ຄົນງານລາວ ທີ່ເຮັດວຽກສ່ຽງອັນຕະລາຍ ແຕ່ບໍ່ມີສະຫວັດດີການ

ອາວະຣີ
2024.08.09
ຄົນງານລາວ ທີ່ເຮັດວຽກສ່ຽງອັນຕະລາຍ ແຕ່ບໍ່ມີສະຫວັດດີການ ຄົນງານລາວ ກຳລັງນັ່ງລົດໄປເຮັດວຽກ, ຢູ່ແຂວງຈຳປາສັກ. ເດືອນສິງຫາ ປີ 2023.
RFA

ຄົນງານລາວສ່ວນຫຼາຍ ເປັນຄົນງານທີ່ບໍ່ມີຄວາມຮູ້ແລະຄວາມຊຳນິຊຳນານໃນການເຮັດວຽກ ແລະຫຼາຍຄົນ ກໍຈຳເປັນຕ້ອງໄດ້ເຮັດວຽກທີ່ອັນຕະລາຍໂດຍທີ່ບໍ່ໄດ້ຮັບຄ່າຈ້າງເພິ້ມແລະໂດຍທີ່ບໍ່ໄດ້ຮັບຄຳແນະນຳຊ່ວຍເຫຼືອຈາກນາຍຈ້າງແລະຈາກເຈົ້າໜ້າທີ່ທາງການທີ່ກ່ຽວຂ້ອງ. ບາງຄົນ ກໍໄດ້ຮັບບາດເຈັບແລະເສັຍຊີວິດຍ້ອນ ໂດຍທີ່ບໍ່ໄດ້ຮັບຄ່າປິ່ນປົວຫຼືຄ່າເສັຍຊີວິດເລີຍ, ອີງຕາມຄຳເວົ້າຂອງຄົນງານແລະເຈົ້າໜ້າທີ່ລາວຫຼາຍໆຄົນ.

ເມື່ອປີທີ່ແລ້ວ ຄົນງານຜູ້ໜຶ່ງ ທີ່ເຮັດວຽກເປັນເມການິກແປງລົດ ແລະໄດ້ລົງໄປເຮັດວຽກແປງລົດຢູ່ໃຕ້ອຸໂມງຂຸດຄົ້ນເກືອກາລີຢູ່ຊານເມືອງ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ເລົ່າຄວາມອັນຕະລາຍໃນການເຮັດວຽກຂອງເຂົາ ສູ່ວິທະຍຸເອເຊັຍເສຣີຟັງວ່າ ໂຕເຂົາເອງ ພ້ອມກັບຄົນງານລາວແລະຈີນຫຼາຍຄົນ ຈຳເປັນຕ້ອງລົງໄປເຮັດວຽກຢູ່ອຸໂມງໃຕ້ດິນເລິກແລະຍາວຫຼາຍຮ້ອຍແມັດ ຊຶ່ງເປັນວຽກທີ່ອັນຕະລາຍຫຼາຍ ແຕ່ລະມື້ກໍມີຄົນເປັນລົມ ແລະສະຫຼົບໄປເລີຍ ຍ້ອນຂາດອາກາດຫັນໃຈ ແລ້ວກໍຖືກນຳສົ່ງກັບຄືນມາໜ້າດິນ; ຜ່ານມາ ມີຜູ້ເສັຍຊີວິດຫຼາຍຄົນແລ້ວ. ສຳຫຼັບຜູ້ເສຍຊີວິດ ທາງບໍລິສັດ ກໍໃຊ້ຄ່າຫົວຫຼືຄ່າຊົດເຊີຍພຽງເລັກໜ້ອຍ.

ເຊັ່ນດຽວກັນ ຄົນຮັບຈ້າງຂັບລົດດຸດຜູ້ໜຶ່ງ ທີ່ບໍ່ປະສົງບອກຊື່ ໄດ້ເລົ່າເຖິງຄວາມອັນຕະລາຍຂອງວຽກງານດັ່ງກ່າວວ່າ ກ່ອນເລິ້ມເຮັດວຽກຫຼືໃນເວລາເຮັດວຽກ ເຂົາເອງກໍບໍ່ໄດ້ຮັບຄຳແນະນຳຈາກນາຍຈ້າງເລີຍວ່າ ຕ້ອງລະມັດລະວັງແນວໃດໃນເວລາເຮັດວຽກ ເພື່ອຫຼີກລ້ຽງອຸປະຕິເຫດ ດັ່ງຄົນຂັບລົດຜູ້ນີ້ໄດ້ກ່າວອີກວ່າ: ອັນຕະລາຍ (ການຝຶກອົບຮົມກ່ຽວກັບຄວາມປອດໄພ) ບໍ່ເຄີຍ ບໍ່ເຄີຍມີ ບໍ່ເຄີຍມີອັນໃດເນາະ ສ່ວນຫຼາຍມັນກໍມີແຕ່ວຽກອັນຕະລາຍ.”

