ຍຶດກາເຟ ປະສົມໂຄເຄ໋ນ ຢູ່ບໍຣິຄຳໄຊ ທີ່ຜລິຕຈາກຈີນ
2022.09.28

ວັນທີ 27 ກັນຍາ ເຈົ້າໜ້າທີ່ຜແນກສະກັດກັ້ນ ແລະຕ້ານຢາເສພຕິດ ຫ້ອງການຕຳຣວດ ປກສ ແຂວງບໍຣິຄຳໄຊ ຍຶດກາເຟປະສົມໂຄເຄ໋ນ ຫຼື ກາເຟມ່ວນ (ເປັນຄຳສັບ ທີ່ໃຊ້ໃນກຸ່ມ ຜູ້ໃຊ້ສານເສພຕິດ) ທີ່ຜລິຕຈາກຈີນ ໄດ້ຈຳນວນຫຼາຍ ໃນນັ້ນເປັນກາເຟຊອງ ປະສົມໂຄເຄ໋ນ 779 ຊອງ ແລະ ກາເຟ ກະປອງປະສົມໂຄເຄ໋ນ 87 ກະປອງ ທັງໝົດຖືກເຊື່ອງໄວ້ ໃນເບາະຣົຖ ພ້ອມນັ້ນຍັງມີເຄື່ອງສຳອາງ ປະເພດເຊຣໍ້າ 280 ກ່ອງ, ສະບູ 131 ກ້ອນ, ຄຣີມກັນແດດ 187 ກ່ອງ ທີ່ນຳໃຊ້ເພື່ອອຳພາງ ໃນເວລາເຄື່ອນຍ້າຍ ແລະຂົນສົ່ງກາເຟ ທີ່ປະສົມໂຄເຄ໋ນ.
ຊຶ່ງກາເຟປະສົມໂຄເຄ໋ນ ທັງໝົດນີ້ຜູ້ຖືກກ່າວຫາ ເປັນຄົນລາວ 2 ຄົນຍອມຮັບວ່າ ເອົາມາຈາກເຖົ້າແກ່ຄົນຈີນ ນະຄອນຫຼວງວຽງຈັນ ຊຶ່ງເປັນບ່ອນພັກ ເພື່ອຕຣຽມຈຳໜ່າຽ ໃນທົ່ວປະເທດນັ້ນ. ສ່ວນບ່ອນທີ່ມີກາເຟປະສົມໂຄເຄ໋ນ ຂນາດໃຫຍ່ແມ່ນຢູ່ ຄາສິໂນ ຄິງສ໌ໂຣມັນສ໌ ແລະ ກະເຟປະສົມ ໂຄເຄ໋ນນີ້ ມີຜົລກະທົບຕໍ່ຮ່າງກາຍ ເຮັດໃຫ້ຊ໋ອກ ແລະ ຮ້າຍແຮງເຖິງຂັ້ນເສັຽຊີວິຕໄດ້. ດັ່ງເຈົ້າໜ້າທີ່ ປກສ ແຂວງບໍຣິຄຳໄຊ ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 28 ກັນຍານີ້ວ່າ:
“ຢາ ເຄຕາມິນ Ketamine ໂຄເຄ໋ນ ສານເສພຕິດທີ່ເກືອດຫ້າມ ທີ່ປະສົມໃນຊອງກາເຟ ກິນແລ້ວກໍມ່ວນກໍເມົາ ໝົດມື້ ໝົດຄືນ 3-4 ມື້ ແລ້ວກໍຕາຍ ເອົາມາຈາກສາມຫຼ່ຽມຄຳພຸ້ນ ສາມຫຼ່ຽມທອງຄຳພຸ້ນ ປະເທດຈີນ ເປັນຜູ້ຜລິຕ ນະຄອນຫຼວງ ບໍ່ໄດ້ຜລິຕ. ເຂົາເອົາມາພັກຢູ່ຫັ້ນ ກໍແມ່ນແຫຼະ ເຖົ້າແກ່ຄົນຈີນນະຄອນຫຼວງ. ໂອ້ຫຼາຍໆ ເອົາເຂົ້າມາ ທົ່ວປະເທດລາວ ຫຼາຍໆແຂວງມີໝົດ ດຽວນີ້ເຂົາບໍ່ຂາຍ ແບບອັນເປັນຢາໄອສ໌ ໂຄເຄ໋ນເລື້ອຍໆ ເຂົາບໍ່ຂາຍແລ້ວ ຂາຍງ່າຍເດ ກາເຟເຂົາບໍຮູ້ ເຂົາວ່າຂາຍກາເຟ ບໍ່ເຮັດໃຫ້ຢາກເຂົ້າ ຢາກນໍ້າ ເຈົ້າເຊົາກິນມື້ນຶ່ງສອງມື້ ເຈົ້າກໍໝົດແຮງ ເຈົ້າກໍຊ໊ອກແລ້ວ.”
