ກິ່ນຂິວ ຈາກຄວັນໄຟ ສນາມຂີ້ເຫຍື້ອ ຍັງບໍ່ຈາງ

ອຸ່ນແກ້ວ
2022.02.03
ກິ່ນຂິວ ຈາກຄວັນໄຟ ສນາມຂີ້ເຫຍື້ອ ຍັງບໍ່ຈາງ ໂຕຢ່າງ ສະພາບໄຟໄໝ້ສນາມຂີ້ເຫຍື້ອ ຫຼັກ 32 ທີ່ຜ່ານມາ (ເດືອນສິງຫາ ປີ 2020)
RFA

ໄຟ​ໄໝ້ນາມຂີ້ເຫຍື້ອຢູ່ເຂດຫຼັກ 32 ​ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນວັນທີ 29 ກົກກະຣາ 2022 ທີ່ຜ່ານມາ. ໄຟໄໝ້ຂີ້ເຫຍື້ອເຮັດໃຫ້ຄວັນໄຟ ປິວໄປປົກຄຸທ້ອງຟ້າ ຢູ່ເຂດບໍລິເວນໃກ້ຄຽງ ເຮັດໃຫ້ປະຊາຊົນທີ່ຢູ່ໃກ້ຄຽງ ນາມຂີ້ເຫຍື້ອໄດ້ຮັບຜົກະທົບ ຈາກຄວັນໄຟ. ຊາວບ້ານຕ້ອງໄດ້ຮັບຜົກະທົບຈາກກິ່ນຂິວ ຈາກຄວັນໄຟ ຈົນເຂົາເຈົ້າ ຕ້ອງໄດ້ເຂົ້າໄປຢູ່ໃນເຮືອນ ແລະ ປິດປະຕູ. ຊາວບ້ານທີ່ຢູ່ໃກ້ນາມຂີ້ເຫຍື້ອໄດ້ໃຫ້ສັມພາດ ຕໍ່ເອເຊັຽເສຣີ ວ່າ

ຊາວ​ບ້ານ: ບໍ່ວ່າ ແຕ່ຢູ່ບ້ານນາພອກ ກາຍບ້ານນາພອກໄປກະຍັງມີ ບ້ານ ປາກຊາບ, ບ້ານ ທ່າດິນແດງ ບ້ານ, ເວີນແທ່ນມີໝົດແຫຼະ ຄວັນໄຟນະ ດຽວນີ້ຫາຍໃຈກະຍັງຊິບໍ່ໄດ້ລະດຽວນີ້ນະ. ຄວັນນີ້ ຍັງປິວມາຢູ່ເຂດເຮົາຢູ່ນະຍັງມາຢູ່ ດຽວນີ້ ກະຍັງມືດອຶງຕຶ້ງຢູ່ນິນ່າ.”

ນັກ​ຂ່າວ: ເຮົາເຮັດຈັ່ງໃດປະຊາຊົນ ເຮົາຖືກຜົກະທົບຈັ່ງຊັ້ນ?

ຊາວ​ບ້ານ: ເຮົາບໍ່ມີທາງເລືອກເດ້ ຈຳໃຈກະມີແຕ່ຢູ່ໄປຊີ້ແຫຼແສບຄໍ, ແສບຫຍັງ ກະຊິເຮັດແນວໃດ. ຄືເຮົານີ້ ຜູ້ໃຫຍ່ເພິ່ນກະຍັງທົນໄດ້ ອີ່ຕົນແຕ່ເດັກນ້ອຍເດີ.”

ນັກ​ຂ່າວ: ມັນເປັນຈັ່ໃດລະ ມັນມີກິ່ນຈັ່ງໃດລະ?

ຊາວ​ບ້ານ: ມັນຂິວ ລະມັນຄວັນ ແສບຫູ ແສບຕາ ຫາຍໃຈກະຢາກ ເວເຮົາຢູ່ກັບມັນດົນດົນຫາຍໃຈມັນກະຢາກຝືດເຄືອງໄປ ຄ້າຍຄືເຮົາໄປຢູ່ໃກ້ເຕົາໄຟຈັ່ງຊີ້ເນາະ.”

ນັກ​ຂ່າວ: ໜ່ວຍງານທີ່ກ່ຽວຂ້ອງສາທາເພິ່ນກະມາເບິ່ງເບາະ?

