ມົນລະພິດ ທີ່ເກີດຈາກໄຟໄໝ້ປ່າ, ຈູດໄຮ່ ຍັງກະທົບຕໍ່ສຸຂພາບ ປະຊາຊົນ
2023.03.28
ປັດຈຸບັນ ສະຖານະການ ຄວັນພິດຈາກໄຟໄຫມ້ປ່າ ແລະ ການຈູດໄຮ່ ໃນຫລາຍແຂວງ ຍັງຫນ້າເປັນຫ່ວງ ແລະ ຫນັກຂຶ້ນຊຶ່ງໃນຂອບເຂດ ທົ່ວປະເທດມີ ຫລາຍພື້ນທີ່ທີ່ມີຝຸ່ນລະອອງ PM 2.5 ສູງກ່ວາຄ່າມາຕຖານ ຈົນກະຊວງສາທາຣະນະສຸຂ ອອກແຈ້ງເຕືອນຜົລກະທົບ ຂອງມົນລະພິດ, ຫມອກຄວັນ ຫລື ຝຸ່ນລະອອງ ຂນາດບໍ່ເກີນ 2.5 ໄມຄຣອນ ຕໍ່ສຸຂພາບ ທີ່ຈະເຮັດໃຫ້ເກີດພະຍາດໃຫມ່ ຫລື ພະຍາດຊໍ້າເຮື້ອຊຸດໂຊມລົງ ເຊັ່ນລະບົບທາງເດີນຫາຍໃຈ ແລະ ປອດ, ລະບົບຫົວໃຈ-ເສັ້ນເລືອດ ແລະ ສະຫມອງ, ຜີວຫນັງ ແລະ ອະໄວຍະວະ ຂອງຮ່າງກາຍ. ສະເພາະ ຢູ່ເຂດບ້ານພູຊ້າງຄຳ, ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ໂດຍສະເພາະ ເຂດສນາມບິນ ຫລວງພຣະບາງ ນັ້ນ ທາງກະຊວງຊັບພະຍາກອນ ທັມມະຊາຕ ແລະສິ່ງແວອລ້ອມ ວັດສະພາບຝຸ່ນ PM 2.5 ໃນວັນທີ 28 ມີນາ 2023 ໄດ້ທີ່ 433,3 ໄມໂຄຣກຣັມຕໍ່ແມດກ້ອນ ຊຶ່ງຫມາຍເຖິງຄ່າຝຸ່ນດັ່ງກ່າວຫລາຍກ່ວາ 300 ໄມໂຄຣກຣັມຕໍ່ແມັດກ້ອນ (µg/m3) ມີຜົລກະທົບສູງຕໍ່ສຸຂພາບ. ທາງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງກ່າວວ່າ ໄດ້ອອກແຈ້ງເຕືອນໃຫ້ປະຊາຊົນ ຮັກສາສຸຂພາບ ໃນເວລາອອກທາງນອກ ໃຫ້ໃສ່ຜ້າອັດປາກອັດດັງ ແລະງົດຫລິ້ນກິລາກາງແຈ້ງ ທີ່ໃຊ້ເວລາດົນ.
ດັ່ງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ນະຄອນຫລວງພຣະບາງ ແຂວງພຣະບາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ມີນານີ້ວ່າ:
“ມັນເປັນຢູ່ເທິງຟ້າ ຟ້າແບບແບບຄື້ມມືດຫາຍໃຈຍາກ ບາງຄົນກໍແບບວ່າອາກາດ ມັນຈະບໍ່ລຸໂລ່ງດີຄືແຕ່ກ່ອນມັນຝົນບໍ່ຕົກ ມັນຟ້າຄື້ມແລ້ວກໍບໍ່ມີລົມຄວັນ ມັນໄຟໄຫມ້ປ່າຈຳນວນນຶ່ງ ແລ້ວຈູດໄຮ່ຈຳນວນນຶ່ງແລ້ວກໍຫລາຍເມືອງ ຫລາຍແຂວງ ມັນມາເອົ້າກັນນີ້ໂອະກໍໄດ້ອອກແຈ້ງການ ວ່າໃຫ້ແຈ້ງເຕືອນ ໃຫ້ປະຊາຊົນເວລາອອກໄປທາງນອກ ເຂດຊຸມຊົນແມ່ນຫຍັງຕ່າງໆ ໃຫ້ໃສ່ຜ້າປິດປາກ ແລ້ວກໍບໍ່ໃຫ້ຫລິ້ນກິລາ ກາງແຈ້ງແລ້ວກໍຮັກສາສຸຂພາບ.”
ເຂດບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ກະຊວງຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ວັດສະພາບຝຸ່ນ PM 2.5 ໃນວັນທີ 28 ມີນາ 2023 ໄດ້ທີ່ 231.0 µg/m3 ຊຶ່ງຫມາຍເຖິງຄ່າຝຸ່ນດັ່ງກ່າວ ຢູ່ລະຫວ່າງ 201-300 µg/m3 ມີຜົລກະທົບ ປານກາງຕໍ່ສຸຂພາບ. ທາງເຈົ້າຫນ້າທີ່ທີກ່ຽວຂ້ອງກ່າວວ່າໄດ້ປະກາດໃສ່ໂທຣະໂຄ່ງທົ່ວແຂວງເພື່ອແຈ້ງ ເຕືອນໃຫ້ປະຊາຊົນ ລະມັດລະວັງຈາກຝຸ່ນ PM 2.5 ໂດຍສະເພາະ ປະຊາຊົນພາຍໃນແຂວງ ຈະມີຊີວິດຕິດພັນ ກັບການເຮັດການກະເສຕ ກໍຈະແນະນຳໃຫ້ໃສ່ຜ້າອັດປາກອັດດັງ ແລະ ຫມວກລວມເຖິງໃຫ້ອັດປະຕູ ຫນ້າຕ່າງ ເຮືອນໂຕເອງເພື່ອບໍ່ໃຫ້ຝຸ່ນເຂົ້າເຮືອນ ແລະແນະນຳໃຫ້ເດັກນ້ອຍ ແມ່ຍິງຖືພາ ແລະ ຜູ້ສູງອາຍຸໃສ່ຜ້າອັດປາກອັດດັງ ຫາກມີການເຮັດກິຈກັມກາງແຈ້ງ.
ດັ່ງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ແຂວງອຸດົມໄຊ ກ່າວໃນມື້ດຽວກັນວ່າ:
“ສຳລັບໂຕແຈ້ງການກະຊວງ ພວກເຮົາໄດ້ໃຫ້ວິທຍຸ ກະຈາຍສຽງ ອອກປະກາດອອກທຸກມື້ຫັ້ນແຫລະ ແຈ້ງເຕືອນປະຊາຊົນຮັບຮູ້ ແລ້ວກໍາສົ່ງໃຫ້ແຈ້ງໃຫ້ແຕ່ລະເມືອງ ເພື່ອອອກອາກາດທາງໂທຣະໂຄ່ງ ແຕ່ລະເມືອງທາງສາທາ ຂອງພວກເຮົາກໍແຈ້ງໃຫ້ ປະຊາຊົຫັ້ນແຫລະ ຕ້ອງລະມັດລະວັງ ເວົ້າເຣື່ອງການຊິອອກໄປນອກ ໄປນາ ຕ້ອງໄດ້ໃສ່ຜ້າອັດປາກ ອັດດັງ ໃສ່ຫມວກ ໃສ່ຫຍັງ ແລ້ວກໍອັດປະຕູໂຕເຮືອນ ໂອ້ດຽວນີ້ກໍມືດຄື້ມ ຢູ່ຍ້ອນເຂົາເຈົ້າຈູດໄຮ່ ຈູດສວນ ນີ້ແຫລະ ຍັງບໍ່ເຊົ່າເທື່ອຍັງຈູດທຸກມື້ຢູ່.”
ບ້ານອຸດົມ ສນາມບິນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກະຊວງຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ວັດສະພາບຝຸ່ນ PM 2.5 ໃນວັນທີ 28 ມີນາ 2023 ໄດ້ທີ 279.0 µg/m3 ຊຶ່ງຫມາຍເຖິງຄ່າຝຸ່ນດັ່ງກ່າວຫລາຍກ່ວາ 300 µg/m3 ມີຜົລກະທົບສູງຕໍ່ສຸຂພາບ. ທາງເຈົ້າຫນ້າທີ່ທີ່ກ່ຽວຂ້ອງແຂວງບໍ່ແກ້ວ ກ່າວວ່າລໍຖ້າຂັ້ນເທິງເຊັນອະນຸຍາດ ອອກແຈ້ງເຕືອນປະຊາຊົນ ກ່ຽວກັບຜົລກະທົບ ຂອງຝຸ່ນ PM 2.5 ພາຍຫລັງນັບແຕ່ວັນທີ 26 ມີນາ 2023 ມາຮອດມື້ນີ້ ພາຍໃນແຂວງບໍ່ແກ້ວ ມີຄວັນພິດຈຳນວນຫລາຍ ຫາກມີຍົນລົງກໍອາຈລົງບໍ່ໄດ້ເນື່ອງ ຈາກຟ້າມືດຄື້ມໄປຫມົດ ແລະຄາດວ່າປະມານສັບປະດາຫນ້າ ຈະມີແຈ້ງເຕືອນປະຊາຊົນ ກ່ຽວກັບຝຸ່ນ PM 2.5.