ຄົນຂັບລົດດຸດຜູ້ນີ້ກ່າວຕື່ມວ່າ ຕາມກົດໝາຍແຮງງານແລ້ວ ນາຍຈ້າງຕ້ອງຈ່າຍຄ່າແຮງງານເພິ້ມອີກ 15 ສ່ວນຮ້ອຍສຳລັບຜູ້ເຮັດວຽກທີ່ອັນຕະລາຍ; ແຕ່ນາຍຈ້າງຢູ່ລາວສ່ວນຫຼາຍ ຍັງບໍ່ປະຕິບັດຕາມກົດໝາຍດັ່ງກ່າວນີ້ເທື່ອ.

ສ່ວນຜູ້ຂັບລົດຍົກຄົນໜຶ່ງ ກໍກ່າວວ່າ ວຽກຂັບລົດຍົກເຄື່ອງໜັກ ກໍຖືວ່າ ເປັນວຽກໜຶ່ງ ທີ່ອັນຕະລາຍຫຼາຍ ຕ້ອງໄດ້ໃສ່ອຸປະກອນປ້ອງກັນຄວາມອັນຕະລາຍຢ່າງຄັກແນ່ ແຕ່ຫົວໜ້າງານຫຼືນາຍຈ້າງຫຼາຍຄົນ ບໍ່ເອົາໃຈໃສ່ໃນການປ້ອງກັນຄວາມອັນຕະລາຍນີ້ເລີຍ ບໍ່ກຳກັບໃຫ້ລູກນ້ອງຕ້ອງໃສ່ອຸປະກອນປ້ອງກັນຢ່າງຄັກແນ່ເທົ່າທີ່ຄວນ. ຄົນຂັບລົດຍົກຜູ້ນີ້ກ່າວອີກວ່າ ເຂົາຕ້ອງລະມັດລະວັງດ້ວຍຕົນເອງ.

ໃຊ້ສະມາທິສຸດໆແຫຼະ ອັນຕະລາຍ ເວລາຍົກເຄື່ອງສຸກເສີນສຸກຫຍັງ ແມ່ນຂື້ນກັບໂຊເຟີມົດທຸກຢ່າງແຫຼະ ໂຊເຟີ້ມັນບໍ່ໄດ້ ກໍບໍ່ໄດ້ ມັນກໍຂື້ນກັບອັນນັ້ນແຫຼະ ຂື້ນກັບຄົນ ຂື້ນກັບຫົວໜ້າທິມງານ ຫັ້ນແຫຼະ.”

ຊາວລາວຄົນນຶ່ງ ທີ່ເຮັດວຽກຢູ່ສວນກ້ວຍຈີນຢູ່ເມືອງປາກງື່ມ ໃນເຂດນະຄອນຫຼວງວຽງຈັນ ໄດ້ເລົ່າສູ່ວິທະຍຸເອເຊັຍເສຣີຟັງວ່າ ວຽກຢູ່ສວນກ້ວຍຈີນ ກໍເປັນວຽກໜັກແລະອັນຕະລາຍຫຼາຍເຊັ່ນກັນ; ຄົນລາວ ທີ່ເຮັດວຽກຢູ່ສວນກ້ວຍຈີນຫຼາຍຄົນ ໄດ້ຮັບຜົນກະທົບ ມີບັນຫາສຸກຂະພາບ ເປັນດຸ່ມຕາມຕົນໂຕ ແລະເບື່ອເມົາສານເຄມີ ເນື່ອງຈາກສວນກ້ວຍຈີນ ໃຊ້ປຸຍເຄມີ ແລະສານພິດເຄມີຫຼາຍໆຢ່າງ; ຜ່ານມາ ຄົນງານລາວເຈັບປ່ວຍແລະເສຍຊີວິດແລ້ວຫຼາຍຄົນ. ໃນເວລາມີຄົນເສຍຊີວິດ ທາງສວນກ້ວຍ ກໍປິດລັບ ບໍ່ມີການເປີດເຜີຍແນວໃດເລີຍ.

ສ່ວນເຈົ້າໜ້າທີ່ແຮງງານຢູ່ນະຄອນຫຼວງວຽງຈັນນາງໜຶ່ງກ່າວວ່າ ໃນປະເທດລາວ ມີວຽກງານທີ່ອັນຕະລາຍຫຼາຍຢ່າງ ເປັນຕົ້ນວຽກກໍ່ສ້າງແລະວຽກຂຸດຄົ້ນບໍ່ແຮ່ ເພາະວຽກງານເຫຼົ່ານີ້ ຈຳເປັນຕ້ອງໃຊ້ເຄື່ອງຈັກໜັກ ແລະຕ້ອງເຮັດວຽກຢູ່ເຂດພູດອຍ ທີ່ທຸລະກັນດານ ສ່ຽງຕໍ່ອຸປະຕິເຫດ ໂດຍສະເພາະເຫດການດິນເຈື່ອນ. ເຈົ້າໜ້າທີ່ຜູ້ນີ້ອະທິບາຍຕື່ມວ່າ:

ອັນຕະລາຍຫວະ ອັນຕະລາຍແບບເກີດອຸປະຕິເຫດ ເກີດອຸປະຕິເຫດແມ່ນຫຍັງ ກໍ່ສ້າງແມ່ນຫຍັງມັນກໍມີ ກໍ່ສ້າງມັນກໍອັນຕະລາຍຢູ່ ແຕ່ວ່າພວກຂຸດຄົ້ນບໍ່ແຮ່ບໍ່ຫຍັງມັນກໍ ເພາະວ່າຄວາມສ່ຽງມັນຫາຄວາມສ່ຽງຄືຕົກດິນເຈື່ອນແມ່ນຫຍັງເນາະມັນກໍຫຼາຍ.”

ເມື່ອບໍ່ດົນຜ່ານມາ ກົມຄຸ້ມຄອງແຮງງານ ກະຊວງແຮງງານແລະສະຫວັດດີການສັງຄົມຂອງລາວ ກໍໄດ້ຮ່ວມມືກັບບໍລິສັດເອກະຊົນ ຈັດຝຶກອົບຮົມກ່ຽວກັບການຮັກສາຄວາມປອດໄພໃນວຽກງານໃຫ້ແກ່ຄົນງານ ດັ່ງເຈົ້າໜ້າທີ່ຈາກກົມດັ່ງກ່າວ ໄດ້ກ່າວກັບວິທະຍຸເອເຊັຍເສຣີວ່າ:

ສ່ວນຫຼາຍກໍຊິເປັນອັນນ່າ ຜູ້ທີ່ຈະເອົາໄປຝຶກອົບຮົມຕໍ່ ຫຼືວ່າຫົວໜ້າໜ່ວຍງານປະມານນີ້ ຄັນດີແທ້ກໍຈະເປັນອັນນ່າ ຫົວໜ້າໜ່ວຍງານແຕ່ລະໜ່ວຍງານ ພວກ supervisors ຂອງແຕ່ລະໜ່ວຍງານ ເພາະວ່າເຮົາຈະເວົ້າເລື່ອງຂັ້ນຕອນການປະຕິບັດວຽກທີ່ມີຄວາມປອດໄພ ເຮົາຈະເໜັ້ນໃສ່ບັນດາໜ່ວຍງານຄວາມປອດໄພໃນການະຕິບັດງານ.”

ເມື່ອເດືອນມິນາປີ 2024 ນີ້, ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອຳນວຍການບໍລິສັດອິນດັສແທກຈຳກັດ ພ້ອມທັງເປັນຜູ້ກໍ່ຕ້ອງສູນຝຶກອົບຮົມກ່ຽວກັບຄວາມປອດໄພໃນເວລາເຮັດວຽກວ່າ ສູນດັ່ງກ່າວ ທີ່ຖືວ່າ ເປັນສູງທຳອິດໃນປະເທດລາວ ໄດ້ເປີດຝຶກອົບຮົມກ່ຽວກັບຄວາມປອດໄພໃນຫຼາຍຂະແໜງການ ເປັນຕົ້ນຂະແໜງການກໍ່ສ້າງ ການເຮັດວຽກຢູ່ທີ່ສູງ ການເຮັດວຽກໃນສະຖານທີ່ທີ່ຂາດອາກາດ ຕະຫຼອດເຖິງວຽກງານກູ້ໄພ ດັບເພີງ ດັບໄຟ ການຂັບລົດຟອກລີບ ແລະວຽກງານກ່ຽວກັບການໃຊ້ສານເຄມີຕ່າງໆ.

ກົດໝາຍແຮງງານລາວສະບັບປັບປຸງໃໝ່ມາດຕາ 128 ບົ່ງໄວ້ວ່າ ຜູ້ອອກແຮງງານ ທີ່ໄດ້ຮັບບາດເຈັບຈາກອຸປະຕິເຫດໃນເວລາເຮັດວຽກ ຕ້ອງໄດ້ຮັບຄ່າຮັກສາປິ່ນປົວຈາກນາຍຈ້າງ ແລະມີສິດໄດ້ຮັບເງິນເດືອນຕາມປົກກະຕິເປັນເວລາຫົກເດືອນ ຖ້າຫາກຍັງເຈັບປ່ວຍດົນນານກວ່ານັ້ນ ຜູ້ກ່ຽວ ກໍຕ້ອງໄດ້ຮັບເງິນຊ່ວຍເຫຼືອຈາກອົງການປະກັນສັງຄົມຕໍ່. ຖ້າຫາກ ຄົນງານເສຍຊີວິດ ນາຍຈ້າງ ກໍຕ້ອງຈ່າຍເງິນອຸດໜຸນແລະຄ່າຊາປະນະກິດສົບນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.