ໂຮງໝໍ ແຂວງຄໍາມ່ວນ ຈະໄດ້ຮັບບໍຣິຈາກທຶນ ນຳທ່ານໂຕໂນ່
2022.10.25

ຊາວແຂວງຄໍາມ່ວນ ຮູ້ສຶກຍິນດີທີ່ທ່ານ ພາຄິນ ຄໍາວິໄລສັກ ຫລື ໂຕໂນ່ ນັກຮ້ອງທີ່ມີຊື່ສຽງ ຂອງໄທຍ ຈັດກິຈກັມລອຍນໍ້າ ຂ້າມຂອງໄລຍະທາງ ທັງມາ ແລະກັບ 15 ກິໂລແມັດ ຈາກນະຄອນພະນົມ ປະເທດໄທຍ ມາຫາແຂວງຄໍາມ່ວນ ປະເທດລາວ ໃນໂຄງການ “One Man and the River” ຫລື ໜຶ່ງຄົນນໍາພາລອຍ ຫລາຍຄົນເປັນຜູ້ໃຫ້ ເມື່ອວັນທີ 22 ຕຸລານີ້ເພື່ອລະດົມທຶນ ຊື້ອຸປກອນການແພດ ຊ່ອຍເຫລືອ ໂຮງໝໍແຂວງນະຄອນພະນົມ ແລະໂຮງໝໍແຂວງຄໍາມ່ວນ.
ກິຈກັມດັ່ງກ່າວ ໄດ້ເຣີ່ມຈາກ ລານພຣະຍາສີສັຕນາຄະຣາຊ ເມືອງນະຄອນພະນົມ ມາຂຶ້ນຝັ່ງທີ່ວັດພຣະທາຕ ສີໂຄດຕະບອງ ເມືອງທ່າແຂກ ມີຊາວລາວ ແລະຊາວໄທຍ ພາກັນມາໃຫ້ກໍາລັງໃຈຢ່າງຫລວງຫລາຍ ມີທັງດອກໄມ້, ພວງມາລັຍ ແລະປ້າຍຂໍ້ຄວາມ ຕ້ອນຮັບ ທ່ານ ໂຕໂນ່. ທ່ານເປັນຜູ້ທີ່ມີຈິຕໃຈເມຕຕາ, ຊ່ອຍເຫລືອສັງຄົມ, ຊ່ອຍເຫລືອໂຮງໝໍ ແລະເປັນຄົນທໍາອິດ ທີ່ ລອຍນໍ້າຂ້າມຂອງມາ, ອີງຕາມຄໍາເວົ້າ ຂອງຊາວລາວທີ່ໄປຮ່ວມ ຕ້ອນຮັບ ທ່ານ ໂຕໂນ່ ຢູ່ແຄມຂອງ ວັດພຣະທາຕ ສີໂຄດຕະບອງ ຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 25 ຕຸລານີ້.
“ກໍຍິນດີນໍາ ເຈົ້າ ເພາະວ່າເພິ່ນມາກໍຊ່ວຍເຫລືອ ທາງແຂວງແດ່ນ່າ. ຄັນເວົ້າວ່າຖ້າເປັນຄັ້ງທໍາອິດ ຫລືຄັ້ງປວັດສາຕກໍແມ່ນ ເພາະວ່າຍັງບໍ່ທັນໄດ້ມີໃຜ ແບບ ເຮັດແນວນີ້ເທື່ອເພາະວ່າ ເພິ່ນກໍນ່າຊິຊື້ແບບເປັນອຸປກອນການແພດ ອີ່ຫຍັງທີ່ທັນສມັຍອີ່ຫຍັງຫັ້ນນ່າ ເພາະວ່າມັນຈັ່ງພຽງພໍ ມັນເຫລືອມັນກໍດີກວ່າ ບໍ່ພໍຈັ່ງຊີ້ນ່າ ກໍນ່າຈະດີກວ່າເກົ່າ.”
