ຮຽກຮ້ອງ ໃຫ້ປັບປຸງຫ້ອງນ້ຳ ນອກສະຖານີ ຣົຖໄຟລາວ-ຈີນ ຫຼວງພຣະບາງ

ດ້ານໜ້າ ສະຖານີຣົຖໄຟ ລາວ-ຈີນ ນະຄອນຫລວງພຣະບາງ, ວັນທີ 25 ເດືອນສິງຫາ ປີ 2022.
ດ້ານໜ້າ ສະຖານີຣົຖໄຟ ລາວ-ຈີນ ນະຄອນຫລວງພຣະບາງ, ວັນທີ 25 ເດືອນສິງຫາ ປີ 2022. (RFA)

0:00 / 0:00

ປັດຈຸບັນ ຜູ້ໂດຍສານ ທີ່ໃຊ້ບໍຣິການສະຖານີ ຣົຖໄຟ ລາວ-ຈີນ ຢູ່ແຂວງຫຼວງພຣະບາງ ພົບບັນຫາເຣື່ອງຫ້ອງນໍ້າ ທີ່ຢູ່ດ້ານນອກ ສະຖານີຣົຖໄຟ ທີ່ເຈົ້າໜ້າທີ່ທາງຣົຖໄຟ ລາວ-ຈີນ ໄດ້ສ້າງໃຫ້ຜູ້ໂດຍສານ ໃຊ້ບໍຣິການ ຊົ່ວຄາວນັ້ນ ບໍ່ມີຄວາມສະອາດ, ສະພາບຫ້ອງນໍ້າ ເປິະເປື້ອນຫຼາຍ ເຮັດໃຫ້ຊາວລາວຫຼາຍຄົນ ທີ່ຕ້ອງການໃຊ້ ບໍຣິການຫ້ອງນໍ້າ ດ້ານນອກນັ້ນ ບໍ່ກ້າໃຊ້ ປະສົບບັນຫາຫຍຸ້ງຍາກ ລໍາບາກຫຼາຍ ເພາະບໍ່ສາມາດເຂົ້າໄປໃຊ້ ຫ້ອງນໍ້າໃນໂຕອາຄານ ສະຖານີຣົຖໄຟໄດ້ ເນື່ອງຈາກເຈົ້າໜ້າທີ່ ກໍານົດເວລາ ເຂົ້າ-ອອກ ໃນການຂຶ້ນຣົຖໄຟ, ຖ້າເຈົ້າໜ້າທີ່ ບໍ່ເປີດໃຫ້ເຂົ້າ ກໍບໍ່ສາມາດເຂົ້າ ຫ້ອງນໍ້າພາຍ ໃນອາຄານໄດ້.

ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວລາວຫຼາຍຄົນ ກໍຢາກໃຫ້ເຂົ້າໜ້າທີ່ ບໍຣິສັດທາງຣົຖໄຟ ລາວ-ຈີນ ແກ້ໄຂບັນຫາຫ້ອງນໍ້າ ທີ່ຢູ່ດ້ານນອກອາຄານ ໃຫ້ສະອາດ ພ້ອມທັງໃຫ້ໃຊ້ໄດ້ ໂດຍໃຫ້ມີພະນັກງານ ມາເບິ່ງແຍງ ຮັກສາ ຄວາມສະອາດ ຢູ່ຢ່າງຕໍ່ເນື່ອງ.

ດັ່ງຊາວລາວ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 19 ຕຸລາ ນີ້ວ່າ:

“ເວົ້າເຖິງເຣື່ອງຫ້ອງນໍ້າ ມັນກໍບໍ່ດ້ສະອາດເນາະ ບໍ່ດີປານໃດຫັ້ນນ່າ ມັນກໍຂອງຣົຖໄຟຫັ້ນແຫຼ້ວ ບໍ່ມີຄວາມສະອາດ ກະຂີ້ບໍ່ອອກ ກະຕ້ອງເພີ່ມພະນັກງານ ທໍາຄວາມສະອາດຫັ້ນແຫຼະ ທໍາຄວາມສະອາດທຸກໆຊົ່ວໂມງນຶ່ງບໍ 30 ນາທີບໍ ຕ້ອງມີຄົນໄປທໍາຄວາມສະອາດ ຫຼືວ່າ ມີແຂກຫຼາຍ ກໍຕ້ອງໄປທໍາຄວາມສະອາດຫຼາຍຫັ້ນນ່າ.”

