ທ່ານ ພາຄິນ ຈະມອບອຸປກອນ ການແພດ ໃຫ້ໂຮງໝໍ ແຂວງຄຳມ່ວນ

ພອນ ພູມມີທອນ
2022.11.29
ທ່ານ ພາຄິນ ຈະມອບອຸປກອນ ການແພດ ໃຫ້ໂຮງໝໍ ແຂວງຄຳມ່ວນ ທ່ານ ພາຄິນ ຄໍາວິໄລສັກ ຖ່າຍຮູບຮ່ວມກັບຄະນະແພດ ໂຮງໝໍແຂວງຄຳມ່ວນ.
ຮູບພາບ: ຈາກ ໄອຈີ (Instagram) ຂອງທ່ານ ພາຄິນ mootono29

ວັນທີ 28 ພຶສຈິກາ ທີ່ຜ່ານມາ ທ່ານ ພາຄິນ ຄໍາວິໄລສັກ ຫລື ໂຕໂນ່ ນັກຮ້ອງທີ່ມີຊື່ສຽງ ຂອງໄທຍ ໄດ້ເຂົ້າພົບ ຮອງເຈົ້າແຂວງ ແຂວງຄໍາມ່ວນ, ຜູ້ອໍານວຍການໂຮງໝໍ ແຂວງຄໍາມ່ວນ ແລະທີມແພດ ເພື່ອປະຊຸມ ຕິດຕາມຄວາມຄືບໜ້າ ໃນໂຄງການ ນຶ່ງຄົນນໍາພາລອຍ ຫລາຍຄົນເປັນຜູ້ໃຫ້ ຫຼື One Man and The River ເພື່ອຢັ້ງຢືນຣາຍຊື່ ອຸປກອນທາງການແພດ 20 ປາຍຣາຍການ ທີ່ທີມແພດ ຕ້ອງການມາປິ່ນປົວຄົນເຈັບ.

ຕາມຄວາມເວົ້າ ຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໂຮງໝໍແຂວງຄໍາມ່ວນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 29 ພຶສຈິການີ້ວ່າ:

ມື້ວານນີ້ ກໍເລີຍມາຕົກລົງກັນວ່າ ຈະເອົາແບບໃດ ຂັ້ນຕອນ ການເອົາເຄື່ອງນໍາເຂົ້າ ຂໍ້ຍົກເວັ້ນພາສີ ເພິ່ນກໍຍິນດີ ສນັບສນູນ ພວກເຮົາທຸກຢ່າງ ທີ່ ພວກເຮົາຂໍໄປເລີຍ ຈະບໍ່ໄດ້ຕັດຫຍັງອອກເລີຍ ຈະໃຫ້ພວກເຮົາທຸກຢ່າງ ເພິ່ນຍັງມາໃຫ້ເພີ່ມ ຄືອັນໃດທີ່ຈໍາເປັນເຂົ້າໄປຕື່ມອີກ ເພິ່ນຈະໃຫ້ທຸກບາທ ທຸກສຕາງທີ່ບໍຣິຈາກມາໄດ້ ເພິ່ນຈະຊື້ໃຫ້ຈົນໜົດ ເງິນຈະບໍ່ໃຫ້ເຫລືອ ເງິນໜົດແລ້ວ ກໍຄືຢຸດການໃຫ້ ເພິ່ນກໍວ່າຈັ່ງຊັ້ນ ກໍດ້ວຍການປະທັບໃຈ ທີ່ເພິ່ນມີນ້ໍາໃຈ ທີ່ຢາກມາປະກອບສ່ວນ ຊ່ວຍເຫລືອພວກເຮົາຈາກໃຈຈິງຫັ້ນນ່າ.”

ລາຍຊື່ ອຸປກອນ ການແພດ 20 ປາຍລາຍການ ທີ່ທີມແພດ ໂຮງໝໍແຂວງຄໍາມ່ວນໄດ້ຢືນສເນີນັ້ນ ລ້ວນມີຄວາມຈໍາເປັນໃນການປິ່ນປົວຄົນເຈັບ ຍ້ອນມີບາງຣາຍການ ທີ່ໂຮງໝໍພາກກາງ ແລະ ພາກໃຕບໍ່ທັນມີ ແລະຖ້າອຸປກອນທາງການແພດ ມາຮອດໂຮງໝໍ ແຂວງຄໍາມ່ວນ ຈະຊ່ວຍປິ່ນປົວຄົນເຈັບໄດ້ ທັງພາກກາງ ແລະ ພາກໃຕ້ ຂອງປະເທດລາວ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໂຮງໝໍແຂວງຄໍາມ່ວນ ຜູ້ດຽວກັບຂ້າງເທິງ ກ່າວວ່າ:

ກໍຄືວ່າ ອຸປກອນບາງຢ່າງທີ່ທາງປະເທດລາວເຮົາ ຍັງບໍ່ມີ ພວກເຮົາກໍສາມາດຮັບຮອງໄດ້ ຄົນໄຂ້ ພາກກາງ ຫາ ພາກໃຕ້ ທີ່ສາມາດມາໃຊ້ບໍຣິການພວກເຮົາໄດ້ ໂຕຢ່າງ ເຄື່ອງແຫຍ່ທໍ່ກະເພາະ ຈັ່ງຊີ້ນ່າ ຫລືວ່າ ເຄື່ອງແທກ ເຄື່ອງກະແສໄຟຟ້າຫົວໃຈ TACO (Transfusion associated circulatory overload) ຫົວໃຈກໍຄື ພວກເຮົາ ສາມາດບໍຣິການປະຊາຊົນລາວໃຫ້ໄດ້ທຸກແຂວງ ທີ່ມາບໍຣິການນໍາພວກເຮົາ ເພາະວ່າ ແຂວງພາກກາງ ພາກໃຕ້ ພວກເຮົາຈະບໍ່ທັນໄດ້ມີ ອຸປກອນການແພດໂຕນີ້.”

ຂະນະດຽວກັນ ການປະຊຸມຕິດຕາມຄວາມຄືບໜ້າ ໂຄງການ ນຶ່ງຄົນນໍາພາລອຍ ຫລາຍຄົນເປັນຜູ້ ໃຫ້ ຍັງມີຜູ້ຊ່ຽວຊານໃນການເລືອກ ອຸປກອນທາງການແພດ ມາຊ່ວຍເລືອກ ເພື່ອໃຫ້ເກີດຜົລປໂຢດ ສູງສຸດນໍາດ້ວຍ.

ດັ່ງເຈົ້າໜ້າທີ່ ປະສານງານ ໂຄງການ One Man And The River (ນຶ່ງຄົນນໍາພາລອຍ ຫລາຍຄົນເປັນຜູ້ໃຫ້) ທີ່ຂໍສງວນຊື່-ຕໍາແຫນ່ງ ແລະສຽງ ກ່າວໃນມື້ດຽວກັນນີ້ວ່າ:

ປະຊຸມວ່າ ຣາຍຊື່ອຸປກອນການແພດ ມີຄວາມຈໍາເປັນແນວໃດ ມີປໂຢດແນວໃດ ໃຊ້ງານກັບຜແນກອີ່ຫຍັງ ຈັດຕັ້ງຢູ່ບ່ອນໃດ ມີຜູ້ຊ່ຽວຊານຊົມໃຊ້ອຸປກອນການແພດບໍ່ ຈະຈັດສັນຊື້ຕາມຣາຍຊື່ ທີ່ທ່ານໜໍໂຮງໝໍແຂວງຄໍາມ່ວນຕ້ອງການ ໂດຍເຮົາມີຜູ້ຊ່ຽວຊານໄປຊ່ວຍເບິ່ງວ່າ ຣາຍລະອຽດແຕ່ລະໂຕເປັນແນວໃດ ຫາລາຄາທີ່ເຫມາະສົມແລ້ວ ກໍໄດ້ປໂຢດສູງສຸດ.”

ແລະໃນເວລາດຽວກັນນີ້ (28 ພຶສຈິກາ ທີ່ຜ່ານມາ) ເຟຊບຸກເພຈ “ເກັບຮັກ” ກໍໄດ້ໂພສຂໍ້ຄວາມລະບຸວ່າ ປັດຈຸບັນ ຍັງເຫລືອພຽງຂໍ້ສຣຸບຫາຂໍ້ສເນີ ລາຄາທີ່ເຫມາະສົມ ມີຄຸນນະພາບ ແລະ ຍຸຕິທັມທີ່ສຸດ ຈາກ ບໍຣິສັດຕ່າງໆ ທີ່ນໍາມາສເນີ.

