ຄົນງານລາວ ເສັຽຊີວິຕ 3 ຄົນ ຈາກຣົຖຕູ້ ຕຳທ້າຍຣົຖ 10 ລໍ້
2022.09.27

ໃນວັນທີ 26 ກັນຍາ 2022 ນີ້ ໄດ້ເກີດອຸບັດຕິເຫດ ຣົຖຕູ້ໂດຍສານຕຳກັບຣົຖ 10 ລໍ້ ທີ່ 4 ແຍກໄຟແດງກະແສ ຖນົນບ້ານບຶງ ເມືອງແກລງ ແຂວງຣະຍອງ ຂອງໄທຍ ເຊິ່ງໃນນັ້ນມີຄົນງານລາວ 14 ຄົນ ພວມເດີນທາງໄປຈໍ້າກາ ເຂົ້າ-ອອກເມືອງ ທີ່ແຂວງຈັນທະບູຣີ. ຈາກເຫດການດັ່ງກ່າວ ໄດ້ເຮັດໃຫ້ຄົນງານລາວເສັຍຊີວິຕ 3 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ ສ່ວນຄົນໄທຍ 1 ຄົນ ທີ່ເປັນຜູ້ຂັບຣົຖຕູ້ ໂດຍສານ ໄດ້ຮັບບາດເຈັບສາຫັດ.
ສຳລັບຜູ້ເສັຍຊີວິຕ 3 ຄົນນັ້ນ ເປັນແມ່ຍິງລາວທັງໝົດ ນຶ່ງໃນນັ້ນ ເປັນຄົນບ້ານທ່າປະຊຸມ ເມືອງສອງຄອນ ແຂວງສວັນນະເຂດ ສ່ວນສົບຜູ້ເສັຍຊີວິຕ 1 ຄົນ ໄດ້ມີພີ່ນ້ອງຕິດຕໍ່ ນຳສົບໄປເຮັດພິ ທີທາງສາສນາ ຢູ່ລາວແລ້ວ ສ່ວນສົບອີກ 2 ຄົນ ຢູ່ລະຫວ່າງລໍຖ້າ ພີ່ນ້ອງຕິດຕໍ່ເຂົ້າມາຮັບ ເອົາສົບໄປທຳພິທີທາງສາສນາ.
ດັ່ງເຈົ້າໜ້າທີ່ ກູ້ພັຍພຸດທະສາດ ເມືອງແກລງ ແຂວງຣະຍອງ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 27 ເດືອນກັນຍານີ້ວ່າ:
“ເຂົາເຊົ່າຣົຖມາທັງໝົດ 3 ຄັນ ເຂົາວ່າ ເຂົາຢູ່ກຸງເທບ ເຂົາພາກັນມາທຳພາສປອຕ ແຖວໆນັັ້ນ ຄັນທຳອິດໄປແລ້ວເຖິງແລ້ວ ຄັນທີ່ສອງ ກໍໃກ້ຈະເຖິງແລ້ວ ແຕ່ຄັນນີ້ມັນຍັງຢູ່ເຂດເມືອງແກລງຢູ່ ເຂົາຈຶ່ງປະສົບອຸບັດຕິເຫດກ່ອນ 3 ສົບນັ້ນແຫລະ ເປັນລາວ ເຂົາເອົາໄປແລ້ວສົບນຶ່ງ.”
ເຈົ້າໜ້າທີ່ກູ້ພັຍ ທ່ານນີ້ ຍັງກ່າວຕື່ມວ່າ ຄົນງານລາວກຸ່ມດັ່ງກ່າວ ໄດ້ເໝົາຣົຖຕູ້ໂດຍສານມາ 3 ຄັນເພື່ອໄປຈໍ້າກາ ເຂົ້າ-ອອກເມືອງ ທີ່ແຂວງຈັນທະບູຣີ ເຊິ່ງຄັນທຳອິດ ໄປເຖິງແຂວງຈັນທະບູຣີແລ້ວ ສ່ວນຄັນທີ່ສອງ ຍັງຢູ່ລະຫວ່າງກາງທາງ ສ່ວນຄັນທີ່ 3 ນີ້ ເກີດອຸບັດຕິເຫດກ່ອນ.
ສຳລັບຣົຖຕູ້ ຄາດວ່າບໍ່ແມ່ນຣົຖສ່ວນບຸກຄົນ ແຕ່ໜ້າຈະເປັນຣົຖ ຂອງບໍຣິສັດ ແຕ່ຍັງບໍ່ຮູ້ວ່າ ບໍຣິສັດໃດ ແລະ ຕາມກົດໝາຍ ເຈົ້າຂອງຣົຖຕູ້ ຕ້ອງຈ່າຍຄ່າເສັຽຫາຍ.