ສຳລັບຜູ້ຖືກກ່າວຫາ ທີ່ເປັນຄົນລາວ 2 ຄົນເຈົ້າໜ້າທີ່ ຈະສືບຕໍ່ຂຍາຍຜົລ ເພື່ອຕິດຕາມກັກໂຕ ຜູ້ຮ່ວມຂະບວນການ ມາດຳເນີນຄະດີ ຕາມລະບຽບກົດໝາຽຕື່ມ ແຕ່ຈະຊອກຈັບໂຕຜູ້ຜລິຕ ຫຼືຜູ້ຈຳໜ່າຽ ຫຼືບໍ່ນັ້ນກໍຂຶ້ນກັບງົບປະມານ ຫາກງົບປະມານ ມີຈຳນວນໜ້ອຍ ກໍບໍ່ສາມາເອົາຜູ້ຜລິຕ ແລະຈັດຈຳໜ່າຽ ກາເຟປະສົມໂຄເຄ໋ນ ເຂົ້າປະເທດລາວໄດ້.
ດັ່ງເຈົ້າໜ້າທີ່ ປກສ ແຂວງບໍຣິຄຳໄຊ ຜູ້ດຽວກັນກ່າວຕື່ມວ່າ:
“ຜູ້ຖຶກກ່າວຫາ ກໍໄດ້ສືບສວນ-ສອບສວນ ຖ້າຮັບສະຣະພາບ ແລ້ວກໍສລຸບຄະດີ ສົ່ງໃຫ້ໄອຍະການ ໃຫ້ສານຕັດສິນຕາມກົດໝາຽ. ກົດໝາຽເຮົາ ກໍຮອງຮັບແລ້ວເດ້. ໂອ້ມັນໂຕນີ້ກໍແນ່ນອນ ເຮົາຊິປະສານ ສົມທົບກັນຫຼາຍພາກສ່ວນ ຕິດຕາມຫັ້ນນ່າ ແຕ່ຕ້ອງໃຊ້ເວລາ ໃຊ້ງົບປະມານ ຄັນບໍ່ມີງົບປະມານ ກໍບໍ່ເຖິງເຂົາ. (ຜູ້ຜລິຕ ແລະຈັດຈຳໜ່າຽ ກາເຟປະສົມໂຄເຄ໋ນ ເຂົ້າປະເທດລາວ).”
ປະມານເດືອນເມສາ ຫາປັດຈຸບັນ ກາເຟປະສົມໂຄເຄ໋ນ ເຣີ່ມແຜ່ກະຈາຍ ຢູ່ເຂດບ້ານນາວຽງຄຳ ເມືອງປາກກະດິງ ແຂວງບໍຣິຄຳໄຊ ຈົນເຮັດໃຫ້ມີປະຊາຊົນ ທີ່ນຳໃຊ້ກາເຟປະສົມໂຄເຄ໋ນ ເສັຽຊີວິຕ 1 ຄົນ ເນື່ອງຈາກອັດຕຣາ ການເຕັ້ນຂອງຫົວໃຈ ໄວເກິນໄປ ຄວາມດັນເລືອດສູງ ອຸນຫະພູມຮ່າງກາຍ ສູງຈົນຊັກໝົດສະຕິ ລະບົບການຫາຍໃຈ ລົ້ມແຫຼວ.
