ຝຸ່ນລະອອງ PM 2.5 ທີ່ນະຄອນຫຼວງ ຢູ່ໃນລະດັບ ທີ່ເປັນອັນຕະລາຍ ຕໍ່ສຸຂພາບ

ອຸ່ນແກ້ວ
2023.04.06
ຝຸ່ນລະອອງ PM 2.5 ທີ່ນະຄອນຫຼວງ ຢູ່ໃນລະດັບ ທີ່ເປັນອັນຕະລາຍ ຕໍ່ສຸຂພາບ ສະພາບຝຸ່ນລະອອງ PM 2.5 ໃນນະຄອນຫຼວງວຽງຈັນ. ວັນທີ 6 ເມສາ 2023.
RFA

ລະ​ດັບ​ຝຸ່ນ​ລະ​ອອງ PM 2.5 ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຢູ່​ໃນ​ລະ​ດັບສີ​ແດງ ທີ່​ເປັນ​ອັນ​​ຕ​ລາຍ​ທີ່​ສຸດຕໍ່​ສຸ​ຂ​ພາບ​ປະ​ຊາ​ຊົນ ເຊັ່ນ​ໂຣກ​ລະ​ບົບທາງເດີນ​ຫາຍ​ໃຈ, ແສບ​ດັງ​, ຫາຍ​ໃຈ​ຝືດ, ເປັນ​ຫວັດ, ​ເປັນ​ໄອ, ຄັນ​ຕາ. ຊາວ​ບ້ານ ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 6 ເມ​ສາ ວ່າ:
“ກໍ​ຍັງເຫັນເປັນຂ່າວຢູ່ ປ້ອງກັນແລກໆ ຄັນອອກເຮືອນກໍຕ້ອງໃສ່ແມສຄ໌ ໃສ່ຫຍັງ ກໍມີແຕ່ເດັກນ້ອຍ ຄັນຕາ ຄັນດັງຫັ້ນແຫຼະ ຄືແບບເປັນຫວັດ ເປັນໄຂ້ຂຶ້ມາ ສ່ວນຫຼາຍພວກຜູ້ໃຫຍ່ ກະຊິບໍ່ເປັນຫຍັງ.”
ຂະ​ນະ​ທີ່ ຊາວ​ບ້ານ​ ໃນ​ນະ​ຄອນ​ຫລວງວຽງ​ຈັນ ອີກ​ທ່ານ​ນຶ່ງ ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ທາງ​ການ​ເວົ້າ​ວ່າ ໄດ້​ມອດ​ໄຟ​ຢູ່​ພູ​ພະ​ນັ​ງ​ແລ້ວ, ແຕ່​ສະ​ພາບ​ອາ​ກາດ​ ຍັງ​ບໍ່​ດີ​ຂຶ້ນ ຍັງ​ມົວ​ໆ​ຢູ່ ຫຼາຍ​ຄົນ​ກໍ​ມີ​ບັນ​ຫາ ​ເຣື່ອງ​ສຸ​ຂ​ພາບ​ກັນ​ຫຼາຍ ໂດຍ​ສະ​ເພາະ​ເປັນ​ຫວັດ​ ເປັນ​ໄອ. ທີ່​ຜ່ານ​ມາ ເຈົ້າ​ໜ້າ​ທີ່​ກໍ​ມີ​ການ​ແຈ້ງ​ເຕືອນ ໃຫ້​ຊາວ​ບ້ານ​ປ້ອງ​ກັນ​ໂຕເອງ ໃນ​ເວ​ລາ​ອອກ​ໄປ​ນອກ ໃຫ້​ໃສ່​ຜ້າ​ອັດ​ປາກ-ອັດດັງ.
“ກະ​ເປັນ​ມົວໆ ເປັນ​ທົ່ວໆ​ໄປ ຂ້ອຍ​ຂີ່​ຣົ​ຖ​ທາງ​ບ້ານ​ໃໝ່ ໜອງ​ດາ ກໍ​ເປັນ​ຄື​ກັນ​ໝົດ​ຫັ້ນ​ແຫຼະເນາະ. ບາງ​ຄົນ​ເຂົາ​ເຈົ້າ​ກໍ​ເປັນ​ຫວັດ ​ເປັນ​ຫຍັງຫັ້ນ​ແຫຼະ ເພາະ​ວ່າ​ ຝົນ​ມັນ​ບໍ່​ຕົກ​ເດ້ ຖ້າ​ຝົນ​ຕົກ​ກໍ​ຄື​ຊິບໍ່​ມີ ແຕ່​ກໍ​ທາງ​ບ້ານ​ກໍ​ໄດ້ປະ​ກາດ​ໂທ​ລະ​ໂຄ່ງ ໃຫ້​ເຂົາ​ເຈົ້າ​ອອກ​ຈາກ​ບ້ານ ​ອອກ​ຫຍັງ​ກໍ​ໃສ່​ແມ​ສຄ໌ ​ໃສ່​ຫຍັງ​ຫັ້ນ​ແລ້ວ ເພື່ອ​ປ້ອງ​ກັນ​ຝຸ່ນ​ລະ​ອອງ.”

