ຊີໂນ-ອາກຣີ ໂປຕາສ ມີແຜນສົ່ງຣາຍງານ ການຂຸດຄົ້ນເກືອກາລີ

ໄຊຍາ
2023.08.10
ຊີໂນ-ອາກຣີ ໂປຕາສ ມີແຜນສົ່ງຣາຍງານ ການຂຸດຄົ້ນເກືອກາລີ ບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ແລະຣັຖບານລາວ ໄດ້ລົງນາມໃນສັນຍາ ວ່າດ້ວຍການສຳຣວດ ແຮ່ເກືອໂປຕາສ ຢູ່ເມືອງໜອງບົກ ແຂວງຄຳມ່ວນ. ເດືຶອນພຶສຈິກາ 2022.
ຂອບໃຈຮູບພາບຈາກເພຈ ວສລ

ປັດຈຸບັນການສໍາຣວດເນື້ອ ທີ່ຂຸດຄົ້ນບໍ່ເກືອກາລີ ໃນເນື້ອທີ່ປະມານ 48 ກິໂລຕາແມັດ ຂອງ ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ຂອງຈີນຢູ່ເຂດເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງຄຳມ່ວນໄດ້ສຳເຣັດແລ້ວພ້ອມທັງມີແຜນຈະສົ່ງບົດຣາຍງານ ຜົລການສຳຣວດໃຫ້ ກົມທໍຣະນີສາດ ແລະ ແຮ່ທາດຮັບຊາບເພື່ອທີ່ຈະດຳເນີນການໃນຂັ້ນຕອນຕໍ່ໄປ. ອີງຕາມການຣາຍງານຂອງ ທ່ານ ຈູ້ຊຽງລີ ຮອງອຳນວຍການການຜລິດຝຸ່ນໂປຕາສ ຢູ່ລາວຂອງບໍຣິສັດ ອາຊີ-ໂປຕາສ ຈຳກັດ ຕໍ່ກອງປະຊຸມເຜີຍແຜ່ ເນື້ອໃນການສຳຣວດໂຄງການດັ່ງກ່າວ ເມື່ອວັນທີ 17 ກໍຣະກະດາ 2023.

ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍຣະນີສາດ ແລະ ແຮ່ທາດ ໄດ້ຣາຍງານຢູ່ ກອງປະຊຸມເຜີຍແຜ່ ເນື້ອໃນການສຳຣວດໂຄງການນີ້ຕື່ມວ່າ ທາງບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ໄດ້ໃຊ້ເວລາ 106 ມື້ສຳລັບວຽກງານການເຈາະສຳຣວດ ຢູ່ພາກສນາມເຊິ່ງຖືວ່າ ສຳເຣັດໄວກ່ວາແຜນທີ່ກຳນົດ ທີ່ຄາດວ່າຈະໃຊ້ໄລຍະເວລາສຳຣວດທັງໝົດ 3-5 ປີ.

ກ່ຽວກັບເຣື່ອງນີ້ຊາວບ້ານ ຢູ່ເມືອງໜອງບົກທີ່ຢູ່ໃນເຂດບ້ານ ທີ່ມີການສໍາຣວດເນື້ອທີ່ຂຸດຄົ້ນ ບໍ່ເກືອກາລີກ່າວວ່າ ການສຳຣວດຂອງບໍຣິສັດຈີນດັ່ງກ່າວ ແມ່ນໄດ້ກວມເອົາທີ່ດິນຂອງຊາວບ້ານ ຈຳນວນຫຼາຍຄອບຄົວ ພ້ອມທັງຈ່າຍຄ່າຊົດເຊີຍໃຫ້ໃນລາຄາ 30,000 ກີບຕໍ່ຕະລາງແມັດ ແລະ ກໍຍັງມີິທີ່ດິນຊາວບ້ານອີກຈຳນວນໜຶ່ງ ທີ່ຈະຖືກກວມເອົາໃນອີກບໍ່ດົນນີ້.

ດັ່ງຍານາງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ສິງຫາ ນີ້ວ່າ:

ໂຕຖືກກາມີແລ້ວມັນມີດິນໄຮ່ ດິນນາແນ່ ແລ້ວກາດິນແບບດິນສວນປຸກສ້າງ ກາມີຫັ້ນນ່າ ແມັດໜຶ່ງ 30 ພັນກີບຫັ້ນນ່າ ມັນມີຍັງອີກ 2-3 ບ່ອນທີ່ວ່າຍັງບໍ່ຖືກໂຄງການ.

