ຄົນງານລາວ ທີ່ຖືກໄຟໄໝ້ ຢູ່ໄທຍ ກັງວົນເຣື່ອງ ຄ່າປິ່ນປົວ
2022.09.20

ແມ່ຍິງລາວອາຍຸ 24 ທີ່ຂໍສງວນຊື່ ແລະນາມສະກຸນ ເຮັດວຽກຢູ່ປະເທດໄທຍ ແລ້ວໄປທ່ຽວສະຖານທີ່ບັນເທີງ Mountain B ໃນມື້ເກີດເຫດ ຈົນໂຊກຮ້າຍ ກາຍເປັນຜູ້ເສັຽຫາຍ ຖືກໄຟໄໝ້ ໃນມື້ເກີດເຫດການ ໄຟໄໝ້ ຮ້ານບັນເທີງ Mountain B ທີ່ເມືອງສັຕຫີບ ແຂວງຊົລບູຣີ ປະເທດໄທຍ ແລະ ຍັງຕົກເປັນຜູ້ເສັຽຫາຍ ໃນຄະດີໄຟໄໝ້ຮ້ານດັ່ງກ່າວ ຍ້ອນຖືກໄຟໄໝ້ແຂນທາງເບື້ອງຊ້າຍ ຈົນໄດ້ຮັບບາດເຈັບສາຫັດ ແລະຕ້ອງໄດ້ຫຍິບຮອຍບາດແຜ ແລະເຮັດກາຍະພາບ (ບຳບັດ) ຮ່າງກາຍ.
ການປີ່ນປົວ ອາການບາດເຈັບ ທັງໝົດຈຳເປັນຕ້ອງໃຊ້ເງິນ ຈຳນວນຫຼາຍແສນບາທ ເນື່ອງຈາກ ແພດ ແລະ ໝໍ ຍັງຕ້ອງຕິດຕາມ ເບິ່ງອາການ ແລະຜົລຂ້າງຄຽງ ເປັນປະຈຳທຸກເດືອນ ຊຶ່ງທາງຄອບຄົວ ກໍເປັນກັງວົນ ເຣື່ອງຄ່າໃຊ້ຈ່າຍ ທີ່ນັບມື້ຈະເພີ່ມຂຶ້ນເຣື້ອຍໆ ແລະ ຫາກຄະດີດັ່ງກ່າວ ມີຄວາມຍືດເຍື້ອ ກໍຈະສ້າງຄວາມຫຍຸ້ງຍາກ ລຳບາກໃຫ້ກັບຄອບຄົວຫຼາຍ.
ດັ່ງຜູ້ເປັນເອື້ອຍ ຂອງແມ່ຍິງລາວ ທີ່ຕົກເປັນຜູ້ເສັຽຫາຍ ໃນຄະດີໄຟໄໝ້ຮ້ານບັນເທີງ Mountain B ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 20 ກັນຍານີ້ວ່າ:
“ເຣື່ອງທີ່ກັງວົນ ກໍຄືແບບຍັງບໍ່ມີຄວາມຄືບໜ້າ ຍັງບໍ່ມີຫຍັງ ແລ້ວກາບໍ່ຄ່ອຍໄດ້ຮັບ ການຕິດຕໍ່ຫຍັງມາຈາກເຂົາ (ຜູ້ປະກອບການ) ແບບຕລອດເວລາ, ເດືອນໜ້ານີ້ວັນທີ 10 ກ່ວານີ້ ກາໂຮງໝໍຕຳຣວດ ການັດອີກ ເພາະວ່າຕ້ອງໄປຕິດຕາມແຜ.”
ຍານາງກ່າວຕື່ມວ່າ ເບື້ອງຕົ້ນທາງຄອບຄົວ ໄດ້ຮັບເງິນຢຽວຢາແລ້ວ ຈຳນວນ 70,000 ບາທ ແບ່ງເປັນເງິນຢຽວຢາ ຈາກຮ້ານບັນເທີງ Mountain B ຈຳນວນ 50,000 ບາທ ແລະ ເງິນຢຽວຢາຈາກ ທາງການໄທຍ ຈຳນວນ 20,000 ບາທ ເພື່ອຊ່ອຍຄ່າປີ່ນປົວ ອາການບາດເຈັບ, ແຕ່ຄ່າປີ່ນປົວໂຕຈິງ ຢູ່ໂຮງໝໍຕຳຣວດ ສູງເຖິງ 120,000 ບາທ ແລະ ຍັງຈະເພີ່ມຂຶ້ນເຣື້ອຍໆ ເພາະຍັງຕ້ອງເດີນທາງໄປປີ່ນປົວບາດແຜ ບໍ່ໃຫ້ຕິດເຊື້ອ ຫຼືອາການຂ້າງຄຽງ ຊຶ່ງຈະຕ້ອງປີ່ນປົວ ຈົນກ່ວາອາການບາດແຜ ຈະເປັນປົກກະຕິ.