​ເຖິງວ່າ ເຈົ້າ​ໜ້າ​ທີ່ຈະຢືນ​ຢັນວ່າ ໄດ້​ມອດ​ໄຟ​ປ່າ ຢູ່​ເຂດ​ປາ​ສງວນ​ພູພະນັງ ແລ້ວກໍຕາມ, ​ແຕ່​ສະ​ພາບ​ອາ​ກາດ​ໂດຍ​ລວມ​ ​ຍັງບໍ່​ດີ​ຂຶ້ນ, ຊາວ​ບ້ານ ​ຕ້ອງ​ປ້ອງ​ກັນ​ໂຕ​ໂອງ ດ້ວຍ​ການ​ໃສ່​ຜ້າ​ອັດ​ປາກ-ອັດດັງ.

ຊາວ​ນະ​ຄອນ​ຫລວງວຽງ​ຈັນ ອີກ​ທ່ານ​ນຶ່ງ ທີ່​ຢູ່​ໃກ້​ເຂດ​ພູ​ພະ​ນັງ ໄດ້​ກ່າວ​ວ່າ:
“ໄລ​ຍະນຶ່ງມາ ຕິດກັບບ້ານສຳມະນາ ນີ້ ປາດໃໝ້ຮຸນແຮງນາດເດ້ ແລ້ວກໍໝອກຄວັນ ດຽວນີ້ຍັງມີຢູ່ ໝອກຍັງຄຸມຢູ່ເນາະ ຫ້ວຍມັນກະອາກາດ ມັນບໍ່ຢາກຄ່ອຍດີປານໃດ ໝອກຄວັນ ບໍ່ມີກິນຂິວຄວັນໄຟເດ້ ກະໃສ່ຜ້າອັດປາກ​-ອັດດັງ ແຫຼະ ຖ້າບໍ່ອອກຈາກບ້ານ ກໍບໍ່ໄດ້ໃສ່.”
ບັນ​ຫາ​ຝຸ່ນ​ລະ​ອອງ PM 2.5 ຢູ່​ນະ​ຄອນ​ຫລວງວຽງ​ຈັນ ເປັນ​ເລື່ອງ​ທີ່​ແກ້​ໄຂ​ໄດ້​ຍາກ ຕ້ອງ​ລໍ​ຖ້າ​ເກີດ​ຝົນ​ຕົກ ໝອກ​ຄວັນ​ ຈຶ່ງ​ຈະ​ຈາງ​ຫາຍ​ໄປ.

