ຄົນງານ 2 ຄົນ ຢູ່ເກົາຫລີໃຕ້ ຖືກນາຍຈ້າງ ທຳຮ້າຍຮ່າງກ່າຍ

ຈຳປາທອງ
2022.06.09
ຄົນງານ 2 ຄົນ ຢູ່ເກົາຫລີໃຕ້ ຖືກນາຍຈ້າງ ທຳຮ້າຍຮ່າງກ່າຍ ແຜນທີ່ປະເທດເກົາຫລີໃຕ້ ບ່ອນທີ່ຄົນງານລາວ 2 ຄົນ ໄປເຮັດວຽກ ແລະຖືກນາຍຈ້າງ ທຳຮ້າຍ ຮ່າງກາຍ.
ແຜນທີໂດຍ: RFA created with Datawrapper

ຄົນງານລາວເຜົ່າມົ້ງ 2 ຄົນ ທີ່ໄດ້ໄປເຮັດວຽກ ຢ່າງຖືກຕ້ອງຕາມກົດໝາຍ ຢູ່ໂຮງງານຜລິດຖົງເທົ້າແຫ່ງນຶ່ງ ທີ່ປະເທດເກົາຫລີໃຕ້ ຕັ້ງແຕ່ມື້ວັນທີ 31 ມິນາ 2022 ໄດ້ຖືກນາຍຈ້າງຄົນເກົາຫລີດ່າ ແລະຕີທຸກມື້ ຍ້ອນເຮັດວຽກບໍ່ຖືກໃຈ ແລະທັນຕາມທີ່ນາຍຈ້າງສັ່ງ ແລະເວົ້າພາສາເກົາຫລີ ກໍຍັງບໍ່ໄດ້ດີເທົ່າທີ່ຄວນ.

ອີງຕາມຄໍາເວົ້າຂອງແຫລ່ງຂ່າວ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງໃນມື້ວັນທີ 9 ມິຖຸນານີ້.

ທີ່ລາວເລົ່າ ລາວຖືກຕີແຕ່ມື້ທໍາອິດ ທີ່ເຂົ້າໄປແລ້ວໃດ໋ ຖືກຕີຫລາຍຄັ້ງ ຢາກຂໍພັກ ນາຍກໍບໍ່ໃຫ້ພັກ ຈະຕ້ອງໃຫ້ເຮັດວຽກ ເຮັດບໍ່ທັນນາຍກໍຕີ ປັດຈຸບັນນີ້ລາວບໍ່ສາມາດເຮັດວຽກໄດ້ແລ້ວ ເພາະວ່າມືລາວເຈັບແຮງ ລາວຫາກໍໄປເດືອນ 3 ນີ້ ຍັງບໍ່ທັນເຂົ້າໃຈພາສາເຂົາເຈົ້າດີ ລົມກັບນາຍວ່າອອກໄດ້ບໍ່ ນາຍບອກວ່າຄັນລາວຈະອອກ ນາຍຈະບໍ່ຈ່າຍເງິນຫັ້ນນ່າ ດຽວນີ້ເອກສານທຸກຢ່າງ ແມ່ນນາຍເກັບໄວ້ໝົດ ປະມານວ່າຈະບໍ່ຄືນເອກສານໃຫ້ລາວ.

ທ່ານເວົ້າຕື່ມວ່າ ຈົນມາຮອດວັນທີ 4 ມິຖຸນານີ້ ຄົນງານລາວຖືກນາຍຈ້າງຕີ ທັງດຶງຄໍເສື້ອ ແລະຕົບໜ້າຢ່າງແຮງ, ມືທີ່ເຮັດວຽກໜັກບໍ່ໄດ້ເຊົາ ກໍບວມ ແລະເຈັບປວດ, ບໍ່ສາມາດເຮັດວຽກໄດ້ ຕາມທີ່ນາຍຈ້າງສັ່ງ, ຢາກຈະລາອອກກໍອອກບໍ່ໄດ້ ຍ້ອນນາຍຈ້າງຍຶດເອກສານໄວ້ໝົດ ແລະອອກໄປກໍຈະບໍ່ໄດ້ເງິນເດືອນ. ພວກເຂົາເຈົ້າບໍ່ຮູ້ເຣື່ອງກົດໝາຍ, ບໍ່ໄດ້ຕຣຽມການ ແລະບໍ່ໄດ້ຄິດມາກ່ອນວ່າ ຈະພົບພໍ້ກັບສະພາບແນວນີ້.

