ນ້ຳຖ້ວມໃນຫຼາຍແຂວງ ສົ່ງຜົລໃຫ້ປະຊາຊົນ ຈຳນວນຫຼາຍອຶດເຂົ້າ

ຈຳປາທອງ
2023.09.01
ນ້ຳຖ້ວມໃນຫຼາຍແຂວງ ສົ່ງຜົລໃຫ້ປະຊາຊົນ ຈຳນວນຫຼາຍອຶດເຂົ້າ ການຂາຍເຂົ້າທີ່ຕລາດ 3 ແຍກ ບ້ານໃຫຍ່ ຂີ້ນາກ. ວັນທີ 31 ກໍຣະກະດາ 2023.
RFA

ປັດຈຸບັນ ປະຊາຊົນລາວໃນທົ່ວປະເທດ ເປັນຕົ້ນຜູ້ທີ່ຢູ່ໃນເຂດຊົນນະບົດ ຫ່າງໄກ ຮວມທັງຜູ້ທີ່ໄດ້ຮັບຜົລກະທົບຈາກພັຍນໍ້າຖ້ວມ ຈໍານວນຫລວງຫລາຍ ມີເຂົ້າກິນບໍ່ພຽງພໍ ຫລື ຂາດເຂີນເຂົ້າກິນ ເຮັດໃຫ້ຫລາຍໆຄອບຄົວອຶດຫິວ, ກິນເຂົ້າໜ້ອຍລົງ ເພື່ອເປັນການຢັດເຂົ້າທີ່ມີຢູ່.

ເພື່ອຊ່ອຍບັນເທົາທຸກ ປະຊາຊົນທີ່ຂາດເຂີນເຂົ້າກິນຢູ່ແຂວງຕ່າງໆນັ້ນ ໃນເດືອນສິງຫາ 2023 ນີ້ ອົງການກາແດງ ໄດ້ນໍາເຂົ້າສານ ທີ່ໄດ້ຈາກການຊ່ອຍເຫລືອ ຂອງອົງການອາຫານໂລກ ແຫ່ງສະຫະປະຊາຊາຕ ຫລື World Food Program (WFP) ຈໍານວນ 900 ຕັນ ໄປມອບໃຫ້ປະຊາຊົນ 100,000 ປາຍຄົນ ໃນ 220 ບ້ານ ຢູ່ 16 ເມືອງ ໃນ 4 ແຂວງ ຄືແຂວງອຸດົມໄຊ, ຫລວງນໍ້າທາ, ເຊກອງ ແລະແຂວງສາຣະວັນ. ເປັນທີ່ຄາດການວ່າ ການສົ່ງມອບເຂົ້າສານທີ່ວ່ານັ້ນ ຈະສໍາເຣັດ 100% ໃນຕົ້ນເດືອນກັນຍາ ທີ່ຈະມາເຖິງນີ້. ການຊ່ອຍເຫລືອດັ່ງກ່າວ ຈະເຮັດໃຫ້ປະຊາຊົນຜູ້ນຶ່ງ ໄດ້ຮັບເຂົ້າສານ 7.6 ກິໂລກຣາມ ທີ່ສາມາດກຸ້ມກິນໄດ້ 19 ມື້.

ການຊ່ອຍເຫລືອທີ່ວ່ານັ້ນ ເປັນມູນຄ່າ 172,000 ໂດລ້າຣ໌ສະຫະຣັຖ. ເປັນການຊ່ອຍເຫລືອ ຈາກປະເທດເກົາຫລີໃຕ້ ແລະປະເທດ ໄອແລັນ (Ireland).  
ເວົ້າສະເພາະ ເມືອງເມືອງວາປີ ຊຶ່ງເປັນເມືອງນຶ່ງຂອງແຂວງສາຣະວັນ ທີ່ຈະໄດ້ຮັບການຊ່ອຍເຫລືອໃນຄັ້ງນີ້. ການຂາດເຂີນເຂົ້າກິນຫລາຍເຖິງ 900 ປາຍ ຄົວເຮືອນ, ມີປະມານ 5,000 ປາຍຄົນ ຢູ່ໃນ 11 ບ້ານ. ທີ່ຜ່ານມາ ຊາວບ້ານຫລາຍຄອບຄົວ ບໍ່ມີເຂົ້າກິນພຽງພໍ, ອຶດເຂົ້າເຖິງ 5-6 ເດືອນຕໍ່ປີ ໂດຍສະເພາະ ແຕ່ເດືອນ ພຶສພາ ຫາເດືອນ ພຶສຈິກາ ທີ່ເປັນໄລຍະລໍຖ້າເຂົ້ານາປີ.

ປະຊາຊົນ ຢູ່ບ້ານນາໂພ ເມືອງວາປີ ແຂວງສາຣະວັນ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ສິງຫານີ້ວ່າ ປັດຈຸບັນ ປະຊາຊົນຫລາຍຄົນໃນເມືອງວາປີ ບໍ່ມີເຂົ້າພໍກິນແລ້ວ (ອຶດເຂົ້າແລ້ວ).

ຊ່ວງນີ້ກໍບໍ່ຄ່ອຍມີເຂົ້າແລ້ວ ຊ່ວງນີ້ກໍຖືວ່າຂະເຈົ້າ ອຶດແລ້ວ ໃນເຂດນອກເພິ່ນທໍານາແລ້ວ ເດືອນທັນວານີ້ເລີ່ມມີເຂົ້າກິນແລ້ວ ຕັ້ງແຕ່ເດືອນທີ່ 11-12 ເດືອນທີ 1 ທີ 2 ທີ 3 ທີ 4 ເພິ່ນມີກິນແຕ່ວ່າ ເດືອນທີ 5 ຫາເດືອນທີ 11 ສ່ວນຫລາຍມັນຊິບໍ່ມີຈັ່ງຊີ້ນ່າ ແມ່ນ ເພາະມັນຕ້ອງລໍໃຫ້ຜົນຜລິດຫັ້ນນ່າ ປະມານ 5-6 ເດືອນຕໍ່ປີ.

ຊາວບ້ານນາໂພ ຜູ້ດຽວກັນນີ້ ເວົ້າຕໍ່ໄປ ເຖິງສາເຫດທີ່ຊາວບ້ານ ຍັງຂາດເຂີນເຂົ້າກິນຢູ່ຫລາຍບ້ານນັ້ນວ່າ ເປັນຍ້ອນການຜລິດເຂົ້າ ບໍ່ໄດ້ຕາມຄາດໝາຍ ຫລືຕາມຄວາມຕ້ອງການ ເນື່ອງຈາກພື້ນທີ່ປູກເຂົ້າມີໜ້ອຍ, ປູກກໍປູກຕາມທັມມະຊາຕ, ບໍ່ມີວິຊາການ ແລະທັງບໍ່ມີຕົ້ນທຶນໃນການຜລິດຫລາຍ, ຊໍ້າບໍ່ພໍ ບາງປີ ດິນຟ້າອາກາດກໍບໍ່ອໍານວຍ ເຮັດໃຫ້ຜົລຜລິດໄດ້ໜ້ອຍ.

ຄັນໃນເຂດນອກໆ ເຮັດນານັ້ນຄືບໍ່ໄດ້ເທົ່າທີ່ຄວນຫັ້ນນ່າ ອັນທີ 1 ມັນຢູ່ທາງໃກ້ພູ, ອັນທີ 2 ເຂົາມີທີ່ທາງທີ່ມັນໜ້ອຍ ແລ້ວກໍເຣື່ອງເຄື່ອງຊ່ວຍໃນການເຮັດຫັ້ນນ່າ ມັນບໍ່ພຽງພໍ ຢ່າງເຊັ່ນວ່າ ປຸ໋ຍຈັ່ງຊີ້ ເຂົາກໍບໍ່ຄ່ອຍໃຊ້ ແລ້ວກໍເຮັດໃຊ້ງົວໃຊ້ຄວາຍ ເຮັດໄຖ ບາງປີກໍແລ້ງຈັ່ງຊີ້ ບາງປີກໍຖ້ວມຈັ່ງຊີ້ ເພາະວ່າມັນເປັນນາຣະດູດຽວ ຄັນຖ້ວມແລ້ວກໍເລີຍບໍ່ໄດ້.

ແລະວ່າ ໃນຊ່ວງທີ່ເສຖກິຈບໍ່ດີນີ້ ເມື່ອຊາວບ້ານຂາດເຂີນເຂົ້າກິນ ຫລືບໍ່ມີເຂົ້າກິນພຽງພໍ ພວກເຂົາເຈົ້າຈະພາກັນນໍາເອົາຜົລຜລິດຕ່າງໆ ທີ່ປູກໃນໄຮ່ ໃນສວນ ເປັນ ຕົ້ນ ໝາກອຶ, ໝາກແຕງ ແລະເຂົ້າສາລີ ໄປແລກເອົາເຂົ້າສານກັບບ້ານ ອື່ນໆ ໃນເມືອງນີ້ ຫລືເມືອງໃກ້ຄຽງທີ່ພໍມີເຂົ້າ. ສ່ວນຫລາຍ ຊາວບ້ານໃນເຂດ ນອກໆ ຈະບໍ່ໄດ້ຊື້ເຂົ້າກິນ ຍ້ອນບໍ່ມີເງິນພໍ.

ຢູ່ແຂວງອຸດົມໄຊ ກໍຍັງມີຜູ້ທຸກຍາກຢູ່ຫລາຍຢູ່ຄືກັນ ໂດຍສະເພາະໃນເຂດນອກ ທີ່ນໍ້າ ແລະໄຟຟ້າຍັງເຂົ້າບໍ່ເຖິງ. ປະຊາຊົນສ່ວນນຶ່ງ ຈະເຮັດໄຮ່ ເຮັດນາ, ແຕ່ບາງບ່ອນ ກໍບໍ່ມີພື້ນທີ່ສໍາລັບການຜລິດ ເຮັດໃຫ້ປະຊາຊົນ ຍັງຂາດເຂີນເຂົ້າກິນ ຊຶ່ງອົງການກາແດງແຫ່ງຊາຕລາວ ກໍໄດ້ໄປຊ່ອຍເຫລືອ ເຊັ່ນຢູ່ເມືອງປາກແບງ ແລະເມືອງງາ.

ເວົ້າສະເພາະຢູ່ເມືອງງາ ແຂວງອຸດົມໄຊ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງເມືອງນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ສິງຫານີ້ວ່າ ຢູ່ເມືອງງາ ຍັງມີຊາວ ບ້ານປະມານ 60-70% ທີ່ຍັງຂາດເຂີນເຂົ້າກິນ ໂດຍສະເພາະຜູ້ທີ່ຢູ່ເຂດນອກ. ປັດຈຸບັນ ຊາວບ້ານຢູ່ໃນຊ່ວງອຶດເຂົ້າແລ້ວ, ອຶດເຂົ້າມາຕັ້ງແຕ່ເດືອນກໍຣະກະດາ  ແລະຈະອຶດຕໍ່ໄປຈົນຮອດເດືອນກັນຍາ ຊຶ່ງເປັນຊ່ວງຣະດູຝົນ ທີ່ການເດີນທາງ ໄປມາລໍາບາກ, ອອກໄປຮັບຈ້າງຫາເງິນກໍບໍ່ໄດ້, ຊໍ້າບໍ່ພໍ ລາຄາເຂົ້າສານພັດແພງຂຶ້ນ ຍິ່ງເຮັດໃຫ້ພວກເຂົາເຈົ້າ ບໍ່ມີເງິນພໍ ທີ່ຈະຊື້ເຂົ້າກິນ.

ດັ່ງທີ່ທ່ານກ່າວວ່າ:

ຂາດຢູ່ສ່ວນຫລາຍຂາດຢູ່ຕັ້ງແຕ່ເດືອນ 7 ເດືອນ 8 ເດືອນ 9 ອຶດແທ້ໆ ເດືອນ 8 ເດືອນ 9 ນີ້ແຫລະ ເຂົ້າກໍແພງເນາະ ເຂົ້າສານມັນກໍໂລນຶ່ງ 16 ພັນກີບ ແຕ່ກ່ອນສຸດໆ ກໍ 8 ພັນ 10 ພັນ 12 ພັນ ດຽວນີ້ມັນຂຶ້ນຮອດ 15 ພັນ 16 ພັນແລ້ວດຽວນີ້.

ພ້ອມດຽວກັນນີ້ ຢູ່ແຂວງຫລວງນໍ້າທາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ກໍກ່າວໃນພ້ອມດຽວກັນນັ້ນ ຢູ່ແຂວງຫລວງນໍ້າທາ ອົງການກາແດງແຫ່ງຊາຕລາວ ກໍໄດ້ຊ່ອຍເຂົ້າສານຫລາຍບ້ານ ໃນ 3 ເມືອງ ຄືເມືອງລອງ, ເມືອງນາແລ ແລະເມືອງວຽງພູຄາ ຊຶ່ງເປັນເມືອງ ທີ່ຍັງມີຜູ້ທຸກຍາກຢູ່ຫລາຍ ແລະທີ່ຜ່ານມາກໍໄດ້ຊ່ອຍເຫລືອເກືອບ 100% ແລ້ວ, ແຕ່ອາຈຍັງຊ້າຢູ່ບາງບ້ານ ຍ້ອນຊ່ວງນີ້ເປັນຊ່ວງລະດູຝົນ ການເດີນທາງໄປລໍາບາກຂຶ້ນກວ່າເກົ່າ.

ດັ່ງທີ່ທ່ານກ່າວວ່າ:

ຂະເຈົ້າໄປແຈກຢູ່ 3 ເມືອງ ມີເມືອງລອງ ພູຄາ ແລ້ວກໍນາແລ ເຈົ້າ ກໍ 3 ເມືອງຂະເຈົ້າສິລົງເບິດຫັ້ນແຫລະ ເພາະວ່າຂະເຈົ້າຊິເລືອກບ້ານທີ່ຫ່າງໄກ ຄືວ່າຊ່ວງນີ້ມັນຝົນ ບາງບ່ອນກໍໄດ້ໃຊ້ເວລາທີ່ຈະເຂົ້າໄປ.

ສ່ວນຢູ່ເມືອງລອງ ເຈົ້າໜ້າທີ່ຢູ່ເມືອງນີ້ ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 29 ສິງຫານີ້ວ່າ ຢູ່ເມືອງລອງນີ້ ອົງການກາແດງໄດ້ນໍາເຂົ້າສານ ທັງໝົດ 68 ເປົ໋າ ເທົ່າກັບ 1,700 ກິໂລກຣາມ ໄປມອບໃຫ້ຊາວບ້ານອ້າຍຍາງ ຊຶ່ງເປັນບ້ານ ທີ່ຢູ່ໃນເຂດຊົນບົດ ປະຊາຊົນທຸກຍາກຫລາຍ ບໍ່ມີເຂົ້າກິນພຽງພໍ.

ບໍ່ພໍກິນ ຄົນທຸກຍາກຍັງຫລາຍຢູ່ ເຂດນອກສ່ວນຫລາຍກະເຂດນອກ ເຮັດໄຮ່ເຮັດສວນ ບາງເຂດກໍມີສວນ ບາງເຂດກໍມີແຕ່ເຮັດເຂົ້າໄຮ່ນີ້ແຫລະ ບາງເຂດກໍບໍ່ມີ.

ນອກຈາກນັ້ນ ປະຊາຊົນ ຜູ້ປະສົບພັຍນໍ້າຖ້ວມ ເມື່ອຕົ້ນເດືອນສິງຫາທີ່ຜ່ານມາ ກໍຍັງຂາດເຂີນເຂົ້າກິນຢູ່.

ນໍ້າຖ້ວມແຮງ ຢູ່ເມືອງຫີນບູນ ແລະເມືອງຄູນຄໍາ ແຂວງຄໍາມ່ວນ ເຮັດໃຫ້ 20 ປາຍບ້ານໄດ້ຮັບຜົລກະທົບ, ພື້ນທີ່ທໍາການກະເສດເກືອບ 5,000 ເຮັກຕ້າຣ໌ ໄດ້ຮັບຄວາມເສັຍຫາຍຫລາຍ, ໂຄງຮ່າງພື້ນຖານສໍາຄັນ ເຊັ່ນ ຖນົນຫົນທາງ, ໄຟຟ້າ,​ ນໍ້າປະປາ ກໍເສັຍຫາຍໜັກ.

ເຖິງແມ່ນວ່າ ທີ່ຜ່ານມາ ທາງການ ແລະໜ່ວຍງານອື່ນໆ ຈະໄດ້ມາຊ່ອຍເຫລືອ. ແຕ່ດຽວນີ້ ການຊ່ອຍເຫລືອນັ້ນ ກໍເຣິ່ມຫລຸດລົງ ຊຶ່ງໃນໄລຍະຍາວ ຊາວບ້ານສ່ວນນຶ່ງ ກໍອາຈຂາດເຂີນເຂົ້າກິນຕື່ມ ຍ້ອນນໍ້າໄດ້ຖ້ວມ ໄຮ່ນາຕາກ້າ, ຢູ່ບາງເຂດນໍ້າຖ້ວມເຂົ້ານາປີຕາຍໝົດ, ອີງຕາມຄໍາເວົ້າຂອງຊາວ ບ້ານ ຢູ່ບ້ານນາກາງ ເມືອງຄູນຄໍາ ແຂວງຄໍາມ່ວນ ຊຶ່ງເປັນພື້ນທີ່ປະສົບພັຍນໍ້າຖ້ວມໜັກໜ່ວງແຫ່ງນຶ່ງ.

ດັ່ງທີ່ທ່ານເວົ້າວ່າ:

ກໍມີຄອບຄົວທີ່ທຸກຍາກ ກໍມີ ເພາະວ່າເຂົ້າເຂົາເຈົ້ານໍ້າຖ້ວມເລົ້າເບິດແດ່ ໄຟກໍຍັງມາບໍ່ປົກຕິ ມັນສີເຂົ້າບໍ່ໄດ້ເດ້ ຕໍ່ໄປກໍ ຜູ້ເຂົ້າຕາຍເບິດກະມີ ເຂົາເຈົ້າກໍຂາດເຂີນຫັ້ນແຫລະ ມັນໃກ້ຊິຮອດ ຣະດູກ່ຽວແລ້ວແດ່ ກໍຂາດເຂີນຫລາຍຫັ້ນແຫລະ ເພາະວ່ານາບາງຄົນກໍຕາຍເບິດ.

ເມື່ອກ່ອນໜ້ານີ້ ຄືໃນເດືອນມົກຣາ 2023 ຣັຖບານເກົາຫລີໃຕ້ ໄດ້ມອບເຂົ້າ ສານຈ້າວ ຈໍານວນ 1,314 ຕັນ, ມູນຄ່າ 1.26 ລ້ານໂດລ້າຣ໌ສະຫະຣັຖ ໃຫ້ແກ່ຣັຖບານລາວ ເປັນຄັ້ງທີ 2 ຢູ່ສາງສິນຄ້າ ຂອງໂຄງການອາຫານໂລກ ເພື່ອ ນໍາໄປຊ່ອຍເຫລືອປະຊາຊົນ ຜູ້ທຸກຍາກ ແລະຜູ້ທີ່ໄດ້ຮັບຜົລກະທົບ ຈາກພັຍທັມມະຊາຕ ໃນປີ 2022 ຈໍານວນ 100,000 ຄົນ ໃນທົ່ວປະເທດ. ຄັ້ງທໍາອິດ ຣັຖບານເກົາຫລີໃຕ້ ຮ່ວມກັບຣັຖບານຍີ່ປຸ່ນ ໄດ້ມອບເຂົ້າສານ ຈໍານວນ 1,000 ຕັນ ໃຫ້ແກ່ຣັຖບານລາວ ເພື່ອນໍາໄປແຈກຢາຍໃຫ້ປະຊາຊົນ ທີ່ປະສົບພັຍນໍ້າຖ້ວມ ຢູ່ແຂວງຕ່າງໆໃນທົ່ວປະເທດ ໃນປີ 2022. ໃນນັ້ນ ຣັຖບານຍີ່ປຸ່ນ ຊ່ອຍ 300 ຕັນ ແລະຣັຖບານເກົາຫລີໃຕ້ ຊ່ອຍ 700 ຕັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.