ຂະນະທີ່ ຊາວລາວອີກທ່ານນຶ່ງ ກໍໄດ້ກ່າວວ່າ ໃນວັນທີ 18 ຕຸລາ 2022 ທີ່ຜ່ານມາ ກໍເຫັນຊາວລາວ ທ່ານນຶ່ງ ໄດ້ແບ່ງປັນຄລິບວິດິໂອ ຫ້ອງນໍ້າ ດ້ານນອກສະຖານີ ຣົຖໄຟ ແຂວງຫຼວງພຣະບາງ ມີສະພາບເປິ້ະເປຶື້ອນແຮງ ແລະຕ້ອງການເຂົ້າຫ້ອງນໍ້າ ກໍບໍ່ກ້າເຂົ້າໃຊ້ ເຮັດໃຫ້ລໍາບາກຫຼາຍ ຕ້ອງໄປຊອກຫາເຂົ້າຫ້ອງນໍ້າ ຢູ່ບ່ອນອື່ນ ເຊິ່ງກໍເປັນເຣື່ອງທີ່ ເຈົ້າໜ້າທີ່ຣົຖໄຟ ລາວ-ຈີນ ຄວນຈະແກ້ໄຂ ແລະປັບປຸງ ໃຫ້ມັນດີຂຶ້ນຢ່າງເລັ່ງດ່ວນ ເພາະເປັນສະຖານີ ທີ່ມີຄົນຕ່າງປະເທດ, ຕ່າງແຂວງ, ຕ່າງເມືອງ ພາກັນມາໃຊ້ບໍຣິການຈໍານວນຫຼາຍ:

“ແມ່ນຫ້ອງນໍ້າ ຢູ່ລຸ່ມຂອງສະຖານີ ກໍຕ້້ອງໄດ້ປັບປຸງຫັ້ນແລ້ວ ຂໍໃຫ້ມັນສະອາດຫັ້ນແລ້ວ ຫຼາຍຄົນໃຊ້ ແຂກຕ່າງບ້ານ ຕ່າງເມືອງມາເນາະ ກໍຕ້ອງໄດ້ແກ້ໄຂຫັ້ນແຫຼະ.”

ພ້ອມດຽວກັນນີ້ ໄກ໋ດ໌ນໍາທ່ຽວ ໃນລາວທ່ານນຶ່ງ ກ່າວວ່າ ທ່ານເອງ ກໍໄດ້ເຫັນຄລິບວິດິໂອ ດັ່ງກ່າວແລ້ວ ທີ່ແບ່ງປັນ ໃນສື່ສັງຄົມ ອອນລາຍນ໌ ເຣື່ອງຫ້ອງນໍ້າດ້ານນອກ ຢູ່ສະຖານີຣົຖໄຟ ແຂວງຫຼວງພຣະບາງ ມີສະພາບເປິ້ະເປື້ອນແຮງ ນັ້ນ ຖືວ່າເປັນເຣື່ອງທີ່ຮັບບໍ່ໄດ້ ແລະສະຖານີຣົຖໄຟ ແຂວງຫຼວງພຣະບາງ ເປັນສະຖານີ ທີ່ນັກທ່ອງທ່ຽວ ເດີນທາງມາກັນຫຼາຍ ມາພົບເຫັນສະພາບ ຫ້ອງນໍ້າບໍ່ສະອາດ ກໍເຮັດໃຫ້ເສັຍພາບພົດ ທີ່ດີ ຂອງການທ່ອງທ່ຽວ ລະດັບໂລກ:

"ເອີ່ ! ເຫັນແລ້ວ ໜັກຫຼາຍລາວ ໂອ້ຮັບບໍ່ໄດ້ເລີຍ ຢາກໃຫ້ເພິ່ນແກ້ໄຂຫັ້ນແຫຼະເນາະ ຕ້ອງມີເຈົ້າໜ້າທີ່ ທໍາຄວາມສະອາດຢູ່ນັ້ນເນາະ ປະຈໍາຢູ່ນັ້ນແຫຼະ ແບບວ່າຄົນຕ່າງປະເທດ ມາເຂົາກະ ໂອ້ເຂົາຮັບບໍ່ໄດ້ຄືກັນແຫຼະ ວ່າປະເທດເຮົາມັນເປັນແນວນີ້ເນາະ."

