ຊາວລາວເຂດຫ່າງໄກ ຈຳນວນນຶ່ງ ຍັງເຂົ້າບໍ່ເຖິງບໍຣິການ ດ້ານສາທາຣະນະສຸຂ
2023.08.30

ມາຮອດປັດຈຸບັນ, ຍັງມີຊາວລາວຈຳນວນນຶ່ງ ທີ່ອາສັຍຢູ່ໃນເຂດຫ່າງໄກສອກຫຼີກ ຍັງບໍ່ສາມາດເຂົ້າເຖິງການບໍຣິການ ດ້ານສາທາຣະນະສຸຂ ຈາກທາງການ ໄດ້ພໍເທົ່າໃດ, ໂດຍສະເພາະໃນກຸ່ມຄອບຄົວທຸກຍາກ ແລະ ເຖິງແມ່ນວ່າ ໂຮງໝໍຫຼາຍແຫ່ງ ຈະເຄີຍໄດ້ຮັບເງິນທຶນ ສນັບສນູນ, ແຕ່ເມື່ອສິ້ນສຸດໂຄງການແລ້ວ ກໍບໍ່ໄດ້ຮັບການຊ່ອຍເຫຼືອຕື່ມ ເຮັດໃຫ້ປະຊາຊົນໃນເຂດນັ້ນ ປະສົບບັນຫາ ການເຂົ້າເຖິງການບໍຣິການທາງການແພດ ຄືເກົ່າ. ດັ່ງຊາວບ້ານ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ສິງຫາ 2023 ນີ້ວ່າ:
“ສາເຫດທີ່ວ່າ ແມ່ຍິງ ແລະ ເດັກນ້ອຍເຮົາ ບໍ່ທັນເຂົ້າເຖິງສາທາຣະນະສຸຂ ຫັ້ນບໍ? ຄວາມເປັນຈິງ ໂຕຈິງທີ່ວ່າ ໄປເຮັດວຽກແລ້ວ ກໍພົບຫັ້ນແຫຼະ ເປັນຄົນຊົນເຜົ່າເນາະ, ເຂດພູດອຍເດ້ ທີ່ວ່າຫຍຸ້ງຍາກຫຼາຍ. ກະສາເຫດທີ່ວ່າ ເຂົາເຈົ້າບໍ່ໄປເຖິງ ກໍບາງຄອບຄົວ ກໍທຸກຍາກແທ້, ຫັ້ນນ່າເນາະ ຢ້ານວ່າ ເວລາເຮົາໄປ, ກໍຣະນີເຮົາເຈັບເປັນ ໄປຮອດສຸຂສາລາອີ່ສັງ ແລ້ວກໍຢ້ານບໍ່ມີເງິນ ຊິປິ່ນປົວກັນ.”
ສຳລັບຊາວບ້ານ ທີ່ອາສັຍຢູ່ຕາມເຂດພູດອຍ ຈຳນວນຫຼາຍ, ໂດຍສະເພາະບັນດາຊົນເຜົ່າ ຍັງນິຍົມປິ່ນປົວອາການເຈັບເປັນ ດ້ວຍໂຕເອງຢູ່ເຮືອນ ຕາມຮີດຄອງປະເພນີ ຂອງພວກເຂົາເຈົ້າ ເນື່ອງຈາກການເດີນທາງໄປຍັງໂຮງໝໍ ຍັງມີຄວາມຫຍຸ້ງຍາກ ແລະ ມີຄ່າໃຊ້ຈ່າຍສູງ ອີກທັງພວກເຂົາເຈົ້າ ຍັງບໍ່ສາມາດສື່ສານພາສາລາວ ເພື່ອອະທິບາຍອາການ ໃຫ້ແກ່ບຸກຄະລາກອນທາງການແພດ ໃຫ້ຮັບຮູ້ຢ່າງຈະແຈ້ງໄດ້. ດັ່ງຊາວບ້ານ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ກໍເນື່ອງມາຈາກວ່າ ພວກເຂົາເຈົ້າ ບໍ່ຮູ້ພາສາລາວ ບໍ່ຮູ້ຟັງພາສາລາວ ບໍ່ຊ່າງເວົ້າພາສາລາວເນາະ ແລ້ວກໍອາການທີ່ເຂົາເຈົ້າເຈັບຫັ້ນ ເຂົາກໍບໍ່ຮູ້ວ່າ ຊິໄປເວົ້າອັນໃດຕໍ່ແພດ-ໝໍ ຫຼືວ່າ ເຂົາເຈົ້າຈະໄປຫາຫັ້ນ ກໍມັນຢູ່ຫ່າງໄກ ຈາກສຸຂສາລາ ກໍມີ. ສ່ວນຫຼາຍ ເຂດທີ່ວ່າຫ່າງໄກ ຈາກສຸຂສາລາຫຼາຍເຕີບ ກິໂລແມັຕນີ້, ເຂົາເຈົ້າຈະບໍ່ມາໃຊ້ເນາະ.”
ສຳລັບໂຄງການຊ່ອຍເຫຼືອ ດ້ານສາທາຣະນະສຸຂ ໃນປະເທດລາວ ສ່ວນຫຼາຍ ໃຫ້ຄວາມສຳຄັນ ກ່ຽວກັບເຣື່ອງໂພສະນາການ ແລະ ການປຸງແຕ່ງອາຫານ ໃຫ້ຄົບ 5 ໝູ່. ສ່ວນບັນຫາເຣື່ອງການຂາດແຄນ ຢາຮັກສາໂຣຄ ທີ່ໄດ້ມາຕຖານ ແລະ ການຊ່ອຍເຫຼືອ ໃຫ້ແພດ ແລະ ພຍາບານ ສາມາດເດີນທາງ ໄປຊ່ອຍເຫຼືອປະຊາຊົນ ໃນເຂດຫ່າງໄກສອກຫຼີກ ນັ້ນ, ມີຄວາມຈຳເປັນແທ້, ແຕ່ຍັງບໍ່ທັນໄດ້ຮັບການຊ່ອຍເຫຼືອ ພໍເທົ່າໃດ. ດັ່ງເຈົ້າໜ້າທີ່ ຢູ່ໂຮງໝໍນ້ອຍ ແຫ່ງນຶ່ງ ໃນແຂວງຜົ້ງສາລີ ນາງນຶ່ງ ກ່າວວ່າ:
“ມັນກໍມີຢູ່ໂຄງການນ່າ, ໂພຊະນາການນ່າ ການກິນອາຫານ ຂອງເດັກນີ້ຊື່ໆ. ມີແຕ່ກ່ຽວກັບການໃຫ້ສຸຂສຶກສາ ກ່ຽວກັບການປຸງແຕ່ງເນາະ ແລ້ວກໍການປູກລ້ຽງ ໃຫ້ມີອາການຕາມເກນ ອາຫານຣາຍວັນ. ຄັນເວົ້າວ່າ ເຣື່ອງໂຮງໝໍນ້ອຍ ມັນໄກຈາກທາງໂຕເມືອງ, ຫັ້ນນ່າ ມັນກໍເຣື່ອງຢາຫັ້ນແຫຼະ ເຣື່ອງການຂົນສົ່ງ ອີ່ຫຍັງຕ່າງໆ. ເອີ, ມັນຫ່າງໄກສອກຫຼີກເດ້.”
ທີ່ຜ່ານມາ, ໂຮງໝໍຊຸມຊົນ ແລະ ໂຮງໝໍເມືອງ ຫຼາຍແຫ່ງ ທົ່ວປະເທດລາວ ຍັງປະສົບບັນຫາຂາດແຄນ ບຸກຄະລາກອນທາງການແພດ ທີ່ມີຄວາມຮູ້ສະເພາະດ້ານ ເຮັດໃຫ້ພໍ່ແມ່ປະຊາຊົນ ທີ່ເດີນທາງໄປໃຊ້ບໍຣິການ ທາງການແພດ ຍັງບໍ່ທັນໄດ້ຮັບຄຳແນະນຳ ທີ່ແນ່ນອນ ຕໍ່ອາການເຈັບປ່ວຍ ແລະ ການປິ່ນປົວ ຢ່າງມີຄຸນນະພາບເທື່ອ. ດັ່ງເຈົ້າໜ້າທີ່ ຢູ່ໂຮງໝໍເມືອງ ແຫ່ງນຶ່ງ ທາງພາກເໜືອ ຂອງລາວ ກ່າວວ່າ:
“ບຸກຄະລາກອນທາງດ້ານການແພດ ຂອງພວກເຮົາ ຢູ່ທາງໂຮງໝໍນ້ອຍພວກເຮົາ ມີ 5 ຄົນ. ສາຂາແທ້ ເຂົາເຈົ້າກຳນົດມີ ທາງໂຮງໝໍນ້ອຍພວກເຮົາ ມີ 3 ສາຂາ ເປັນ 4 ສາຂາ. ແພດທົ່ວໄປຫັ້ນ 2 ຄົນເນາະ ແລ້ວກໍພຍາບານ 2 ຄົນ ແລ້ວກໍການຢາຄົນນຶ່ງ. ບາງໂຮງໝໍ ກໍຈະບໍ່ຄົບ, ບາງໂຮງໝໍ ກໍຈະມີແຕ່ພຍາບານ, ບາງໂຮງໝໍ ກໍຈະມີຜດຸງຄັນຢູ່ນຳ, ແຕ່ວ່າ ຂອງພວກເຮົານີ້ ກໍຜ່ານມາ ກໍມີຜດຸງຄັນ, ແຕ່ວ່າລາວກໍຫາກໍຍ້າຍ ບ່ອນປະຈຳການນ່າ.”
ທ່ານກ່າວຕື່ມວ່າ ອົງການຈັດຕັ້ງສາກົລຫຼາຍແຫ່ງ ທະຍອຍບໍຣິຈາກ ອຸປະກອນທາງການແພດ ໃຫ້ແກ່ໂຮງໝໍຫຼາຍແຫ່ງ ໃນປະເທດລາວ, ແຕ່ມາຮອດປັດຈຸບັນ ອຸປະກອນທາງການແພດ ດັ່ງກ່າວນີ້ ພັດເຣີ່ມເປ່ເພ ແລະ ບໍ່ທັນສໄມແລ້ວ ຈຶ່ງບໍ່ສາມາດ ນຳມາໃຊ້ໃນການກວດຫາພຍາດຕ່າງໆ ໃຫ້ແກ່ພໍ່ແມ່ປະຊາຊົນ ໄດ້ຄືເກົ່າ ເຮັດໃຫ້ທ່ານໝໍ ຈຳເປັນຕ້ອງໄດ້ກວດຫາພຍາດ ຕາມຄວາມຮູ້ ແລະ ປະສົບການ ຂອງໂຕເອງ, ໂດຍບໍ່ມີອຸປະກອນ ຫຼືເຕັກໂນໂລຢີ້ ທາງການແພດ ຊ່ອຍເຫຼືອ.
ຂະນະທີ່ພໍ່ແມ່ປະຊາຊົນ ທີ່ມີປຶ້ມສັມມະໂນຄົວ ແລະ ອາສັຍຢູ່ໃນເຂດໂຕເມືອງ ແມ່ນສາມາດເຂົ້າຮັບການບໍຣິການ ດ້ານສາທາຣະນະສຸຂ ໄດ້ ໂດຍບໍ່ເສັຽຄ່າ ຫຼືເສັຽຄ່າໃຊ້ຈ່າຍ ພຽງບາງສ່ວນເທົ່ານັ້ນ, ເຊິ່ງແຕກຕ່າງ ຈາກຜູ້ທີ່ອາສັຍ ຢູ່ໃນເຂດນອກ ທີ່ບໍ່ທັນມີໂອກາດ ໃນການເຂົ້າເຖິງພໍເທົ່າໃດ. ດັ່ງຊາວບ້ານ ຢູ່ເມືອງຈຳພອນ ແຂວງສວັນນະເຂດ ກ່າວວ່າ:
“ຄັນເຮົາຖືບັນໄປ ເຮົາບໍ່ໄດ້ເສັຽຄ່າຢາເດ້, ເຂົ້າໂຮງໝໍຟຣີ. ບໍ່ໆ ປະຊາຊົນຕອນນີ້ເພິ່ນມີອັນນັ້ນ ຊ່ອຍເຫຼືອເດ້ ທຶນໂຄງການຊ່ອຍເຫຼືອ ເຂົ້າໂຮງໝໍຟຣີ. ເຄື່ອງໄມ້ເຄື່ອງມື ມັນກໍຄົບໝົດ, ທໍ່ແຕ່ວ່າ ເຮົາໄດ້ເສັຽເງິນ ວ່າຊັ້ນສາ. ເຮົາບໍ່ໄດ້ເສັຽເງິນ ເຂົ້າຟຣີ ເຮົາມີສັມມະໂນຄົວເດ້. ແມ່ນ, ຄັນເຮົາບໍ່ມີ ກະໄດ້ເສັຽເງິນ, ຖ້າເຮົາມີ ກະບໍ່ຕ້ອງໄດ້ເສັຽ.”
ເມື່ອວັນທີ 21 ສິງຫາ ທີ່ຜ່ານມານີ້, ຍານາງ ໂຊໂນມິ ທະນາກະ, ຫົວໜ້າຫ້ອງການ ທນາຄານພັທນາແຫ່ງເອເຊັຽ ຫຼື (ADB) ປະຈຳປະເທດລາວ ລະບຸວ່າ ທນາຄານພັທນາແຫ່ງເອເຊັຽ ໄດ້ອະນຸມັດເງິນທຶນ ມູລຄ່າ 45 ລ້ານໂດ່ລ້າຣ໌ສະຫະຣັຖ ໃຫ້ແກ່ໜ່ວຍງານ ດ້ານສາທາຣະນະສຸຂ 16 ເມືອງ ພາຍໃນ 10 ແຂວງ ປະກອບມີແຂວງຈຳປາສັກ, ຫົວພັນ, ຫຼວງພຣະບາງ, ອຸດົມໄຊ, ຜົ້ງສາລີ, ສາຣະວັນ, ສວັນນະເຂດ, ໄຊຍະບູຣີ, ໄຊສົມບູນ ແລະ ຊຽງຂວາງ ເພື່ອປັບປຸງຄຸນນະພາບ ການບໍຣິການປິ່ນປົວສຸຂພາບ, ຍົກລະດັບໂຄງຮ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ຂອງໂຮງໝໍແຂວງ ແລະ ໂຮງໝໍເມືອງ.
ທັງນີ້, ຖ້າຫາກໂຄງການປັບປຸງຄຸນນະພາບ ການບໍຣິການປິ່ນປົວສຸຂພາບ ດັ່ງກ່າວນີ້ ໄດ້ເຣີ່ມຈັດຕັ້ງປະຕິບັດ ຄາດວ່າ ໃນແຕ່ລະປີ ຈະມີຜູ້ໄດ້ຮັບປໂຍດ ຈາກໂຄງການດັ່ງກ່າວ ປະມານ 1.6 ລ້ານຄົນ, ເຊິ່ງລວມເຖິງຜູ້ທຸກຍາກ, ແມ່ຍິງ, ຜູ້ສູງອາຍຸ, ຜູ້ເສັຽອົງຄະ ແລະ ປະຊາຊົນທີ່ດຳຣົງຊີວິຕ ຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.
ໃນໄລຍະຫຼາຍປີຜ່ານມາ ທາງການລາວ ໄດ້ຂຍາຍການບໍຣິການ ສາທາຣະນະສຸຂ ແລະ ການເຂົ້າຮ່ວມລະບົບ ປ້ອງກັນສຸຂພາບ ເພີ່ມຂຶ້ນ, ແຕ່ຖ້າຫາກທຽບໃສ່ ບັນດາປະເທດອ້ອມຂ້າງ, ການພັທນາ ທາງດ້ານສາທາຣະນະສຸຂ ຂອງປະເທດລາວ ຍັງມີຂໍ້ຈຳກັດຫຼາຍດ້ານ ແລະ ຍັງມີຄຸນນະພາບ ການບໍຣິການ ຍັງບໍ່ດີເທົ່າທີ່ຄວນ ເຮັດໃຫ້ປະຊາຊົນ ບໍ່ຢາກໃຊ້ບໍຣິການ ສາທາຣະນະສຸຂ, ໂດຍສະເພາະຢູ່ຂັ້ນເມືອງ ແລະ ຂັ້ນຊຸມຊົນ, ອີງຕາມການຣາຍງານ ຂອງທນາຄານພັທນາແຫ່ງເອເຊັຽ ປະຈຳປະເທດລາວ.