ສິ່ງເສບຕິດ ຮູບແບບໃໝ່ ໃນສັງຄົມລາວ

ຮ້ານກິນດື່ມ ທີ່ໃກ້ກັບໂຮງຮຽນ ມີບໍຣິການທັງເຫຼົາແລະເບັຽ.
ຮ້ານກິນດື່ມ ທີ່ໃກ້ກັບໂຮງຮຽນ ມີບໍຣິການທັງເຫຼົາແລະເບັຽ. (RFA)

0:00 / 0:00

ຜູ້​ປົກ​ຄອງ​ ນັກ​ຮຽນ-ນັກ​ສຶກ​ສາ ຈຳ​ນວນ​ຫລາຍ​ຮູ້​ສຶກ​ກັງ​ວົນ​ໃຈ ທີ່​ຢາ​ເສບ​ຕິດ​ຮູບ​ແບບ​ໃໝ່ ຕາມ​ສະ​ຖານ​ທີ່ບັນ​ເທິງ ກຳ​ລັງ​ຣະ​ບາດໃນ​ສັງ​ຄົມ​ລາວ ເຊັ່ນ ປຸ​ມ​ເປົ້າ​ອັດ​ແກ໊ສ, ຢາ​ສູບ​ແບບ​ແທ່ງ, ນ້ຳ​ໃບ​ກະ​ທ້ອມ, ບາ​ລາກຸ ຫລື ​ຊີ່​ຊ່າ, ຢາ​ສູບ​ໄຟ​ຟ້າ ຫລື ກາ​ເຟ.

ຢູ່​ເຂດ​ນ້ຳ​ພຸ ເມືອງ​ຈັນ​ທະ​ບູ​ຣີ ນະ​ຄອນ​ຫລວງວຽງ​ຈັນ ຢູ່​ຕາມ​ສະ​ຖານ​ທີ່​ບັນ​ເທິງ ມີປຸ​ມ​ເປົ້າ​ອັດ​ແກ໊ສ ໄນຕຣັສ ອ໊ອກໄຊດ໌ (Nitrous oxide) ໜ່ວຍ​ໃຫ​ຍ່ ແລະ ໜາ ຢູ່​ໜ້າ​ໂຕະ​ໃຜ ​​ໜ້າ​ໂຕະ​ມັນ ເຖິງ​ແມ່ນ​ວ່າ ເຈົ້າ​ໜ້າ​ທີ່​ລົງ​ໄ​ປກວດ​ກາ​ແລ້ວ​ ທາງ​ຜູ້ປະກອບການ ສະ​ຖານ​ທີ່​ບັນ​ເທິງ ກໍ​ຍັງ​ລັກ​ຂາຍປຸ​ມ​ເປົ້າ​ອັດ​ແກ໊ສ ອີກ​ທັງ​ເປັນ​ສານ​ເສບ​ຕິດ ທີ່​ເຮັດ​ໃຫ້ເບື່ອ​ເມົາ​ສະ​ມອງ ຖ້າ​ສູບ ແລະ ​ດົມປຸ​ມ​ເປົ້າ​ອັດ​ແກ໊ສເກີນ​ຂ​ນາດ, ຂະ​ນະ​ທີ່ ແຕ່​ດົນ​ມາ​ແລ້ວນັ້ນ ສານ​ເຄ​ມີ Nitrous oxide ເປັນ​ສານ​ທີ່​ໃຊ້ ເພຶ່ອ​ທາງ​ການ​ແພດ ແຕ່​ປັດ​ຈຸ​ບັນ ສານນີ້ ໄດ້​ຖືກ​ນຳ​ມາ​ໃຊ້​ເປັນ​ສານ​ເສບ​ຕິດ ເປັນ​ສິ່ງ​ທີ່​ຜິດ​ກົດ​ໝາຍ ແລະ​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ສຸ​ຂ​ພາບ ​ຜູ້​ໃຊ້​ສານນີ້​ແລ້ວ.