ໃນດ້ານວິຊາການ ກ່ຽວກັບວຽກງານ ສາທາຣະນະສຸກນັ້ນ ອຸປກອນ ທາງການແພດໃໝ່ ແລະ ທັນສມັຍ ທີ່ຈະໄດ້ຈາກການລະດົມທຶນໃນໂຄງການ “ນຶ່ງຄົນນໍາພາລອຍ ຫລາຍຄົນ ເປັນຜູ້ໃຫ້” ຈະຊ່ວຍໃຫ້ການບົ່ງມະຕິພຍາດ ໄດ້ຮັບການປິ່ນປົວ ມີຄວາມແນ່ນອນຍິ່ງຂຶ້ນ ບໍ່ຕ້ອງພົບຄວາມຫຍຸ້ງຍາກຄືແຕ່ກ່ອນ ທີ່ບໍ່ສາມາດບົ່ງມະຕິພະຍາດ ບາງພຍາດໄດ້ ຍ້ອນອຸປກອນ ທາງການແພດບໍ່ພຽງພໍ ຫລື ບໍ່ທັນສມັຍ ລວມທັງຍັງຊວ່ຍສ້າງ ຄວາມເຂັ້ມແຂງໃຫ້ທີມແພດ ຂອງໂຮງໝໍແຂວງຄໍາມ່ວນ ທີ່ເຄີຍໄດ້ເຂົ້າຝຶກອົບຣົມ ການໃຊ້ອຸປກອນທາງການແພດ ຈາກທາງສາກົລ  ແລະທາງໄທຍ ແລ້ວສາມາດມີອຸປກອນທາງການ ແພດໂຕຈິງໃຫ້ໄດ້ໃຊ້ ເພື່ອປິ່ນປົວຄົນເຈັບ ຕາມທີ່ໄດ້ຝຶກອົບຣົມມາ.

ດັ່ງ ນັກວິຊາການ ດ້ານສາທາຣະນະສຸຂ ແຂວງຄໍາມ່ວນ ກ່າວໃນມື້ດຽວກັນນີ້ວ່າ:

ອັນທີ 1 ບົ່ງມຕິ ຫລືວ່າ ຮັບການປິ່ນປົວທີ່ແນ່ນອນ ແຕ່ກ່ອນນີ້ ເຄື່ອງໄມ້ເຄື່ອງມືຂອງພວກເຮົາ ບໍ່ ທັນສມັຍ ກໍເຮັດໃຫ້ການບົ່ງມຕິ ການປິ່ນປົວ ກໍພົບຄວາມຫຍຸ້ງຍາກ ບາງຄັ້ງ ກໍອາດໄດ້ນໍາສົ່ງໄປທາງສູນກາງ ຫລືວ່າ ປະເທດໄທຍ ອັນທີ 2 ກໍແມ່ນ ສ້າງຄວາມເຂັ້ມແຂງໃຫ້ວິຊາການຂອງໂຮງໝໍແຂວງຄໍາມ່ວນ ທີ່ເຮົາໄດ້ໄປຝຶກອົບຣົມ ຄັນໄດ້ເຄື່ອງກໍເຮັດໃຫ້ ໄລຍະການປິ່ນປົວ ກໍຊັດເຈນ ແລະສັ້ນເຂົ້າຕື່ມ.”

ອຸປກອນທາງການແພດ ທີ່ທັນສມັຍກວ່າເກົ່າ ຈະຊ່ວຍໃຫ້ຄົນເຈັບ ທີ່ມີຖານະທຸກຍາກ ເຂົ້າເຖິງ ອຸປກອນການແພດດັ່ງກ່າວ ບໍ່ຕ້ອງເສັຍເງິນ ໄປຮັບບໍຣິການປິ່ນປົວ ບ່ອນໄກ ຍ້ອນພວກເຂົາເຈົ້າ ກໍບໍ່ໄດ້ມີເງິນ ທີ່ຈະຂ້າມໄປຫາທ່ານໝໍທີ່ຝັ່ງໄທຍ.

ດັ່ງ ຊາວບ້ານ ຈາກເມືອງໜອງບົກ ແຂວງຄໍາມ່ວນ ກ່າວໃນມື້ດຽວກັນນີ້ວ່າ:

ປະຊາຊົນ ເວລາໄປບໍຣິການຢູ່ໂຮງໝໍ ກໍເຮັດໃຫ້ມີເຄື່ອງມືທາງການແພດ ທີ່ທັນສມັຍຈັ່ງຊີ້ນ່າ ບໍ່ໄດ້ໄປບໍຣິການໄກເນາະ ເພາະວ່າມັນມີ ອັນບໍຣິການ ຊ່ວຍເຫລືອປະຊາຊົນ ມະຫຍັງ ອັນ ກອງທຶນ ກປສ ຫັ້ນນ່າ ທີ່ວ່າຣັຖບານ ເພິ່ນເຮັດອອກມາແບບວ່າ ກອງທຶນປະກັນສຸຂພາບແຫ່ງຊາຕ ຖ້າ ໄປໂຮງໝໍແຂວງຄໍາມ່ວນ ພວກເຮົາຈະບໍ່ໄດ້ເສັຍເງິນຫລາຍ ຖ້າ ໄປປະເທດໄທຍ ຈະໄດ້ເສັຍເງິນຫລາຍ ເສັຍເງິນສ່ວນໂຕ ສົມມຸດວ່າ ເຮົາໄປໂຮງໝໍເທຶ່ອນຶ່ງ ເຂົາເກັບ 30 ພັນ (ກີບ) ຄ່າບໍຣິການ ຈັ່ງຊີ້ນ່າ ຄ່າຍຸກ ຄ່າຢາ

ອີ່ຫຍັງຟຣີ.”