“ເປັນຣົຖຕູ້ຂອງບໍຣິສັດ ແຕ່ບໍ່ຮູ້ວ່າບໍຣິສັດອີ່ຫຍັງ ເຂົາຈະສົດໃຊ້ເສັຍຫາຍແນວໃດ ຍັງບໍ່ຮູ້ເລີຍນ່າ ບໍຣິສັດຕ້ອງຮັບຜິດຊອບ ມັນເປັນຣົຖຕູ້ປ້າຍເຫລືອງດ້ວຍອ່ະ ມັນເປັນແບບຂອງໂດຍສານ ຮັບສົ່ງຜູ້ໂດຍສານອິຫຍັງຈັ່ງຊີ້.”
ອີງຕາມການຣາຍງານ ຂອງສຳນັກຂ່າວທ້ອງຖິ່ນໃນໄທຍ ໄດ້ຣາຍງານວ່າ ເຈົ້າໜ້າທີ່ໄດ້ໄປສອບສວນ ຜູ້ເຫັນເຫດການໃນເບຶ້ອງຕົ້ນ ພົບວ່າ ຣົຖບັນທຸກ 10 ລໍ້ ຈອດຕິດໄຟແດງ ທີ່ສີ່ແຍກດັ່ງກ່າວຢູ່ ແຕ່ຣົຖຕູ້ໄດ້ຂັບມາດ້ວຍຄວາມໄວ ໂດຍບໍ່ມີການຫລຸດຜ່ອນຄວາມໄວ ເຮັດໃຫ້ຣົຖຕູ້ພຸ່ງຕຳ ທ້າຍຮົຖສິບລໍ້ຢ່າງແຮງ ຄາດວ່າຄົນຂັບຣົຖຕູ້ລັບໃນ. ສ່ວນຜູ້ໂດຍສານ ທີ່ໄດ້ຮັບບາດເຈັບທ່່ານນຶ່ງ ທີ່ຍັງມີສະຕິຢູ່ ໃຫ້ການກັບເຈົ້າໜ້າທີ່ວ່າ ທັງໝົດເປັນຄົນສັນຊາຕລາວ ໄດ້ເຊົ່າເໝົາຣົຖຕູ້ ໃຫ້ເດີນທາງ ໄປຈໍ້າກາເຂົ້າ-ອອກເມືອງ ຢູ່ແຂວງຈັນທະບູຣີ ເຊິ່ງທຸກຄົນຕ່າງກໍນອນຫລັບ ໃນເວລານັ້ນເປັນເວລາ ປະມານ 3 ໂມງເຊົ້າ.

ຂະນະທີ່ ເຈົ້າໜ້າທີ່ຕຳຣວດ ແຂວງຣະຍອງ ທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວວ່າ ສ່ວນການຊົດເຊີຍຄ່າເສັຍຫາຍ ໃນທາງກົດໝາຍ ກໍຕ້ອງມີການຊົດເຊີຍຢູ່ແລ້ວ ແຕ່ຍັງບໍ່ຮູ້ຣາຍລະອຽດ ຕ້ອງເຮັດຕາມຂະບວນການກົດໝາຍ ສ່ວນຜູ້ຂັບຣົຖ ກໍມີຄວາມຜິດ ໃນຂໍ້ຫາ ຂັບຣົຖດ້ວຍຄວາມປະມາດ ເຮັດໃຫ້ຜູ້ອື່ນເສັຍຊີວິຕ.
“ຜິດຄັບ ປະມາດແຫລະ ຣາຍລະອຽດຍັງບໍ່ຮູ້ ທາງຣົຖມີປະກັນ ເບື້ອງຕົ້ນ ມັນກໍມີການຊົດໃຊ້ຢູ່ແລ້ວ ຈ່າຍແນວໃດ ຍັງຕອບບໍ່ຖືກ ຍັງຮັກສາໂຕ ກັນຢູ່.”
ເບື້ອງຕົົ້ນ ເຈົ້າໜ້າທີ່ຕຳຣວດ ຈະສອບສວນຄົນຂັບຣົຖ 10 ລໍ້ຕື່ມ ແລະ ຕຽມສອບສວນ ຜູ້ຂັບຮົຖໂດຍສານ ພາຍຫລັງທີ່ເຊົາ ຈາກການບາດເຈັບ ເພຶ່ອໄປດຳເນີນຄະດີຕາມກົດໝາຍ
ກ່ຽວກັບເຫດການ ດັ່ງກ່າວນີ້ ຊາວລາວ ໃນແຂວງສວັນນະເຂດ ທ່ານນຶ່ງກໍ່ຮູ້ສຶກ ສະເທືອນໃຈ ແລະເສົ້າ ແທນຍາດພີ່ນ້ອງ ທີ່ຕ້ອງສູນເສັຽຄົນ ໃນຄອບຄົວ ຈາກການອຸບັດຕິເຫດ ແບບບໍ່ຄາດຄິດ ເພາະ ຄົນງານລາວສ່ວນໃຫຍ່ໄປໄທຍ ກໍເພື່ອໄປເຮັດວຽກ ຫາເງິນສົ່ງໃຫ້ພໍ່ແມ່ພີ່ນ້ອງ ໃຫ້ມີຄວາມເປັນຢູ່ດີຂຶ້ນ ເມື່ອເກີດອຸບັດຕິເຫດຂຶ້ນ ກໍເປັນເຣຶ່ອງທີ່ເສົ້າໃຈ ເຊິ່ງເຈົ້າຂອງຣົຖຕູ້ ຄວນຮັບຜິດຊອບ ຄ່າເສັຍຫາຍນຳດ້ວຍ.