ສຳລັບແມ່ຍິງລາວອາຍຸ 24 ປີ ທີ່ຂໍສງວນຊື່ ແລະ ນາມສະກຸນ ໄດ້ເຂົ້າມາເຮັດວຽກ ຢູ່ປະເທດໄທຍ ໄດ້ປະມານ 3 ເດືອນແລ້ວ ຊຶ່ງເດີນທາງເຂົ້າໄທຍ ໂດຍມີບັດເຮັດວຽກ ແບບຖືກກົດໝາຽ ຜ່ານລະບົບ MOU ລາວ-ໄທຍ. ປັດຈຸບັນພັກຟື້ນຮ່າງກາຍ ແລະເຮັດກາຍພາບ (ບຳບັດ) ຢູ່ເຮືອນເຊົ່າ ໃນເມືອງສັຕຫີບ.
ຂະນະທີ່ກຸ່ມຜູ້ເສັຽຫາຍ ທັງຜູ້ໄດ້ຮັບບາດເຈັບ ແລະເສັຽຊີວິຕ ມາຮອດປັດຈຸບັນ ກໍຍັງສືບຕໍ່ຮ້ອງຮຽນ ໃຫ້ພາກສ່ວນຕ່າງໆ ເລັ່ງດຳເນີນຄະດີ ແລະຈ່າຍເງິນທົດແທນ, ເງິນຢຽວຢາ ໃຫ້ກັບຜູ້ເສັຽຫາຍ ໂດຍໄວໃນຂະນະທີ່ ຜູ້ປະກອບການ ຮ້ານບັນເທີງ Mountain B ກໍຍັງມິດງຽບ ຍັງບໍ່ໄດ້ອອກມາຊີ້ແຈງ ຣາຍລະອຽດ ເຣື່ອງການຈ່າຍເງິນຢຽວຢາເທື່ອ.
ທາງດ້ານ ທ່ານ ຣົນນະຣົງ ແກ້ວເພັດ ທນາຍຄວາມ ແລະປະທານ ເຄືອນຂ່າຍຣົນນະລົງ ທວງຄືນຄວາມຍຸຕິທັມ ໃນສັງຄົມກໍໄດ້ຕາງໜ້າ ໃຫ້ກັບຜູ້ບາດເຈັບ ແລະຍາດພີ່ນ້ອງ ຂອງຜູ້ເສັຽຫາຍ ກ່າວວ່າຈະຮັບຜິດຊອບ ແນວໃດກັບຄວາມເສັຽຫາຍ ທີ່ເກີດຂຶ້ນ ແລະຂໍໃຫ້ຕຳຣວດ ກອງປາບປາມ ສຳນັກງານຕຳຣວດແຫ່ງຊາຕ ຂອງໄທຍນຳເອົາຄະດີດັ່ງກ່າວ ມາສືບສວນສອບສວນເອງ ເນື່ອງຈາກຜູ້ເສັຽຫາຍ ທັງໝົດບໍ່ເຊື່ອໝັ້ນ ໃນການເຮັດຄະດີ ຂອງຕຳຣວດໃນພື້ນທີ່ ເມືອງສັຕຫີບ ແຂວງຊົລບູຣີ.
ເນື່ອງຈາກຄະດີ ໄຟໄໝ້ຮ້ານບັນເທີງ Mountain B ມີອາຍຸຄວາມ 10 ປີ ຕາມກົດໝາຽ ຂອງປະເທດໄທຍ ແລະປັດຈຸບັນຄະດີດັ່ງກ່າວ ກໍຍັງຢູ່ໃນຂັ້ນຕອນ ຂອງການສືບສວນ, ສອບສວນ ຂອງເຈົ້າໜ້າທີ່ຕຳຣວດ ເມືອງສັຕຫີບ ຍັງບໍ່ໄດ້ມີການສຣຸບ ສາເຫດແທ້ຈິງ ສະນັ້ນແລ້ວກໍຍັງຕ້ອງລໍຖ້າກັນຕໍ່ໄປ.
