ມີການຖິ້ມຂີ້ເຫຍື້ອຊະຊາຍ ຢູ່ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ
2024.05.21
ຢູ່ເຂດບ້ານ ສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ຍັງມີການຖິ້ມຂີ້ເຫຍື້ອຊະ ຊາຍ ຢູ່ຕາມແຄມທາງ ເຖິງແມ່ນວ່າ ຢູ່ບໍລິເວນດັ່ງກ່າວ ທາງການຈະຕິດປ້າຍຫ້າມຖິ້ມຂີ້ເຫຍື້ອໃສ່ ໂດຍຂຽນວ່າ “ຫ້າມຖິ້ມຂີ້ເຫຍື້ອ ຖ້າໃຜລະເມີດ ຈະໄດ້ປັບໃໝ 1 ລ້ານກີບຕໍ່ຄັ້ງ” ກໍຕາມ. ສາເຫດ ທີ່ພາໃຫ້ຍັງມີບັນຫາທີ່ວ່ານີ້ຢູ່ ອີງຕາມຄໍາເວົ້າຂອງ ຊາວບ້ານສີບຸນເຮືອງຜູ້ນຶ່ງ ແລ້ວແມ່ນວ່າ ເປັນຍ້ອນຢູ່ເຂດບ້ານນີ້ ບໍ່ມິລົດບໍລິການ ເກັບຂີ້ເຫຍື້ອ ແລະບໍ່ມີບ່ອນຖິ້ມຂີ້ເຫຍື້ອ ຈຶ່ງເຮັດໃຫ້ຊາວ ບ້ານຢູ່ເຂດອ້ອມແອ້ມແຖບນັ້ນ ເປັນຕົ້ນແມ່ນຜູ້ທີ່ຢູ່ແຖວຕະຫລາດສີບຸນເຮືອງ ເອົາຂີ້ເຫຍື້ອໄປຖິ້ມໃສ່ຕາມແຄມທາງຖະໜົນ ຮວມທັງແຖວປ່າຊ້າ ທີ່ຢູ່ໃຕ້ບ້ານ ແລະໄປທາງນໍ້າແບງ ກໍຖິ້ມໃສ່ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ພຶດສະພາ 2024 ນີ້ວ່າ:
“ມັນຊິເປັນຊາວບ້ານຢູ່ຕະຫລາດ ແຖວສີບຸນເຮືອງນີ້ແຫລະ ຢູ່ເປັນປະຊາຊົນພົນລະເມືອງທຸກຄົນນີ້ແຫລະໄປຖິ້ມຢູ່ຫັ້ນ ເພາະວ່າມັນບໍ່ມີບ່ອນເກັບມ້ຽນຂີ້ເຫຍື້ອເດນໍ ຢູ່ໃຕ້ ປ້າຍສີບຸນເຮືອງ ປ່າຊ້ານີ້ເຂົາເຈົ້າກໍຖິ້ມ ແລ້ວກໍໄປທາງນໍ້າແບງ ເຂົາເຈົ້າກໍຖິ້ມ ເອົາແຕ່ຄວາມສະດວກ ຄົນໄປວ່າຊັ້ນສະ.”
ບໍລິເວນ ທີ່ຊາວບ້ານໃນເຂດດັ່ງກ່າວ ມັກເອົາຂີ້ເຫຍື້ອໄປຖິ້ມໃສ່ ແມ່ນແຖວແຄມທາງຖະໜົນເລກທີ 13 ຈາກເມືອງຮຸນ ໄປຫາເມືອງປາກແບງ ຊຶ່ງເປັນເຂດທີ່ພວກນັກລົງທຶນຈີນ ເຂົ້າມາສໍາປະທານທີ່ດິນ ເຮັດສວນປູກກ້ວຍ ຫລາຍເຮັກຕ້າຣ໌.
ດັ່ງປະຊາຊົນ ຢູ່ເມືອງປາກແບງ ແຂວງອຸດົມໄຊ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ຜູ້ໃດກໍຖິ້ມກັນ ຕິດແຄມທາງເລກທີ 13 ລະຫວ່າງປາກແບງ ໄປຫາເງືອງຮຸນຫັ້ນນະ ແລ້ກໍຢູ່ຕິດແຖວສວນກ້ວຍ ແຖວບ້ານສີບຸນເຮືອງນີ້ແຫລແມ່ນໆ ເຂດນັ້ນຈະເປັນເຂດສໍາປະທານ ຂອງສວນກ້ວຍຈີນທັງເບິດ ຂ້ອຍກໍຢູ່ເມືອງປາກແບງນີ້ແຫລະ ຂີ່ລົດຈັກຜ່ານໄປມາກໍພໍເຫັນຢູ່.”
ເຖິງແມ່ນວ່າ ປ້າຍຫ້າມຖິ້ມຂີ້ເຫຍື້ອທີ່ວ່ານີ້ ຈະຢູ່ໃນເຂດ ທີ່ຈີນສໍາປະທານປູກກ້ວຍ ແຕ່ຂີ້ເຫຍື້ອ ທີ່ຖືກນໍາມາຖິ້ມໃສ່ນັ້ນ ສ່ວນຫລາຍ ແມ່ນຊາວບ້ານນໍາຂີ້ເຫຍື້ອມາຖິ້ມໃສ່.