ດັ່ງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງແຂວງບໍ່ແກ້ວ ກ່າວໃນມື້ດຽວກັນວ່າ:
“ໃຫ້ຜແນກສາທາ ເຂົາເຮັດເປັນຮ່າງແຈ້ງການ ແລ້ວກໍເພື່ອໄປເຊັນນຳທ່ານຮອງເຈົ້າແຂວງ ເຂົາເຈົ້າເຮັດຢູ່ໂອ້ກໍມືດແທ້ ມືດວ່າ ກໍຊິອັນຕະລາຍແລ້ວຕີ້ຕາມເບິ່ງນີ້ ອັນແຂວງເຮົາຫາກໍມີຫລາຍໆ ແມ່ນມື້ວັນທີ 26 ມີນານີ້ເຂົາມາຮອດມື້ນີ້ ມືດຫມົດນ່າຄັນວ່າ ຍົນມາກໍລົງບໍ່ໄດ້ຄັນຖ້າມີຍົນ ລົງກໍຊິລົງບໍ່ໄດ້.”
ເຈົ້າຫນ້າທີ່ ນະຄອນຫລວງພຣະບາງ ແລະ ແຂວງອຸດົມໄຊ ກ່າວກົງກັນວ່າ ພາຍໃນເຂດຂອງທ່ານ ຍັງບໍ່ມີແຈ້ງການໃຫ້ໂຮງໂຮຽນຕ່າງໆ ງົດການຮຽນ-ການສອນ ໄປກ່ອນຍ້ອນບັນຫາຝຸ່່ນ PM 2.5 ເທື່ອ.
ຊາວບ້ານ ຢູ່ນະຄອນຫລວງພຣະບາງ ຍັງຄົງຢືນຢັນວ່າ ພາຍໃນນະຄອນຫລວງພຣະບາງ ມີບັນຫາຄວັນພິດ ຈາກໄຟໃໝ້ປ່າ ແລະ ການຈູດໄຮ່ຍັງຫນ້າເປັນຫ່ວງ ເນື່ອງຈາກວ່າຕັ້ງແຕ່ມີຄວັນພິດ ດັ່ງກ່າວປະຊາຊົນ ພາຍໃນນະຄອນຫລວງພຣະບາງ ສ່ວນຫລາຍປະເຊີນກັບອາການ ແສບຕາມາໄດ້ 1 ສັບປະດາແລ້ວ ແລະ ທຸກມື້ນີ້ ຍັງບໍ່ເຫັນຟ້າແຈ້ງເລີຍ ເຫັນແຕ່ຟ້າມົວມືດ.
ດັ່ງຊາວບ້ານ ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ.
“ຄັວນຫັ້ນແຫລະ ໄປໃສກໍແສບຕາຫມົດນ່າ ແບບເຂົາເຈົ້າຈູດໄຮ່ແມ່ນຫຍັງນີ້ນ່າ ຈູດໄຮ່ ຈູດປ່າ ຢູ່ໃສກໍເປັນຫມົດນ່າ ແບບມືດເປັນມົວໆ ຄືຫມອກເລີຍນ່າພຸ້ນແຫລະ ຄັນມີຝົນຈັກຫ່າສອງຫ່າ ກໍຄືຊິແຈ້ງອອກເລີຍແຫລະ ແຕ່ດຽວນີ້ມັນແດດກໍຄືບໍ່ແດດນ່າ ຄືຟ້າບົດ ສ່ວນຫລາຍຊິແສບຕາຫັ້ນແຫລະ ກໍອອກໄປຈັ່ງຊິໄດ້ໃສ່ແມັສຄ໌ ໃສ່ອັນນັ້ນຄືກັນ.”
ເວລາ 7 ໂມງໃນວັນທີ 27 ມີນາ 2023 ຢູ່ໃນໂຕເມືອງໂພນໂຮງ ແຂວງວຽງຈັນ ກໍວັດຄ່າຝຸ່ນ PM 2.5 ໄດ້ທີ່ 305 µg/m3 ຊຶ່ງຫມາຍເຖິງ ຄ່າຝຸ່ນດັ່ງກ່າວຫລາຍກວ່າ 300 µg/m3 ມີຜົລກະທົບຕໍ່ສຸຂພາບ. ມາຮອດວັນທີ 28 ມີນາ 2023 ຊາວບ້ານຢູ່ພາຍໃນໂຕເມືອງໂພນໂຮງ ກ່າວວ່າມື້ນີ້ຄວັນພິດຈາກໄຟໄຫມ້ລາມປ່າ ແລະ ການຈູດໄຮ່ດີຂຶ້ນກ່ວາ ມື້ວານນີ້ແຕ່ກໍຍັງມີຝຸ່ນ PM 2.5 ໃຫ້ເຫັນເທິງຟ້າ ແລະ ມີອາການແສບດັງ ຂີວຢູ່.