ສ່ວນຜູ້ເສັຽຫາຍ ທີ່ເປັນຄົນງານຕ່າງປະເທດ ທັງຄົນງານລາວ ແລະຄົນງານວຽດນາມ ທີ່ໄດ້ຮັບອາການບາດເຈັບ ກໍຈະຕ້ອງໄດ້ລໍຖ້າໄປເລື້ອຍໆ ຈົນກ່ວາສານຈະຕັດສິນ ແລະສິ້ນສຸດຄະດີຄວາມ ຈະຕ້ອງໃຊ້ໄລຍະເວລາດົນນານ ພໍສົມຄວນ ຊຶ່ງຜູ້ເສັຽຫາຍທີ່ເປັນຄົນງານ ຕ່າງປະເທດ ກໍຕ້ອງວາງແຜນການ ດຳເນີນຊີວິຕໃຫ້ດີ.
ດັ່ງທ່ານ ຣົນນະຣົງ ແກ້ວເພັດ ທນາຍຄວາມ ແລະ ປະທານເຄືອຂ່າຍ ຣົນນະລົງທວງຄືນ ຄວາມຍຸຕິທັມໃນສັງຄົມ ປະເທດໄທຍ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຍັງຢູ່ໃນຂັ້ນຕຳຮວດຢູ່ເລີຍ (ສືບສວນສອບສວນ) ຍັງບໍ່ໄດ້ມີສົ່ງໄປເຖິງອັຍການເລີຍ ຕໍ່ໃຫ້ຄະດິສິ້ນສຸດ ກໍຍັງບໍ່ຮູ້ເລີຍວ່າ ຈະໄດ້ຮັບເງິນທົດແທນ ຫຼືບໍ່. ອາຍຸຄວາມມັນກາຢູ່ພາຍໃນ 10 ປີ ບາດທີ່ນີ້ຂອງຄົນງານຕ່າງປະເທດ ອາຈມີບັນຫາເຣື່ອງ ຖ້າມັນຕ້ອງສູ້ຄະດີກັນ ໄລຍະຍາວ ເຂົາຈະຢູ່ເມືອງໄທຍ ຕໍ່ໄດ້ບໍ່ ຊ່ຳນັ້ນແຫຼະ.”
ພາຍຫຼັງທີ່ແມ່ຍິງລາວ ອາຍຸ 24 ປີ ໄດ້ຮັບອາການບາດເຈັບ ສາຫັດ ຈົນຕ້ອງໄປປີ່ນປົວ ຢູ່ໂຮງໝໍຕຳຣວດ ໃນບາງກອກທາງເຈົ້າໜ້າທີ່ ຕຳຣວດ ຜູ້ຮັບຜິດຊອບຄະດີ ດັ່ງກ່າວກໍໄດ້ສົ່ງໜັງສື ໄປເຖິງສະຖານທູຕລາວ ຢູ່ບາງກອກປະເທດໄທຍ ເພື່ອຣາຍງານເຫດການ ທີ່ເກີດຂຶ້ນ ແລະຂໍຄວາມຊ່ອຍເຫຼືອໃນເບື້ອງຕົ້ນ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສະຖານທູຕລາວ ຢູ່ບາງກອກປະເທດໄທຍ ກ່າວວ່າ ບໍ່ໄດ້ຮັບໜັງສືນັ້ນເທື່ອ ແຕ່ ຫາກຄົນງານລາວ ທີ່ໄດ້ຮັບອາການບາດເຈັບ ແລະຕ້ອງການຄວາມຊ່ອຍເຫຼືອ ຈາກສະຖານທູດລາວກໍຕ້ອງເຮັດໜັງສື ສເນີມາເຖິງ ສະຖານທູຕລາວໂດຍຕຣົງ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາຊ່ອຍເຫຼືອ.