ຕາມ​ຄຳ​ເວົ້າ​ຜູ້​ປົກ​ຄອງ​ທ່ານ​ນຶ່ງ ທີ່​ເຮັດ​ວຽກ​ດ້ານ​ສາ​ທາ​ຣະ​ນະ​ສຸ​ຂ ແລະ​ ມີຄວາມ​ເປັນ​ຫ່ວງ​ລູກ-​ຫລານ ຈະ​ຕົກ​ເປັນ​ທາດ​ຂອງ​ຢາ​ເສບ​ຕິດ ຢູ່​ເຂດ​ນ້ຳ​ພຸ ເມືອງ​ຈັນ​ທະ​ບູ​ຣີ ນະ​ຄອນ​ຫລວງວຽງ​ຈັນ ທີ່​ກ່າວ​​ຕໍ່​ວິ​ທະ​ຍຸ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 30 ສິງ​ຫາ ທີ່ຜ່ານມານີ້​ວ່າ:

"ປຸມເປົ້າອັນນີ້ນີ້ ມັນບໍ່ແມ່ນປຸມເປົ້າທີ່ບາງໆ ທີ່ເຂົາເຮັດຫລືແຂວນຢູ່ນຳວັນເກີດ ມັນເປັນປຸມເປົ້າ ຂະໜາດໜາ ໜວ່ຍໃຫຍ່ເນາະ. ໂອ້ ເປັນຫ່ວງເດ້ ພວກ Nitrous oxide ນີ້ ມັນເກີດມາດົນແລ້ວເນາະ ສມັຍກ່ອນຫັ້ນລະແມ່ນ ເພິ່ນເອົາໄປແບບໃຊ້ ຢູ່ໃນຜ່າຕັດເນາະ ໃຫ້ຄົນສລົບ ແຕ່ວ່າ ຢູ່ໃນປັດຈຸບັນນີ້ ເຂົາພັດເອົາມາເຮັດ ແນວເປັນປະເພດຢາເສບຕິດ ຫັ້ນແຫລະ ເພາະວ່າ ມັນເຮັດດົມ ກາຍຂະໜາດຂອງມັນຫັ້ນນ່າ. ແລ້ວມັນກໍໄປເບື່ອເມົາສມອງເນາະ ເຮັດໃຫ້ບໍ່ຮູ້ເຣຶ່ອງອີ່ຫຍັງທັງໝົດ ເຮັດໃຫ້ເຫັນພາບຫລອນ ອີ່ຫຍັງຕ່າງໆ."

ຢູ່ທົ່ວນະຄອນຫລວງວຽງຈັນ ທີ່ມີສະຖານທີ່ບັນເທິງ ຈະມີປຸ​ມ​ເປົ້າ​ອັດ​ແກ໊ສ ໄນຕຣັສ ອ໊ອກໄຊດ໌ (Nitrous oxide) ເຊິ່ງເປັນສານເສບຕິດ ປະເພດໃໝ່ ມາປະກົດໃຫ້ເຫັນໃນໄລຍະນຶ່ງປີທິ່ຜ່ານມາ ແລະ ໃນຖານະຜູ້ປົກຄອງ ກໍຮູ້ສຶກເປັນຫວ່ງ ຫາກຜູ້ໃດ ໃຊ້ປຸ​ມ​ເປົ້າ​ອັດ​ແກ໊ສ ໄນຕຣັສ ອ໊ອກໄຊດ໌ (Nitrous oxide) ເກີນຂະໜາດ ຈະເຮັດໃຫ້ເກີດອັນຕລາຍຕໍ່ຊີວິຕ ເນຶ່ອງຈາກ ເຫັນກໍຣະນີຕົວຢ່າງມາແລ້ວ ອີກທັງ ສະພາບໂຕຈິງ ນຳຮ້ານອາຫານ ຮ້ານກິນດື່ມ ບາງບ່ອນ ຈະຫລີກເວັ້ນສາຍຕາ ຂອງເຈົ້າໜ້າທີ່ຈະຈັດຫ້ອງລັບພິເສດ ເພື່ອສູບດົມ ປຸ​ມ​ເປົ້າ​ອັດ​ແກ໊ສ ສະເພາະ.

ດັ່ງຜູ້ປົກຄອງ ຢູ່ບ້ານຊຽງຢືນ ເມືອງ​ຈັນ​ທະ​ບູ​ຣີ ນະ​ຄອນ​ຫລວງວຽງ​ຈັນ ​ກ່າວໃນມື້ດຽວກັນນີ້ວ່າ:

“ຄືວ່າ ຢູ່ນະຄອນຫລວງເຮົານີ້ ມີຫລາຍ ໂດຍສະເພາະແມ່ນໝາກປຸມເປົ້ານີ້ແຫລະ. ກໍເປັນຫ່ວງຫັ້ນແຫລະ ກໍຄື ເຮົາເຫັນເຫດການທີ່ວ່າເພິ່ນສູບ ຕອນທີ່ຣົຖໄປ ວູບໄປ ກໍໄປເຂົ້າເຮືອນປະຊາຊົນ ຈົນເສັຽຊີວິຕຄາທີ່ເນາະ. ໂຕນີ້ນີ້ ເວລາເຮົາສູບເຂົ້າໄປປຸ້ບ ແລ້ວມັນຈະໄປຄວບຄຸມ ເຣຶ່ອງຣະບົບປະສາດ ເຮັດໃຫ້ເຮົາຕຶບ ປະມານ 4-5 ວິ ແລ້ວກໍຄືນມາ ເປັນຄວາມມ່ວນຊື່ນ. ຄືນຳຮ້ານອາຫານບໍ່ມີຫຍັງນີ້ ເຂົາຈະບໍ່ໂຊຢູ່ໜ້າຮ້ານ ມີຫ້ອງພິເສດ ຫລີກເວັ້ນຕາເຈົ້າໜ້າທີ່ເຮົາ.”

ນອກຈາກນີ້ນໍ້າໃບກະທ້ອມ ຍັງມີການຊື້-ຂາຍ ຢູ່ໃນຊື່ສັງຄົມອ່ອນລາຍແບບງ່າຍ ຈຶ່ງເປັນຫ່ວງວ່າ ເຍົາວະຊົນ ທີ່ຫັນມາລອງດື່ມນໍ້າໃບກະທ່ອມ ຈະເສັຽທັງການຮຽນ ແລະສຸຂພາບ ເນຶ່ອງຈາກ ມັນເປັນສານເສບຕິດທີ່ຜິດກົດໝາຍ ອີກທັງຜູ້ປົກຄອງຈຳນວນນຶ່ງ ກໍບໍ່ໄດ້ໃຫ້ຄວາມເອົາໃຈໄສ່ ຕັກເຕືອນລູກ-ຫລານ ແລະ ບາງເທຶ່ອ ຜູ້ປົກຄອງ ຫລື ຜູ້ໃຫຍ່ ກໍບໍ່ເປັນຕົວຢ່າງໃຫ້ລູກ-ຫລານ ຕົ້ມນໍ້າໃບກະທ້ອມ ດື່ມນຳລູກ-ຫລານເລີຍ.

ດັ່ງຜູ້ປົກຄອງ ຢູ່ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ຢູ່ຕາມອິນເຕິເນັດ ຄືແບບໂພສຕ໌ຂາຍ ຄືແບບວ່າ ຂາຍເສື້ອຜ້າທັມມະດາເລີຍຫັ້ນນ່າ. ມັນກໍເປັນໜ້າເປັນຫ່ວງໄດ່ ເພາະວ່າກິນແລ້ວ ມັນກໍເປັນສານເສບຕິດ ເຮັດໃຫ້ເຮົາຕິດ ລະກໍເຮັດໃຫ້ເຫງົານອນ ຄືແບບເອົາເປັນເອົາຕາຍເລີຍນ່າ ແລ້ວແບບວ່າ ບາງທີ່ ມັນກໍເສັຽການຮຽນ ທັງເສັຽສຸຂພາບ ຫັ້ນນ່າ. ພໍ່ແມ່ ກໍບໍ່ເຫັນຕັກເຕືອນ ບາງເທຶ່ອ ຜູ້ໃຫຍ່ເອງ ກໍເຮັດຄືກັນ. ບໍ່ຮູ້ວ່າ ມັນເປັນສິ່ງທີ່ຜິດກົດໝາຍ ຄິດວ່າ ມັນເຕືອນ ລະບໍ່ຟັງຫັ້ນນ່າ ກະເລີຍປ່ອຍປະລະເລີຍໄປເລີຍ.”