ສ່ວນຊາວບ້ານ ຢູ່ເມືອງທ່າແຂກ ອີກນາງໜຶ່ງທີ່ເສັຍດິນໃຫ້ແກ່ໂຄງການດັ່ງກ່າວ ກ່າວວ່າ ເຖິງແມ່ນວ່າຊາວບ້ານຫຼາຍຄົນບໍ່ຢາກເສັຍທີ່ດິນ ໃຫ້ແກ່ການສຳຣວດຂຸດຄົ້ນເກືອກາລີ ກໍຕາມ, ແຕ່ທ້າຍທີ່ສຸດກໍຕ້ອງຍິນຍອມເສັຍທີ່ດິນໄປ ແລະ ການຊົດເຊີຍໃນບາງບ່ອນ ກໍເປັນໄປແບບ ບໍ່ສົມເຫດສົມຜົລເປັນຕົ້ນວ່າ ໃຫ້ເງິນຄ່າຊົດເຊີຍໜ້ອຍ ກ່ວາທີ່ດິນໂຕຈິງແຕ່ຊາວບ້ານ ກໍບໍ່ສາມາດຄັດຄ້ານໄດ້.

ດັ່ງຍານາງກ່າວວ່າ:

ແນວໃດກາໄດ້ຍິນຍອມເດ ຫຼາຍຄົນກາບໍ່ຍອມບາງທີບາງຄົນກາມີທີ່ນາ ທີ່ດຽວເດກາໄດ້ປະຕິບັດຕາມເພິ່ນກາໃຫ້ເງິນ ແຕ່ວ່າເພິ່ນບອກວ່າ 10 ແມັດນ່າແຕ່ເພິ່ນລະບາທ ເຮັດໂຕແທ້ລະເພິ່ນຍັບອອກໄປ 20 ແມັດຈັ່ງຊິນ່າ.

ປັດຈຸບັນບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ກໍເດີນໜ້າຢ່າງໜັກ ສຳລັບການກໍ່ສ້າງໂຮງງານເກືອນກາລີ ແລະ ພື້ນຖານໂຄງຮ່າງ ອື່ນໆ ທີ່ຕິດພັນກັບແຜນການຂຸດຄົ້ນເກືອກາລີ ຢູ່ແຂວງຄຳມ່ວນ ແລະ ກໍໄດ້ມີການຮັບສະມັກພະນັກງານ ແລະ ຄົນງານລາວຈຳນວນຫຼາຍຕຳແໜ່ງ ແລະ ຫຼາຍວຽກງານເພື່ອເຮັດວຽກໃນໂຄງການນີ້ ເຊິ່ງຮັບທັງຄົນຢູ່ພາຍໃນແຂວງຄຳມ່ວນ ແລະ ຈາກຕ່າງແຂວງ.

ດັ່ງພະນັກງານ ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດກ່າວວ່າ:

ຍັງຮັບຍັງຮັບຢູ່ມີແຕ່ກັມມະກອນ ລົງອຸໂມງຊາງເຊື່ອມຊ່າງຈອດ ພວກນີ້ນ່າ ຊ່າງສ້ອມແປງ ຮັບແຕ່ຄົນລາວ ຢູ່ແຂວງຄຳມ່ວນ ກາມີຕ່າງແຂວງກາມີ.

ທາງດ້ານ ບໍຣິສັດ ຜູ້ຮັບເໝົາກໍ່ສ້າງອີກຈຳນວນໜຶ່ງ ທີ່ເຮັດວຽກຮັບເໝົາໃນໂຄງການດັ່ງກ່າວນີ້ ລັງເປີດຮັບສະມັກພະນັກງານ ແລະ ຄົນງານລາວເຊັ່ນດຽວກັນໂດຍຄິດໄລ່ ຄ່າຈ້າງໃຫ້ເປັນມື້ເຊິ່ງມີທັງບໍຣິສັດທີ່ຈ່າຍເປັນອັດຕຣາເງິນກີບ ແລະ ອັດຕຣາເງິນຢວນ ແລ້ວແຕ່ຕາມເງື່ອນໄຂ ຂອງບໍຣິສັດ.

ດັ່ງເຈົ້າຂອງບໍຣິສັດ ຜູ້ຮັບເໝົານາງໜຶ່ງ ກ່າວວ່າ:

ເດຶອນ 9 ເດີ້ປະມານກາງເດືອນດຽວນີ້ ຍັງບໍ່ທັນຮັບເງິນກາມີຕັ້ງແຕ່ 2 ແສນກີບກາແລ້ວແຕ່ວ່າສີມືເຂົາເຈົ້າເຮັດໄດ້ລະດັບໃດ ຄ່າແຮງຂ້ອຍມີຕັ້ງແຕ່ແສນປາຍ ຈົນຮອດມື້ລະ 500-600 ຢວນ ກໍາລັງລໍຖ້າເຄື່ອງມາແຕ່ຈີນກໍາລັງສັ່ງມາແຕ່ຈີນ 7 ເຖິງ 10 ມື້ຈຶ່ງຊິມາຮອດ.

ທາງດ້ານແຂວງຄໍາມ່ວນ ກໍໄດ້ແຕ່ງຕັ້ງຄະນະເຈົ້າໜ້າທີ່ ຈາກຫຼາຍພາກສ່ວນໃນການລົງພື້ນ ທີ່ຕິດຕາມກວດກາການສຳຣວດ ເນື້ອທີ່ຂຸດຄົ້ນເກືອກາລີ ແລະ ການກໍ່ສ້າງໂຮງງານຜລິດເກືອກາລີ ແລະ ອື່ນໆ ເພື່ອບໍ່ໃຫ້ເກີດຜົລກະທົບ ຕໍ່ສິ່ງແວດລ້ອມພ້ອມທັງມີການກວດກາ ຄົນງານຈີນທີ່ເຂົ້າມາເຮັດວຽກໃນໂຄງການດັ່ງກ່າວ ນຳດ້ວຍ.

ດັ່ງເຈົ້າໜ້າທີ່ ແຂວງຄຳມ່ວນ ກ່າວວ່າ:

“ມີທາງເມືອງ ທາງແຂວງ ມີິຄະນະຮັບຜິດຊອບຕິດຕາມ ມີຜແນກແຮງງານມີຫ້ອງການ ແຮງງານມີ ປກສ ຢູ່ນີ້ແຫຼະດຽວນີ້ຍັງ ບໍ່ທັນໄດ້ຂຸດຄົ້ນມີແຕ່ສ້າງຕັ້ງໂຮງງານສື່ໆ ກັບກໍ່ສ້າງພື້ນຖານໂຄງລ່າງ.”

ສຳລັບເນື້ອທີ່ຂອຊາວບ້ານ ທີ່ໄດ້ຮັບຜົລກະທົບ ແລະ ຈຳນວນຄອບົວທີ່ເສັຍທີ່ດິນcໃຫ້ແກ່ໂຄງການນັ້ນທາງເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຢູ່ແຂວງຄຳມ່ວນຍັງບໍ່ສາມາດໃຫ້ຮູ້ຣາຍລະອຽດໄດ້ເທື່ອ.

ບໍຣິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ເຣີ້ມຕົ້ນສເນີຂໍອະນຸຍາດ ສັມປະທານແຮ່ເກືອກາລີ ຢູ່ບ້ານໜອງລົ່ມ ເມືອງໜອງບົກ ແຂວງຄຳມ່ວນ ໃນເນື້ອທີ່ 48.52 ກິໂລຕາແມັດ ໃນເດືອນເມສາປີ 2022 ຈາກນັ້ນໄດ້ຂຍາຍເນື້ອທີ່ ສຳຣວດເພີ່ມເຊິ່ງກວມເອົາເນື້ອທີ່ຫຼາຍບ້ານ ໃນເມືອງທ່າແຂກ ແລະ ເມືອງໜອງບົກ ເປັນຕົ້ນບ້ານດົງບູນ, ບ້ານນາຄຳ, ບ້ານນາຫລຸບ, ບ້ານປ່າຕີ້ວ, ບ້ານຊຽງຫວາງ ແລະ ບ້ານດົງໃຕ້ຈົນມາຮອດປັດຈຸບັນມີເນື້ອທີ່ທັງໝົດປະມານ 214 ກິໂລຕາແມັດ.

ໂຄງການນີ້ໄດ້ເຣີ່ມການທົດລອງ ຂຸດຄ້ນເກືອກາລີມາແລ້ວ ທ້າຍປີ 2021 ໃນເນື້ອທີ່ 35 ກິໂລຕາແມັດໂດຍສາມາດທົດລອງຜລິດເກືອກາລີ ໄດ້ຈຳນວນ 1 ລ້ານຕັນ ໃນປີທຳອິດ ແລະ ໃນປີ 2022 ນີ້ໄດ້ຂຍາຍເນື້ອທີ່ຕື່ມອີກ ເພື່ອເພີ່ມການຜລິດເກືອກາລີ ໃຫ້ໄດ້ 2 ລ້ານຕັນຕໍ່ປີ ແລະ ຈະຂຍາຍຕື່ມເລື້ອໆ ໃນອີກ 3 ເຖິງ 5 ປີຕໍ່ໜ້າເພື່ອໃຫ້ສາມາດຂຸດຄົ້ນ ເກືອກາລີ ຈຳນວນ 3-5 ລ້ານຕັນຕໍ່ປີເຊິ່ງເກືອກາລີຈະຖືກສົ່ງອອກໄປຂາຍ ຢູ່ປະເທດຈີນ, ວຽດນາມ, ອິິນໂດເນເຊັຽ, ໄທຍ, ມາເລເຊັຍ, ອິນເດັຍ, ນີວຊີແລນດ໌ ແລະ ຢີ່ປຸ່ນ ເປັນຫຼັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.