ດັ່ງເຈົ້າໜ້າທີ່ ສະຖານທູຕລາວ ຢູ່ບາງກອກປະເທດໄທຍ ທ່ານນຶ່ງທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຫາກແມ່ຍິງລາວ ຕ້ອງການຄວາມຊ່ອຍເຫຼືອ ຈາກສະຖານທູຕລາວ ກໍແນະນຳໃຫ້ຍາດພີ່ນ້ອງ ເຮັດໜັງສືສເນີມາ ເຖິງສະຖານທູຕລາວ ຢູ່ບາງກອກ ແລ້ວທາງສະຖານທູຕລາວເຮົາ ຈະພິຈາຣະນາ ໃຫ້ຕື່ມວ່າຈະຊ່ອຍເຫຼືອໄດ້ ໃນດ້ານໃດແດ່.”
ມູລມິທິເພື່ອຜູ້ບໍຣິໂພກ ປະເທດໄທຍກ່າວວ່າ ຫາກຜູ້ເສັຽຫາຍ ແລະຍາດພີ່ນ້ອງຂອງຜູ້ບາດເຈັບ ຫຼືເສັຽຊີວິຕ ກັງວົນວ່າ ຈະບໍ່ໄດ້ຮັບຄວາມເປັນທັມ ຈາກຄະດີດັ່ງກ່າວ ກໍຂໍໃຫ້ເຮັດໜັງສື ເຖິງມູລມິທິ ເພື່ອຜູ້ບໍຣິໂພກ ຊຶ່ງມີເຈົ້າໜ້າທີ່ ຊ່ຽວຊານ ແລະທນາຍຄວາມ ໃຫ້ການຊ່ອຍເຫຼືອ ໂດຍສະເພາະ ຜູ້ເສັຽຫາຍທີ່ເປັນຄົນງານ ຕ່າງປະເທດ.
ດັ່ງເຈົ້າໜ້າທີ່ມູລມິທິ ເພື່ອຜູ້ບໍຣິໂພກ ປະເທດໄທຍ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຖ້າເກີດບໍ່ສະດວກ ຫຼືວ່າຍັງບາດເຈັບຢູ່ ກໍອາຈໃຫ້ໂຕແທນ ຫຼືວ່າ ຍາດພີ່ນ້ອງເຂົາໂອ້ລົມກັນໄດ້ ຈະໄດ້ໃຫ້ຜູ້ທີ່ກ່ຽວຂ້ອງ ທາງດ້ານນີ້ ຫຼືທນາຍຄວາມເຂົ້າມາໂອ້ລົມນຳ.”
ສຳລັບເຫດການ ໄຟໄໝ້ຮ້ານຜັບ Mountain B ໃນເມືອງສັຕຫີບ ແຂວງຊົລບູຣີ ປະເທດໄທຍ ແມ່ນເກີດຂຶ້ນ ໃນຕອນກາງຄືນ ຂອງວັນທີ 05 ສິງຫາ 2022 ທີ່ຜ່ານມາ ເປັນເຫດໃຫ້ ມີຜູ້ເສັຽຊີວິຕ ແລະບາດເຈັບ ເປັນຈຳນວນຫຼາຍ ຊຶ່ງມາຮອດປັດຈຸບັນ ມີຜູ້ເສັຽຊີວິຕ ຈາກເຫດການໃນຄັ້ງນັ້ນ ຈຳນວນ 23 ຄົນ. ນອກຈາກນີ້ຍັງ ມີຜູ້ບາດເຈັບສາຫັດ ທີ່ຍັງພັກຢູ່ຫ້ອງສຸກເສີນ ອີກ 10 ຄົນ ກໍຍັງຕ້ອງລໍຖ້າເບິ່ງອາການຢູ່ ເປັນໄລຍະ ຊຶ່ງກະຈາຍການປີ່ນປົວ ຕາມໂຮງໝໍຕ່າງໆ ໃນຂະນະທີ່ ຜູ້ບາດເຈັບ ພຽງສ່ວນໃດສ່ວນນຶ່ງ ອີກປະມານ 40 ຄົນ ກໍພາກັນອອກຈາກໂຮງໝໍແລ້ວ ຈຳນວນນຶ່ງ ແຕ່ຍັງຕ້ອງເຮັດກາຍພາບຮ່າງກາຍຢູ່ ແລະອີກຈຳນວນນຶ່ງ ກໍຍັງຕ້ອງປີ່ນປົວບາດແຜ ຢູ່ໂຮງ ເພື່ອເບິ່ງອາການ ຢ່າງໃກ້ຊິດຕໍ່ໄປ.