ຝຸ່ນລະອອງ PM 2.5 ຢູ່ຫຼາຍແຂວງ ຂຶ້ນຮອດລະດັບ ທີ່ສົ່ງຜົລຕໍ່ສຸຂພາບ

ອຸ່ນແກ້ວ
2023.03.30
ຝຸ່ນລະອອງ PM 2.5 ຢູ່ຫຼາຍແຂວງ ຂຶ້ນຮອດລະດັບ ທີ່ສົ່ງຜົລຕໍ່ສຸຂພາບ ໝອກຄວັນປົກຄຸມທົ່ວ ຫຼວງພຣະບາງ ສົ່ງຜົລກະທົບຕໍ່ສຸຂພາບ, ສິ່ງແວດລ້ອມ ແລະ ການສັນຈອນເກືອບທຸກປະເພດ. ຫຼວງພຣະບາງ ວັນທີ 30 ມີນາ ປີ 2023.
ນັກຂ່າວ ພົລເມືອງ

ຂໍ້​ມູນຈາກເວໄຊຕ໌ AQI ທີ່ເປັນຖານຂໍ້ມູນ ການ​ແທກຄຸນະພາບອາກາດ ໄດ້ລາຍງານວ່າ ແຂວງບໍ່ແກ້ວ, ແຂວງຫລວງຣະບາງ ແລະ ແຂວງໄຊຍະບູລີ ມີລະດັບຝຸ່ນລະອອງ PM 2.5 ສູງ ເຊິ່ງຢູ່ໃນລະດັບທີ່ບໍ່ດີຕໍ່ສຸຂະພາບ.

ສະ​ເພາະວັນທີ 29 ມີນາ ເວລາປະມານ 21 ໂມງ ຕາມເວລາປະເທດລາວ, ລະດັບຝຸ່ນລະອອງ PM 2.5 ຢູ່ແຂວງ ບໍ່ແກ້ວ ແທກໄດ້ຢູ່ທີ່ 271, ແຂວງຫລວງຣະບາງ ແທກໄດ້ 267 ແລະ ແຂວງໄຊຍະບູຣີ ແທກໄດ້ 208.

ສະ​ພາບຝຸ່ນລະອອງ ທີ່ເກີດຈາກໄຟປ່າ ແລະ ການຈູດປ່າ ຢູ່ແຂວງຫລວງຣະບາງ ຢູ່ບາເຂດ ປະຊາຊົນ ກໍຫາຍໃຈຍາກ ແສບດັງ. ເຈົ້າໜ້າທີ່ວິຊາການທ່ານນຶ່ງ ຜູ້ທີ່ ເດີນທາງໄປເຮັດວຽກ ຢູ່ແຂວງຫລວງຣະບາງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 29 ມີນາ.

ນັກ​ຂ່າວ: ເປັນຈັ່ງໃດສະພາບໝອກຄວັນ ຢູ່ພາກເໜືອທີ່ຂຶ້ນໄປເຮັດວຽກຫັ້ນນ່າ?

ນັກ​ວິຊາການ: ໂອ້ມັນກະໜັກຫັ້ນແຫຼະ ຫຼຽວໄປຈົນມົວໝົດທີບຫັ້ນແຫຼະ ຄັນຊິວ່າລະ ບ່ອນທີ່ເຮົາເຄີຍເຫັນວິວງາມໆເນາະ. ເຮົາຂຶ້ນຢູ່ບ່ອນສູງລະຫຼຽວເບິ່ງວິວ ຕອນນີ້ ກະຖືວ່າ ຄວັນມັນກະຄຸມໄປໝົດແຫຼະ ຢູ່ໃນບໍຣິເວນ. ຄືຫຼຽວໄປມັນກະ ມັນກະເຫັນແຕ່ຄວັນ ວ່າຊັ້ນຊະເນາະ. ລະກະອອກໄປທາງນອກນີ້ ບໍ່ໄດ້ດົນ ຮູ້ສຶກແສບຕາ ແສບດັງໂລດ ມັນກະລົບກວນອິຫຼີ ມັນເຮັດໃຫ້ຫຼາຍຄົນກະບໍ່ຢາກອອກໄປນອກ ເພາະວ່າ ເຮົາກະຮູ້ເນາະ ມັນມີຜົກະທົບຕໍ່ສຸຂະພາບ.

ຕາມ​ທີ່ຄົນຢູ່ໃນບ້ານຢູ່ໃນເມືອງ ເນາະຢູ່ໃນຂອບເຂດ ບ່ອນທີ່ພວກເຮົາໄປເຮັດວຽກກະຖື່ວ່າ ໜັກຫັ້ນແຫຼະ ໜັກນະ ໜັກກວ່າທຸກປີ ເທື່ອນີ້ນະ.