ຊາວ​ບ້ານ: ບໍ່ມີ ບໍ່ມີໃຜເບິ່ງນະເພາະວ່າ ເຮົາກະບໍ່ຮູ້ຄືກັນນະ ຮູ້ແຕ່ມີໄຟໄໝ້ກອງຂີ້ເຫຍື້ອ ເຫັນມັນຄວັນພຸ້ງຂຶ້ນເນາະ ບ້ານເຮົາກະໃກ້ໆກັນ ຫ່າງຈາກນີ້ ກະປະມານ 4-5 ກິໂລແມັດ ກະພໍແນມເຫັນກັນ ລະກະບໍ່ໄດ້ແຈ້ງຫາ​​ໜ່ວຍງານທີ່ກ່ຽວຂ້ອງ. ກະບໍ່ຮູ້ວ່າຊິໄປແຈ້ງຢູ່ໃສເນາະ ກະຄິດວ່າ ມັນຊິເຂົ້າຕົ່ວ ເຫັນແຕ່ຣົດັບເພີງຫັ້ນແຫຼະ ເພິ່ນທຽວໄປດັບເພີງຢູ່ຫັ້ນ ກະວ່າມັນເຊົາລະ.”

ນັກ​ຂ່າວ: ດຽວນີ້ ເຮົາກະຍັງອັດປາກອັດດັງຢູ່ຫວະດຽວນີ້.

ຊາວ​ບ້ານ: ເອີແມ່ນລະ ມັນກະຍັງຄວັນຢູ່ ມັນຍັງກຸ້ມຢູ່ດຽວນີ້ກະດາຍ ເຮົາກະບໍ່ຮູ້ວ່າ ເຮົາຊິພົວພັນໜ່ວຍງານໃດເນາະ.”

ນັກ​ຂ່າວ: ເປັນໄດ້ຈັກມື້ລະ?

ຊາວ​ບ້ານ: ໄດ້ 3-4 ມື້ ລະໄດ໋. ປະມານທ້າຍເດືອນນິແຫຼະ.”

ຊາວ​ບ້ານຕ້ອງໄດ້ຢູ່ໃນເຮືອນ ແລະປິດປະຕູ ຈຶ່ງຫຼຸດຜ່ອນກິ່ນຂິວຈາກຄວັນໄຟໄດ້. ຊາວບ້ານອີກຄົນນຶ່ງ ໄດ້ໃຫ້ສັມພາດວ່າ.

ນັກ​ຂ່າວ: ຄວັນນີ້ນະ ມັນກະທົບແນວໃດຕໍ່ເຮົາ?

ຊາວ​ບ້ານ: ໂອກະ ກະທົບລະນໍ້ ນອນກາງຄືນ ກະແສບຄໍ, ​ແສບດັງ ເຂົ້າດັງເຂົ້າປາກ ເຮັດຈັ່ງໃດຄ່ອຍວ່າ ຊິບໍ່ກະທົບເນາະ. ໄຟໄໝ້ກອງຂີ້ເຫຍື້ອອາກາດເຮົາມັນກະບໍ່ປອດ ມັນກະບໍ່ສົດເນາະ. ມື້ນີ້ແຫ່ງຝົນຕົກໃສ່ໜ້ອຍນຶ່ງ ກະແຫ່ງກຸ້ມຂຶ້ນອີກ.”

ນັກ​ຂ່າວ: ຄືມັນຍັງບໍ່ໄດ້ດັບໝົດເນາະ ມັນຍັງຄວັນກຸ້ມຢູ່ແມ່ນບໍ່?

ຊາວ​ບ້າ: ເຊົ້ານີ້ ກາຍໄປກະຍັງເຫັນຄວັນ ມື້ຄືນນີ້ແສບ ມື້ຄືນນີ້ແສບຄໍ ແສບດັງ ຈົນນອນບໍ່ໄດ້ນະ.”

ນັກ​ຂ່າວ: ແສບຄໍແສບດັງລະເຮັດແນວໃດ?