ດັ່ງທ່ານໝໍ ຢູ່ຜແນກ ສາທາຣະນະສຸຂ ແຂວງບໍຣິຄຳໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ເຂົ້າເຈົ້າແບບເຂົ້າມາ ດ້ວຍອາການແບບເກັງ ເກັງຊັກແມ່ນຫຍັງ ບາງຄົນກໍແບບບໍ່ຮູ້ສະຕິຈັ່ງຊີ້. ເຂົາເຈົ້າກິນຫຼາຍ ເພິ່ນວ່າກິນກາເຟມ່ວນວ່າຈັ່ງຊັ້ນເດ້ ເຮົາປົວຕາມອາການ ວ່າຊີ້ສາ ກໍຈະມີຫົວໃຈເຕັ້ນໄວຄວາມດັນສູງ ມີຫຍັງນີ້ ແກ້ໂຕນີ້ເຮົາກໍສົ່ງຕໍ່ ບາງກໍຣະນີ ເຮົາກໍຊ່ອຍໄດ້ ບາງກໍຣະນີ ເຮົາກໍຊ່ອຍບໍ່ໄດ້ ມາແລ້ວຕາຍເລີຍຫັ້ນນ່າ.”
ຍານາງກ່າວຕື່ມວ່າ ເທື່ອທຳອິດທີ່ມີກໍຣະນີ ຄົນເຈັບກິນກາເຟມ່ວນ ແລ້ວເຂົ້າມາຮັບການປິ່ນປົວ ຢູ່ໃນ ຈະບໍຣິການກໍຕົກໃຈ ທີ່ຄົນເຈັບກິນກາເຟ ແລ້ວມີອາການຮຸນແຮງ ຍ້ອນບໍ່ເຄີຍເຫັນອາການດັ່ງກ່າວ ເກີດຂຶ້ນມາກ່ອນ ອີກທັງໂຕຄົນເຈັບເອງ ເວົ້າພຽງແຕ່ກິນກາເຟມ່ວນ ບໍ່ໄດ້ຖືຊອງ ຫຼືກະປອງກາເຟ ທີ່ປະສົມສານເສພຕິດ ມານຳດ້ວຍ ຈຶ່ງກວດສອບບໍ່ໄດ້ວ່າ ເປັນສານເສພຕິດຊະນິດໃດ ທີ່ເຂົ້າສູ່ຮ່າງກາຍ ແລະໄດ້ຮັກສາ ຕາມອາການເທົ່ານັ້ນ ແຕ່ພໍຫຼັງໆ ມາຄົນເຈັບມາ ດ້ວຍອາການດຽວກັນ ກໍຮູ້ແລ້ວວ່າ ເປັນການກິນກາເຟ ປະສົມຢາເສພຕິດ.
ໃນເຂດບ້ານວຽງຄຳ ເມືອງປາກກະດິງ ແຂວງບໍຣິຄຳໄຊ ມີຢາເສພຕິດ ຮູບແບບໃໝ່ ຄືກາເຟປະສົມສານເສພຕິດ ເຂົ້າມາໃນບ້ານ ໂດຍສະເພາະ ໃນຍາມມີງານບຸນ ເຊັ່ນງານບຸນປີໃໝ່ລາວ, ງານບຸນເຂົ້າພັນສາ, ງານບຸນອອກພັນສາ, ງານປີໃໝ່ສາກົລ. ຊຶ່ງກ່ອນທີ່ ກາເຟປະສົມໂຄເຄ໋ນ ຈະເຂົ້າມາ ກໍເຄີຍມີເຫຼົ້າ-ເບັຽປະສົມໂຄເຄ໋ນ ມາກ່ອນ. ຈົນເຮັດໃຫ້ເກີດ ປະກົດການພັຍສັງຄົມ ຕາມມາຄືມີໂຈນ ພາຍໃນບ້ານຫຼາຍຂຶ້ນ.