ທີ່ຜ່ານມາ ຄົນງານລາວທັງ 2 ຄົນນີ້ ໄດ້ແຈ້ງກ່ຽວກັບເຫດການດັ່ງກ່າວ ໃຫ້ສູນຊ່ອຍເຫລືອແຮງງານຕ່າງປະເທດ ຫລາຍເທື່ອແລ້ວ ແຕ່ທາງສູນບອກວ່າ ບໍ່ມີຫລັກຖານເປັນວິດິໂອ ທີ່ຢັ້ງຢືນວ່ານາຍຈ້າງເກົາຫລີຕີ. ດັ່ງນັ້ນ ທາງສູນຈຶ່ງບໍ່ສາມາດ ຊ່ອຍເຫລືອຫຍັງໄດ້.

ຫລັງຈາກທາງສູນ ບໍ່ໃຫ້ການຊ່ອຍເຫລືອໄດ້ແລ້ວ ພວກເຂົາເຈົ້າກໍໄດ້ໄປປຶກສາກັບໝູ່ ທີ່ໄປນໍາກັນເພື່ອໃຫ້ຫາວິທີ ຊ່ອຍເຫລືອ ແລ້ວໝູ່ກໍໄດ້ໂພສວິດິໂອ ຜ່ານສື່ສັງຄົມອອນລາຍນ໌ ເພື່ອວ່າຈະມີໜ່ວຍງງານໃດນຶ່ງ ເຂົ້າມາຊ່ອຍເຫລືອ ເນື່ອງຈາກວ່າ ໝູ່ກໍບໍ່ສາມາດຊ່ອຍຫຍັງໄດ້ ເພາະຫາກໍເຂົ້າມາເຮັດວຽກ ຢູ່ເກົາຫລີໃຕ້ຄືກັນ, ແຕ່ໄດ້ເຮັດວຽກຢູ່ບໍຣິສັດນຶ່ງອີກ ທີ່ມີນາຍຈ້າງດີ, ເວລາເຈັບເປັນກໍໃຫ້ພັກວຽກ.

ເພື່ອຂໍຮູ້ຂໍ້ມູນເພິ່ມຕື່ມ ວິທຍຸເອເຊັຽເສຣີພະຍາຍາມຕິດຕໍ່ ໄປຫາຜູ້ໂພສຄລິບວິດິໂອນັ້ນ ແຕ່ກໍບໍ່ສາມາດຕິດຕໍ່ໄດ້.

ແຕ່ເຖິງຢ່າງໃດກໍຕາມ ຜແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະສວັດດິການສັງຄົມ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄດ້ຮູ້ເຣື່ອງດັ່ງກ່າວນີ້ແລ້ວ ແຕ່ຕ້ອງໃຫ້ທາງໜ່ວຍງານທີ່ກ່ຽວຂ້ອງ ຂອງເກົາຫລີໃຕ້ ກວດສອບກ່ອນວ່າ ເປັນຜູ້ໃດ ຊື່ຫຍັງ ຈຶ່ງຈະຮູ້ວ່າ ໄປຈາກບໍຣິສັດຈັດຫາງານໃດ.

ໂຕນີ້ເຮົາກໍເຫັນແລ້ວເນາະ ເພາະວ່າໂຕນີ້ຫັ້ນນ່າ ເຮົາກະກໍາລັງສອບຖາມ ທາງແຮງງານຢູ່ວ່າ ແມ່ນຜູ້ໃດຫັ້ນນ່າ ຖາມຢູ່ວ່າແມ່ນແຮງງານເຮົາແທ້ບໍ່ ເພາະວ່າດຽວນີ້ເຮົາກະຍັງຕິດຕໍ່ຢູ່ຫັ້ນນ່າ ຍັງບໍ່ທັນໄດ້ຄໍາຕອບເທື່ອ ເພາະວ່າຢູ່ພຸ້ນກໍຈະມີສູນ ຊ່ວຍເຫລືອເນາະ ກະໃຫ້ເຂົາເຈົ້າຕິດຕໍ່ໄປທາງສູນ ຊ່ວຍເຫລືອ ຖ້າວ່າມັນມີມູນຄວາມຈິງ ອີ່ຫຍັງຫັ້ນນ່າ ທາງສູນຊ່ວຍເຫລືອ ເຂົາເຈົ້າຈະລົງໄປເບິ່ງ.

