ເດືອດຮ້ອນ ໄຟໄໝ້ຂີ້ເຫຍື້ອ ຫຼັກ 32 ຍັງບໍ່ມອດ

ສຸພັດຕາ
2022.02.10
ເດືອດຮ້ອນ ໄຟໄໝ້ຂີ້ເຫຍື້ອ ຫຼັກ 32 ຍັງບໍ່ມອດ ກອງຂີ້ເຫຍື້ອຊະຊາຍ ຈົນກາຍເປັນມົລພິດ ລົບກວນຊາວບ້ານ
RFA

ຜ່ານມາ 2 ສັປດາແລ້ວ ທີ່ເຫດການໄຟໄໝ້ຮຸນແຮງ ຢູ່ສນາມຂີ້ເຫຍື້ອ ຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຍັງບໍ່ສາມາດມອດໄຟສໍາເຣັດເທື່ອ ຍ້ອນຈຸດທີ່ໄຟໄໝ້ ແມ່ນຢູ່ໃຈກາງຂອງຂຸມຂີ້ເຫຍື້ອ ເຮັດໃຫ້ຣົຖສີດນໍ້າເຂົ້າໄປບໍ່ເຖິງ ບວກກັບສະພາບອາກາດມີລົມແຮງ ເຮັດໃຫ້ພະນັກງານບໍ່ສາມາດເຂົ້າໄປມອດໄຟໃນຈຸດດັ່ງກ່າວໄດ້.

ເຫດໄຟໄໝ້ຄັ້ງນີ້ ມີບ້ານທັງໝົດ 12 ບ້ານ ມີປະຊາຊົນເກືອບ 1,000 ຫຼັງຄາ ທີ່ໄດ້ຮັບຜົລກະທົບຈາກຄວັນໄຟ ແລະກິ່ນເໝັນຂິວຮຸນແຮງ ຈົນເຮັດໃຫ້ເກີດອາການແສບຕາ ແສບຄໍາ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 10 ກຸມພາ ນີ້ວ່າ:

“ຍັງອາກາດເຢັນແລ້ວ ມັນຈະຂິວ ເປັນຄວັນມາ ຄວັນຂີ້ເຫຍື້ອຫັ້ນແຫຼະ ມັນຂິວ ຂິວຈົນແສບຄໍ ຖ້າອາກາດເຢັນໆຫັ້ນ ຈະເໝັນຫຼາຍ ຂ້ອຍແຮ່ງລູກນ້ອຍ ແຮ່ງອິຕົນລູກ ແຮ່ງບໍ່ສະບາຍ ແຕ່ຜູ້ໃຫຍ່ກະຍັງແສບຄໍ ເຈັບຄໍ ມັນຂິວແຮງ.”

ຊາວບ້ານຜູ້ນີ້ກ່າວອີກວ່າ ນັບແຕ່ເກີດເຫດໄຟໄໝ້ຢູ່ສນາມຂີ້ເຫຍື້ອ ຫຼັກ 32 ຈົນມາຮອດດຽວນີ້ ກໍຍັງບໍ່ເຫັນເຈົ້າໜ້າທີ່ພາກສ່ວນໃດ ລົງມາຕິດຕາມກວດກາ ສຸຂພາບຂອງຊາວບ້ານຈັກເທື່ອ ຂະນະທີ່ຊາວບ້ານສ່ວນຫຼາຍ ກໍເປັນກັງວົນວ່າ ມົລພິດຈາກຄວັນໄຟ ແລະກິ່ນເໝັນຂິວນີ້ ຈະສົ່ງຜົລກະທົບຕໍ່ສຸຂພາບຂອງຊາວບ້ານ ໂດຍສະເພາະເດັກນ້ອຍ ແລະຜູ້ເຖົ້າສູງອາຍຸ.