ດ່ັງຊາວບ້ານ ຢູ່ບ້ານວຽງຄຳ ເມືອງປາກກະດິງ ແຂວງບໍຣິຄຳໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ອັນນັ້ນເນາະ ສ່ວນຫຼາຍກໍມີຄົນເສບ ຄົນກິນ ແລ້ວກໍມີຄົນຂີ້ລັກ ງັດແງະ ລັກເປັດ ລັກໄກ່ ລັກຂະໂມຍນ້ອຍ ອັນໃຫຍ່ໆ ແທ້ບໍ່ຢາກມີ. ເອົາໄປຄໍ້າ ໄປຂາຍ ແລ້ວກໍຊື້ຢາກິນ ແລ້ວມີການຫຼີ້ນ ການກິນ ການຊຸມ ການແຊວ ແລ້ວບາງເທື່ອເຂົາເຈົ້າ ຊິໃສ່ແບບວ່າ ໃຫ້ດຽວກັນ ຄືດຽວກັນ ກັບກາເຟທັມມະດາຫັ້ນນ່າ. ມັນກິນແລ້ວ ຢາກເມົາ ຢາກຟ້ອນ ມີການມ່ວນ ການຟ້ອນ ການຫຼີ້ນ ການກິນ ຈົນຫຼົງມືຶ້ ຫຼົງວັນ ຫຼົງຮຸ່ງ ຫຼົງຄໍ່າຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ພາຍໃນບ້ານຍັງບໍ່ມີການ ໂຄສະນາ ສຸຂສຶກສາ ກ່ຽວກັບຜົລຮ້າຍ ຂອງການກິນກາເຟປະສົມ ສານເສພຕິດເທື່ອ ມີແຕ່ເຈົ້າໜ້າທີ່ ປກສ-ປກຊ ກວດກາ ພາຍໃນບ້ານເດືອນລະ 1-2 ຄັ້ງ. ຂະນະທີ່ປັດຈຸບັນ ເປັນໄລຍະຣະດູຝົນ ແລະ ບໍ່ທັນມີງານບຸນ ຈຶ່ງບໍ່ທັນເຮັດໃຫ້ ມີປະກົດການ ປະຊາຊົນພາຍໃນບ້ານ ກິນກາເຟປະສົມ ສານເສພຕິດ ປະກົດໃຫ້ເຫັນເທື່ອ.
ບໍ່ພຽງແຕ່ ເມືອງປາກກະດິງ ທີ່ມີກາເຟມ່ວນ ແຜ່ກະຈາຍໃຫ້ປະຊາຊົນ ໄດ້ຊົມໃຊ້ ແຕ່ກວມເຖິງເມືອງຄຳເກີດ ນຳດ້ວຍ ໂດຍໃນວັນທີ 13 ກັນຍາ ທີ່ຜ່ານມາ ເຈົ້າໜ້າທີ່ຜແນກ ສະກັດກັ້ນ ແລະຕ້ານຢາເສພຕິດ ເມືອງຄຳເກີດ ກໍໄດ້ລົງປະຕິບັດໜ້າທີ່ ແລະ ລົງກວດກາ ຕາມສະຖານບັນເທີງ ພ້ອມທັງໄດ້ຈັບບັນດາ ນັກດື່ມເກິນກຳນົດເວລາ ແລະມີການມົ້ວສຸມຢາເສພຕິດ ແລະກາເຟມ່ວນ ໄດ້ທັງໝົດ 11 ຄົນ ເພື່ອໄປສຶກສາອົບຮົມ ແລະດຳເນີນຄະດີ. ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງຄຳເກີດ ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ສັມພາດ.