001.png
ກຣາບສະແດງ ລະດັບຝຸ່ນລະອອງ PM 2.5. ຮູບພາບຈາກ: IQAir.com

ທາງ​ການ​ລາວ ໄດ້​ມີ​ການ​ແຈ້ງ​ເຕືອນ ​ໃຫ້​ປະ​ຊາ​ຊົນ ບໍ່​ຄວນ​ອອກ​ຈາກ​ເຮືອນ ຫຼື ອາ​ຄານ, ຖ້າ​ຈະ​ອອກ​ໄປ ກໍ​ຕ້ອງ​ໃສ່​ຜ້າ​ອັດ​ປາກ​-ອັດດັງ ເພື່ອ​ປ້ອງ​ກັນ​ຝຸ່ນລະ​ອອງ ເພາະ​ວ່າ ຖ້າ​ປະ​ຊາ​ຊົນ ​ສູດ​ດົມ​ເອົາ​ຫຼາຍ ກໍ​ຈະ​ມີ​ຜົ​ລ​ຕໍ່​ສຸ​ຂະ​ພາບ.
ເຖິງວ່າ ຈະ​ມີ​ຄົນ​ປ່ວຍ​ໂຣກ​ລະ​ບົບ​ ທາງ​ເດີນ​ຫາຍ​ໃຈ, ແຕ່ ເຈົ້າ​ໜ້າ​ທີ່​ ສາ​ທາ​ຣະ​ນະ​ສຸຂ ຍັງ​ບໍ່​ສາ​ມາດ​ຢືນ​ຢັນ​ໄດ້​ວ່າ ມີ​ຈຳ​ນວນ​ຄົນ​ປ່ວຍ​ໂຣກ​ ລະ​ບົບ​ທາງ​ເດີນ​ຫາຍ​ໃຈ ​ອັນ​ເກີດ​ຈາກ​ຝຸ່ນ​ລະ​ອອງ PM 2.5 ເຂົ້າ​ມາ​ປິ່ນ​ປົວ ​ຫຼາຍ​ປານ​ໃດ ຍ້ອນ​ວ່າ ບໍ່​ມີເຄື່ອງກວດ​ໂດຍ​ຕຣົງ.

ທ່ານ​ໝໍ ຢູ່​ໂຮງ​ໝໍ ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ: 
“ຄົນ​ເຈັບ ທີ່ກ່ຽວກັບລະບົບຫາຍໃຈ ນີ້ ມັນກໍມີຫຼາຍ ຢູ່ນີ້. ເຮົາບໍ່ແນ່ໃຈວ່າ ມາຈາກຝຸ່ນລະອອງ PM 2.5 ບໍ່, ບໍ່ແນ່ໃຈວ່າມາຈາກໂຕນັ້ນບໍ່ເນາະ ເຮົາບໍ່ມີເຄື່ອງກວດຢູ່ນີ້.”
ອີງ​ຕາມ​ຣາຍ​ງານ ​ຂອງ​ເວບ​ໄຊ້ IQ Air ທີ່​ເປັນ​ຖານ​ຂໍ້​ມູນ​ເລື່ອງ​ຝຸ່ນ PM 2.5 ສະ​ເພາະ​ໃນ​ວັນ​ທີ 6 ເມ​ສາ 2023 ເວ​ລາປະ​ມານ 6 ໂມງ​ເຊົ້າ, ຝຸ່ນ​ລະ​ອອງ PM 2.5 ໃນ​ນະ​ຄອນ​ຫລວງວຽງ​ຈັນ ແທກ​ໄດ້​ຢູ່​ທີ່ 401 AQI ຢູ່​ໃນ​ລະ​ດັບສີ​ແດງ ທີ​ເປັນເປັນ​ອັນ​ຕ​ລາຍ ຮ້າຍ​ແຮງ ​ຕໍ່​ສຸ​ຂ​ພາບ ຂອງ​ຄົນ, ແຕ່ໃນ​ເວ​ລາ​ຕອນ​ສວາຍ ໄປ​ຫາ ຕອນ​ແລງ ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຄ່າ​ສະ​ເລັ່ຽ​ຂອງ​ຝຸ່ນ​ລະ​ອອງ PM 2.5 ຈະ​ຫຼຸດ​ລົງ, ແຕ່ ກໍ​ຍັງ​ຖືກ​ຈັດ​ຢູ່​ໃນ​ພື້ນ​ທີ່ ​ສີ​ແດງ​ຄື​ເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.