ຊາວ​ບ້ານ: ປິດປະຕູກິຊ່ວຍໄດ້ໜ້ອຍນຶ່ງ ຄັນຢູ່ນອກ ມັນກະບໍ່ໄດ້ແຫຼະ ຢູ່ນອກ ມັນກະກິ່ນແຮງແຫຼະ. ບາດນີ້ ຜູ້ທຸກຜູ້ຍາກເດ້ ເຮືອນໄມ້ເຮືອນຫຍັງ ມັນກະຊິໄປປິດໄດ້ເນາະ. ໃຜກະບໍ່ແມ່ນເຮືອນດິນໝົດທຸກຄົນເນາະ ແມ່ນບໍ່ລະ.”

ນັກ​ຂ່າວ: ເຮືອນຢູ່ໃກ້ຄຽງນີ້ກະໄດ້ຮັບຜົກະທົບບໍ່?

ຊາວ​ບ້ານ: ໄດ້ຮັບແທ້ ບ້ານ ແສນອຸດົມ ມື້ເຊົ້ານີ້. ມື້ເຊົ້ານີ້ເຂົາວ່າ ແນມບໍ່ເຫັນຫຍັງເລີຍ ພນັກງານມາຮອດໂຮງງານມາເວົ້າໃຫ້ຟັງ.”

ນັກ​ຂ່າວ: ຢາກໃຫ້ໜ່ວຍງານໃດນີ້ ມາເບິ່ງ?

ຊາວ​ບ້ານ:ມາເບິ່ງຊ່ອຍແດ່ ເພາະວ່າ ນຶ່ງເຮົາກະເວົ້າຫຍັງບໍ່ໄດ້ປະຊາຊົນຫັ້ນນ່າ ຄັນວ່າຊິໃຫ້ໄປມອດໄປດັບ ກະດັບບໍ່ໄດ້ ມັນບໍ່ແມ່ນພື້ນທີ່ຂອງເຮົາ. ​ຄັນເອົາເຈົ້າໜ້າທີ່ຣັລົງມາກະຊິງ່າຍກວ່າ. ເປັນຫວ່ງສຸພາບເດັກນ້ອຍແດ່ຫັ້ນແຫຼະເນາະ ເພາະວ່າ ມັນຊິແພ້ປອດແພ້ຫຍັງຫັ້ນນ່າ ຕໍ່ຣະບົບລົມຫາຍໃຈຂອງເດັກນ້ອຍຫັ້ນນ່າ.”

ຊາວ​ບ້ານອີກຄົນນຶ່ງກ່າວວ່າ ໄຟໄໝ້ນາມຂີ້ເຫຍື້ອຄັ້ງນີ້ ໄດ້ເກີດຂຶ້ນເອງ ເພາະວ່າ ໃນເວລາເກີດເຫດ ບໍ່ມີໃຜຢູ່ທີ່ນັ້ນ.

ນັກ​ຂ່າວ: ມັນເປັນຈັ່ງໃດນໍ້ທ່ານ ປັດຈຸບັນນີ້?