ດ້ານຜູ້ທີ່ຮູ້ ກ່ຽວກັບເຣຶ່ອງຢາເສບຕິດ ຢູ່ນະຄອນຫລວງວຽງຈັນ ກ່າວວ່າ ປັດຈຸບັນ ມີຢາສູບປະເພດໃໝ່ ຄື ຢາສູບແບບແທ່ງ ເປັນແບບສູບ ແລະ ດົມ ໂດຍບໍ່ຕ້ອງອາສັຍ ອຸປກອນສູບຢາຫລາຍຢ່າງ ຄື ຢາບສູບໄຟຟ້າ ພຽງແຕ່ແກະຫົວແລ້ວສູບ ຫລື ດົມໄດ້ເລີຍ ຄື ຍີ່ຫໍ້ VIPO BAR ( ວີໂພ ບາຣ໌)ແລະ PILOT (ພ່າຍລອດ) ເຊິ່ງຢາສູບ ແລະ ດົມ ປະເພດໃໝ່ນີ້ ຈະເປັນທີ່ນິຍົມ ຢູ່ໃນກຸ່ມທີ່ນັກທ່ອງທ່ຽວງານປາຕີ່ ແລະ ນິຍົມໃນກຸ່ມແມ່ຍິງ. ເອົາມາຂາຍຫລາຍເທົ່າໃດ ກໍຂາຍໝົດ ໂດຍສະເພາະຮຸ່ນສູບ ແລະ ດົມ ໄດ້ 500 ຄຳ ເນຶ່ອງຈາກ ຢາສູບແບບແທ່ງ ປະເພດໃໝ່ ຈະສູບ ແລະ ດົມ ອອກກິ່ນຫອມ ຄືໝາກໂມ, ໝາກໄມ້ລວມ, ກາເຟ-ຄາລາເມລ, ໜາກໜາວ ແລະ ກຸຫລາບ-ອະງຸ່ນ ຜູ້ປົກຄອງບໍ່ສາມາດຈັບໄດ້ ວ່າໄປສູບຢາເສບຕິດມາ ແລະ ບໍ່ເຮັດມີອາການແຄ້ນກິ່ນ ລະຫວ່າງສູບ ຄືຢາສູບໄຟຟ້າ.

"500 ເທຶ່ອສູບນີ້ນ່າ ຄົນໂຄດນິຍົມເລີຍ. ມັນສາມາດດູດແບບ ຄ້າຍຄືແບບເຮົາດູດເຄເຂົ້າດັງ ຫັ້ນນ່າ. ບາດໂຕເຕື່ມຢາຫັ້ນນ່າ ມັນຕ້ອງໃຊ້ອຸປກອນຫລາຍຢ່າງ ຕ້ອງມີຝ່ອຍ ມີຖ່ານ ມີສຳລີ ມີຫົວຫຍັງຫັ້ນນ່າ, ແມ່ຍິງສາຍປາຕີ້ ເຂົາຈະມັກສູບຮຸ້ນນີ້ນ່າ ຜູ້ຍິງນ່າ. ໂຕ PILOT ນີ້ ໂຄດນິຍົມ ເອົາມາປານໃດ ກະຈັກເທົ່າໃດ ສັ່ງມາເປັນຮ້ອຍກໍໝົດ. ມັນຈະອອກຫອມໆຫັ້ນນ່າ ສູບແບບນີ້ ມັນບໍ່ໄດ້ແຄ້ນແບບບຸຣີໄຟຟ້າອີ່ຫຍັງ. ແມ່ຈັບບໍ່ໄດ້ ມີຄວາມມວ່ນ ໃຫ້ເມົາກໍນິດໆ."

ເທົ່າທີ່ສັງເກດ ຢາເສບຕິດ ປະເພດບາລາກຸ ຫລື ຊີ່ຊ່າ ຍັງເປັນທີ່ຕ້ອງການ ຂອງຄົນລາວ ໃນສມັຍນີ້ ຈຶ່ງເຮັດໃຫ້ແມ່ຄ້າ-ພໍ່ຄ້າ ຂາຍເຄື່ອງ ອອນລ່າຍ ເອົາອຸປະກອນ ບາລາກຸ ມາຂາຍ ຫລາຍກວ່າ ອຸປະກອນສູບໄຟຟ້າ.

ດັ່ງແມ່ຄ້າຂາຍນໍ້າຢາ ບາລາກຸ ຢູ່ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

“ດຽວນີ້ ເຂົາມັກສູບ ໂຕເປັນແບບປ່ຽນຫົວໄດ້ ບາລາກຸ ແຕ່ກີ້ ເຂົາມັກສູບຢາສູບໄຟຟ້າ ແຕ່ດຽວນີ້ ເຂົາບໍ່ສູບແລ້ວ ເຂົານິຍົມໃຊ້ແບບນີ້ແລ້ວ ເຂົາເຈົ້າສູບ ກໍເລີຍເອົາມາຂາຍ ເພາະວ່າດຽວນີ້ ເຂົາຂາຍແຕ່ແບບນີ້ ແລ້ວກະ ແບບເກົ່າ ກໍບໍ່ມີແລ້ວ.”