“ເສັຍໃຈນຳຄອບຄົວເຂົາຫັ້ນແລ້ວ ຜູ້ໃດກໍບໍ່ຢາກໃຫ້ມັນເກີດ ກໍໄດ້ໄປກໍຍ້ອນບໍ່ມີຫັ້ນແລ້ວ ຂາດເຂີນໃນຄອບຄົວຫັ້ນແລ້ວ ຜູ້ໃດພາເກີີດອຸບັດຕິເຫດ ຜູ້ນັ້ນຮັບຜິດຊອບຫັ້ນແລ້ວ ຣົຖຕູ້ແຫລະ ຄວນຮັບຜິດຊອບຫັ້ນແຫລະ.”
ພ້ອມດຽວກັນ ຊາວລາວ ໃນແຂວງສວັນນະເຂດ ອີກທ່ານນຶ່ງ ກໍກ່າວວ່າ ກໍເປັນເຣຶ່ອງທີ່ບໍ່ນ່າເກີດຂຶ້ນກັບຄົນງານລາວ ທີ່ເຂົາເຈົ້າຕັ້ງໃຈໄປເຮັດວຽກເພຶ່ອຫາເງິນ ເພາະຢູ່ລາວມັນຫາງານຍາກ ເຊິ່ງກໍຮູ້ສຶກເສົ້າໃຈ ແລະ ສະແດງຄວາມເສັຍໃຈ ກັບຍາຕິພີ່ນ້ອງເຂົາເຈົ້ານຳດ້ວຍ.
“ກະເສົ້າຢູຫັ້ນແລ້ວ ມັນກະຄືວ່າຫັ້ນແຫລະ ບ້ານເຮົາມັນບໍ່ມີງານໃຫ້ເຂົາເຮັດ ມັນຈຳເປັນສ່ຽງເອົາຕົວລອດໃຜມັນຫັ້ນນ່າ ແຕ່ວ່າ ພຣບ ການຄົມມະນາຄົມ ຣົຖເຂົາ ແລ້ວເຂົາຈະຊົດເຊີຍນ່າ.”
ກ່ອນໜ້ານີ້ ໃນວັນທີ 18 ສິງຫາ 2019 ຣົຖຕູ້ຂອງບໍຣິສັດແຫ່ງນຶ່ງ ທີ່ຮັບຈ້າງຂົນສົ່ງຄົນງານລາວ ເພຶ່ອໄປຕໍ່ພາສປອຕ ຢູ່ດ່ານຜ່ານແດນຖາວອນ ບ້ານແຫລມ ເມືອງສອຍດາວ ແຂວງຈັນທະບູຣີ ຕຳຣົຖ 10 ລໍ້ຢ່າງແຮງ ຢູ່ຖນົນ ສຣະແກ້ວ-ຈັນທະບູຣີ ເຊິ່ງໃນນັນມີຄົນງານລາວ 13 ຄົນ ເຮັດໃຫ້ຄົນລາວເສັຍຊີວິຕ ທັງໝົດ 11 ຄົນ.
ກ່ອນໜ້ານີ້ ໃນໄລຍະເດືອນຕຸລາ ປີ 2013 ກໍເກີດເຫດການ ຄົນງານລາວເສັຽຊີວິຕ 19 ຄົນ ຈາກອຸບັດຕິເຫດ ຣົຖກະບະ ເສັຽຫລັກຕຳຕົ້ນໄມ້ ຢູ່ເມືອງບ້ານດ່ານ ແຂວງບຸຣິຣັມ ຂອງໄທຍ ໂດຍຣົຖກະບະ ໄດ້ຂົນຄົນງານລາວ ຈາກແຂວງສະມຸດປະການ ມຸ້ງໜ້າໄປຍັງແຂວງອຸບົລຣາຊທານີ ເພຶ່ອເດີນທາງກັບພູມລຳເນົາ ຜ່ານຊ່ອງທາງ ດ່ານຊອງເມກ-ວັງເຕົ່າ ແຕ່ຈາກການກວດສອບ ຂອງເຈົ້າໜ້າທີ່ ຕຳຣວດ ພົບວ່າ ຄົນງານລາວດັ່ງກ່າວ ບໍ່ມີເອກສານ ບັດປະຈຳຕົວຖືກຕ້ອງ.