ຊາວ​ບ້ານ: ລັກນະປະມານ 2 ໂມງປາຍ ທັງທີ່ວ່າກັມກອນທີ່ວ່າ ຢູ່ໂຮງງານຫັ້ນ ລະຢູ່ນາຫັ້ນ ລະເຫັນມັນຄວັນຂຶ້ນ ຫຼັງຈານັ້ນ ດົນເດີບ ມັນກະລຸກລາມ ເພາະ ມັນລົມເດ້. ລັກສະນະວ່າ ທັງລົມ ຖົງຢາງ ມັນກະລວບລວບໄປເລີຍ ກະຣາຍງານທັງສູນເພິ່ນກະ ມັນກະບໍ່ທັນລະ ມັນລົມໄປເລີຍ ຄັນຊິເອົາຣົລົງໄປ ຣົມັນກະມີປະຈຳຢູ່ຫັ້ນຄັນນຶ່ງ ຄັນຊິມາຈູບເອົານ້ຳຄັນນຶ່ງຫັ້ນ ຄັນເອົາໄປ ມັນລະບໍ່ທັນ ມັນລົມແຮງເດ້. ບາດນີ້ ລົມແຮງລະເອົາຣົເຂົ້າໄປບໍ່ໄດ້ເດ້ ກໍ່ມັນຊິຣະບາດຫຼາຍຫັ້ນນະ. ເພິ່ນກະໂທຫາຂັ້ນເທິງ ໂທຫາເມືອງ ເອົາຣົມາ 5-6 ຄັນ ປມານ 4 ໂມງ 3 ໂມງນີ້ແຫຼະ ມັນກະໄໝ້ຈົນທົ່ວ ເພິ່ນກະໄດ້ມາສະກັດຢູ່ ບ່ອນທີ່ວ່າຫ້ອງການເກັບຊື້ຫັ້ນ. ຖືວ່າໂຕນັ້ນໄດ້ ເພາະວ່າ ຣົດັບເພິງມາລຽງກັນ ສີດນ້ຳ ສີດນ້ຳລັດລັດໃສ່ ມາ 7 ຄັນ ຕັ້ງຢູ່ບ່ອນດຽວກັນຫັ້ນເລີຍ. ແຕ່ວ່າ ມັນໄປສ່ວນຫຼາຍແມ່ນຕອນກາງຄືນ ຕອນກາງຄືນກິ່ນຂິວ ຝົນຕົກແຕ່ວ່າແດດກະເຫັນຄວັນຢູ່. ມັນຢູ່ພື້ນມາມີຖົງຢາງ ມັນໄໝ້ຢູ່ພື້ນພຸ້ນນ່າ ຖືວ່າກຸ້ມຂຶ້ນທົ່ວພຸ້ນແຫຼະມີແຕ່ສະກັດໄດ້ ມີແຕ່ ຊຸດແລ້ວນີ້ມັນໄໝ້ໝົດ ຫ້ອງການເກັບຊື້ມັນໄໝ້ໝົດ. ເພາະງວດນີ້ລະໄດ້ ເພາະວ່າ ຣົດັບເພີງມັນຫຼາຍ ຊ່ວຍສີດນ້ຳສະກັດ ຊ່ວຍສີດສະກັດ ນ້ຳຈົນຫົ້ງຊັ້ນເທະໄປ໋ ມັນຈຶ່ງໄຫຼມາບໍ່ໄດ້.”

ນັ​ຂ່າວ: ເພິ່ນຮູ້ບໍ່ວ່າ ສາເຫດໄຟໄໝ້ ມັນເປັນຍ້ອນຫຍັງ?

ຊາວ​ບ້ານ: ສາເຫດຫັ້ນຕາເບິ່ງວ່າ ມັນແສງສະທ້ອນນະ ມັນມີແສງສະທ້ອນ ຂຶ້ນຫັ້ນ ລະມັນຄວັນຂຶ້ນໂລດຫັ້ນນ່າ ຢູ່ຂອບ ຢູ່ຂອບໜ້ອຍນຶ່ງ. ຕາມເຂົາຣາຍງານນີ້ກະ ມັນມີຄວັນຂຶ້ນຫັ້ນເລີຍ ໄຟຂຶ້ນຫັ້ນເລີຍນະ ມັນມີເຄມີເບາະ ຫຼືວ່າ ມັນມີອັນນ່າແກ້ວ ແວ່ນແກ້ວ ແວ່ນໜາໜາລະ ກະທົບໃສ່ແສງແດດລະມັນເກີດຂຶ້ນຫັ້ນນ່າ ເປັນລັກສະນະນັ້ນ ເພາະວ່າ ບໍ່ເຫັນຄົນໄປ ຄົນມາ ກະບໍ່ເຫັນຄົນກ່ອນເຂົາເຈົ້າຊິວ່າ ມັນເກີດຂຶ້ນເອງ.”

ເຖິງ​ຢ່າງໃດກໍຕາມ, ໜ່ວຍງານຂອງເມືອງໄຊທານີ ກໍອອກມາຊີ້ແຈງວ່າ ມີການຕິດຕາມເຣື່ອງນີ້ ຢ່າງໃກ້ຊິດ ແຕ່ ຍັງບໍ່ມີຣາຍງານມີຜົກະທົບຫຍັງ. ທ່ານ ບົວລີ ແກ້ວມະນີວັນ ປະທານອົງການກວດກາພັກ-​ຣັເມືອງໄຊທານີ ນະຄອນຫລວງວຽງຈັນ, ໄດ້ແລງຂ່າວຕໍ່ສື່ມວນຊົນ ໃນວັນທີ 1 ກຸມພາ 2022 ຕອນນຶ່ງ.