ຊາວບ້ານອີກຜູ້ນຶ່ງ ໃນເມືອງໄຊທານີ ກ່າວວ່າ ກິ່ນເໝັນຂິວນີ້ ຮຸນແຮງຫຼາຍ ເມື່ອສັປດາທີ່ຜ່ານມາ ກໍມີຊາວບ້ານຈໍານວນນຶ່ງ ໂທຣະສັບຮ້ອງຮຽນ ໄປຫາຫ້ອງວ່າການປົກຄອງເມືອງໄຊທານີ ແລະນະຄອນຫຼວງວຽງຈັນ ເພື່ອໃຫ້ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ລົງພື້ນທີ່ ມາແກ້ໄຂ້ຜົລກະທົບທີ່ເກີດຂຶ້ນ ແຕ່ກະມິດງຽບໄປລ້າໆ ແລະບໍ່ຮູ້ວ່າ ຈະຮ້ອງຮຽນໄປຫາພາກສ່ວນໃດແລ້ວ ເຖິງຈະແກ້ໄຂຜົລກະທົບຄັ້ງນີ້ໄດ້.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເຮັດຈັ່ງໃດນິ່ ເຂົາກະຈົ່ມຢູ່ ເຂົາຕັ້ງບໍ່ດັບນ່າຊາເບິ່ງຫັ້ນນ່າ ຄໍ່າໆມາເນາະ ອາກາດມັນຕໍ່າຊິ ເຈັບຫົວແສບດັງ ໂອ້...ອັນຕລາຍຫຼາຍ ກັບຕອນເຊົ້ານິ ຊິໄປຮ້ອງຮຽນ ຮ້ອງຮຽນທາງໃດ ເພາະວ່າມັນຂິວມາ ຢູ່ບໍ່ໄດ້້ອິຫຼີນີ້ແຫຼະ.”

ຊາວບ້ານອີກຜູ້ນຶ່ງ ໃນເມືອງໄຊທານີ ກໍກ່າວວ່າ ຄວັນໄຟແລະກິ່ນເໝັນຂິວນັ້ນ ຈະພັດໄປຕາມກະແສລົມ ຂຶ້ນກັບສະພາບອາກາດໃນແຕ່ລະມື້ ແຕ່ກໍເຫັນທາງລາວ ຣາຍງານກ່ຽວກັບຜົລກະທົບຈາກຄວັນໄຟນີ້ຢູ່ ແຕ່ບໍ່ເຫັນເຈົ້າໜ້າທີ່ພາກສ່ວນໃດ ລົງມາແກ້ໄຂບັນຫາ ຫຼືໃຫ້ຄວາມຮູ້ແກ່ຊາວບ້ານເລີຍ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແຕ່ວ່າມື້ນີ້ຫັ້ນ ລົມປ່ຽນທິດແລ້ວ ແຕ່ວ່າ 2 ມື້ຫຼັງຫັ້ນ ລົມມາທາງບ້ານຂ້ອຍ ຂິວໆແທ້ຂິວວ່າ ຕາວິນຫົວ ແຕ່ແຖວບ້ານຂ້ອຍບໍ່ເຫັນ (ທາງການ) ມານ່າ ກະບໍ່ມີຜູ້ໃດ ໄດ້ເວົ້າຫຍັງ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ກ່າວວ່າ ປັດຈຸບັນ ມີຣົຖດຸດ 1 ຄັນ, ຣົຖຈົກຂີ້ເຫຍື້ອ 4 ຄັນ, ຣົຖດ້າມ 12 ຄັນ, ຣົຖສີດນໍ້າ 5 ຄັນ, ຣົຖດັບເພີງ 3 ຄັນ ແລະຣົຖຈື້ງສີດນໍ້າ 2 ຄັນ ເພື່ອແກ້ໄຂ ແລະສະກັດກັ້ນໄຟໄໝ້ໃນຄັ້ງນີ້ ແຕ່ມາຮອດປັດຈຸບັນນີ້ ຍັງບໍ່ທັນສາມາດມອດໄຟໄດ້ສໍາເຣັດເທື່ອ.

ຂະນະທີ່ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ກໍກໍາລັງສະກັດກັ້ນ ແລະຄວບຄຸມໄຟໄໝ້ກັນຢ່າງສຸດຄວາມສາມາດ ໂດຍກໍບໍ່ຮູ້ວ່າ ຈະສາມາດມອດໄຟ ຢູ່ສນາມຂີ້ເຫຍື້ອ ຫຼັກ 32 ສໍາເຣັດໃນມື້ໃດແທ້.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ  ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 10 ກຸມພາ ນີ້ວ່າ:

“ເພິ່ນຈະປະຕິບັດເນາະ ໃຫ້ມັນແກ້ໄຂບັນຫາ ຢູ່ໃນໄລຍະໃດເນາະ ບໍ່ແມ່ນວ່າເຮົາລົງໄປແລ້ວ ມັນຈະດັບເລີຍຫັ້ນນ່າ ຂະເຈົ້າມີແຜນການເຄື່ອນໄຫວ ແຕ່ຈະຈັດຕັ້ງປະຕິບັດວ່າ ໃຊ້ເວລາດົນປານໃດມັນຊິດັບ ຫຼືວ່າ ມັນຈະເຮັດໃຫ້ບໍ່ມີຄວັນ ຫຼືວ່າບໍ່ໃຫ້ມີກິ່ນຂິວ ບໍ່ໃຫ້ມີຝຸ່ນ ຢູ່ໃນບໍຣິເວນນັ້ນຫັ້ນນ່າ ແຕ່ວ່າມັນຍັງບໍ່ມອດເທື່ອ.”

ເມື່ອວັນທີ່ 2 ກຸມພາ 2022 ທີ່ຜ່ານມາ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ກໍໄດ້ອອກແຈ້ງເຕືອນຊາວບ້ານ ທີ່ອາສັຍຢູ່ໃກ້ກັບສນາມຂີ້ເຫຍື້ອ ຫຼັກ 32 ກ່ຽວກັບຜົລກະທົບ ຈາກຄວັນໄຟຂີ້ເຫຍື້ອ ຈໍານວນ 3 ຈຸດ ມີບ້ານທັງໝົດ 12 ບ້ານ ຄື:

ຈຸດທີ່ 1 ມີຄວັນໄຟໜາແໜ້ນ ເກີນຄ່າມາຕຖານຫຼາຍທີ່ສຸດ ຄື: ບ້ານປາກຊາບ, ບ້ານນາພອກ, ບ້ານແສນອຸດົມ, ບ້ານເວີນແທ່ນ, ບ້ານນາມົນ, ບ້ານໜອງບົວ, ບ້ານນາລ້ອມ ແລະບ້ານສົມສະຫວັນ.

ຈຸດທີ່ 2 ມີຄວັນໄຟໜາແໜ້ນ ເກີນຄ່າມາຕຖານບາງຈຸດ ຄື: ບ້ານໜອງສອງຫ້ອງ, ບ້ານໂນນງາມ, ບ້ານທ່າດິນແດງໃຕ້ ແລະບ້ານນາແຖ.

ແລະຈຸດທີ່ 3 ມີຄວັນໄຟເບົາບາງ ບໍ່ກະທົບໜັກປານໃດ ຄື: ບ້ານໂນນສະອາດ ແລະບ້ານດົງໝາກຄາຍ.

ເຫດໄຟໄໝ້ຢູ່ສນາມຂີ້ເຫຍື້ອ ຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ເກີດຂຶ້ນຕັ້ງແຕ່ວັນທີ່ 29 ມົກກະຣາ ປີ 2022 ທີ່ຜ່ານມາ ແຕ່ຈຸດທີ່ໄຟໄໝ້ແມ່ນຢູ່ໃຈກາງຂອງຂຸມຂີ້ເຫຍື້ອ ເຮັດໃຫ້ຣົຖສີດນໍ້າເຂົ້າໄປບໍ່ເຖິງ ບວກກັບສະພາບອາກາດມີລົມແຮງ ຈຶ່ງເຮັດໃຫ້ພະນັກງານ ບໍ່ສາມາດເຂົ້າໄປມອດໄຟໃນຈຸດດັ່ງກ່າວໄດ້.

ເບື້ອງຕົ້ນ ສນາມຂີ້ເຫຍື້ອຫຼັກ 32 ມີເນື້ອທີ່ທັງໝົດ 48.2 ເຮັກຕ້າຣ໌ ໃນນັ້ນ ມີເນື້ອທີ່ຖືກໄຟໄໝ້ແລ້ວ 33.74 ເຮັກຕ້າຣ໌ ຄິດເປັນ 70% ຂອງເນື້ອທີ່ທັງໝົດ ສ່ວນສາເຫດຂອງໄຟໄໝ້ໃນຄັ້ງນີ້ ຍັງຢູ່ລະຫວ່າງການສືບສວນສອບສວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.