ຂະນະດຽວກັນ ບໍ່ພຽງແຕ່ເມືອງປາກກະດິງ ແລະ ເມືອງຄຳເກີດເທົ່ານັ້ນ ທີ່ມີຢາເສພຕິດ ຮູບແບບໃໝ່ ແຜ່ກະຈາຍໃນສັງຄົມ, ແຕ່ຢູ່ໃນເມືອງໄຊທານີ ກໍປະກົດມີໃຫ້ເຫັນ ຢາເສພຕິດຮູບແບບໃໝ່ນຳດ້ວຍ ໂດຍສະເພາະປຸມເປົ້າ ອັດແກັສ ແລະນໍ້າໃບກະທ້ອມ ຕາມສະຖານບັນເທີງ ແລະຮ້ານກາເຟ ແຕ່ເປັນພວກກາເຟ ປະສົມສານເສພຕິດ ແມ່ນຍັງບໍ່ທັນພົບເທື່ອ.
ດັ່ງຊາວບ້ານ ຢູ່ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນວ່າ:
“ເປັນ (ກາເຟ) ຢາເຄ ໂຄເຄ໋ນ ຍັງບໍ່ທັນພົບເຫັນ ບໍ່ເຄີຍເຫັນວ່າຊັ້ນສາ ພົບເຫັນໝາກປຸມເປົ້າບໍ່ ນໍ້າກະທ້ອມ ກໍພົບເຫັນຢູ່ແລ້ວ ເບື້ອງຕົ້ນ. ຢູ່ຕາມຮ້ານອາຫານ ຮ້ານກາເຟ, ກາເຟປະສົມໂຄເຄ໋ນ ພວກເຮົາຍັງບໍ່ທັນພົບເຫັນ ວ່າຊັ້ນສາ ໂຕພາກສ່ວນຢາເສພຕິດ ເຂົາເຈົ້າຊິພົບເຫັນຕິບໍ່ໂຕນີ້.”
ກ່ອນໜ້ານີ້ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ກ່າວໃນກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ທີ່ລະບຸຕອນນຶ່ງ ເນື່ອງໃນວັນສາກົລ ຕ້ານຢາເສພຕິດ ຄົບຮອບ 35 ປີ ໃນວັນທີ 26 ມິຖຸນາ 2022 ວ່າເຈົ້າໜ້າທີ່ ປສກ ເລັ່ງຄົ້ນຄ້ວາ ແກ້ໄຂບັນຫາຢາເສພຕິດ ຮູບແບບໃໝ່ຕາມສະຖານບັນເທີງ ເຊັ່ນ ປຸມເປົ້າ, ກາເຟ ແລະ ຜລິຕ ພັນແນວດົມ ເຖິງແມ່ນຈະຄວບຄຸມຢາເສພຕິດ ຕາມສະຖານບັນເທີງຍາກກໍຕາມ ເພື່ອບັນລຸແຜນດຳເນີນງານ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂ ບັນຫາຢາເສພຕິດ ແຕ່ປີ 2021-2023.
ນອກຈາກນີ້ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມ ຜູ້ທີ່ຮູ້ຈັກກັບການຂາຍ ກາເຟມ່ວນ ຢູ່ບ້ານວຽງຄຳ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເພື່ອສອບຖາມ ກ່ຽວກັບການແຜ່ກະຈາຍ ຂອງກາເຟມ່ວນ ພາຍໃນເມືອງ ແລະໄດ້ຮັບການຢືນຢັນວ່າ ມີກາເຟມ່ວນຂາຍ ພາຍໃນເມືອງຫຼວງນໍ້າທາເທົ່ານັ້ນ ແຕ່ຣາຍລະອຽດເລິກກ່ວານີ້ ບໍ່ສາມາດໃຫ້ຄຳຕອບໄດ້. ສ່ວນຊາວລາວທົ່ວໄປ ທີ່ບໍ່ຢູ່ໃນກຸ່ມຜູ້ໃຊ້ສານເສພຕິດ ສ່ວນໃຫຍ່ຈະບໍ່ຮູ້ເລີຍວ່າ ມີກາເຟມ່ວນ ຢູ່ພາຍໃນປະເທດລາວແລ້ວ. ອີງຕາມການໂທຖາມ ຊາວລາວ ຈຳນວນ 3-4 ຄົນ ໃນວັນທີ 28 ກັນຍານີ້.