຫດກໍມີຢູ່ ເລືອດດັງອອກແມ່ນຫຍັງກໍມີ ເວລາຢູ່ຕ່າງແຂວງ ກໍໃສ່ແມັດຕລອດ ຫລີກລ່ຽງຝຸ່ນແມ່ນຫຍັງນີ້ ກະກິນນໍ້າຫລາຍໆ ຊ່ວງນີ້ມັນຮ້ອນ.”
ການແກ້ໄຂບັນຫາ ມົນລະພິດໝອກຄັວນ ຫລືຝຸ່ນລະອອງຂນາດນ້ອຍກວ່າ 2.5 ໄມຄຣອນ ຫລື 2.5PM ເປັນເຣື່ອງທີ່ຫຍຸ້ງຍາກ ສໍາລັບຣັຖບານລາວ ໂດຍສະ ເພາະໃນໄລຍະຣະດູແລ້ງ ແຕ່ເດືອນມີນາຫາເດືອນເມສາ ຊຶ່ງເປັນໄລຍະທີ່ຊາວບ້ານ ໃນເຂດຊົນນະບົດຫ່າງໄກ ຈູດໄຮ່, ຈູດສວນ ກຽມການປູກຝັງ ເພາະພວກເຂົາເຈົ້າບໍ່ມີອາຊີບອື່ນເຮັດ ແລະເຈົ້າໜ້າທີ່ທາງການທີ່ກ່ຽວຂ້ອງ ກໍໄດ້ແຕ່ເຕືອນ ແລະແນະນໍາໃຫ້ຫລຸດຜ່ອນລົງເທົ່ານັ້ນ.