ພາຍຫລັງຂຶ້ນຝັ່ງແລ້ວ ທ່ານ ໂຕໂນ່ ກໍໄດ້ເຂົ້າໄປກາບໄຫວ້ສັກກາຣະບູຊາ ພຣະທາຕສີໂຄດຕະບອງ ແລ້ວເຂົ້າໄປຢ້ຽມຢາມ ໂຮງໝໍແຂວງຄໍາມ່ວນ ຊຶ່ງມີພະນັກງານແພດ ແລະໝໍຕ້ອນຮັບ, ມີເພັງ ລອຍນໍ້າຂ້າມສາຍຂອງ ທີ່ ທ້າວ ວິລິດ ພະສະຫວັດ ເປັນຜູ້ແຕ່ງ ແລະຮ້ອງ ແລະອາຈານ ກິລອງ ພາເພີນ ເປັນຜູ້ເສບ.
ຊາວລາວ ທີ່ໄປໃຊ້ບໍຣິການ ກວດພະຍາທ ປະຈໍາຕົວ ຢູ່ໂຮງໝໍແຂວງຄໍາມ່ວນໃນ
ມື້ວັນທີ 25 ຕຸລານີ້ເວົ້າວ່າ ດີໃຈຫລາຍ.
“ດີໃຈຫລາຍ ຈົນແຕ່ງອອກເປັນເພັງເນາະ ມີຫົວໜ້າສູນເລືອດເພິ່ນແຕ່ງ ອອກເປັນເພງເລີຍ ຈົນໝົດເມືອງທ່າແຂກ ເມືອງອື່ນກໍຍັງມາ ເຕັມໝົດແຄມຂອງສໍ່າບຸນ ແມ່ເຖົ້າຂ້ອຍກໍຍັງໄປລຽນຄິວຖ້າ ຢ້ານລາວເປັນລົມກໍປານນັ້ນ. ຖ້າເດ໋ ອຸປກອນການແພດໂຕໃໝ່ນີ້ ເຂົ້າມາເຣີ່ມເນາະ ເຮັດໃຫ້ບຸກຄະລາກອນມີເຄື່ອງມືທັນສມັຍເນາະ ປິ່ນປົວຄົນເຈັບກໍທ່ວງທັນເວລາ. ບາງເທື່ອອຸປກອນເຮົາບໍ່ທັນສມັຍ ເຮັດໃຫ້ການປິ່ນປົວຄົນເຈັບກໍຊັກຊ້າ. ເວລາມີອຸປກອນ ໝູ່ມາຫລຍ ເຮົາກໍຊ່ວຍໄດ້ຫລາຍເພີ່ມຂຶ້ນ.”
ໃນມື້ດຽວກັນນີ້ ດຣ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ແຂວງຄໍາມ່ວນ ກໍໄດ້ມອບໃບຍ້ອງຍໍໃຫ້ທ່ານ ໂຕໂນ່ ທີ່ໂຮງແຮມຣີເວີເຮັຽ.
ຄາດວ່າ ພາຍຫລັງປິດຮັບບໍຣິຈາກ ໃນມື້ວັນທີ 31 ຕຸລານີ້ແລ້ວ ທາງໂຮງໝໍແຂວງຄໍາມ່ວນ ຈະມີທຶນປະກອບສ່ວນ ເຂົ້າໃນການຊື້ເຄື່ອງມື ການແພດທີ່ທັນ ສມັຍ ຊຶ່ງຈະເຮັດໃຫ້ການບໍຣິການ ຄົນເຈັບມີຄວາມວ່ອງໄວກວ່າເກົ່າ.
ດັ່ງຊາວລາວ ທີ່ໄປຕ້ອນຮັບຢູ່ແຄມຂອງອີກຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ສຸດດີໃຈແຫລະເນາະ ຄື ເຄື່ອງມືອຸປກອນ ການແພດກໍບໍ່ທັນສມັຍ ແລ້ວຖ້າເພິ່ນມາບໍຣິຈາກນໍາ ກໍຄືຊິດີ ບໍຣິການຄົນເຈັບ ກໍຄືຊິດີຂຶ້ນກວ່ານີ້ ມີຄວາມວ່ອງໄວກວ່າເກົ່າ.”
ພ້ອມດຽວກັນນັ້ນ ທ່ານໝໍຢູ່ໂຮງໝໍ ແຂວງຄໍາມ່ວນ ຜູ້ນຶ່ງກໍກ່າວເຖິງ ການປະສານງານ ຂອງ ທ່ານ ໂຕໂນ່ ມາຫາທາງໂຮງໝໍແຂວງ ໃຫ້ຂຶ້ນແຜນຣາຍການ ເຄື່ອງມືການແພດ ທີ່ທາງໂຮງໝໍ ຕ້ອງການກ່ອນໝູ່ ທີ່ມີ 2 ຢ່າງ ຄື ເຄື່ອງກວດຫົວໃຈ ແລະເຄື່ອງແຍ່ກະເພາະລໍາໄສ້ ທີ່ທາງໂຮງໝໍແຂວງບໍ່ມີ.
“ຍ້ອນວ່າເຄື່ອງໂຕນີ້ ເຮົາບໍ່ມີແລ້ວກໍມັນກໍຈະຈໍາເປັນ ແລ້ວເຮົາກໍມີແຜນຢາກໄດ້ຢູ່ ແຕ່ດົນແລ້ວ ແຕ່ເຄື່ອງຊ່ອງກະເພາະນີ້ ເຮົາຈົນສົ່ງພະນັກງານໄປອົບຮົມ ມາໄດ້ຈົນ 10 ກວ່າປີ ແຕ່ໄທເຮົາກໍຍັງບໍ່ມີຄວາມອາດສາມາດ ຊື້ເຄື່ອງນີ້ໄດ້ຫັ້ນນ່າ. ໂຕທີ 2 ກໍຄືເຄື່ອງ ອັລຕຣາຊາວດ໌ (ultrasound) ຫົວໃຈຫັ້ນທີ່ວ່າ ເຮົາກໍຢາກໄດ້ແທ້ໆ ໂຕນີ້ເຮົາກໍກຽມແພດເຮົາ ໝໍເຮົາໄປຝຶກອົບຮົມແລ້ວ.”
ນອກຈາກນັ້ນກໍຍັງມີອີກ 10 ປາຍຣາຍການ ຮວມທັງເຄື່ອງຊ່ອຍຫາຍໃຈ ທີ່ທາງໂຮງໝໍ ຕ້ອງການ ແລະຂຶ້ນແຜນຂໍໄປນໍາທ່ານ ໂຕໂນ່ ຕື່ມ ດັ່ງທ່ານໝໍ ການຢາຢູ່ໂຮງໝໍແຂວງ ກ່າວວ່າ:
“ເພິ່ນກໍມີແຕ່ແນະນໍາວ່າ ຂັ້ນຕອນການບໍຣິຈາກເຄື່ອງ ເພິ່ນກໍຖ້າວ່າແລ້ວແຕ່ ຄວາມເພິ່ງພໍໃຈ ຂອງທ່ານນ້ອງເຂົາ ເພາະວ່າເພິ່ນໃຫ້ພວກເຮົາຂຶ້ນຣາຍການ ທີ່ຈໍາເປັນທີ່ຢາກໄດ້ ຖ້າເງື່ອນໄຂເພິ່ນພຽບພ້ອມເພິ່ນຈະໃຫ້ ຕາມເຮົາຕ້ອງການ ກໍດ້ວຍຄວາມຍິນດີ ຖ້າວ່າເພິ່ນບໍ່ຄົບທີ່ເຮົາຂຽນ ພວກເຮົາກໍບໍ່ເປັນຫຍັງ ຍິນດີຄືກັນເພາະວ່າ ເພິ່ນໃຫ້ເຮົາຂຶ້ນແຜນຕາມທີ່ເຮົາຕ້ອງການ.”
ອີງຕາມຂໍ້ມູນຈາກ ອິນສຕາແກຣມ ສ່ວນໂຕຂອງ ທ່ານ ໂຕໂນ່ ໃນວັນທີ 25 ຕຸລານີ້, ຍອດບໍຣິຈາກຜ່ານມູລນິທິ ບູຣະນະຊົນນະບົດ ແຫ່ງປະເທດໄທຍ ເພື່ອໂຄງການເທໃຈ ມີ 68,143,136 ບາທ ແລະອີງຕາມຂໍ້ມູນຈາກ ໂຮງໝໍແຂວງຄໍາມ່ວນ ໃນມື້ດຽວກັນນີ້, ຍອດບໍຣິຈາກ ຜ່ານຮຸ່ງອາລຸນ ຂົນສົ່ງດ່ວນ ມີ 600 ລ້ານກີບ.
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ທ່ານ ໂຕໂນ່ ຜ່ານຜູ້ຈັດການສ່ວນຕົວ ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.