ກ່ຽວກັບເຣື່ອງທີ່ວ່ານີ້ ຄົນງານລາວ ທີ່ເຄີຍໄປເຮັດວຽກຢູ່ເກົາຫລີໃຕ້ ຜູ້ນຶ່ງເວົ້າວ່າ ສ່ວນໜ້ອຍ ທີ່ຄົນລາວໄປເຮັດວຽກຢູ່ເກົາຫລີໃຕ້ ຈະຖືກນາຍຈ້າງຕີ ຫລືທໍາຮ້າຍຮ່າງກາຍ. ຕາມຄວາມຄິດຂອງຕົນແລ້ວ ຜູ້ທີ່ຖືກນາຍຈ້າງຕີ ສ່ວນໃຫຍ່ອາດເຮັດວຽກ ໃຫ້ນາຍຈ້າງບໍ່ໄດ້ດີເທົ່າທີ່ຄວນ ຫລືບໍ່ຖືກໃຈນາຍຈ້າງ. ໂຕນີ້ກໍອາດເປັນສາເຫດນຶ່ງ ທີ່ຖືກຕີໄດ້.

ຂ້ອຍກໍເຄີຍເຮັດວຽກນໍາເກົາຫລີຢູ່ ເຂົາກະບໍ່ໄດ້ປ່າເທື່ອນປານນັ້ນດອກ ມັນກະເບິ່ງໄດ້ໝົດທັງ 2 ດ້ານນ່າ ມັນກະເປັນແຕ່ລະບ່ອນແຕ່ລະຄົນ ມັນກະບໍ່ຄືກັນຫັ້ນນ່າ ແຮງງານເຮັດວກບໍ່ດີ ບໍ່ຖືກໃຈ ມັນຜິດໃຈເຂົາຫລາຍແນວບໍ່ ມີສ່ວນຢູ່ຫັ້ນແຫລະ.

ຄົນງານລາວຜູ້ນຶ່ງ ທີ່ຄິດຈະໄປເຮັດວຽກຢູ່ເກົາຫລີໃຕ້ ເວົ້າວ່າ ຕົນເອງກໍຮູ້ ສຶກກັງວົນໃນກໍຣະນີນີ້, ແຕ່ກ່ອນຈະໄປ ກໍຕ້ອງຮູ້ພາສາເກົາຫລີ ແລະສຶກສາຂໍ້ມູນດີໆກ່ອນ. ຖ້າຫາກເກີດກໍຣະນີແບບນີ້ຂຶ້ນກັບຕົນ ກໍຈະໄປຂໍຄວາມຊ່ອຍເຫລືອ ຈາກສະຖານທູດລາວ ປະຈໍາເກົາຫລີໃຕ້.

ກະຢ້ານຫັ້ນແຫລະເນາະ ເຮົາກະບໍ່ຮູ້ຄວາມສ່ຽງຂອງມັນ ຖ້າຖືກກົດຂີ່ແນວນັ້ນ ຄືແບບເຮົາໜີອອກນາຍຈ້າງໄດ້ ເຮົາກໍແລ່ນເຂົ້າສະຖານທູດໂລດແລ໊ວ ສະຖານທູດເພິ່ນ ກໍແຮງຮັບເອົາເອງເລີຍ ດໍາເນີນການເອົາສົ່ງມາບາວເລີຍ ເຫັນບໍ່ພວກຜີນ້ອຍເຂົາເຈົ້າໂຕນ ທົວຫັ້ນນ່າ ຕໍາຣວດທາງເກົາຫລີຈັບໄດ້ ເຂົາເຈົ້າກໍເອົາເຂົ້າສະຖານທູດ ເຂົາ ເຈົ້າກໍສົ່ງມາລາວເລີຍ.     

ເຈົ້າໜ້າທີ່ສະຖານທູດເກົາຫລີໃຕ້ ປະຈໍາລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ມິຖຸນານີ້ວ່າ ຄົນລາວ ທີ່ຢູ່ເກົາຫລີໃຕ້ ເມື່ອເກີດບັນຫາຂຶ້ນ ກໍຕ້ອງຂໍຄວາມຊ່ອຍເຫລືອ ຈາກສະຖານທູດລາວ ໃນເກົາຫລີໃຕ້ ເພາະວ່າ ສະຖານທູດເກົາຫລີໃຕ້ໃນລາວ ຈະຊ່ອຍຄົນເກົາຫລີໃນລາວທີ່ມີບັນຫາ.

ກະມີແຕ່ແຈ້ງສະຖານທູດລາວ ທີ່ປະຈໍາຢູ່ເກົາ ຫລີ ກໍນ່າຈະໃຫ້ຄວາມຊ່ວຍ ເຫລືອ ຖ້າວ່າຄົນລາວມີບັນຫາ ເຮົາກໍຢູ່ພີ້ເນາະເຮົາກໍເຮັດຫຍັງບໍ່ໄດ້ ສະຖານທູດເກົາຫລີຢູ່ນີ້ ແມ່ນເປັນຜູ້ຊ່ວຍແກ້ບັນຫາ ຄົນເກົາຫລີທີ່ເດີນທາງມານີ້ແລ້ວມີບັນຫາ ຄົນລາວຢູ່ພຸ້ນມີບັນຫາກໍແມ່ນ ກໍແມ່ນສະຖານ ທູດລາວເປັນຜູ້ແກ້ບັນຫາ.