ນັກ​ຂ່າວ: ມັນໜັກ ທຸກປີມັນເປັນຈັ່ງ ລະປີນີ້ ມັນເປັນຈັ່ງໃດ?

ນັກ​ວິຊາການ: ອັນນີ້ບັງເອີນເຮົາກະບໍ່ໄດ້ສຳຜັດ ໃນແຕ່ລະປີ ມີແຕ່ໄປບາງໂອກາດຊື່ໆ ແຕ່ນີ້ ແມ່ນອີງໃສ່ກາບອກເລົ່າຂອງຄົນຢູ່ໃນພື້ນທີ່ຫັ້ນ ຂເຈົ້າວ່າ ໂອ້ມັນໜັກຫຼາຍປີນີ້. ຫຼຽວເບິ່ງມັນເປັນໝອກຄວັນຂຽວໆ.

ຕື່ນມື້​ເຊົ້າຂຶ້ນມາຫຼຽເບິ່ງພູເຂົາກັບແມ່ນ້ຳຂອງ ແລ້ວເຮົາກໍຈະເຫັນ ເຂົ້າເອີ້ນວ່າ ເປັນໝອກນ້ຳຂອງທັມມະຊາຕເນາະ ແຕ່ວ່າ ຕອນນີ້ນິ ຖືກປົກຄຸມໄປດ້ວຍໝອກຄວັນໄຟນີ້ ຈົນເຮັດໃຫ້ເຮົານີ້ ແນມບໍ່ເຫັນໄກເລີຍນະມົ້ວໄປເຕັມໝົດວ່າຊັ້ນຊະ.

ນັກ​ຂ່າວ: ໄດ້ໃສ່ຜ້າອັດປາດັງບໍ່ ໃນເວລາເຮົາອອກໄປນອກພື້ນທີ່ນີ້?

ນັກ​ວິຊາການ: ຫຼາຍຄົນກະໃສ່ເນາະ ແຕ່ວ່າ ບາງຄົນກະຍັງບໍ່ໃສ່. ມັນກະຍ້ອນວ່າ ມັນຍັງບໍ່ທັນມີຜ້າອັດປາກດັງ ສະເພາະທີ່ກັນ PM 2.5 ເທື່ອວ່າຊັ້ນຊະ ກະຊິມີບາງຈຳນວນທີ່ມີຜ້າອັດ ທີ່ສາມາດປ້ອງກັນຄວັນໂຕນີ້ໄດ້.

ແຕ່​ຕອນນີ້ ບາງຄົນກະໃຊ້ຜ້າອັດປາກ-ດັງທີ່ເປັນຜ້າ ເນາະ ຊະນິດທີ່ເຮັດດ້ວຍຜ້າ ແລະ ກະຈຸບນ້ຳ ຈຸບນ້ຳລະກະປັ້ນ ປັ້ນໃຫ້ມັນຊຸ່ມ ລະກະ ໃຊ້ອັນນັ້ນປິດປາກປິດດັງ ລະມັນກະຊ່ວຍ ຊ່ວຍໄດ້ ແທນທີ່ຈະໃສ່ຜ້າອັດປາກດັງແບບທົ່ວໄປ ຫຼືວ່າ ໃສ່ອັດແຫ້ງ.

ນັກ​ຂ່າວ: ສະເພາະຊາວບ້ານເດ້ ເຂົາເຈົ້າຮູ້ວິທີ່ປ້ອງກັນບໍ່ ຫຼືວ່າ ເຂົາເຈົ້າກະໃສ່ແຕ່ຜ້າອັດປາກດັງທັມມະດາ ຕາມທີ່ເຫັນຫັ້ນນະ?

ນັກ​ວິຊາການ: ກະປ້ອງກັນໃຜປ້ອງກັນລາວ ຫັ້ນລະຕອນນີ້ ຍັງບໍ່ມີໃຜມີຄວາມຮູ້ເລື່ອງນີ້ ແລະ ຄັນຖ້າວ່າ ໃຜມີຄວາມຮູ້ຜ້າອັດປາກດັງ ຊະນິດທີ່ມັນປ້ອງກັນ PM 2.5 ໄດ້ ຈັກຊິເອົາຈາກໃສ່ຄິດວ່າ ຍັງໆ ບໍ່ຮູ້ອັນນີ້ນະ.