ດັ່ງຊາວບ້ານ ຢູ່ເມືອງໂພນໂຮງ ແຂວງວຽງຈັນກ່າວໃນມື້ດຽວກັນວ່າ:
“ສ່ວນຫລາຍໄຟໄຫມ້ລາມປ່າ ອັນເຂົາເຈົ້າໄປຈູດປ່າຈູດໄຮ່ ຍາມແລ້ງເດ້ເນາະເພາະວ່າ ມັນກໍໄຫມ້ໄດ້ໄວ ແສບດັງ ຂີວ ຂີວກໍຄືໄຟໄຫມ້ ກໍເປັນຫ່ວງຕໍ່ສຸຂພາບຫັ້ນແຫລະ ມື້ນີ້ບໍ່ແຮງມື້ນີ້.”
ວັນທີ 27 ມີນາ 2023 ຜ່ານມາ ຫ້ອງການສຶກສາທິການ ແລະ ກິລາ ເມືອງທ່າພຣະບາດ ແຂວງບໍຣິຄຳໄຊ ແຈ້ງການເຖິງຜູ້ອຳນວຍການ ໂຮງຮຽນທົ່ວເມືອງທ່າພຣະບາດ ໃຫ້ພັກການຮຽນໃນລະຫວ່າງວັນທີ 28-29 ມີນາ 2023 ເນື່ອງຈາກວ່າໃນປັດຈຸບັນ ມີຫມອກຄວັນປົກຄຸມທົ່ວເມືອງ ເຮັດໃຫ້ສົ່ງຜົລຕໍ່ກັບສຸຂພາບ ຂອງນັກຮຽນ ຊຶ່ງອາການຫາຍໃຈຝືດ ແລະ ແສບຕາ.
ແຈ້ງການດັ່ງກ່າວ ໄດ້ອອກໃນວັນ ແລະ ເວລາ ທີ່ມີຫມອກຄວັນ ຈາກໄຟໄຫມ້ລາມປ່າ ຢູ່ເຂດເມືອງທ່າພຣະບາດ ປົກຄຸມທົ່ວເມືອງລະຫວ່າງວັນທີ 25-27 ມີນາ 2023 ຈົນເຮັດໃຫ້ນັກຮຽນມີອາການເຈັບເປັນ. ວັນທີ 28 ມີນາ 2023 ຫມອກຄວັນເຣີ່ມດີຂຶ້ນ ແລະ ຄາດວ່າຈະມີແຈ້ງການ ສະບັບຕໍ່ໄປອອກມາໃຫ້ແຕ່ລະໂຮງຮຽນ ກັບມາເຂົ້າຮຽນຕາມປົກກະຕິ.
ດັ່ງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງເມືອງທ່າພຣະບາດ ແຂວງບໍຣິຄຳໄຊ ກ່າວໃນມື້ດຽວກັນນີ້ວ່າ:
“2-3 ມຶ້ແຮງຢູ່ແຕ່ວ່າຊ່ວງນີ້ໄຄແລ້ວ ຊ່ວງນີ້ນ່າເພາະວ່າມັນມີຟ້າລົມເດ້, ທາງລູກຫລາຍໄທເຮົາຫັ້ນກໍມັນເປັນຫວັດເປັນໄອຊ່ວງນີ້ແດ່ ກໍເລີຍວ່າມັນມີຄວັນຫລາຍຫັ້ນນ່າ ໄດ້ຮັບທິດຊີ້ນຳຈາກເມືອງ ແດ່ຈາກແຂວງແດກໍເລີຍວ່າ ເຮົາກໍເຮັດແຈ້ງການອອກຄືວ່າມື້ນີ້ ກໍຊິແຈ້ງໃຫ້ເຂົາເຈົ້າ ເຂົ້າມາຮຽນຄືນມັນເຊົາແລ້ວ ກໍກັບຄືນສົມມຸດວ່າຫັ້ນນ່າ.”
ສຳລັບວັນທີ 28 ມີນາ 2023 3 ແຂວງທຳອິດທີ່ມີຝຸ່ນ PM2.5 ໃນລະດັບສູງກ່ວາຫມູ່ ຄືບ້ານພູຊ້າງຄຳ ສນາມບີນ ຫລວງພຣະບາງ ເປັນລຳດັບທຳອິດ. ບ້ານອຸດົມສນາມບີນບໍ່ແກ້ວ ເປັນອັນດັບສອງ ແລະ ບ້ານດອນໄຊ ແຂວງອຸດົມໄຊ ເປັນອັນດັບສາມ. ອີງຕາມບົດຣາຍງານ ສະພາບຝຸ່ນລະອອງ ຂນາດນ້ອຍກວ່າ 2.5 ໄມຄຣອນ ຂອງສະຖາບັນຄົ້ນຄ້ວາ ຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ.