ເຣື້ອງທີ່ເກັບບັນທຶກໄວ້
2022-11-02
ສະຫະຣັຖ ອາເມຣິກາ ໃຫ້ທຶນຊ່ອຍເຫຼືອ ກໍ່ສ້າງວິດຖ່າຍ ແລະ ບ່ອນລ້າງມື ໃຫ້ຊົນເຜົ່າມັງກອງ ແລະ ຊົນເຜົ່າກະຕ່າງ ຢູ່ສຸຂສາລາ ເມືອງພີນ ແລະ ເມືອງອາດສະພັງທອງ ແຂວງສວັນນະເຂດ.
2022-10-25
ໂຮງໝໍແຂວງຄໍາມ່ວນ ຈະໄດ້ຮັບການບໍຣິຈາກ ຂອງ ທ່ານ ພາຄິນ ຄໍາວິໄລສັກ ຫລື ໂຕໂນ່ ນັກຮ້ອງທີ່ມີຊື່ສຽງ ຂອງໄທຍ ທີ່ໄດ້ຈັດກິຈກັມ ລອຍນໍ້າຂ້າມຂອງ ຈາກນະຄອນພະນົມ ປະເທດໄທຍ ມາເມືອງທ່າແຂກ ແຂວງຄໍາມ່ວນ ຊຶ່ງທ່ານໄດ້ຮັບ ໃບຍ້ອງຍໍ ຈາກຮອງເຈົ້າແຂວງ ຄໍາມ່ວນ ໃນຄັ້ງນີ້ດ້ວຍ.
2022-10-20
ເຈົ້າໜ້າທີ່ ປກສ ກຸ່ມບ້ານສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາມາດຍຶດຢາເສບຕິດ ປະເພດຢາບ້າ ໄດ້ 14 ເປົ໋າ ຫລືປະມານ 1,750 ມັດ ເທົ່າກັບ 3,500,000 ເມັດ ທີ່ເຊື່ອງໃວ້ໃນຣົຖ ກະບະສີຂາວ ບໍ່ມີປ້າຍທະບຽນ ສ່ວນຜູ້ກະທຳຜິດ ໜີໄປໄດ້.
2022-10-19
ຜູ້ໂດຍສານ ທີ່ໃຊ້ບໍຣິການ ສະຖານີຣົຖໄຟ ລາວ-ຈີນ ຢູ່ແຂວງຫຼວງພຣະບາງ ພົບບັນຫາ ເຣື່ອງຫ້ອງນໍ້າ ທີ່ຢູ່ດ້ານນອກ ສະຖານີຣົຖໄຟ ເປິ້ະເປື້ອນແຮງ ເຮັດໃຫ້ເສັຍພາບພົດ ຕໍ່ການທ່ອງທ່ຽວ ພາຍໃນແຂວງ ຂະນະທີ່ ທາງພາກສ່ວນ ທີ່ກ່ຽວຂ້ອງ ຍັງບໍ່ຮູ້ເຣື່ອງດັ່ງກ່າວ ແຕ່ຈະກວດກາ ແລະແກ້ໄຂຕໍ່ໄປ.
2022-10-18
ຊາວບ້ານຢູ່ເມືອງໄຊ ແຂວງອຸດົມໄຊ ຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ແປງທາງໃຕ້ອຸມົງ ລອດທາງຣົຖໄຟ ລາວ-ຈີນ ບ່ອນຈຸດເຊື່ອມຕໍ່ ລະຫວ່າງບ້ານນາແລ ແລະບ້ານຖິ່ນ ເພື່ອປ້ອງກັນ ບໍ່ໃຫ້ເກີດອຸບັດຕິເຫດ ທີ່ເຮັດໃຫ້ຄົນບາດເຈັບ ແລະເສັຽຊີວິຕ.
2022-10-17
ສະຫະຣັຖ ອາເມຣິກາ ຊ່ອຍວັກຊິນໄຟເຊີ້ຣ໌ ປ້ອງກັນໂຄວິດ-19 ຕື່ມອີກ 201,600 ໂດສ ແກ່ ສປປ ລາວ ເພື່ອສັກ ໃຫ້ເດັກນ້ອຍ ອາຍຸ 5 ປີ ຫາ 11 ປີ ຊຶ່ງມາເຖິງປັດຈຸບັນນີ້ ຊ່ອຍໃຫ້ ສປປ ລາວ ຫລາຍກວ່າ 2.9 ລ້ານໂດສແລ້ວ.
2022-10-13
ການສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ກັບກຸ່ມຊົນເຜົ່າລາວ ຈໍານວນນຶ່ງ ກາຍເປັນເຣື່ອຍາກ ເພາະເຂົາເຈົ້າບໍ່ເຂົ້າໃຈ ເຖິງຄວາມສໍາຄັນ ຂອງການສັກວັກຊິນ ຍ້ອນເຂົ້າໃຈຜິດວ່າ ເມື່ອສັກໄປແລ້ວ ຈະເປັນອັນຕຣາຍຕໍ່ຊີວິຕ ຫລືຈະມີບັນຫາ ສຸຂພາບຕາມມາ.
2022-10-12
ບັນຫາຢາເສບຕິດໃນລາວ ຍາກທີ່ຈະປາບປາມໄດ້ ເນື່ອງຈາກ ການບັງຄັບໃຊ້ ກົດໝາຍ ຍັງບໍ່ເຂັ້ມງວດ ດ້ວຍເຫດນີ້ ຢາເສບຕິດ ຈຶ່ງເພີ່ມຂຶ້ນຫຼາຍ ທຽບໃສ່ໄລຍະ 2-3 ປີທີ່ຜ່ານມາ ເຫັນໄດ້ຈາກ ການຈັບຜູ້ຄ້າ-ຂາຍ ແລະຈໍານວນຢາເສບຕິດ ທີ່ຍຶດໄດ້ຫຼາຍຂຶ້ນ.
2022-09-29
ຢາບ້າຫຼາຍລ້ານເມັດ ຖືກກວດພົບ ຢູ່ເຮືອນ ຂອງທ້າວ ດວງແກ້ ໝື່ນແກ້ວມະນີ ຫຼັງຈາກທີ່ເຈົ້າໜ້າທີ່ຕຳຣວດເຂົ້າກວດຄົ້ນ ເມື່ອວັນທີ່ 23 ກັນຍານີ້ ໃນຂະນະດຽວກັນ ກໍສາມາດຈັບ ນາງບ້ຳ ໝື່ນແກ້ວມະນີ ສ່ວນອີກ ອີກ 2 ຄົນສາມາດຫລົບໜີໄດ້.
2022-09-28
ເຈົ້າໜ້າທີ່ ຜແນກສະກັດກັ້ນ ແລະຕ້ານຢາເສພຕິດ ຫ້ອງການຕຳຣວດ ປກສ ແຂວງບໍຣິຄຳໄຊ ຍຶດກາເຟປະສົມໂຄເຄ໋ນ ຫຼື ກາເຟມ່ວນ ທີ່ຜລິຕຈາກຈີນ ໄດ້ຈຳນວນຫຼາຍ ໃນນັ້ນເປັນກາເຟຊອງ ປະສົມໂຄເຄ໋ນ 779 ຊອງ ແລະ ກາເຟ ກະປອງປະສົມໂຄເຄ໋ນ 87 ກະປອງ.
2022-09-27
ຣົຖຕູ້ ທີ່ມີຄົນງານລາວ 11 ຄົນ ໄດ້ເກີດອຸບັດຕິເຫດ ຕຳທ້າຍຣົຖ 10 ລໍ້ ຢູ່ແຂວງຣະຍອງ ປະເທໄທຍ ເຮັດໃຫ້ມີຜູ້ເສັຽຊີວິຕ 3 ຄົນ, ສ່ວນວ່າສາເຫດ ຂອງອຸບັດຕິເຫດ, ຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບບາດເຈັບ ແລະເສັຽຊີວິຕນັ້ນ ຍັງຢູ່ໃນຂັ້ນຕອນ ການດຳເນີນງານ.
2022-09-22
ນະຄອນຫລວງວຽງຈັນ ໄດ້ຣາຍງານ ການລົບລ້າງ ຄວາມທຸກຍາກ ຢູ່ 8 ເມືອງ ໃນນະຄອນຫລວງວຽງຈັນ ແຕ່ປະຊາຊົນເຫັນວ່າ ບົດຣາຍງານດັ່ງກ່າວ ບໍ່ຖືກກັບສະພາບໂຕຈິງ ເພາະໃນຄວາມເປັນຈິງ ຍັງມີຄອບຄົວ ທີ່ທຸກຍາກ ຫາເຊົ້າກິນຄ່ຳ ໃຫ້ພົ້ນມື້ ພົ້ນເວັນໄປ ກໍຍັງມີຫຼາຍ.
2022-09-20
ຄົນງານລາວ ອາຍຸ 24 ທີ່ມາເຮັດວຽກຢູ່ປະເທດໄທຍ ແລ້ວໄປທ່ຽວສະຖານທີ່ບັນເທີງ Mountain B ໃນມື້ເກີດເຫດ ຈົນໂຊກຮ້າຍ ກາຍເປັນຜູ້ເສັຽຫາຍ ຖືກໄຟໄໝ້ ແຂນທາງເບື້ອງຊ້າຍ ຈົນໄດ້ຮັບບາດເຈັບສາຫັດ ຕ້ອງໄດ້ຫຍິບບາດແຜ, ເຮັດກາຍະພາບບຳບັດ, ນາງກັງວົນໃຈ ເຣື່ອງຄະດີ ແລະ ຄ່າໃຊ້ຈ່າຍ ໃນການປິ່ນປົວ.
2022-09-13
ຣັຖບານຍີ່ປຸ່ນ ສນັບສນູນ ການສ້າງສູນຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ທາງກາຍ, ທາງຈິຕໃຈ, ທາງເພດ ແລະທາງຊັບສິນ ຢູ່ແຂວງຈຳປາສັສັກ, ແຂວງບໍຣິຄໍາໄຊ ແລະແຂວງອັດຕະປື ໂດຍຜ່ານກອງທຶນ ປະຊາກອນ ແຫ່ງສະຫະປະຊາຊາຕ ຫຼື United Nations Population Fund (UNFPA).
2022-09-13
ຜູ້ປົກຄອງເປັນຫວ່ງ ລູກຫລານ ຕໍ່ກັບບັນຫາ ຢາເສບຕິດຮູບແບບໃໝ່ ກຳລັງຣະບາດ ຕາມສະຖານທີ່ບັນເທິງ ໃນປະເທດລາວ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ກຳນົດວິທີການ ທີ່ຈະກຳຈັດຢາເສບຕິດ ໃນສັງຄົມລາວ ແຕ່ຄວາມເປັນຈິງ ກໍບໍ່ແມ່ນເຣື່ອງງ່າຍ ດັ່ງທີ່ມີຂ່າວ ການຍຶດຢາເສບຕິດ ເປັນປະຈຳ.