ແຕ່​ວ່າ ສ່ວນໃຫຍ່ນີ້ ຕາມທີ່ເຮົາສັງເກດນິ ຜູ້ບໍ່ໃສ່ຫຼາຍກວ່າຜູ້ໃສ່ຊັ້ນເທາະໄປ໋ ມັນກະບໍ່ມີການປະກາດວ່າຈະຕ້ອງຢຸດພັກເທື່ເດ້ ຊ້ວງນີ້.

ມື້​ກັບມາຫັ້ນກະເຫັນ ໂອ້ກຳລັງເລີຍມື້ນັ້ນຫັ້ນນະ ເຮົາກະໂຊກດີທີ່ວ່າເຮົາອອກມາກ່ອນ ພໍດີເປັນມື້ທີ່ເຂົາເຈົ້າເລີ່ມຈູດ ເລີ່ມມີການປະຊຸມຢູ່ໃນແຕ່ລະບ້ານ ເພື່ອຈະມີການຈູດໄຮ່ ເພາະວ່າ ເຂົາເຈົ້າຈູດ ເຂົາເຈົ້າກະຕ້ອງໄດ້ວາງແຜນເດ້ ວ່າຕ້ອງຈູດແນວໃດ ເພື່ອໃຫ້ມັນຮັບປະກັນ ມີການປ່າວປະກາດແນວໃດໃຫ້ລະວັງເຣື່ອງໄຟລາມປ່າແມ່ນຫຍັງຕ່າງໆ.

ເຖິງວ່າ​ເຮັດປານນັ້ນ ກະຍັງມີຂ່າວວ່າ ມີຄົນຖືກໄຟໃໝ້ໄຟຫຍັງກະມີ ຢູ່ທາງແຂວງຫລວງຣະບາງ

ຢູ່​ແຂວງອຸດົມໄຊ, ປະຊາຊົນ ກໍໄດ້ຮັບຜົກະທົບເຊັ່ນດຽວກັນ ບາງຄັ້ງກໍຫາຍໃຈຍາກ ຍ້ອນ​​ຄວັນ ຈາກໄຟປ່າ ແລະ ການຈູດປ່າເຮັດໄຮ່.

Air_quality_map_Laos.png
ແຜນທີ່ສະແດງໃຫ້ເຫັນເຖິງ ເຂດທີ່ໄດ້ຮັບຜົລກະທົບຈາກສະພາບໝອກຄວັນຈາກໄຟໄໝ້ປ່າ ແລະ ຈູດປ່າເຮັດໄຮ່ ຮ້າຍແຮງ. ຮູບພາບແຜນທີ່ຈາກ: IQAir.com 

ປະ​ຊາຊົນ ແຂວງອຸດົມໄຊ ໄດ້ໃຫ້ສຳພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ ຈູດປ່າຈູດພູຫລວງຫຼາຍໂອ້ ຍາມນີ້ຍາມຈູດໄຮ່ເດ້.

ນັ​ກ່າວ: ການຫາຍໃຈເດ້ ຫານໃຈຍາກ ເຮົາໄດ້ໃສ່ຜ້າອັດປາກດັງບໍ່?

ປະ​ຊາຊົນ: ເອີ ຫາຍມົກຫາຍໃຈ ມັນກະຈົ່ມ ຫາຍໃຈຝືດໃຈຕັນຫັ້ນແຫຼ ມັນໝອກຄວັນຫຼາຍ ຈູດແທ້ຈູດວ່າແຫຼະ ກຳລັງຈູແຫຼະດຽວນີ້ນະ.

ນັກ​ຂ່າວ: ອັນເຣີ່ມມີໝອກຄວັນນີ້ ດົນປານໃດລະ?

ປະ​ຊາຊົນ: ເປັນອາທິດລະໂອ້ ເປັນອາທິດລະເດີ.

ນັກ​ຂ່າວ: ລະເຮົາຢູ່ຈັ່ງໃດລະປັດຈຸບັນນີ້ ມັນຫາຍໃຈຍາກໆ ແກ້ໄຂກັນແນວໃດນີ້?

ປະ​ຊາຊົນ: ເອີ ກະຢູ່ໄປນີ້ແຫຼະ ເຮັດແນວໃດ ນຳກັນໄປນີ້ແຫຼະ ມື້ວານນີ້ ກະເຫັນແສງແດດໜ້ອຍນຶ່ງລະ. ມັນຄວັນຫຼາຍ ມັນກະແສບດັງແສບຕາໂອ້.

ປະ​ຊາຊົນ ແຂວງອຸດົມໄຊ ອີກທ່ານນຶ່ງ ໄດ້ໃຫ້ສຳພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ ມືດລະບໍ້ ບາງມື້ກະແສບຫູແສບຕາຢູ່ນີ້. ບາງມື້ກະແສບຫູແສບຕາຫຼາຍໂອ້. ເຂົາຈູດໄຮ່ນີ້ຍັງບໍ່ເຊົາເທື່ອນ່າ ດຽວນີ້ນ່າ.

ນັກ​ຂ່າວ: ຕອນນີ້ ເປັນລະດູການຈູດໄຮ່ເລີຍຫວະ?

ປະ​ຊາຊົນ: ບ້ານຫ້ວຍທາດ ເຂົາກະຈູດລະ ຢູ່ເຂດນີ້ຈູດໝົດແລ້ວ.

ນັກ​ຂ່າວ: ແຕ່ວ່າ ສະເພາະຍັງເປັນແນວໃດ ຍັງຂິວຢູ່ເບາະ ຍັງຫຼາຍຢູ່ເບາະ ປົກຄຸມຫຼາຍຢູ່ເບາະ ຢູ່ເຂດບ້ານຫັ້ນ.

ປະ​ຊາຊົນ: ເບິ່ງກະຍັງບໍ່ຢາກເຫັນ ໄກປານໃດໂອ້. ຍັງມືດຢູ່ໂອ້.

ນັກ​ຂ່າວ: ດຽວນີ້ໃນເວລາເຮົາອອກໄປ ຈະເຫັນຄວັນປົກຫຸ້ມເລີຍແມ່ນບໍ່ ຢູຕາມບ້ານນີ້?

ປະ​ຊາຊົນ: ແຕ່ວ່າ ກະເຫັນໄດ້ໄກໜ້ອຍນຶ່ງລະ ຢູ່ຕາມບ້ານນີ້. ວ່າງແລ້ວນີ້ ກະມືດຕືບຢູ່, ແຕ່ວ່າ ຕອນນີ້ ກະຈ າງຫາຍໄປໜ້ອຍນຶ່ງແລ້ວ. ມື້ໃດທີ່ວ່າ ມັນມີຄວັນຫຼາຍທີ່ສຸດ.

ນັກ​ຂ່າວ: ມື້ໃດທີ່ວ່າ ມັນມີຄວັນຫຼາຍທີ່ສຸດ?

ປະ​ຊາຊົ: 4-5 ມື້ຫຼັງນີ້ແຫຼະ ເຂົາກະຍັງຈູດໄຮ່ຈູດສວນຢູ່.

ນັກ​ຂ່າວ: ເຮັດຈັ່ງໃດ ໄດ້ໃສ່ຜ້າອັດປາກດັງບໍ່ ຫຼື ບໍ່ໄດ້ໃສ່ ຊາວບ້ານ ຫຼືວ່າ ໂຕເຮົາເອງນີ້?

ປະ​ຊາຊົນ: ໂອ້ແຖວບ້ານນອກຄອກຄະເມ ສ່ວນຫຼາຍກະບໍ່ໃສ່ນີ້ແຫຼະ ໄທເຮົານີ້ ກະບໍ່ໃສ່ລະ

ເຖິງ​ຢ່າງໃດກໍຕາມ, ທ່ານ ໝໍຢູ່ໂຮງໝໍມະໂຫສົດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ປັດຈຸບັນ ກໍຍັງບໍ່ທັນມີປະຊາຊົນເຂົ້າໄປປິ່ນປົວ ໂຣກລະບົດທາງເດີນຫາຍໃຈ ຍ້ອນຜົກະທົບຈາກຝຸ່ນລະອອງ PM2.5.

ການ​ແທກມາຕະຖານລະດັບຝຸ່ນລະອອງ PM 2.5 ຈະເຣີ່ມແຕ່ໂຕເລກ ແຕ່ 0 ຂຶ້ນໄປ ແລະ ຖ້າໂຕເລກຕ່ຳເທົ່າໃດ ຄຸນນະພາບອາກາດກໍ່ຍິງດີ ແລະ ຖ້າ ໂຕເລກສູງເທົ່າໃດ ຄຸນນະພາບອາກາດກໍຍິ່ງບໍ່ດີເທົ່ານັ້ນ.

ການ​ແທກມາດຕະຖານ ອາກາດ ມີດັ່ງຕໍ່ໄປນີ້:

  • ໂຕ​ເລກ 0-50 AQI ຢູ່ໃນລະດັບດີ
  • 51-100 ເປັນລະດັບປານກາງ
  • 101-200 ລະດັບ ບໍ່ດີ
  • 201-300 ເປັນລະດັບທີ່ ມີຜົຕໍ່ສຸຂະພາບ
  • 301-400 ເປັນລະດັບທີ່ ຮ້າຍແຮງ
  • 401-500 ເປັນລະດັບທີ່ ອັນຕະລາຍ
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.