ທຳອິດ ອາຍແກ້ສ ໄນຕຣັສ ອ໊ອກໄຊດ໌ (Nitrous oxide) ເປັນສານປະກອບທາງເຄມີ ແລ້ວຖືກບັນຈຸ ໃນໝາກປຸມເປົ້ານັ້ນ ບໍ່ໄດ້ຖືກລະບຸວ່າ ເປັນສານເສບຕິດ ໃນກົດໝາຍລາວ. ທາງຜະແນກກວດກາ ແລະ ຄຸມຢາເສບຕິດ ນະຄອນຫລວງວຽງຈັນ ຈຶ່ງໄດ້ສເນິຫາຣັຖບານ ແລ້ວ ທາງສະພາແຫ່ງຊາຕ ກໍຮັບຮອງໃຫ້ສານເຄມີ ໄນຕຣັສ ອ໊ອກໄຊດ໌ (Nitrous oxide) ເປັນສານເສບຕິດ ໃນປະມານເດືອນກັນຍາ 2021 ພາຍຫລັງ ທີ່ເຈົ້າໜ້າທີ່ຕຳຣວດ ນະຄອນຫລວງວຽງຈັນ ໄດ້ກວດພົບປຸມເປົ້າ ສຳລັບອັດແກ້ສ 31

ໜ່ວຍ ແລະ ບັ້ງແກ້ສ ທີ່ບັນຈຸສານ ໄນຕຣັສ ອ໊ອກໄຊດ໌ (Nitrous oxide) 2 ບັ້ງໃຫຍ່ ຢູ່ຮ້ານບັນເທິງ ໃນນະຄອນຫລວງວຽງຈັນ ໃນວັນທີ 30 ມົກກະຣາ, ວັນທີ 21 ທັນວາ 2020 ແລະ ວັນທີ 26 ມົກກະຣາ 2021.

ດັ່ງເຈົ້າໜ້າທີ່ ປ້ອງກັນຄວາມສງົບ ທ່ານນຶ່ງ ທີ່ຮູ້ກ່ຽວກັບບັນຫາດັ່ງກ່າວ ກ່າວໃນມື້ດຽວກັນນັ້ນວ່າ:

“ທີ່ຈິງ ຢູ່ໃນແຜນວາຣະແຫ່ງຊາດ ກໍໄດ້ກຳນົດເຂົ້າໃນການແກ້ໄຂຢູ່ແລ້ວ ແລ້ວກໍກົດໝາຍ ເພິ່ນໄດ້ກຳໜົດແລ້ວ, ເຮົາໄປຄົ້ນເອົາ ແລ້ວເອົາວິຈັຍເບິ່ງວ່າ ມັນເປັນໂຕໃດ ແນວໃດ. ພາຍຫລັງໄດ້ວິຈັຍແລ້ວ ກໍໄດ້ນຳສເນິ ທາງຣັຖບານ ແລ້ວເພິ່ນໄດ້ກຳນົດຜ່ານສະພາ ແລ້ວເພິ່ນໄດ້ເອົາເຂົ້າແລ້ວ.”

ທ່ານກ່າວຕື່ມວ່າ ສ່ວນການແກ້ໄຂບັນຫາ ໝາກປຸ​ມ​ເປົ້າ​ອັດ​ແກ໊ສ ໄນຕຣັສ ອ໊ອກໄຊດ໌ (Nitrous oxide) ແມ່ນເປັນວຽກງານ ຂອງຕຳຣວດປາບປາມຢາເສບຕິດ ແລະ ໃຫ້ລໍຖ້າໜ່ວຍວິຊາສະເພາະ ອອກບົດແນະນຳ ຫລືນິຕິກັມ ທີ່ ຈະປາບປາມ ໝາກປຸມເປົ້າອັດແກ້ສ ໄນຕຣັສ ອ໊ອກໄຊດ໌ (Nitrous oxide) ເປັນອັນດັບຕໍ່ໄປ.

ປັດຈຸບັນ ປກສ ເມືອງຈັນທະບູຣີ ກໍຍັງກວດກາຕາມສະຖານທີ່ບັນເທິງ ພາຍໃນເມືອງ, ພາຍຫລັງ ເຈົ້າໜ້າທີ່ຕຳຣວດ ນະຄອນຫລວງວຽງຈັນ ພົບເຫັນ ປຸ​ມ​ເປົ້າ​ອັດ​ແກ໊ສ, ບັ້ງສູບໄຟຟ້າ, ນໍ້າຢາຢາສູບ ແລະ ບາລາກຸ ຫາກພົບຮ້ານໃດ ຍັງສືບຕໍ່ຊື້-ຂາຍ ສານເສບຕິດດັ່ງກ່າວ ກໍຈະມີການແກ້ໄຂ ຕາມມາຕການຕໍ່ໄປ.