ການທີ່ຊາວບ້ານເອົາຂີ້ເຫຍື້ອມາຖິ້ມໃສ່ ຕາມແຄມຖະໜົນນັ້ນ ປະຊາຊົນຢູ່ບ້ານສີບຸນເຮືອງອີກຜູ້ນຶ່ງ ກໍເວົ້າຄືກັນວ່າ ເປັນຍ້ອນບໍ່ມີລົດ ເກັບຂີ້ເຫຍື້ອໃນເຂດບ້ານສີບຸນເຮືອງ ເພາະລົດເກັບຂີ້ເຫຍື້ອໃນບໍລິເວນນັ້ນ ໄດ້ຢຸດໃຫ້ບໍລິການ ມາຕັ້ງ ແຕ່ປີກາຍ, ຈົນມາຮອດປັດຈຸບັນ ກໍຍັງບໍ່ມີລົດ ມາເກັບຂີ້ເຫຍື້ອເທື່ອ, ເຮັດໃຫ້ແຕ່ລະຄອບຄົວ ຕ້ອງໄດ້ຫາທາງເອົາຂີ້ເຫຍື້ອຂອງຕົນ ໄປຖິ້ມເອງ. ຊາວບ້ານ ຈໍານວນນຶ່ງ ກໍແກ້ໄຂບັນຫານີ້ ດ້ວຍການຈູດຂີ້ເຫຍື້ອ ຫລືນໍາຂີ້ເຫຍື້ອ ໄປຖິ້ມຕາມແຄມສວນຂອງຕົນ ຫລືເອົາໄປຖິ້ມໃນເຂດ ທີ່ຫວງຫ້າມ ດັ່ງທີ່ທ່ານກ່າວວ່າ:
“ບ່ອນເຂດເຂົາຫວງຫ້າມ ປະຊາຊົນເຂົາໄປຊອກຖິ້ມ ບໍ່ແມ່ນສວນກ້ວຍ ສວນກ້ວຍເຂົາເກັບຢູ່ໃນສວນຂອງເຂົາເລີຍ ໂຕນີ້ຫັ້ນນະ ປະຊາຊົນຜູ້ນີ້ກໍເອົາມາຖິ້ມ ຜູ້ນັ້ນກໍເອົາມາຖິ້ມ ເຂົາກໍຂຽນປ້າຍຕິດ ເຂົາຕິດແຕ່ປີກາຍພຸ້ນແຫລະ ຊ່ວງປີກາຍ ເຂົາເຮັດລົດເກັບຂີ້ເຫຍື້ອ ເກັບມາ 2-3 ເດືອນ ມາແລ້ວເດືອນສຸດທ້າຍ ເຂົາເກັບເງິນແລ້ວກໍໄປເລີຍ ບໍ່ມາເກັບແຕ່ 2023 ພຸ້ນແຫລະ ເຂົາປະໄປຊ່ວງເດືອນ 7 ປີ 2023.”
ທ່ານກ່າວຕື່ມວ່າ ເພື່ອແກ້ໄຂບັນຫາດັ່ງກ່າວ ຊາວບ້ານສີບຸນເຮືອງ ກໍຢາກຮຽກ ຮ້ອງ ໃຫ້ຂັ້ນເທິງ ຫລືວ່າພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເຫລືອ, ໃຫ້ມີລົດບໍລິການເກັບຂີ້ເຫຍື້ອ ຕາມຄົວເຮືອນ ຢ່າງເປັນປົກກະຕິ ເພື່ອປ້ອງກັນ ບໍ່ໃຫ້ມີການຖິ້ມຂີ້ເຫຍື້ອຊະຊາຍ ດັ່ງທີ່ເປັນຢູ່ໃນປັດຈຸບັນນີ້. ປ້າຍຫ້າມຖິ້ມຂີ້ເຫຍື້ອ ທີ່ວ່ານັ້ນ ແມ່ນຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມເມືອງຮຸນ ເປັນຜູ້ເອົາໄປຕິດຕັ້ງ ມາຕັ້ງແຕ່ປີກາຍ ປີ 2023 ໃນຊ່ວງທີ່ລົດເກັບຂີ້ເຫຍື້ອ ຢຸດໃຫ້ການບໍລິການ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ຂໍສະຫງວນຊື່ ແລະຕໍາແໜ່ງ ຢູ່ເມືອງຮຸນ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ພຶດສະພານີ້ວ່າ ທາງຫ້ອງການຂອງພວກທ່ານ ໄດ້ມອບໃຫ້ອໍານາດການປົກຄອງບ້ານ ແລະບໍລິສັດສວນກ້ວຍ ຊ່ວຍຕິດຕາມ ກວດກາການຖິ້ມຂີ້ເຫຍື້ອທີ່ວ່ານັ້ນ ແລະພົບວ່າ ຊາວບ້ານເອົາຂີ້ເຫຍື້ອໄປຖິ້ມໃນຕອນກາງຄືນ ເວລາທີ່ບໍ່ມີຜູ້ໃດເວນຍາມແລະຂີ້ເຫຍື້ອ ສ່ວນຫລາຍ ທີ່ຊາວບ້ານ ເອົາໄປຖິ້ມ ແມ່ນຍັດໃສ່ກະເປົ໊າ ໃສ່ຖົງ ດັ່ງທີ່ທ່ານກ່າວວ່າ:
“ພວກເຮົາກໍລົງໄປຕິດຕາມ ກວດກາເບິ່ງ ກໍອີງໃສ່ການຖິ້ມຂີ້ເຫຍື້ອຫັ້ນ ກໍມາເບິ່ງແລ້ວ ມັນກໍບໍ່ແມ່ນປະເພດໂຟມຫັ້ນນະ ເປັນເຄື່ອງຮັບໃຊ້ພາຍໃນສວນກ້ວຍ ກໍມີໜ້ອຍ ຜ່ານມາພວກເຮົາໄປຈັດການແລ້ວ ເຂົາກໍບໍ່ຖິ້ມແລ້ວ ແລ້ວສ່ວນຫລາຍແມ່ນໃສ່ເປົ໊າ ໃສ່ຖົງຂອງຊາວບ້ານຫັ້ນນະ ໄປຖິ້ມຫັ້ນນະ ພວກເຮົາກໍໃຊ້ມາດຕະການ ໃຫ້ບໍລິສັດເປັນຫູເປັນຕາ ເບິ່ງກັນ ເຫັນແລ້ວໃຫ້ເຂົາກັກໄວ້ກໍໄດ້ແລ້ວຄ່ອຍແຈ້ງໃຫ້ພວກເຮົາ ກໍບໍ່ມີຜູ້ໃດຍາມຫັ້ນນໍ ບາດນີ້ເຂົາໄປຖິ້ມກາງຄືນຫັ້ນນະ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ການບໍລິການເກັບຂີ້ເຫຍື້ອ ຢູ່ໃນເມືອງຮຸນ ແມ່ນມີຢູ່ໃນເຂດເທດສະບານ, ຍັງບໍ່ທັນໄປເຖິງບ້ານສີບຸນເຮືອງເທື່ອ, ແຕ່ໃນອະນາຄົດ ຈະມີການປັບປຸງ ຂະຫຍາຍການບໍລິການ ໄປເຖິງບ້ານສີບຸນເຮືອງ ຊຶ່ງຂະນະນີ້ ກໍາລັງຢູ່ໃນຂັ້ນຕອນ ຂອງການຊອກຫາ ຜູ້ທີ່ຈະໃຫ້ບໍລິການເກັບຂີ້ເຫຍື້ອຢູ່.
ບັນຫາການຖິ້ມຂີ້ເຫຍື້ອຊະຊາຍ, ບັນຫາກິ່ນເໝັນ ຢູ່ຕາມສະຖານທີ່ຖິ້ມຂີ້ເຫຍື້ອ ທີ່ມີຢູ່ຕາມເມືອງ ຂອງແຂວງຕ່າງໆ ເກືອບທົ່ວປະເທດລາວ ຍ້ອນບໍ່ມີການບໍລິ ການເກັບຂື້ເຫຍື້ອທົ່ວເຖິງ ຫລືມີການບໍລິການ ແຕ່ການບໍລິການນັ້ນ ບໍ່ມີປະສິດທິພາບ, ບໍ່ໄດ້ມາດຕະຖານ, ບໍ່ມີການຈັດການເລື່ອງຂີ້ເຫຍື້ອດີ, ເຮັດໃຫ້ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ຮວມທັງຈາກສະໜາມຂີ້ເຫຍື້ອ ຢູ່ບໍລິເວນຫລັງຕະຫລາດລາວ 450 ປີ ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫລວງວຽງຈັນ ທີ່ໄດ້ສົ່ງກິ່ນເໝັນ ກິ່ນຂິວໄປທົ່ວ ໃນເດືອນກຸມພາ ທີ່ຜ່ານມານີ້.
ແລະເມື່ອກ່ອນໜ້ານັ້ນ ຄືໃນປີ 2023 ລົດເກັບຂີ້ເຫຍື້ອ ຢູ່ເມືອງໄຊທານີ, ເມືອງໄຊເສດຖາ ແລະເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ບໍ່ມາເກັບຂີ້ເຫຍື້ອ ຕາມເວລາທີ່ໄດ້ກໍານົດ ເຮັດໃຫ້ມີຂີ້ເຫຍື້ອຊະຊາຍ ທີ່ຕົກຄ້າງເປັນເວລາຫລາຍອາທິດ ສົ່ງຜົນໃຫ້ເກີດກິ່ນເໝັນໄປທົ່ວ.