ຍຶດຢາເສບຕິດໄດ້ ຢູ່ກຸ່ມບ້ານ ສີເມືອງງາມ ເມືອງຕົ້ນເຜິ້ງ
2022.10.20
ໃນວັນທີ່ 15 ຕຸລາປີ 2022 ເວລາປະມານ 5-6 ໂມງເຊົ້າ ເຈົ້າໜ້າທີ່ ປກສ ກຸ່ມບ້ານສີເມືອງງາມ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ສາມາດຍຶດຢາເສບຕິດ ປະເພດຢາບ້າ ໄດ້ 14 ເປົ໋າ ຫລືປະມານ 1,750 ມັດ ເທົ່າກັບ 3,500,000 ເມັດ ທີ່ເຊື່ອງໄວ້ໃນຣົຖກະບະສີຂາວ ບໍ່ມີປ້າຍທະບຽນ, ສ່ວນຜູ້ກະທຳຜິດ ຫລົບໜີໄດ້ ຊຶ່ງຢາເສບຕິດດັ່ງກ່າວ ປົກຫຸ້ມດ້ວຍຖົງຢາງ ພລາສຕິກແລ້ວມີກາ ອັກສອນໝາຍເລກ ອາຣັບບິກ 999. ໃນປັດຈຸບັນ ຢາດັ່ງກ່າວ ເຈົ້າໜ້າທີ່ ປກສ ໄດ້ຂົນມາໄວ້ສາງ ຂອງ ປກສ ແຂວງ ເພື່ອໃຊ້ເປັນຫລັກຖານ ໃນການສືບສວນ, ສອບສວນຕໍ່ໄປ.
ດັ່ງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 20 ຕຸລາ ປີ 2022 ວ່າ:
“ມັນມີກາຫັ້ນນ່າ ກາເລກ 9 ຈຳນວນ 3 ໂຕ ຫຸ້ມຫໍ່ ພລາສຕິກ ສີຟ້າເປັນມັດ ຍັດໃສ່ ເປົ໋າ, ເປັນເປົ໋າ ເປັນເປົ໋າ ສີເຫລືອງ. ເປົ໋າລະ 100 ມັດ. ແຂວງເອົາມ້ຽນ ເກັບມ້ຽນຮັກສາໄວ້.”
ບໍ່ພຽງແຕ່ຢາບ້າ ເທົ່ານັ້ນທີ່ເຈົ້າໜ້າທີ່ ຍຶດໄດ້ ຍັງມີ ຢາເຄຕາມິນ ຈຳນວນ 2 ເປົ໋າ, 66 ຫໍ່, ນ້ຳໜັກປະມານ 66 ກິໂລກຣາມ ຍຶດໄດ້ຈາກຣົຖກະບະ ຄັນດັ່ງກ່າວນຳອີິກ ປັດຈຸບັນເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຍັງສືບຫາ ເຄື່ອຄ່າຍກຸ່ມດັ່ງກ່າວຢູ່. ການຍຶດຢາເສບຕິດເທື່ອນີ້ ຖືວ່າ ເປັນຄັ້ງໃຫຍ່ ພາຍຫລັງທີ່ໜ່ວຍປາບປາມ ຢາເສບຕິດລາດຕາເວັນ ໃນເຂດເປົ້າໝາຍ ໃນການສກັດກັ້ນ ຜູ້ຄ້າຢາເສບຕິດ ໃນແຂວງ. ດັ່ງເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງເວົ້າວ່າ:
“ຣົຖອັນນັ້ນຢູ່ຕລາດເນາະ ຣົຖແກ່ຢາເສບຕິດຫັ້ນນ່າ ແລ້ວພໍດີຕຳຣວດ ກຸ່ມເຂົ້າໄປ ຊື້ເຄື່ອງກິນຢູ່ຕລາດ ວ່າຊັ້ນ ເພິ່ນວ່າຫັ້ນນ່າ ແລ້ວໄປຈອດຣົຖຢູ່ຂ້າງຣົຖຄັນນັ້ນ ເພິ່ນວ່າຣົຖ ຖັ່ງອອກມາມີພິລຸດ ວ່າຊັັ້ນ ເຂົາກໍນຳໄປຫ່າງໆ ແລ່ນໄປແລ້ວກໍຢຸດ ຢຸດແລ້ວມັນກໍປະຣົຖເລີຍ ແລ້ວກໍແລ່ນໜີ ມີຣົຖຈັກຄັນນຶ່ງມາຮັບເອົາ.”