ດັ່ງເຈົ້າໜ້າທີ່ ປກສ ເມືອງຈັນທະບູຣີ ຜູ້ຂໍສງວນຊື່ ແລະ ຕຳແນ່ງ ໃນນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ດຽວນີ້ແທ້ ໄທຂ້ອຍກໍພວມກວດກາຢູ່ເດິ້. ກວດກາຢູ່ ເພາະວ່າ ໂຕນີ້ ມັນກໍມີມາຕການແລ້ວເນາະ ໃນການຈັດຕັງປະຕິບັດນີ້. ຖ້າວ່າໝ່ອງໃດມີແທ້ ໄທຂ້ອຍກໍແກ້ ເດິ້.”

ທ່ານພົລເອກ ວິໄລ ຫລ້າຄຳຟອງ ຮອງນາຍຍົກຣັຖມົນຕຣີ ແລະ ຣັຖມົນຕຣີປ້ອງກັນຄວາມສງົບ ໄດ້ກ່າວໃນກອງປະຊຸມແຫ່ງຊາຕລາວ ສມັຍສາມັນເທຶ່ອທີ 3 ຂອງສະພາແຫ່ງຊາຕ ເທຶ່ອທີ 9 ເມຶ່ອບໍ່ດົນທີ່ຜ່ານມາວ່າ ເຈົ້າໜ້າທີ່ ປກສ ພວມເລັ່ງຄົ້ນຄວ້າ ແກ້ໄຂບັນຫາຢາເສບຕິດຮູບແບບໃໝ່ ຕາມສະຖານທີ່ບັນເທິງ ເຊັ່ນ ປຸ​ມ​ເປົ້າ, ກາເຟ ແລະ ຜລິຕພັນແນວດົມ ເຖິງແມ່ນວ່າ ຈະຄວບຄຸມຢາເສບຕິດ ຕາມສະຖານທີ່ບັນເທິງຍາກກໍຕາມ.

ດັ່ງ ທ່ານກ່າວວ່າ:

“ມັນກໍມີຫລາຍຊນິດ ເປັນ ເລ້ຫລ່ຽມ ຂອງເຂົາເຈົ້າ. ເຮັດເປັນກາເຟ ກໍມີ ເປັນໝາກປຸມເປົ້າ ກໍມີ ເຮັດເປັນແນວດົມ ກໍມີ ແນວໃດກໍມີ ສ່ວນຫລາຍລະແມ່ນ ສະຖານທີ່ບັນເທິງ. ບັນເທິງນີ້ ກໍຄຸມຍາກຄືກັນ ຈັກເຂົາເອົາມາແຕ່ໃສ ມາກິນຫັ້ນ ແຕ່ວ່າຢູ່ຫັ້ນ ພັດມີມົ້ວສຸມທຸກປະເພດ ຢູ່ຫັ້ນ. ໜ້າທີ່ຂອງພວກເຮົານີ້ ໄປກວດກາ ໄປຄວບຄຸມ ໄຢຕິດຕາມ ມີແລ້ວ ພວກເຮົາແກ້ ເຫັນແລ້ວ ກໍປະຕິບັດ ຕາມລະບຽບຫລັກການ. ມີແທ້ ພວກເຮົາກຳລັງຄົ້ນຄວ້າຢູ່ ຍັງກວດກາຢູ່ເນາະ.

ນອກຈາກນີ້ ທ່ານພົລເອກ ວິໄລ ຫລ້າຄຳຟອງ ຍັງໄດ້ມີຄຳເຫັນ ກ່ຽວກັບການຕ້ານຢາເສບຕິດ ເນຶ່ອງໃນວັນສາກົນ ຕ້ານຢາເສບຕິດ ຄົບຮອບ 35 ປີ ເມຶ່ອວັນທີ 26 ມິຖຸນາ 2022 ທີ່ຜ່ານມາ ເຊິ່ງໄດ້ຣະບຸຕອນນຶ່ງວ່າ ເພຶ່ອຮັບປະກັນວຽກງານຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍສະເພາະ ແຜນດຳເນີນງານ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ແຕ່ປີ 2021-2023 ໃຫ້ບັນລຸຕາມຄາດໝາຍນັ້ນ ຕ້ອງໄດ້ຖືເອົາການແກ້ໄຂ ບັນຫາຢາເສບຕິດ ໃຫ້ກາຍເປັນຄວາມຮັບຜິດຊອບ ຂອງທົ່ວສັງຄົມ. ສະບາຍດີ.