ເພື່ອຂໍຮູ້ຣາຍລະອຽດຕື່ມ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາສະຖານ ທູດລາວ ປະຈໍາເກົາຫລີໃຕ້ ແຕ່ບໍ່ສາມາດຕິດຕໍ່ໄດ້.

ອີງຕາມຣາຍງານຂອງຍານາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຂວງແຮງງານ ແລະສວັດດິການສັງຄົມ ໃນມື້ວັນທີ 26  ພຶສພາ 2022, ກະຊວງຈ້າງງານ ແລະແຮງງານເກົາຫລີໃຕ້ ຕ້ອງການຄົນງານລາວ ໄປເຮັດວຽກຢູ່ເກົາຫລີໃຕ້ ໃນໄລຍະຍາວ 3-5 ປີ, ຈໍານວນ 500-1000 ຄົນຕໍ່ປີ ແລະໄລຍະສັ້ນ 3-6 ເດືອນ ຫລາຍກວ່າ 1,000 ຄົນຕໍ່ເດືອນ. ສປປ ລາວ ແລະເກົາຫລີໃຕ້ ໄດ້ລົງນາມໃນບົດບັນທຶກ ຄວາມເຂົ້າໃຈກັນວ່າດ້ວຍ ການຈັດສົ່ງຄົນງານລາວ ໄປເກົາຫລີໃຕ້ ຕາມລະບົບການອະນຸຍາດ ການຈ້າງງານ ໃນມື້ວັນທີ 9 ກັນຍາ 2016.

ການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫລີໃຕ້ ໄລຍະຍາວ ແມ່ນເຮັດວຽກໃນຂແນງ ອຸດສາຫະກັມຂນາດນ້ອຍ ແລະຂນາດກາງ ຕາມໂຮງງານຕ່າງໆ ຈະໄດ້ເງິນເດືອນ 1,500 ໂດລ້າຣ໌ສະຫະຣັຖ, ບໍ່ນັບຄ່າເຮັດວຽກເພີ່ມໂມງ. ຄ່າໃຊ້ຈ່າຍຕ່າງໆ ຮວມທັງຄ່າພາສີ, ຄ່າກວດພະຍາດ, ຄ່າປະກັນພັຍ ແມ່ນຄົນງານລາວຮັບຜິດຊອບເອົາເອງ ປະມານ 1,000 ໂດລ້າຣ໌ສະຫະຣັຖ.

ສໍາລັບຄົນງານລາວ ທີ່ໄປເຮັດວຽກໃນໄລຍະສັ້ນ ແມ່ນເຮັດວຽກຕາມຣະດູການ ຊຶ່ງສ່ວນໃຫຍ່ເຮັດວຽກດ້ານກະສິກັມ, ຈະໄດ້ເງິນເດືຶອນ 1,570 ໂດລ້າຣ໌ສະຫະຣັຖ, ບໍ່ລວມຄ່າເຮັດວຽກເພິ່ມໂມງ.

ຄ່າໃຊ້ຈ່າຍໃນການໄປເຮັດວຽກ ຢູ່ເກົາຫລີໃຕ້ ທີ່ຄົນງານລາວຈະໄດ້ຈ່າຍ ປະມານ 2,780 ໂດລ້າຣ໌ສະຫະຣັຖ ຮວມທັງຄ່າປີຍົນໄປ-ກັບ, ຄ່າຝຶກອົບຮົມ, ຄ່າກວດສຸຂພາບ, ຄ່າປະກອບເອກກະສານຕ່າງໆ.

ນອກຈາກນັ້ນ ຄົນງານຍັງຕ້ອງໄດ້ວາງເງິນມັດຈໍາ  3,000 ໂດລ້າຣ໌ສະຫະຣັຖ ຫລືມີໃບຕາດິນຮັບຮອງ  ເພື່ອປ້ອງກັນການຫລົບໜີ ຈາກນາຍຈ້າງ. ຫາກຄົນງານໂຕນໜີ ແລະບໍ່ກັບຄືນລາວ ທາງກະຊວງແຮງງານ ແລະສັວດດິການສັງຄົມ ແລະບໍຣິສັດ ຈັດຫາງານ ຕ້ອງຮັບຜິດຊອບ.

ມາເຖິງປັດຈຸບັນ ກະຊວງແຮງງານ ແລະສັວດດິການສັງຄົມ ໄດ້ຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫລີໃຕ້ 632 ຄົນ, ໃນນັ້ນມີແມ່ຍິງ 19 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.