ການລະດົມທຶນ ຊື້ອຸປກອນທາງການແພດ ເພື່ອຊ່ວຍເຫລືອໂຮງໝໍ ແຂວງຄໍາມ່ວນ ເປັນສິ່ງ ທີ່ດີຕໍ່ປະຊາຊົນລາວ ເນື່ອງຈາກ ສະພາບໂຕຈິງ ປະເທດລາວ ມີຄວາມຫຍຸ້ງຍາກ ດ້ານງົບປະມານ ໃນການພັທນາວຽກງານດ້ານ ສາທາຣະນະສຸຂ.

ດັ່ງ ຊາວບ້ານ ຈາກເມືອງຄູນຄໍາ ແຂວງຄໍາມ່ວນ ກ່າວໃນມື້ດຽວກັນນີ້ວ່າ:

ກໍດີຢູ່ຫັ້ນແຫລະ ມາພັທນາ ບ້ານເມືອງເຮົາ ມັນກໍຍາກ ເຣື່ອງເງິນຣັຖບານລາວກໍດາຍ ງົບປະມານກໍດາຍ ມີຫລາຍອັນ ຍັງຂາດແຄນ ຂັ້ນລະດັບໂຮງໝໍແຂວງກໍດາຍ.”

ສ່ວນມູນຄ່າຂອງອຸປກອນ ທາງການແພດໃນຈໍານວນ 20 ປາຍຣາຍການ ທີ່ໂຮງໝໍ ແຂວງຄໍາມ່ວນຈະໄດ້ຮັບນັ້ນ ມູລຄ່າເທົ່າໃດ ແມ່ນ ບໍ່ສາມາດຮູ້ໄດ້ເທື່ອ ຮູ້ພຽງແຕ່ວ່າ ມີອຸປກອນທາງການແພດ ຫນ່ວຍນຶ່ງ ທີ່ລາຄາແພງເຖິງ 10 ປາຍລ້ານບາດ ກໍຈະຖືກມອບໃຫ້ໂຮງໝໍ ແຂວງຄໍາມ່ວນ, ອີງຕາມຂໍ້ມູນ ຈາກໂຮງໝໍແຂວງຄໍາມ່ວນ.

ຂະນະທີ່ຍອດບໍຣິຈາກ ໃນໂຄງການ “ນຶ່ງຄົນພາລອຍ ຫລາຍຄົນເປັນຜູ້ໃຫ້” ວັນທີ 15 ພຶສຈິກາທີ່ຜ່ານມາ ຢູ່ທີ່ 87,704,541 ບາທ. 

 ເຣຶ່ອງການມອບ ອຸປກອນທາງການແພດ ໃຫ້ໂຮງໝໍແຂວງຄໍາມ່ວນ ຍັງບໍ່ສາມາດ ລະບຸວັນ ເວລາ ໄດ້ຢ່າງຈະແຈ້ງເທຶ່ອ ແຕ່ຄາດວ່າ ຈະມີການມອບໃຫ້ມໍ່ໆນີ້ ຫລັງປີໃໝ່ສາກົລ, ຂະນະທີ່ ມື້ນີ້ (29 ພຶສຈິກາ) ທີມແພດ ຈາກ ໂຮງໝໍແຂວງຄໍາມ່ວນ ໄດ້ເດີນທາງໄປໂຮງໝໍ ນະຄອນພະນົມ (ນະຄອນພນົມ) ປະເທດໄທຍ ເພື່ອປະຊຸມ ຫລື ກ່ຽວກັບ ການສົ່ງມອບ ອຸປກອນການແພດ ທີ່ໄດ້ຈາກ ການລະດົມທຶນໃນໂຄງການ “ນຶ່ງຄົນພາລອຍ ຫລາຍຄົນເປັນຜູ້ໃຫ້ນໍາດ້ວຍ” ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງໂຮງໝໍແຂວງຄໍາມ່ວນ ຜູ້ດຽວກັບຂ້າງເທິງ ກ່າວມ້ວນທ້າຍ

ແລະ ນອກຈາກນີ້ ວັນທີ 28 ພຶສຈິກາ ທີ່ ຜ່ານມາ ທ່ານ ພາຄິນ ກໍໄດ້ໂພສຮູປ ທີ່ຖ່າຍຮ່ວມກັບທິມແພດຂອງໂຮງໝໍແຂວງຄໍາມ່ວນ ພ້ອມຂໍ້ຄວາມວ່າ “ຮັກ ທີ່ແຂວງຄໍາມ່ວນ”.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.