ພາຍຫຼັງທີ່ແຈ້ງ ພວກເຮົາກໍໄດ້ເອົາໃຈໃສ່ຕິດຕາມຫັ້ນແຫຼ ຕິດຕາມກວດກາເບິ່ງສະພາບຊີວິດການເປັນຢູ່ຂອງປະຊາຊົນຫັ້ນ ວ່າມີຜົກະທົບໜ້ອຍຫຼາຍຊ່ຳໃດ ລະພວກເຮົາກະພະຍາຍາມ ຕິດຕາມແຕ່ລະບ້ານ ຜ່ານມພວກເຮົາກໍບໍ່ໄດ້ຮັບການສົ່ງຂ່າວອັນໃດຈາກປະຊາຊົນ ວ່າ ມີຜູ້ກະທົບໜັກ ມີຜູ້ເຈັບເປັນ ຫຼືວ່າ ມີຜູ້ທີ່ໄດ້ເອົາໄປປິ່ນປົວຢູ່ໂຮງໝໍ ກະຖືວ່າບໍ່ທັນໄດ້ມີ ທາງພວກເຮົາຫັ້ນນ່າ ກະຖືວ່າ ບໍ່ເຫັນດ້ານໃດ ກະບໍ່ທັນເຫັນບ້ານໃດລາຍງານໃຫ້ພວກເຮົາໄດ້ຮັບຊາບເທື່ອ.”

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງ ການຄຸ້ມຄອງ ແລະບໍລິຫານຕົວເມືອງ ນະຄອນຫລວງວຽງຈັນ (ຄບຕ), ແລງຕໍ່ສື່ມວນ ໃນມື້ດຽວກັນວ່າ:

ພວກເຮົາກະສັນນິຖານໄດ້ຢູ່ ອັນທີນຶ່ງ ກະອາດຈະເກີດຂຶ້ນດ້ວຍມັນເອງ ຕົວຢ່າງວ່າ ອາດຈະມີປ໋ອງ ເປັນແກເປັນປ໋ອງ ເປັນແກຫຼືວ່າ ເປັນຖ່ານໄຟສາຍທີ່ວ່າມັນມີຄວາມຮ້ອນ ມັນກະມີການຣະເບີດ ອັນນີ້ກະມີຄວາມເກີດຂຶ້ນໄດ້ເຊັ່ນກັນ ເນື່ອງຈາກວ່າ ສນາມຂີ້ເຫຍື້ອກໍມີແກຢູນິເທນ ຢູ່ໃຕ້ດິນຫັ້ນເນາະມີອາຍມີຫຍັງ.”

ສນາມຂີ້ເຫຍື້ອດັ່ງກ່າວ ມີເນື້ອທີ່ປະມານ 48 ເຮັກຕາ ໃນນີ້ ເນື້ອທີ່ຖືກໄຟໄໝ້ກວມເອົາປະມານ 70% ຂອງເນື້ອທີ່ທັງໝົດ, ອີງຕາມຂໍ້ມູນຈາກທ່ານ ບຸນຈັນ ແກ້ສີທຳມະ. ນອກ​ຈາກນີ້, ໃນວັນທີ 2 ກຸມພາ 2022 ທີ່ຜ່ານມາ ກະຊວງຊັຍາກອນທັມມະຊາດ ແລະສິ່ງແວດລ້ອມ ໄດ້ອອກໜັງສື ແຈ້ງເຕືອນໃຫ້ອຳ​​ນາດ ການປົກຄອງ ແລະປະຊາຊົນ ຢູ່ເຂດບ້ານໃກ້ຄຽງ ສນາມຂີ້ເຫຍື້ອ ຫຼີກລ້ຽງຫຼືຫຼຸດຜ່ອນການເຄື່ອນໄຫວກາງແຈ້ງ ແລະ ຄວນໃສຜ້າອັດປາກ-​ດັງ. ແຈ້ງການດັ່ງກ່າວ ຍັງໄດ້ລະບຸອີກວ່າ: ບ້ານທີ່ຄາດວ່າ ໄດ້ຮັບຜົກະທົບລວມມີ ບ້ານປາກຊາບ, ບ້ານນາພອກ, ບ້ານແສນອຸດົມ, ບ້ານເວິນແທນ, ບ້ານາມົນ, ບ້ານໜອງບົວ, ບ້ານນາລ້ອມ, ບ້ານສົມສະຫວັນ, ບ້ານໜອງສອງຫ້ອງ, ບ້ານໂນງາມ, ບ້ານທ່າດິນແດງໃຕ້ ແລະບ້ານນາແຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.