ທ່ານກ່າວຕື່ມວ່າ ຢາເສບຕິດ ທີ່ຍຶດໄດ້ຄັ້ງນີ້ ມາຈາກໃສ ແລະຈະສົ່ງໄປໃສນັ້ນ ຍັງບໍ່ສາມາດລະບຸໄດ້ເທື່ອ ເນື່ືອງຈາກ ຜູ້ຕ້ອງຫາຍັງຫລົບໜີໄປ ຢູ່ໃນເຂດບ້ານໃຫຍ່ ສີເມືອງງາມ ຊຶ່ງເປັນບ້ານ ປອດຢາເສບຕິດ. ກຸ່ມຄ້າຢາເສບຕິດ ອາຈໃຊ້ເປັນທາງຜ່ານ ໃນການສົ່ງຢາເສບດຕິດ.
“ມັນເປັນທາງຜ່ານ ບາດນີ້ ອ້າຍນ້ອງ ປກສ ກໍມາເຮັດວຽກ ເຮັດວຽກດີເດ ເຂົາເຮັດວຽກຕິດຕາມ ສກັດກັ້ນ ການໄປມາ ຂອງຜູ້ຄ້າຂາຍແຕ່ລະເທື່ອ ກໍຄືກັນໝົດ ຢູ່ໃນເຂດເຮົາ ຈັບໄດ້ໝົດ ແຕ່ມັນຄົນບ່ອນອື່ນໝົດຫັ້ນນ່າ.”
ສ່ວນບ້ານນ້ຳແງ້ນ ຊຶ່ງເປັນບ້ານໃກ້ຄຽງ ກໍເປັນອີກບ້ານນຶ່ງ ທີ່ກຸ່ມຄົນບໍ່ດີ ໃຊ້ເປັນທາງຜ່ານ ໃນການຂົນຢາເສບຕິດ ຊາວບ້ານຢູ່ບ້ານນ້ຳແງ້ນ ເວົ້າວ່າ ພາຍໃນບ້ານ ມີບັນຫາລັກເລັກ ຂໂມຍນ້ອຍ ແຕ່ບໍ່ມີການຄ້າຢາເສບຕິດ.
ດັ່ງຊາວບ້ານ ທ່ານນຶ່ງເວົ້າວ່າ:
“ກໍເປັນປະເພດຂອງໃຊ້ ເຂົາມັກລັກໄປຂາຍເນາະ ລັກຂາຍໄປຊື້ຢາບ້າ ບໍ່ຫລາຍປານໃດ ກໍລັກເລັກໆນ້ອຍໆ ຫລືບໍ່ນັ້ນ ກໍມີບາງຄັ້ງ ສ່ວນຫລາຍ ກໍພາຍໃນຄອບຄົວເນາະ ເປັນຕົ້ນເປັນເຂົ້ານີ້ແຫລະ ເຂົ້າບໍ ຫລືວ່າ ເຫລັກເສດ ເຫລັກຫຍັງຫັ້ນນ່າ ເລັກໆນ້ອຍໆ ບໍ່ຫລວງ ບໍ່ຫລາຍປານໃດ ພໍໄດ້ເສບຫັ້ນແຫລະ.”
ກ່ອນໜ້ານີ້ ໃນວັນທີ 24 ກັນຍາຜ່ານມາ ເຈົ້າໜ້າ ປກສ ແຂວງບໍ່ແກ້ວ ກໍສາມາດຍຶດຢາບ້າ ລ໊ອດໃຫຍ່ທີ່ສຸດ ອັນດັບ 3 ຂອງປະເທດ ໂດຍມີຈຳນວນຢາບ້າ 33 ລ້ານເມັດ ແລະຢາໄອສ໌ 500 ກິໂລກຣາມ ຊຶ່ງຢາເສບຕິດ ທັງໝົດນີ້ ຍຶດຈາກ ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວ ອີງຕາມຣາຍງານ ຂອງສຳນັກງານ ຕ້ານຢາເສບຕິດ ແລະອາສຍາກັມ ສະຫະປະຊາຊາຕ ຫລື United Nations Office on Drugs and Crime (UNODC) ແລະໃນໄລຍະ 5 ປີ ຜ່ານມາ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ 168 ລ້ານປາຍເມັດ, ເຮໂຣອິນ 188 ແທ່ງ, ຢາໄອສ໌ 1,447 ກິໂລກຣາມ ແລະແປ້ງຝຸ່ນຜລິຕ ຢາເສບຕິດ 22,380 ກິໂລກຣາມ ອີງຕາມການຣາຍງານ ຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆ ບໍ່ແກ້ວໃນວັນທີ 14 ກັນຍາ ຜ່ານມາ.