ບັນຫາດັ່ງກ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ສະຖານີຣົຖໄຟ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກໍໄດ້ກ່າວໃນມື້ດຽວກັນນີ້ວ່າ ຍັງບໍ່ທັນໄດ້ເຫັນຄລິບວິດິໂອ ຫ້ອງນໍ້າດ້ານນອກ ສະຖານີຣົຖໄຟ ແຂວງຫຼວງພຣະບາງ ທີ່ເປິ້ະເປື້ອນເທື່ອ ແຕ່ຈະໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງລົງໄປກວດກາເບິ່ງ ແລະຫາກພົບກໍຈະແກ້ໄຂ ເຊິ່ງຫ້ອງນໍ້າດ້ານນອກນັ້ນ ເປັນຫ້ອງນໍ້າ ທີ່ທາງການໄດ້ສ້າງໃຫ້ ຜູ້ໂດຍສານໃຊ້ບໍຣິການຊົ່ວຄາວ ປົກກະຕິ ກໍມີເຈົ້າໜ້າທີ່ ໄປທໍາຄວາມສະອາດຢູ່:

“ຍັງບໍ່ເຫັນຄລິບນ່າ ປົກກະຕິ ກໍຕ້ອງມີພະນັກງານ ເຮົາອະນາມັຍປະຈໍາຢູ່ແລ້ວແຫຼະ ໂຕນີ້ດຽວໆ ຂໍກວດເບິ່ງກ່ອນເດີ້ ຍັງບໍ່ໄດ້ຮັບຂ່າວນ່າໂຕນີ້ ຊິໄດ້ແຈ້ງພາກສ່ວນທີ່ກ່ຽວຂ້ອງ ລົງໄປກວດເບິ່ງ.”

ທີ່ຜ່ານມາ ສະຖານີຣົຖໄຟລາວ-ຈີນ ນະຄອນຫຼວງວຽງຈັນ ແລະສະຖານີຣົຖໄຟ ແຂວງຫຼວງພຣະບາງ ກໍເກີດບັນຫາ ເຣື່ອງຫ້ອງນໍ້າດ້ານນອກອາຄານ ເນື່ອງຈາກບໍ່ມີຫ້ອງນໍ້າ ໃຫ້ຜູ້ໂດຍສານໃຊ້ບໍຣິການ ຈຶ່ງເຮັດໃຫ້ ຜູ້ທີ່ໄປລຽນຄິວຖ້າຊື້ປີ້ ທີ່ລໍຖ້າຢູ່ດ້ານນອກ ບໍ່ມີຫ້ອງນໍ້າໃຊ້ ຫຼາຍຄົນຈຶ່ງຈົ່ມວ່າ ພວກເຂົາເຈົ້າປະສົບບັນຫາ ຫຍຸ້ງຍາກລໍາບາກ ຮວມເຖິງບັນຫາການຊື້ປີ້ ທີ່ລໍຖ້າລຽນຄິວດົນ ກາຍເປັນຫາງສຽງ ທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ຈະຕ້ອງແກ້ໄຂ.
ກ່ອນໜ້ານີ້ ໃນວັນທີ 3 ສິງຫາ 2022 ທີ່ຜ່ານມາ ອີງຕາມການຣາຍງານ ຂອງທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອໍານວຍການໃຫຍ່ ບໍຣິສັດທາງຣົຖໄຟ ລາວ-ຈີນ ໄດ້ຊີ້ແຈງບັນຫາດັ່ງກ່າວວ່າ ຍອມຮັບຕໍ່ຂໍ້ຜິດພາດ ດັ່ງກ່າວ ແລະໄດ້ແກ້ໄຂເຣື່ອງຫ້ອງນໍ້າ ໂດຍໄດ້ຈັດສັນຊັ້ນ 2 ຂອງອາຄານສະຖານີ ມາເປັນຈຸດບໍຣິການ.

ສ່ວນທາງດ້ານສະຖານີຣົຖໄຟ ແຂວງຫຼວງພຣະບາງ ກໍມີການສ້າງຫ້ອງນໍ້າ ຢູ່ດ້ານນອກສະຖານີຣົຖໄຟ ໄວ້ຊົ່ວຄາວ ເຊິ່ງຫ່າງຈາກໂຕສະຖານີ ປະມານ 200-300 ແມັດ ໄວ້ໃຫ້ຜູ້ໂດຍສານ ທີ່ລໍຖ້າດ້ານນອກໃຊ້ບໍຣິການ.

ນອກຈາກນີ້ ບໍຣິສັດທາງຣົຖໄຟລາວ-ຈີນ ກໍກໍາລັງດໍາເນີນການ ສ້າງລະບົບ ຊ໋ອບຕ໌ແວຣ໌ (Software) ເພື່ອຈະຕິດຕັ້ງ ການຂາຍປີ້ຣົຖໄຟ ທາງອອນລາຍນ໌ ຄາດວ່າ ຈະສໍາເຣັດ ໃນທ້າຍປີ 2022.

ປັດຈຸບັນ ຣົຖໄຟລາວ-ຈີນ ກາຍເປັນທາງເລືອກ ໃນການເດີນທາງ ຂອງຫຼາຍຄົນ ທີ່ຕ້ອງການ ໃຊ້ບໍຣິການ ຍ້ອນມີຄວາມສະດວກ ແລະວ່ອງໄວໃນການເດີນທາງ.